Hesperian Health Guides

ການ​ປ້ອງກັນ​ການ​ລ່ວງລະເມີດ​ທາງເພດ

ຢູ່ໃນພາກນີ້:

ເມື່ອ​ຄົນອື່ນ​ປະຕິບັດ​ກັບ​ພວກເຮົາ​ແນວໃດ. ກໍ່ຈະ​ສົ່ງຜົນ​ສະທ້ອນ​ຕໍ່​ຄວາມ​ຮູ້ສຶກ​ບໍ່ໝັ້ນໃຈ​ຂອງ​ພວກເຮົາ​ເທົ່ານັ້ນ, ເມື່ອ​ເດັກນ້ອຍ​ຖືກ​ປະຕິບັດ​ຢ່າງ​ບໍ່ມີຄ່າ ແລະ ສິ້ນຫວັງ, ເດັກ​ກໍ່ຈະ​ເບິ່ງ​ຕົນເອງ​ຢ່າງ​ບໍ່ມີຄ່າ ແລະ ສິ້ນຫວັງ. ສະນັ້ນ ພວກເຮົາ​ຕ້ອງ​ສິດສອນ​ເດັກ ດັ່ງນັ້ນພວກເຮົາ​ຕ້ອງໄດ້ສອນໃຫ້ລູກຫຼານຂອງພວກເຮົາໃຫ້ເຫັນຄຸນຄ່າຂອງຕົນເອງເພື່ອ​ສ້າງໃຫ້ພວກເຂົາເຈົ້າມີຄວາມໝັ້ນໃຈແລະສາມາດປົກປ້ອງຕົນເອງໄດ້ດີ​ຂຶ້ນ.

A girl signing to a middle-aged man.
ອອກໄປ​ໄກໆ ຈາກຂ້ອຍ!
ເພື່ອ​ເຮັດໃຫ້​ເດັກ​ຢູ່​ຢ່າງ​ປອດໄພ, ພວກເຮົາ​ຕ້ອງໃຫ້​ຄວາມຮູ້, ທັກສະ ແລະ ຄວາມ​ໝັ້ນໃຈໃຫ້​ແກ່ເດັກ ເພື່ອ​ປະຕິເສດ​ການ ປະພຶດ​ທາງເພດ​ທີ່ບໍ່​ເໝາະສົມ ຈາກ​ຄົນທີ່​ໃຫຍ່ກວ່າ, ແຂງ ແຮງ​ກວ່າ ແລະ ມີ​ອຳນາດ​ກວ່າ.

ເນື້ອໃນ

ຊ່ວຍ​ໃຫ້ເດັກ​ເຂົ້າໃຈ ແລະ ສາມາດ​ສື່ສານ​ກ່ຽວກັບ​ການ​ລ່ວງລະເມີດ​ທາງເພດ

ເດັກ​ຫູໜວກ​ຮຽນຮູ້​ໄດ້ງ່າຍ​ທີ່ສຸດ ຖ້າ​ພວກເຂົາ​ຫາກ​ເຫັນ​ສິ່ງຂອງ, ສັນຍະລັກ, ການ​ເຄື່ອນເໜັງ​ຂອງ​ຮ່າງກາຍ, ການ​ສະແດງອອກ​ທາງ​ສີໜ້າ ໄປ​ພ້ອມໆ​ກັບການ​ໃຊ້​ຮູບພາບ, ການ​ສະແດງ​ລະຄອນ​ຕຸກກະຕາ ແລະ ບົດເລື່ອງ ເຊິ່ງແມ່ນ​ວິທີ​ຊ່ວຍໃຫ້​ທ່ານ​ສອນລູກ​ທີ່​ຫູໜວກ ເພື່ອ​ໃຫ້​ຢູ່ຢ່າງ​ປອດໄພ​ຈາກການ​ລ່ວງລະເມີດ ທາງເພດ. ຈົ່ງຊ່ວຍ​ໃຫ້ເດັກ​ເຂົ້າໃຈ​ວ່າ:

