Hesperian Health Guides

ການ​ຮຽນຮູ້​ການໃຊ້​ສັນຍະລັກ​ໃນ​ພາສາ​ມື

ຢູ່ໃນພາກນີ້:

ເມື່ອເດັກ​ຫູໜວກ​ເຫັນຄົນ​ອ້ອມຂ້າງ​ຂອງເຂົາ​ນຳໃຊ້​ພາສາ​ມື​ເພື່ອ​ສື່ສານ, ເຂົາ​ກໍ່ຈະ​ເລີ່ມ ໃຊ້​ພາສາ​ມື​ດ້ວຍຕົວ​ຂອງເຂົາ​ເອງ​ໂລດ. ຄວນຈື່​ໄວ້ວ່າ ບາງ​ສັນຍະລັກ​ກໍ່ງ່າຍ ບາງ​ສັນຍະລັກ​ກໍ່ຍາກ.

A hand demonstrating how to sign.
A hand demonstrating how to sign.
ຮູບ​ແບບນີ້​ງ່າຍ ຮູບ​ແບບນີ້​ຍາກຂຶ້ນ​ແດ່

ທຳອິດ​ທີ່ເດັກ​ເລີ່ມຮຽນ​ໃຊ້​ພາສາ​ໃບ້, ເຂົາຈະ​ເລີ່ມຮຽນ​ການ​ວາງມື​ກ່ອນ. ຈາກນັ້ນ ຈຶ່ງ​ຮຽນ​ຍ້າຍມື​ໄປຕາມ​ທິດທາງ​ທີ່​ຖືກຕ້ອງ, ສຸດທ້າຍ​ຈຶ່ງ​ຮຽນການ​ຈັດມື ແລະ ນິ້ວ​ໃຫ້ເປັນ​ຮູບຮ່າງ​ທີ່​ຖືກຕ້ອງ.

ໃນ​ຕອນຕົ້ນ​ເດັກ​ອາດຈະ​ຍັງບໍ່​ສາມາດ​ໃຊ້​ສັນຍະລັກ​ໄດ້​ຢ່າງ​ຖືກຕ້ອງ​ຮ້ອຍ​ເປີເຊັນ, ເຊິ່ງທ່ານ​ອາດຈະ​ບໍ່​ເຂົ້າໃຈ​ວ່າ​ລາວເຮັດ​ສັນຍະລັກ​ຫຍັງ. ແຕ່ກໍ່​ຈ່ົງ​ຍ້ອງຍໍ ແລະ ພະຍາຍາມ​ຫຼາຍຄັ້ງ. ບໍ່ຄວນ​ກັງວົນ​ເມື່ອເດັກ​ເຮັດ​ສັນຍະລັກ​ໄດ້​ບໍ່​ຈະແຈ້ງ.

ວິທີ​ກະຕຸ້ນ​ໃຫ້ລູກ​ຂອງທ່ານ​ນຳໃຊ້​ສັນຍະລັກ​ໃນ​ພາສາ​ມື

  1. ສັງເກດ​ເບິ່ງວ່າ​ຄວາມໝາຍ​ຂອງ​ຂ້ໍຄວາມ​ ທີ່ເຂົາ ກຳລັງ​ສົ່ງ​ໃຫ້ທ່ານ ໂດຍຜ່ານ​ທ່າທີ, ສຽງ ແລະ ສີໜ້າ ຂອງເດັກ.

    A girl looks up at her older brother as she points to a pitcher.
  2. ສະແດງຄືນ​ສັນຍະລັກ​ສຳລັບ​ຂ້ໍຄວາມ​ທີ່ເຂົາ​ກຳລັງ ສົ່ງ​ໃຫ້ທ່ານ.
  3. A boy signing to his little sister.
    ດື່ມ




  4. ເນັ້ນອຄື​ນສັນຍະລັກ​ດ່ັງກ່າວ ແລະ ເຮັດຄືນ​ຊ້ຳອີກ ຫຼາຍໆ​ຄັ້ງ. ກະຕຸ້ນ​ໃຫ້ເດັກ​ເຮັດຕາມ​ທ່ານ.
    A boy and his little sister signing to each other.
    ດື່ມຫວາ?
    ຖືກແລ້ວ ປານີ, ດື່ມ!


