Hesperian Health Guides

ການ​ກະກຽມ​ເພື່ອ​ລົງມື​ຕົວຈິງ

ຢູ່ໃນພາກນີ້:

ບັນດາ​ພໍ່​ແມ່​ທີ່​ພ້ອມກັນ​ເຮັດວຽກ​ຮ່ວມກັນ ສາມາດ​ລົງມື​ແກ້ໄຂ​ບັນຫາ​ຕ່າງໆ​ໄດ້. ນີ້ແມ່ນ​ບາງຂັ້ນຕອນ​ທີ່ເ​ປັນປະໂຫຍດ​ສຳລັບ​ການ​ລົງມື​ປະຕິບັດ​ຕົວຈິງ:

  1. ເລືອກ​ເອົາບັນຫາ​ໃດໜຶ່ງ​ທີ່ຄົນ​ສ່ວນຫຼາຍ​ພາຍໃນກຸ່ມ​ຄິດວ່າ ສຳຄັນ. ເຖິງ​ແມ່ນວ່າ​ອາດຈະ​ຕ້ອງມີ​ການ​ປ່ຽນ ແປງ, ກຸ່ມ​ຂອງທ່ານ​ຈະ​ເຮັດວຽກ​ຢ່າງມີ​ປະສິດທິພາບ​ທີ່ສຸດ ຖ້າ​ເອົາໃຈໃສ່​ພຽງແຕ່​ບັນຫາ​ໃດໜຶ່ງ​ໃນໄລຍະ​ເວລາ​ນັ້ນ. ໃນເບື້ອງຕົ້ນ, ເລືອກເອົາ​ບັນຫາ​ທີ່ກຸ່ມ​ຂອງທ່ານ​ມີໂອກາດ​ແກ້ໄຂ​ໄດ້ໂດຍ​ໄວກ່ອນ. ຫຼັງຈາກ​ນັ້ນ, ເມື່ອກຸ່ມ​ຂອງທ່ານ​ໄດ້​ຮຽນຮູ້​ວິທີ​ທີ່ຈະ​ເຮັດວຽກ​ຮ່ວມກັນ​ແລ້ວ ຈຶ່ງຄ່ອຍ​ຫັນໃສ່​ບັນຫາ​ທີ່ມີ​ຄວາມ​ຫຍຸ້ງຍາກ​ຂຶ້ນ​ກວ່າເກົ່າ.
  2. 2 men and 3 women sitting together; 2 women and one man are speaking.
    ແມ່​ຂອງຂ້ອຍ​ເປັນ ຄົນ​ລ້ຽງ​ລູກຊາຍ​ຂອງ ຂ້ອຍ​ໃນຕອນນີ້. ແຕ່ ສຸຂະພາບ​ຂອງລາວ ບໍ່​ແຂງແຮງ​ແລ້ວ.
    ຂ້ອຍ​ໄດ້ວຽກ​ໃນ ເມືອງ. ຂ້ອຍຍັງ​ບໍ່ສາ ມາດ​ຊອກຄົນ​ທີ່​ຈະມາ ລ້ຽງລູກ​ຫູໜວກ​ຂອງ ຂ້ອຍ​ໄດ້ເທື່ອ.
    ຂ້ອຍ​ຕ້ອງການ​ຜູ້ທີ່​ຈະ ມາ​ລ້ຽງລູກ​ໃຫ້ຂ້ອຍ​ໃນ ມື້ທີ່​ຕະຫຼາດ ເປີດ.
  3. ຕັດສິນໃຈເລືອກເອົາວິທີທີ່ຈະແກ້ໄຂບັນຫາ. ຈົ່ງຈັດ ລຽງບັນດາວິທີແກ້ໄຂບັນຫາ ແລະ ຈາກນັ້ນ ຈຶ່ງເລືອກ ເອົາວິທີໃດໜຶ່ງທີ່ເໝາະສົມກັບທ່າແຮງ ແລະ ຊັບພະ ຍາກອນທີ່ກຸ່ມຂອງພວກທ່ານມີ.
  4. 2 men and 3 women sitting together; 2 women and one man are speaking.