  • ການ​ສຳຜັດ​ບາງແບບ​ແມ່ນບໍ່​ເໝາະສົມ (ການ​ຈັບມື​ຖາມ​ສະບາຍດີ​ໄດ້, ການກອດ ແມ່ນ​ອາດ​ບໍ່ເປັນຫຍັງ, ແຕ່ການ​ສຳຜັດ​ອະໄວຍະວະເພດ ແລະ ການ​ນຳເອົາ​ອະໄວຍະວະເພດ​ຊາຍ​ໃສ່​ໃນປາກ​ຂອງ​ເດັກ​ແມ່ນ​ບໍ່ໄດ້).
  • ເດັກ​ຄວນບອກ​ທ່ານ​ຖ້າ​ມີສິ່ງ​ໃດໜຶ່ງ​ທີ່ເຂົາ​ບໍ່ມັກ​ເມື່ອ​ເກີດຂຶ້ນ​ກັບລາວ.
  • ເຂົາ​ສາມາດ​ປະຕິເສດ​ບຸກຄົນ​ໃດ​ກໍ່ຕາມ​ທີ່​ພະຍາຍາມ​ສຳຜັດ​ເຂົາ​ໂດຍ​ມີລັກສະນະ​ທາງເພດ.


A woman describing a picture to her daughter.
ຜູ້ຊາຍ​ຄົນນີ້​ກຳລັງ​ພະຍາຍາມ​ສຳຜັດ​ເດັກ​ແບບ​ບໍ່​ຖືກຕ້ອງ, ຖ້າ​ສິ່ງນີ້​ເກີດ ຂຶ້ນ​ກັບລູກ, ໃຫ້​ລູກ​ມາບອກ​ແມ່ເດີ້!
ບອກແມ່.

ຄວາມເຂົ້າໃຈ ກ່ຽວກັບ “ຄວາມ​ເປັນ​ສ່ວນຕົວ, ຄວາມລັບ, ຄວາມໄວ້ໃຈ, ຄວາມປອດໄພ” ແລະ ສັນຍະລັກ​ຂອງ​ຄຳສັບ​ເຫຼົ່ານີ້ ອາດຍາກ​ທີ່ຈະ​ອະທິບາຍ​ໃຫ້​ເດັກນ້ອຍ​ເຂົ້າໃຈ, ໂດຍສະເພາະ​ຢ່າງຍິ່ງ​ເມື່ອ​ເດັກ​ຫາກ​ຫູໜວກ. ແຕ່ທ່ານ​ຈຳຕ້ອງ​ອະທິບາຍ​ກ່ຽວກັບ​ຄຳສັບ​ເຫຼ່ົານີ້​ຫຼາຍເທື່ອ​ຕໍ່​ຫຼາຍເທ່ືອ.

ຈົ່ງໃຊ້​ສັນຍະລັກ​ຕ່າງໆ. ທ່າທາງ, ຮູບພາບ ແລະ ຄຳສັບ ຈົນທ່ານ​ຮູ້ສຶກ​ໝັ້ນໃຈ​ວ່າ ເດັກ​ເຂົ້າໃຈ​ແລ້ວ. ຈົ່ງ​ສົມມຸດ​ສະຖານະການ​ຕ່າງໆ ຫຼື ໝູນໃຊ້​ຕຸກກະຕາ ຫຼື ຮູບພາບ ພະຍາຍາມ​ຫຼາຍໆ​ວິທີ ເພື່ອ​ໃຫ້ເດັກ​ເຂົ້າໃຈ​ແນວ​ຄວາມຄິດ​ເຫຼົ່ານີ້​ເທົ່າທີ່​ທ່ານຈະ​ເຮັດໄດ້.

ສັນຍະລັກ​ກ່ຽວກັບ​ການ​ລ່ວງລະເມີດ​ເພດ

ເກືອບ​ທັງໝົດ​ຂອງ​ສັນຍະລັກ​ເຫຼົ່ານີ້​ນຳໃຊ້​ຢູ່​ໃນລາວ ແລະ ອາເມລິກາ ແຕ່ຍັງ​ມີຄວາມ​ແຕກຕ່າງ​ຢູ່​ບາງ​ຂົງເຂດ​ໃນ​ປະເທດ​ລາວ. ດັ່ງນັ້ນ ເຈົ້າຄວນ​ເຊື່ອຖື​ສິ່ງທີ່​ເຈົ້າຮຽນ​ຈາກ​ອາຈານ ຫຼື ໃນຊຸມຊົນ​ຂອງເຈົ້າ.