    ຖ້າເດັກ​ພະຍາຍາມ​ເຮັດຕາມ​ທ່ານ ກໍ່ຈົ່ງ ຍ້ອງຍໍ ເຂົາ. ຖ້າເຂົາ​ເຮັດ​ບໍ່ຖືກ ກໍ່ບໍ່ຟ້າວ​ບອກ, ແທນທີ່​ຈະ ບອກ​ເຂົາວ່າ ເຮັດ​ບໍ່ຖືກ​ກໍ່ໃ​ຫ້ທ່ານ​ເຮັດ​ສັນຍະລັກ​ທີ່ຖືກ ຕ້ອງ​ນັ້ນ​ຊ້ໍາຄືນ​ອີກ.

  5. ເມື່ອເດັກ​ໄດ້​ຮຽນຮູ້​ສັນຍະລັກ​ແລ້ວ, ຈົງ​ກະຕຸ້ນໃຫ້ ເຂົາ​ໄດ້ໃຊ້​ມັນ​ເລື້ອຍໆ ແລະ ຊອກຫາ​ວິທີ ທີ່ຈະ​ນຳໃຊ້ ສັນຍະລັກ​ນັ້ນ​ໃນ​ກິດຈະວັດ​ປະຈຳວັນ​ຂອງທ່ານ.


A woman signing to her daughter, who holds a cup near her doll’s mouth.
ຕຸກກະຕາ ດື່ມນ້ໍາ!


ຖາມ​ຄຳຖາມ​ທີ່​ສາມາດ​ຕອບດ້ວຍ​ສັນຍະລັກ​ໂຕດຽວ.

Lo HCWD Ch8 Page 90-2.png
ຕ້ອງການ
Lo HCWD Ch8 Page 90-3.png
ຕ້ອງການ
Lo HCWD Ch8 Page 90-4.png
ຜ້າຫົ່ມ
A man signing to his little girl.
ເຈົ້າ​ຢາກໄດ້​ຫຍັງ ຕຸກ ກະຕາ ຫຼືວ່າ​ຜ້າຫົ່ມ?
A small girl signing to her father.
ຕ້ອງການ



ຖ້າ​ລູກ​ຂອງທ່ານ​ຕອບໄດ້, ຊົມເຊີຍ​ເຂົາ. ຖ້າ​ຕອບບໍ່ໄດ້ ໝາຍຄວາມວ່າ:

  • ເຂົາ​ອາດຈະ​ບໍ່ເຂົ້າໃຈ​ສັນຍະລັກ​ນັ້ນ.
  • ເຂົາ​ອາດຈະ​ບໍ່​ເຂົ້າໃຈ​ຄວາມໝາຍ​ຂອງ​ຄຳຖາມ ຫຼື ສິ່ງ​ທີ່ທ່ານ​ຕ້ອງການ​ຢາກ​ໃຫ້ຕອບ.


ວິທີ​ໜ່ຶງ​ທີ່ຈະ​ສອນ​ໃຫ້ເດັກ​ຮູ້​ຕອບຄຳຖາມ ທຳອິດ​ແມ່ນ​ຕອບໃຫ້​ເຂົາກ່ອນ. ຫຼັງຈາກ​ນັ້ນ ຈັກໜ່ວຍ​ເຂົາ​ກໍ່ຈະ​ເຂົ້າໃຈ​ຄວາມໝາຍ.


A woman and a small girl in a garden signing to each other.
ພວກເຮົາ​ຕ້ອງການ ໝາກແຕງ​ຈັກໜ່ວຍ?
ໝາກແຕງ?
Es HCWD Ch8 Page 90-7.png
ພວກເຮົາ​ຕ້ອງ ການ 2 ໜ່ວຍ.