    ພວກເຮົາ​ສາມາດ​ຈ້າງ​ຄົນມາ ລ້ຽງດູ​ເບິ່ງແຍ່ງ​ລູກ​ຂອງພວກ ເຮົາ. ພວກເຮົາ​ອາດຊອກ​ຜູ້ໃດ ຜູ້ໜຶ່ງ​ທີ່ຮູ້​ໃຊ້​ພາສາ​ມື.
    ພວກເຮົາ​ສາມາດ​ປ່ຽນຜຽນ​ກັນ ເພື່ອ​ດູແລ​ລູກ ຂອງ​ພວກເຮົາ​ທັງໝົດ​ຜູ້​ລະ 1 ມື້​ຕໍ່ອາທິດ.
    ປະເສີດ ກຳລັງ ຊອກວຽກ​ເຮັດຢູ່.
  5. ສ້າງ​ແຜນການ. ສະມາຊິກ​ພາຍໃນກຸ່ມ​ຄວນ​ແບ່ງ ປັນ​ໜ້າວຽກ ເພື່ອ​ເຮັດໃຫ້​ວຽກ​ສຳເລັດ. ຈົ່ງ​ພະຍາ ຍາມ​ວາງມື້​ສຳລັບ​ໜ້າວຽກ​ແຕ່ລະຢ່າງ​ທີ່ຕ້ອງ​ເຮັດໃຫ້ ສຳເລັດ.
  6. 2 men and 3 women sitting together; 2 women and one man are speaking.
    ບຸນມາ ເຈົ້າເປັນ​ສະມາຊິກ ຂອງ​ຊຸມຊົນ​ຄົນ​ຫູໜວກ ເຈົ້າ ສາມາດ​ຊອກ​ຜູ້ໃດ​ຜູ້ໜຶ່ງ​ທີ່ ກຳລັງ​ຊອກ​ວຽກເຮັດ ແລະ ກໍ່ ຮູ້​ພາສາ​ມື​ນຳ​ໄດ້ບໍ?
    ຂ້ອຍ​ຈະລອງ​ຄົ້ນຄວ້າ​ເບິ່ງວ່າ​ພວກ ເຮົາ​ຄວນຈ່າຍ​ໃຫ້ເຂົາ​ເທົ່າໃດ?
    ຂ້ອຍ​ຈະລອງ​ຖາມ​ປະເສີດ ເບິ່ງວ່າເຂົາ​ຕ້ອງການ​ຢາກ ຮຽນ​ພາສາ​ມື​ນຳຂ້ອຍ​ບໍ່?
  7. ເມື່ອ​ມີໂອກາດ​ພົບປະກັນ, ຈົ່ງ​ສົນທະນາ​ກ່ຽວກັບ ວຽກ​ທີ່​ກຳລັງ​ເຮັດ. ຖ້າຫາກ​ມີບັນຫາ​ເກີດຂຶ້ນ​ກໍ່​ໃຫ້ດັດ ປັບແຜນ​ການ​ດັ່ງກ່າວ​ຖ້າມີ​ຄວາມ​ຈຳເປັນ.
  8. 2 men and 3 women sitting together; 2 women and one man are speaking.
    ພວກເຮົາ​ຊອກເຫັນ ຄົນທີ່​ຮູ້​ນຳໃຊ້​ພາສາ​ມື ແລ້ວບໍ່?
    ບໍ່, ຍັງບໍ່​ໄດ້ເທື່ອ. ມີໜ້ອຍ ຄົນ​ທີ່ຈະ​ຮູ້​ນຳໃຊ້​ພາສາ​ມື.
    ແຕ່ວ່າ​ປະເສີດ​ເຂົາມີ ຄວາມ​ກະຕືລືລົ້ນ​ທີ່ ຈະ​ຮຽນ​ພາສາ​ມື ແລະ ດູແລ​ລູກໆ ຂອງ​ພວກເຮົາ.