Lo HCWD Ch13 Page 172-1.png
Lo HCWD Ch13 Page 172-2.png
Lo HCWD Ch13 Page 172-3.png
Lo HCWD Ch13 Page 172-4.png
ຮ່າງກາຍ ສ່ວນຕົວ ສຳຜັດ ຄວາມລັບ
Lo HCWD Ch13 Page 172-5.png
Lo HCWD Ch13 Page 172-6.png
Lo HCWD Ch13 Page 172-7.png
Lo HCWD Ch13 Page 172-8.png
ຊ່ວຍເຫຼືອ ເຈັບລະເມີດ ດີ ຮ້າຍ
Lo HCWD Ch13 Page 172-9.png
Lo HCWD Ch13 Page 172-10.png
Lo HCWD Ch13 Page 172-11.png
Lo HCWD Ch13 Page 172-12.png
ຊ່ອງຄອດ ອົງຄະຊາດ (ໂຄ້ຍ) ຮ່ວມເພດ ຂົ່ມຂືນ

ຊ່ວຍ​ໃຫ້ເດັກ​ໃສ່ຊື່ ແລະ ອະທິບາຍ​ຜູ້​ລ່ວງລະເມີດ

ໃຫ້ເດັກ​ຕັ້ງຊື່​ໃຫ້​ບຸກຄົນ​ທີ່​ພົວພັນ​ໃນຊີວິດ​ຂອງ​ພວກເຂົາ, ເປັນສັນຍະລັກ​ຝຶກຫັດ​ການ​ສັງເກດ​ລາຍລະອຽດ​ຂອງ​ບຸກຄົນ ແລະ ສະຖານທີ່​ຕ່າງໆ ພ້ອມທັງ​ສື່ສານ​ສິ່ງ​ເຫຼົ່ານີ້​ກັບລູກ​ຂອງທ່ານ.

ສອນ​ໃຫ້ລູກ​ຂອງທ່ານ​ອະທິບາຍ​ຄຳສັບ​ຕ່າງໆ ເຊັ່ນ: ສູງ, ເຕ້ຍ, ຜົມຍາວ, ຕຸ້ຍ, ຈ່ອຍ ແລະ ອື່ນໆ. ເມື່ອເດັກ​ສາມາດ​ພັນລະນາ​ບຸກຄົນ ເຂົາກໍ່​ສາມາດ​ພັນລະນາ​ຜູ້​ກະທຳຜິດ​ໄດ້.


ຕັ້ງຊື່​ໃຫ້​ທຸກໆຄົນ​ເປັນ​ສັນຍະລັກ

HCWD Ch13 Page 172-13.png

ລູກສາວ​ຄົນໜຶ່ງ​ຂອງ​ພວກເຮົາ​ຫູໜວກ ອາຍຸໄດ້ 6 ປີ ຖືກ​ຂົ່ມຂືນ. ຕຳຫຼວດ​ບອກໃຫ້​ພວກເຮົາ​ຖາມເຂົາ​ວ່າ ແມ່ນໃຜ​ເປັນຜູ້​ກະທຳ. ເຂົາບໍ່​ສາມາດ​ຕອບ​ຄຳຖາມ​ໄດ້. ເຫດຜົນ​ໜຶ່ງ​ແມ່ນ​ຍ້ອນເຂົາ​ບໍ່ມີ​ສັນຍະລັກ​ສຳລັບ​ຊື່​ຂອງ​ບຸກຄົນ​ທຸກໆຄົນ ທີ່ຢູ່​ອ້ອມຂ້າງ​ຕົວ. ດຽວນີ້​ພວກເຮົາ​ຈຶ່ງ​ກະຕຸ້ນ​ໃຫ້​ບັນດາ​ພໍ່​ແມ່​ຕັ້ງຊື່່​ໃຫ້ແກ່​ທຸກໆ​ຄົນ ທີ່ເຂົ້າ​ມາ​ພົວພັນ​ກັບ​ຊີວິດ​ຂອງເດັກ​ຫູໜວກ. ເຊິ່ງ​ວິທີນີ້​ຈະຊ່ວຍ​ໃຫ້ເດັກ​ສາມາດ​ບອກຊື່​ໃຜ​ກໍ່ຕາມ​ທີ່​ທຳຮ້າຍ​ເຂົາ ແລະ ນຳເຂົາເຈົ້າ​ເຂົ້າສູ່​ຂະບວນການ​ຍຸດຕິທຳ.

