Hesperian Health Guides

ການສອນ​ພາສາ​ມື​ໃຫ້ແກ່​ພໍ່​ແມ່​ຂອງເດັກ​ຫູໜວກ

ຢູ່ໃນພາກນີ້:

ບຸກຄົນ​ທີ່​ສາມາດ​ໃຊ້​ພາສາ​ມື​ເປັນ​ພາສາ​ທີໜຶ່ງ​ ສາມາດ​ສອນ​ໃຫ້​ຜູ້ເປັນ​ພໍ່​ແມ່ ໃຫ້​ສາມາດ​ສື່ສານ​ກັບເດັກ​ອ່ອນ​ ແລະ ເດັກນ້ອຍ​ທີ່​ຫູໜວກ​ໄດ້.

ນີ້ແມ່ນ​ບົດເລື່ອງ​ກ່ຽວກັບ​ສະມາຄົມ​ຂອງແມ່ ຂອງເດັກ​ຫູໜວກ​ຊາວ​ອິນເດຍ​ກຸ່ມໜຶ່ງ ທີ່​ອາໄສຢູ່​ປະ ເທດ​ອັງກິດ. ຜູ້ຊຶ່ງ​ຮຽນ​ພາສາ​ມື​ຂອງ​ອັງກິດ ຈາກ​ຄູສອນ​ຫູໜວກ. ກ່ອນໜ້າ​ການຮຽນ​ພາສາ​ມື, ທັງເດັກນ້ອຍ​ຫູ ໜວກ ແລະ ພໍ່​ແມ່​ຂອງ​ພວກເຂົາ​ແມ່ນມີ​ບັນຫາ​ໃນການ​ສື່ສານ ເພາະວ່າ ມັນ​ຫຍຸ້ງຍາກ​ສຳລັບ​ພວກເຂົາ​ໃນການ​ເຂົ້າໃຈ​ຊຶ່ງກັນ ແລະ ກັນ. ເຊິ່ງ​ການຮຽນ​ພາສາ​ມື​ໄດ້​ປ່ຽນແປງ​ສິ່ງ​ເຫຼົ່ານີ້.

ການ​ໝູນໃຊ້​ພາສາ​ມື​ເພື່ອ​ຜ່ານຜ່າ​ອຸປະສັກ​ທາງ​ພາສາ

“ລີຊ້າ” ແມ່ນ​ຍິງ​ຊາວອັງກິດ​ເຊິ່ງ​ຫູໜວກ​ຕັ້ງແຕ່​ກຳເນີດ. ຫຼັງຈາກ​ສຳເລັດ​ການ​ສຶກສາ​ຈາກ​ໂຮງຮຽນ​ສ້າງຄູ. ລາວ​ໄດ້ເຮັດ​ວຽກ​ເປັນ​ຄູສອນ​ເດັກ​ຫູໜວກ. ວຽກ​ຂອງນາງ ແມ່ນການ​ຊ່ວຍເຫຼືອ​ໃຫ້ແມ່​ຂອງ​ບັນດາ​ເດັກ​ຫູໜວກ​ຮຽນຮູ້​ພາສາ​ມື. ໃນ​ບັນດາ​ກຸ່ມ​ທີ່ ລີຊ້າ ສອນນັ້ນ ແມ່ນກຸ່ມ​ຂອງ​ແມ່ຍິງ​ຊາວ​ອິນເດຍ ທີ່ບໍ່​ສາມາດ​ເວົ້າ​ພາສາ​ອັງກິດ​ໄດ້. ທຳອິດ​ແມ່ນ​ຫຍຸ້ງຍາກ​ສຳລັບ “ລີຊ້າ” ແລະ ກຸ່ມແມ່​ຂອງເດັກ​ຫູໜວກ​ດ່ັງກ່າວ​ທີ່ຈະ​ສື່ສານ​ນຳກັນ. ລີຊ້າ ໃຊ້​ພາສາ​ມື​ຂອງ​ອັງກິດ ແລະ ໃຫ້​ອາຈານ​ອີກ​ຄົນໜຶ່ງ​ແປເປັນ​ພາສາ​ເວົ້າ​ຂອງ​ອັງກິດ. ຈາກນັ້ນ​ຈຶ່ງ​ໃຫ້​ແມ່ຍິງ​ອີກ​ຄົນໜຶ່ງ​ແປ​ຈາກ​ພາສາ​ອັງກິດ​ ເປັນ​ພາສາ “ປັນຈາບີ” (ພາສາ​ໜຶ່ງ​ໃນ​ປະເທດ​ອິນເດຍ) ເຊິ່ງເປັນ​ພາສາ​ທີ່​ກຸ່ມແມ່​ຂອງເດັກ​ຫູໜວກ ກຸ່ມນີ້​ສາມາດ​ເຂົ້າໃຈ​ໄດ້​ທຸກຄົນ.