ກຸ່ມທີ່​ມີ​ຊັບພະຍາກອນ​ໜ້ອຍ​ກໍ່​ສາມາດ​ສ້າງ​ການ​ປ່ຽນແປງ​ໄດ້!

ພວກເຮົາ​ເຊື່ອວ່າ​ຊຸມຊົນ​ທັງໝົດ ບໍ່ວ່າ​ຈະເປັນ​ເພື່ອນບ້ານ, ບ້ານ, ເມືອງ ຫຼື ປະເທດ ແມ່ນ​ມີໜ້າທີ່​ສະໜັບສະໜູນ​ບັນດາ​ຄອບຄົວ​ທີ່ມີ​ເດັກ​ພິການ ແລະ ມັນຕ້ອງ​ອາໄສ​ການ​ເຮັດວຽກ​ຮ່ວມກັນ​ຂອງ​ບັນດາ​ພໍ່​ແມ່ ເພື່ອ​ເຮັດໃຫ້​ຊຸມຊົນ​ທີ່​ໃຫຍ່ກວ່າ ຮັບຮູ້​ໜ້າທີ່​ດັ່ງກ່າວ. ບົດເລື່ອງ​ຕໍ່ໄປນີ້​ມີ​ເນື້ອໃນ​ກ່ຽວກັບ​ພໍ່ແມ່​ຜູ້ທີ່​ມີ​ຄວາມ​ມຸ່ງໝັ້ນ ທີ່​ສະແດງ​ໃຫ້ເຫັນ​ວ່າ ເມື່ອ​ທຸກຄົນ​ຮ່ວມມືກັນ ແລະ ນຳເອົາ​ຊັບພະຍາກອນ​ທີ່ມີ​ມາ​ສົມທົບກັນ, ພວກເຂົາ​ສາມາດ​ຜ່ານ​ຜ່າອຸປະສັກ​ນາໆ​ປະການ ແລະ ສ້າງສິ່ງ​ຕ່າງໆ​ຈາກ​ຈຸດ​ທີ່ບໍ່ມີ​ຫຍັງເລີຍ.

ການສ້າງ​ຊັບພະຍາກອນ ແມ່ນ​ພະລັງ​ຂອງ​ຄວາມມຸ່ງໝັ້ນ

ໃນເມືອງ​ແຫ່ງໜຶ່ງ​ໃນປະເທດ​ອາຟຣິກາ​ໃຕ້, ເດັກ​ທີ່ມີ​ຄວາມ​ພິການ​ແມ່ນຍາກ​ທີ່ຈະ​ຫຼິ້ນ​ຮ່ວມກັບ​ເດັກ​ທົ່ວໄປ ຫຼື ເຂົ້າ​ໂຮງຮຽນ. ບັນດາ​ພໍ່​ແມ່​ຂອງເດັກ​ບໍ່ສາມາດ​ໄປເຮັດວຽກ​ຢູ່​ນອກບ້ານ​ໄດ້ ຍ້ອນ​ສູນ​ລ້ຽງເດັກ​ຂອງ​ທ້ອງຖິ່ນ​ບໍ່​ຍອມຮັບ​ເອົາລູກ​ຂອງ​ພວກເຂົາ. ເມື່ອ​ພວກເຂົາ​ເຂົ້າໄປ​ຫາ ທາງສູນ​ກໍ່ບອກ​ພໍ່​ແມ່​ເດັກ​ຫູໜວກ​ວ່າ, “ເຈົ້າ​ບໍ່ສາມາດ​ບອກໃຫ້​ພວກເຮົາ​ເຮັດ​ສິ່ງນັ້ນ ສິ່ງນີ້ ແລະ ພວກເຮົາ​ກໍ່​ບໍ່ມີ​ສິ່ງ​ອຳນວຍ​ຄວາມສະດວກ​ສຳລັບ​ການ​ສິດສອນ​ເດັກ​ເຫຼົ່ານີ້”.

ກຸ່ມຂອງ​ພໍ່​ແມ່​ກຸ່ມໜຶ່ງ ເຊິ່ງ​ແມ່​ຂອງເດັກ​ທັງໝົດ​ແມ່ນ​ຫວ່າງງານ ແລະ ມີການ​ສຶກສາ​ຕ່ຳ ຫຼື ບໍ່ມີ​ການສຶກສາ​ຂັ້ນ​ສາມັນ​ເລີຍ, ໄດ້​ຮວມຕົວ​ກັນ ແລະ ຕັດສິນໃຈ ເຮັດ​ສິ່ງໃດ​ໜຶ່ງ​ເພື່ອລູກ ແລະ ຄອບຄົວ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ຕັດສິນໃຈ​ວ່າ ໜຶ່ງ ຫຼື ສອງຄົນ​ໃນກຸ່ມ​ຄວນເປັນ​ຜູ້​ດູແລ​ເດັກນ້ອຍ​ທັງໝົດ ເພື່ອ​ເຮັດໃຫ້​ຄົນ​ອື່ນໆມີເວລາ​ຫວ່າງ​ທີ່ຈະ​ຊອກວຽກ​ເຮັດ.