— ບົດຮຽນ​ຈາກ: ສູນ​ເດັກ​ຫູໜວກ ເອັນເຊັບ, ປະເທດ​ຊິມບັບເວ, ອາຟຣິກາ.

ກິດຈະກຳ

ນີ້ແມ່ນ​ບັນດາ​ກິດຈະກຳ ເພື່ອ​ຊ່ວຍ​ໃຫ້ລູກ​ຂອງທ່ານ​ຢູ່ຢ່າງ​ປອດໄພ​ຈາກການ​ລ່ວງລະເມີດ​ທາງເພດ

ບັນດາ​ວິທີ ເພື່ອ​ຊ່ວຍ​ໃຫ້ເດັກ​ເຂົ້າໃຈ​ວ່າ ບາງ​ພາກສ່ວນ​ຂອງ​ຮ່າງກາຍ​ເປັນ​ພາກສ່ວນ ສ່ວນຕົວ (ປິດລັບ)

ອະທິບາຍ​ໃຫ້ເດັກ​ເຂົ້າໃຈ​ວ່າ​ຮ່າງກາຍ​ຂອງເຂົາ​ແມ່ນເປັນ​ຂອງເຂົາ​ຄົນດຽວ ແລະ ພາກສ່ວນ​ຂອງ​ຮ່າງກາຍ​ບາງບ່ອນ​ແມ່ນເປັນ​ບ່ອນ​ປິດລັບ​ກວ່າ​ພາກສ່ວນ​ອື່ນ. ອະທິບາຍ​ໃຫ້ເດັກ​ຮູ້ວ່າ​ຜູ້ໃຫຍ່ ຫຼື ເດັກ​ທີ່​ໃຫຍ່ກວ່າ ບໍ່ຄວນ​ສຳຜັດອະ​ໄວຍະວະ​ເພດ ຫຼື ພາກສ່ວນ​ປິດລັບ​ຂອງເດັກ ແລະ ເດັກເອງ​ກໍ່ບໍ່​ຄວນ​ສຳຜັດ​ພາກ ສ່ວນ​ປິດລັບ​ຂອງ​ຜູ້ໃຫຍ່​ເຊັ່ນກັນ ເຖິງ​ແມ່ນວ່າ​ຈະຖືກ​ບອກໃຫ້​ເຮັດ​ກໍ່ຕາມ. ຈົ່ງ​ໝູນໃຊ້​ຕຸກກະຕາ, ຫຸ່ນເຊີດ ຫຼື ຮູບພາບ ແລະ ສະແດງ​ຄວາມ​ພໍໃຈ ແລະ ບໍ່ພໍໃຈ​ໂດຍ​ຜ່ານການ​ເຄື່ອນເໜັງ​ຂອງ​ຮ່າງກາຍ ແລະ ສີໜ້າ. ພ້ອມນັ້ນ​ກໍ່​ອະທິບາຍ​ໃຫ້ລູກ​ຂອງທ່ານ​ເຂົ້າໃຈ​ວ່າ ການເບິ່ງ​ພາກສ່ວນ​ປິດລັບ ຫຼື ຮູບພາບ​ລາມົກ​ແມ່ນ​ເປັນສິ່ງ​ບໍ່ເໝາະສົມ.