A woman signing to another woman.
ຂ້ອຍ​ດີໃຈ​ຫຼາຍ​ທີ່​ດຽວນີ້ ອາຊິດ ແລະ ຂ້ອຍ​ສາມາດ​ແລກປ່ຽນ ຄວາມຄິດ​ເຫັນ​ນຳກັນ​ໄດ້...


ກຸ່ມແມ່​ຂອງເດັກ​ຫູໜວກ ເລີ່ມຕົ້ນ​ຈາກການ​ຮຽນ​ສັນຍະລັກ​ທີ່​ກ່ຽວກັບ​ເຮືອນ. ພ້ອມນັ້ນ​ກໍ່​ຮຽນ​ສັນຍະ ລັກ​ຕ່າງໆ ທີ່​ເດັກນ້ອຍ​ຮຽນຢູ່​ໃນ​ຫ້ອງຮຽນ ເຊິ່ງ​ຊ່ວຍໃຫ້​ພໍ່ແມ່​ເຂົ້າໃຈ ແລະ ສາມາດ​ສື່ສານ​ກັບ​ເດັກນ້ອຍ​ໄດ້​ເມື່ອ​ຢູ່ບ້ານ.

ຫຼັງຈາກ​ນັ້ນ, ຈິ່ງມີ​ອາຈານ​ຜູ້ຊາຍ​ເຂົ້າ​ມາຮ່ວມ​ໃນ ກຸ່ມ​ຂອງ ລີຊີ, ອາຈານ​ຄົນນີ້​ສອນ​ບັນດາ​ພໍ່ ແລະ ອ້າຍ ຂອງເດັກ​ຫູໜວກ​ສຳລັບ​ກຸ່ມ​ຜູ້ຊາຍ. ໃນ​ທັງສອງ​ກຸ່ມ​ນີ້, ພໍ່​ແມ່​ທີ່​ມີເດັກ​ຫູໜວກ​ທີ່ໃຫຍ່​ແລ້ວ ກັບ​ຜູ້ທີ່​ຍັງມີ​ລູກ​ຫູໜວກ​ທີ່​ຍັງນ້ອຍ​ໄດ້​ແລກປ່ຽນ​ປະສົບການ​ນຳກັນ. ນີ້ເປັນ​ໂອກາດ​ດີ​ໃຫ້​ພວກເຂົາ​ໝູນໃຊ້​ທັກສະ​ທາງ​ພາສາ​ມື​ໃໝ່ໆ ເພື່ອ​ສົນທະນາ​ກ່ຽວກັບ​ສິ່ງ​ຕ່າງໆ ທີ່ມີ​ຄວາມ​ສຳຄັນ​ສຳລັບ​ພວກເຂົາ.