A woman speaking.
ພວກເຮົາ​ບໍ່ມີ​ງົບປະມານ, ບໍ່ມີ​ແຫຼ່ງຊັບ ພະຍາກອນ​ພິເສດ​ໃດໆ. ພວກເຮົາ​ຕົກລົງ ກັນວ່າ​ພໍ່​ແມ່​ຄວນສົ່ງ​ບາງສິ່ງ​ບາງຢ່າງ​ມາ ພ້ອມກັບ​ລູກ​ຂອງ​ພວກເຂົາ​ເຊັ່ນວ່າ: ກະລຳ ປີ​ຈັກເຄິ່ງຫົວ, ຫົວກາລົດ ຫຼື ມັນຝຣັ່ງ ຫຼື ສິ່ງໃດ​ກໍ່ຕາມ​ທີ່​ພວກເຂົາ​ພໍຫາໄດ້.
ໂດຍ​ອາໄສ​ເຄື່ອງປະ ກອນ​ເຫຼົ່ານີ້. ພວກ ເຮົາ​ທີ່ເປັນ​ຜູ້​ດູແລ ເດັກ ສາມາດ​ເຮັດ ແກງ​ໃຫ້​ເດັກກິນ.



ບັນດາ​ແມ່​ໄດ້ຈັດ​ຕາຕະລາງ​ສຳລັບ​ການ​ລ້ຽງດູ​ເດັກ. ຄົນໜຶ່ງ​ອາສາ​ແຕ່ງກິນ, ສ່ວນ​ອີກ​ຄົນໜຶ່ງເ​ປັນ​ອາຈານ​ສອນ, ຄົນ​ອື່ນໆ​ກໍ່​ຊອກຫາວຽກ​ທີ່​ພວກເຂົາ​ສາມາດ​ເຮັດໄດ້​ຢູ່ທີ່​ເຮືອນ. ພໍ່​ແມ່​ຜູ້ທີ່​ສາມາດ​ຊອກວຽກ​ໄດ້ ເລີ່ມຕົ້ນ​ສະໜັບສະໜູນ​ເງິນ​ຈຳນວນໜຶ່ງ​ເພື່ອໃຫ້​ຜູ້ທີ່​ເຮັດ​ໜ້າທີ່​ດູແລ​ເດັກ ແລະ ສຳລັບ​ສູນ​ລ້ຽງເດັກ​ທີ່​ກຳ ລັງ​ເຕີບໃຫຍ່​ຂຶ້ນ. ພໍ່​ແມ່​ຜູ້ທີ່​ສາມາດ​ມີວຽກເຮັດ ເລີ່ມ​ຊື້ປຶ້ມ ຈຳນວນໜຶ່ງ​ສຳລັບ​ເດັກນ້ອຍ.

ພະນັກງານ​ທີ່​ເຮັດວຽກ ເພື່ອ​ສັງຄົມ​ໄດ້ຍິນ​ກ່ຽວກັບ​ກຸ່ມ​ດັ່ງກ່າວ ແລະ ເຂົ້າມາ​ສັງເກດ​ເບິ່ງວຽກ​ທີ່​ກຳລັງ​ເຮັດ. ພະນັກງານ​ຄົນ​ດັ່ງກ່າວ​ສາມາດ​ຮ້ອງຂໍ​ໃຫ້​ລັດຖະບານ​ທ້ອງຖິ່ນ​ໃຫ້ເງິນ​ຈຳນວນໜຶ່ງ​ເພື່ອ​ຈ່າຍໃຫ້​ແກ່​ສະ ມາຊິກ​ຂອງກຸ່ມ​ທີ່ເປັນ​ຜູ້​ດູແລ​ເດັກ.

ໂດຍ​ອາໄສ​ຊັບພະຍາກອນ​ທີ່ມີ​ຢ່າງ​ຈຳກັດ​ພ້ອມ​ດ້ວຍຄວາມ​ມຸ່ງໝັ້ນ​ເຮັດແທ້​ທຳຈິງ. ພວກເຂົາ​ຈຶ່ງ​ສາມາດ​ສ້າງຕັ້ງ​ສູນ​ດູແລ​ສຳລັບ​ລູກ​ຂອງ​ພວກເຂົາ ແລະ ພ້ອມນັ້ນ​ພວກເຂົາ​ກໍ່​ສາມາດ​ຫາ​ລ້ຽງຊີບ​ໄປນຳ.