A mother showing a doll to her young girl.
ກົ້ນ​ຂອງລູກ​ແມ່ນ​ພາກສ່ວນ ປິດລັບ​ຂອງ​ຮ່າງກາຍ.

ເມື່ອລູກ​ຂອງທ່ານ​ອາຍຸ​ຢູ່​ລະຫວ່າງ 3 ເຖິງ 5 ປີ, ໃຫ້​ສອນເຂົາ​ກ່ຽວກັບ​ອະໄວຍະວະ​ເພດ ແລະ ພາກ ສ່ວນ​ສ່ວນຕົວ​ຂອງ​ຮ່າງກາຍ​ອື່ນໆ ແລະ ຄວາມ​ແຕກຕ່າງ​ລະຫວ່າງ​ຮ່າງກາຍ​ຂອງ​ເດັກຍິງ ແລະ ເດັກຊາຍ. ສິ່ງ​ເຫຼົ່ານີ້​ແມ່ນ​ແນວຄິດ​ທີ່ຍາກ​ທີ່ຈະ​ສອນ​ໃຫ້ເດັກ​ເຂົ້າໃຈ, ສະນັ້ນ ຈົ່ງ​ໝູນໃຊ້​ຮູບການ​ຕ່າງໆ​ເພື່ອ​ຊ່ວຍ​ໃຫ້ເດັກ​ເຂົ້າໃຈ. ການສອນ​ອາດ​ເກີດຂຶ້ນ​ຢ່າງ​ເປັນທຳມະຊາດ. ຍົກ​ຕົວຢ່າງ ໃນໄລຍະ​ທີ່ລູກ​ຂອງທ່ານ ກຳລັງ​ຖ່າຍເຄື່ອງ. ທ່ານຍັງ​ສາມາດ​ນຳໃຊ້ ຫຼື ປະດິດ​ຕຸກກະຕາ​ເພື່ອ​ຊ່ວຍ​ໃນການ​ສອນ​ກ່ຽວກັບ​ພາກສ່ວນ​ຂອງ​ຮ່າງກາຍ.

ວິທີ​ຊ່ວຍ​ໃຫ້ລູກ​ຂອງທ່ານ​ຮຽນຮູ້​ການຮ້ອງ​ເພື່ອ​ຂໍຄວາມ​ຊ່ວຍເຫຼືອ

A woman signing to her son.
ຖ້າ​ມີໃຜ​ເຮັດ​ໃຫ້ລູກ​ເຈັບ ໃຫ້ລູກ ຮ້ອງ ຫຼື ບອກ ວ່າ “ບໍ່” ເອົາລອງ ຝຶກຮ້ອງດັງໆເບິ່ງ.

ເດັກ​ຫູໜວກ​ຫຼາຍຄົນ​ບໍ່ມັກ​ນຳໃຊ້​ສຽງ​ຂອງ​ພວກເຂົາ. ຍ້ອນວ່າ ເມື່ອ​ພວກເຂົາ​ເວົ້າ​ຄົນອື່ນ​ມັກຫົວ​ໃສ່​ ພວກເຂົາ ແລະ ບອກວ່າ ສຽງ​ຂອງ​ພວກເຂົາ​ມັນ​ຕະຫຼົກ ຫຼື ໜ້າ​ຢາກຫົວ.

ບອກ​ໃຫ້ເດັກ​ຮ້ອງ​ກໍ່ໄດ້ ເມື່ອ​ມີ​ຄົນອື່ນ​ມາ​ກໍ່ກວນ​ເຂົາ ຫຼື ເມື່ອ​ຕ້ອງການ​ຄວາມ​ຊ່ວຍເຫຼືອ.

ສອນ​ໃຫ້ເດັກ​ຮ້ອງວ່າ “ບໍ່, ບໍ່!” ຫຼື “ຊ່ວຍແດ່”, ຫຼື ກະທືບພື້ນ ຖ້າຫາກ​ມີ​ຜູ້ໃຫຍ່ ຫຼື ເດັກ​ທີ່​ໃຫຍ່ກວ່າ ພະຍາຍາມ​ຈະ​ທຳຮ້າຍ​ເຂົາ. ບອກ​ໃຫ້ເດັກ​ຮ້ອງ, ກັດ ແລະ ພະຍາຍາມ​ໜີ. ໝູນໃຊ້​ຕຸກກະຕາ ຫຼື ບົດລະຄອນ ເພື່ອ​ສະແດງ​ໃຫ້ເດັກ​ເຂົ້າໃຈ​ຄວາມໝາຍ​ຂອງທ່ານ.