ການ​ໄດ້ເຫັນ ລີຊ້າ ເຮັດວຽກ ແລະ ກໍ່​ສິດສອນ, ເຮັດໃຫ້​ບັນດາ​ພໍ່​ແມ່​ເຫຼົ່ານັ້ນ​ເຫັນ​ໂອກາດ​ທີ່​ລູກ​ຂອງຕົນ​ສາມາດ​ກາຍເປັນ​ອາຈານ, ຫາລ້ຽງຊີບ ແລະ ໄດ້ຮັບ​ຄວາມ​ເຄົາລົບ​ນັບຖື​ຈາກ​ຄົນອື່ນໆ. ຫຼາຍ​ຄອບຄົວ​ໃນ​ຊຸມຊົນ​ດັ່ງກ່າວ ຮຽນຮູ້​ຫຼາຍສິ່ງ​ຫຼາຍຢ່າງ​ກ່ຽວກັບ​ຄົນ​ຫູໜວກ ໄປພ້ອມ​ກັບການ​ຮຽນຮູ້​ວິທີ​ສື່ສານ​ກັບຄົນ​ຫູໜວກ​ໃນເວລາ​ດຽວກັນ.

ຄຳ​ແນະນຳ​ສຳລັບ​ຜູ້ໃຫຍ່​ໃນການ​ຮຽນ​ພາສາ​ມື

ສຳລັບ​ພາສາ​ມື ຈຸດໜັກ​ແມ່ນ​ຂຶ້ນກັບ​ວິທີ​ທີ່ທ່ານ​ສະແດງອອກ ໂດຍຜ່ານ​ທຸກ​ພາກສ່ວນ​ຂອງ​ຮ່າງ ກາຍ. ວິທີ​ທີ່ທ່ານ​ຢືນ, ການສະແດງ​ອອກ​ທາງ​ສີໜ້າ​ເພື່ອ​ສື່ສານ ແລະ ການ​ສະແດງອອກໂດຍຜ່ານ​ມື.
ຄົນ​ຫູໜວກ​ກໍ່​ສັງເກດ​ໃບໜ້າ​ຂອງຄູ່​ສົນທະນາ​ທີ່ ພວກເຂົາ​ກຳລັງ​ສື່ສານ​ນຳ, ບໍ່ແມ່ນ​ພຽງແຕ່​ສັງເກດ​ມື​ເທົ່ານັ້ນ, ກໍ່​ຄືກັນ​ກັບ​ຄົນທີ່​ໄດ້ຍິນ​ປົກກະຕິ ສື່ສານ​ນຳກັນ​ກໍ່​ສັງເກດເບິ່ງ​ໃບໜ້າ​ໄປ​ພ້ອມໆ ກັບ​ການຟັງ.