ວິທີ​ຊ່ວຍ​ໃຫ້ເດັກ​ຮຽນຮູ້​ການ​ປະຕິເສດ

ມີ​ຫຼາຍໆ​ຄັ້ງ​ທີ່ເດັກ​ຫູໜວກ​ບໍ່ເຂົ້າໃຈ​ເຫດຜົນ​ວ່າ​ຍ້ອນຫຍັງ ພວກເຂົາ​ຕ້ອງ​ກະທຳ​ສິ່ງນັ້ນ​ສິ່ງນີ້ ຫຼື ຍ້ອນຫຍັງ​ສິ່ງເຫຼ່່່ົ່ານັ້ນ​ຈຶ່ງ​ເກີດ​ກັບ​ພວກເຂົາ. ເດັກ​ຫູໜວກ​ຕ້ອງການ​ເຮັດໃຫ້​ຄົນອື່ນ​ພໍໃຈ ແລະ ຈຶ່ງ​ຮຽນຮູ້​ທີ່ຈະ​ເຊື່ອຟັງ​ໂດຍ​ປາສະຈາກ​ການຖາມ​ຄຳຖາມ​ໃດໆ. ສິ່ງນີ້​ອາດ​ກາຍເປັນ​ບັນຫາ ຖ້າ​ມີໃຜ​ຜູ້ໜຶ່ງ​ບອກໃຫ້​ພວກເຂົາ​ເຮັດ​ໃນສິ່ງ​ທີ່​ບໍ່​ຖືກຕ້ອງ.

ຊ່ວຍ​ໃຫ້ເດັກ​ຝຶກຊ້ອມ​ການເວົ້າ​ວ່າ “ບໍ່” ທຳອິດ.


A woman and her daughter speaking to each other.
ປານີ ກຳລັງ​ໄປ​ໂຮງຮຽນ, ມີເດັກ​ຜູ້ຊາຍ​ມາ ແລະ ຍູ້ລາວ, ປານີ​ຈະ​ຮູ້ສຶກ​ແນວໃດ?
ໃຈຮ້າຍ
ລາວ​ຄວນເຮັດ ແນວໃດ?

ລອງສ້າງ​ສະຖານະການ​ທີ່ເດັກ​ຕ້ອງ​ໄດ້ເວົ້າ​ວ່າ “ບໍ່”.

A woman speaking to her daughter.
ລູກ​ສາມາດ​ເວົ້າວ່າ “ບໍ່” ໃສ່​ຜູ້ໃດ​ຜູ້ໜຶ່ງ​ທີ່ ຕ້ອງການ​ແຕະຕ້ອງ​ໂຕລູກ, ຮ້ອງວ່າ “ບໍ່” ຫຼາຍໆ ແລະ ຕໍ່ສູ້​ຈົນ​ພວກເຂົາ​ຢຸດ.
A woman and her small boy signing to each other.
ຖ້າ​ຮູ້ສຶກ​ແນວນັ້ນ. ໃຫ້​ມາບອກ​ແມ່ເດີ້.
ເຈົ້າ.
ເຈົ້າເຄີຍ​ຮູ້ສຶກ​ຢາກຢູ່​ໃກໆ ຈາກ​ຄົນທີ່​ເຈົ້າ​ຢ້ານບໍ?

ບອກ​ໃຫ້ລູກ​ຂອງທ່ານ​ໃຫ້ ບອກທ່ານ ຫຼື ຜູ້ໃຫຍ່​ຄົນອື່ນ ທັນທີ ຖ້າມີ​ໃຜບອກ​ໃຫ້ເຂົາ ເຄີຍ​ກະທຳ​ໃນສິ່ງ​ທີ່ເຂົາ​ຮູ້ສຶກ ອຶດອັດ.

ວິທີສອນ​ໃຫ້ເດັກ​ເຂົ້າໃຈ​ວ່າ​ເຂົາ​ບໍ່ຈຳເປັນ​ຕ້ອງ​ເຊື່ອຟັງ​ຜູ້ທີ່​ໃຫຍ່ກວ່າ​ສະເໝີ

ເມື່ອ​ເດັກ​ຮຽນຮູ້​ການເວົ້າ “ບໍ່” ທ່ານ​ສາມາດ​ສົມມຸດ​ສະຖານນະການ​ທີ່ເດັກ​ບໍ່ຈຳເປັນ​ຕ້ອງ​ເຊື່ອຟັງ​ຜູ້ໃຫຍ່.

A woman and her daughter speaking to each other.
ສົມມຸດ​ວ່າ ມີ​ຜູ້ໃຫຍ່​ບອກໃຫ້ ລູກ​ອອກໄປ​ແລ່ນ​ນຳ​ຫຼັງລົດ ໃຫຍ່ ແລະ ລົດເມ​ຢູ່ຕາມຖະ ໜົນ, ລູກຕ້ອງ​ໄປນຳ​ບໍ?
ບໍ່
ຍ້ອນ ຫຍັງ?
A woman and her son signing to each other.
ເຈົ້າ​ຊິໄປ​ຂໍຄວາມ​ຊ່ວຍເຫຼືອ​ຢູ່ໃສ​ຖ້າຂ້ອຍ ໄປວຽກ? ໄປຫາ​ປ້າແກ້ວ​ໄດ້ບໍ? ຫຼື ແມ່​ຂອງ ປານີ? ຫຼື ໄປຫາ​ໃຜ​ໄດ້ອີກ?
ໄປຫາ​ແມ່ຕູ້.

ວິທີ​ຊ່ວຍ​ໃຫ້ເດັກ​ຮູ້ຈັກ​ສະຖານທີ່​ທີ່ຈະ​ຂໍຄວາມ​ຊ່ວຍເຫຼືອ

ບຸກຄົນ​ໃດ​ທີ່ລູກ​ຂອງທ່ານ​ສາມາດ​ໄປຫາ​ໄດ້? ເດັກ​ຄວນມີ​ບຸກຄົນ​ຢ່າງໜ້ອຍ 3 ຄົນ​ທີ່ເຂົາ​ສາມາດ​ໄປຫາ​ເມື່ອ​ມີ​ບັນຫາ​ເກີດຂຶ້ນ. ເຊິ່ງ​ອາດຈະ​ແມ່ນ ພໍ່ ຫຼື ແມ່, ເອື້ອຍ ຫຼື ອ້າຍ, ປ້າ, ເພື່ອນບ້ານ ຫຼື ຄົນ​ອື່ນໆ ທີ່ທ່ານ ເຊ່ືອໃຈ ນອກຈາກ​ຄົນ​ພາຍໃນ​ຄອບຄົວ ຫຼື ແມ່​ຂອງໝູ່​ຂອງເດັກ.

ເດັກ​ຄວນ​ຮັບຮູ້​ວ່າ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ບໍ່ຢູ່ ຫຼື ບໍ່ໃຫ້​ຄວາມໃສ່ໃຈ​ແກ່ເດັກ. ພວກເຂົາ​ຄວນ​ໄປຫາ​ຄົນອື່ນ. ບອກໃຫ້​ບຸກຄົນ​ທີ່ທ່ານ​ສອນ​ໃຫ້ເດັກ​ໄປຂໍ​ຄວາມ​ຊ່ວຍເຫຼືອ ຮູ້ນຳ​ຖ້າ​ຈຳເປັນ. ຝຶກແອບ​ໃຫ້ເດັກ​ຮູ້ວ່າ​ຄວນ​ໄປຫາ​ບຸກຄົນ​ໃດ ສຳລັບ​ຄວາມ​ຊ່ວຍເຫຼືອ​ທີ່​ແຕກຕ່າງກັນ.