  • ສະແດງ​ທ່າທາງ​ທີ່ທ່ານ​ຕ້ອງການ​ເວົ້າ, ບໍ່ຕ້ອງ​ກັງວົນ​ວ່າ ທ່ານ​ຈະ​ເຮັດຜິດ ຫຼື ເປັນຄື​ຄົນໂງ່.
A man signing as he shrugs his shoulders and holds out his hands.
ຂ້ອຍກັບ​ອາລີ ບາງຄັ້ງ​ກໍ່​ພາກັນ​ຫົວ​ຍ້ອນວ່າ ພວກ ເຮົາ​ລອງໃຊ້​ສັນຍະລັກ​ທີ່​ພວກເຮົາ​ບໍ່ຈັກ. ແຕ່​ແນວ ໃດ​ກໍ່ຕາມ ຍິ່ງ​ພວກເຮົາ​ໃຊ້​ສັນຍະລັກ​ຫຼາຍຂຶ້ນ​ເທົ່າ ໃດ, ພວກເຮົາ​ກໍ່ໄດ້​ຮຽນຮູ້​ຫຼາຍຂຶ້ນ​ເທົ່ານັ້ນ.
  • ໝູນໃຊ້​ທຸກສິ່ງ​ທຸກຢ່າງ ເພື່ອຊ່ວຍ​ໃນການ​ສື່ສານ​ເຊັ່ນ: ທ່າທີ, ການ​ສະແດງອອກ​ທາງ​ສີໜ້າ, ການເຄື່ອນ​ເໜັງ​ຂອງ​ຮ່າງກາຍ, ການໃຊ້​ນິ້ວມື​ສະກົດ​ເປັນຕົວ​ອັກສອນ (ການ​ສະກົດ​ຕົວ​ອັກສອນໂດຍໃຊ້​ສັນຍະລັກ​ສຳລັບ​ຕົວ​ອັກສອນ​ແຕ່ລະຕົວ). ລອງ​ສື່ສານ​ຄວາມຄິດເຫັນ ຫຼື ປະໂຫຍດ​ທີ່​ງ່າຍດາຍ ໂດຍ​ບໍ່​ໝູນໃຊ້​ບັນດາ​ສັນຍະລັກ​ທາງການ​ທີ່​ເຄີຍໃຊ້, ໃຫ້​ລອງໃຊ້​ທ່າທາງ​ການ​ສະແດງ​ສີໜ້າ​ ແລະ​ການ​ຊີ້ບອກ​ແທນ. ເພາະ​ໃນກໍລະນີ​ທີ່ທ່ານ​ບໍ່ຮູ້ ຫຼື ລືມ​ສັນຍະລັກ​ທີ່​ເຄີຍໃຊ້, ທ່ານ​ກໍ່ຍັງ​ສາມາດ​ສື່ສານ​ກັບ​ຄົນ​ຫູໜວກ​ໄດ້ໂດຍ​ໃຊ້​ວິທີ​ນີ້.
  • ຄົນ​ແຕ່ລະຄົນ​ຮຽນຮູ້​ພາສາ​ໂດຍ​ວິທີ​ທາງ​ທີ່​ແຕກຕ່າງ​ກັນ ແລະ ໃນ​ບາດກ້າວ​ທີ່​ບໍ່ເຄີຍ. ຈົ່ງຮຽນ​ໃຫ້ຫຼາຍ​ເທົ່າທີ່​ຈະຫຼາຍ​ໄດ້. ບໍ່ຄວນ​ກັງວົນ​ວ່າ ມັນເປັນ​ສິ່ງ​ທີ່​ຄົນອື່ນ​ໄດ້ຮຽນ ຫຼື ບໍ່​ເຄີຍຮຽນ​ມາກ່ອນ​ເພາະວ່າ ເປົ້າໝາຍ​ຫຼັກ​ຂອງທ່ານ​ແມ່ນ​ເພື່ອ​ຊ່ວຍ​ລູກ​ຂອງທ່ານ ບໍ່ແມ່ນ​ເພື່ອ​ແຂ່ງຂັນ​ກັບ​ຄົນອື່ນ.
  • ເພື່ອຮຽນ​ພາສາ​ມື​ແທ້ໆ, ຈົ່ງໃຊ້​ພາສາ​ມື​ກັບຄົນ​ຫູໜວກ​ທີ່ໃຊ້​ພາສາ​ດັ່ງກ່າວ.


ການ​ຮຽນຮູ້​ພາສາ​ມື​ອາດຈະ​ບໍ່ແມ່ນ​ເລື່ອງ​ງ່າຍ. ແຕ່ຈົ່ງ​ຈື່ໄວ້​ວ່າ, ສິ່ງ​ສຳຄັນ​ແມ່ນເພື່ອ​ໃຫ້ລູກ​ຂອງທ່ານ​ມີ​ພາສາ​ທີ່​ພວກທ່ານ​ສາມາດ​ສື່ສານ​ນຳກັນ​ໄດ້. ສືບຕໍ່​ຝຶກຝົນ​ມັນ​ເລື້ອຍໆ ເພາະວ່າ ຖ້າບໍ່​ໝູນໃຊ້​ມັນ ທ່ານ​ກໍ່ຈະ​ລືມມັນ​ໄປ​ເໝືອນກັບ​ພາສາ​ອື່ນໆ ທີ່ທ່ານ​ໄດ້ຮຽນ​ມາ.