ວິທີ​ກະຕຸ້ນ​ໃຫ້ເດັກ​ສື່ສານ​ຄວາມ​ຕ້ອງການ​ພື້ນຖານ

A woman signing to her daughter beside a basket of fruit.
ເຈົ້າ​ຢາກໄດ້ຫຍັງ, ປານີ? ບອກ ຂ້ອຍ​ເປັນ​ພາສາ​ມືແມ໊.

ເມື່ອ​ເດັກນ້ອຍ​ຫູໜວກ​ຕ້ອງການ​ສິ່ງໃດ​ສິ່ງໜຶ່ງ​ເດັກຈະ​ມີຄວາມ​ກະຕື​ລືລົ້ນ ທີ່ຈະ​ຮຽນ​ພາສາ​ມື ເພື່ອ​ຊ່ວຍໃຫ້​ພວກເຂົາ​ໄດ້ມາ​ໃນສິ່ງ​ທີ່​ຕ້ອງການ. ຕໍ່ໄປນີ້​ແມ່ນ​ບາງວິທີ ທີ່​ກະຕຸ້ນ​ໃຫ້ເດັກ ໝູນໃຊ້​ພາສາ​ມື ເພື່ອ​ສື່ສານ​ຄວາມ​ຕ້ອງການ​ແບບ​ພື້ນຖານ:

  • ເມື່ອ​ເຫັນວ່າ​ເດັກ​ຕ້ອງການ​ສິ່ງໃດ​ສິ່ງໜຶ່ງ, ຈົ່ງ​ກະ ຕຸ້ນ​ໃຫ້້ເຂົາ​ໝູນໃຊ້​ພາສາ​ມື ເພື່ອ​ໃຫ້ໄດ້​ສິ່ງ​ທີ່​ຕ້ອງການ.
  • ສ້າງ​ສະຖານະການ​ໃດໜຶ່ງ ທີ່ເຮັດ​ໃຫ້ເດັກ​ຕ້ອງ ໄດ້​ໝູນໃຊ້​ພາສາ​ມື ເພື່ອ​ຂໍສິ່ງ​ໃດໜຶ່ງ.
A boy signing to his father, who is holding a ball.
ຫຼິ້ນ​ອີກດູ?
ພໍ່​ຂອງ​ບຸນມີ ຢຸດເກມ​ທີ່​ກຳລັງ​ຫຼິ້ນ ຈົນ​ບຸນມີ ຂໍໃຫ້​ລາວ​ສືບຕໍ່​ຫຼິ້ນອີກ.



ຖ້າຫາກ​ເດັກ​ໃຊ້​ທ່າທາງ​ສັນຍະລັກ​ທີ່​ແປໄດ້​ຫຼາຍໆ​ຄວາມໝາຍ, ຈົ່ງ​ສະແດງ​ໃຫ້ເຂົາ​ຮູ້ວ່າ​ທ່ານ​ສັບ ສົນ. ກະຕຸ້ນ​ໃຫ້ເດັກ​ລາຍລະອຽດ​ສິ່ງຂອງ​ທີ່ເຂົາ​ຕ້ອງການ​ຕື່ມ​ໂດຍ​ການໃຊ້​ພາສາ​ມື.

A girl signing to her little sister, who points to a cup.
ເຈົ້າ​ຊິເອົາຈອກ ຫຼື ໝາກບານ?
Es HCWD Ch8 Page 91-4.png
ລອງເຮັດ​ສັນຍະລັກ “ຈອກ” ເບິ່ງ?
ຈອກ

ວິທີ​ຊ່ວຍ​ໃຫ້ເດັກ​ຮູ້ຈັກ ການ​ຂໍຮ້ອງ ແລະ ປະຕິບັດ​ຕາມຄຳ​ຂໍຮ້ອງ​ແບບ​ງ່າຍດາຍ

ເມື່ອ​ລູກ​ຂອງທ່ານ​ສາມາດ​ຈື່ຈຳ​ຊື່​ຂອງວັດຖຸ. ບຸກຄົນ ແລະ ຊື່​ກິດຈະກຳ​ຕ່າງໆ. ລາວກໍ່​ສາມາດ​ເລີ່ມ​ເຂົ້າໃຈ​ຄຳ​ຂໍຮ້ອງ​ແບບ​ງ່າຍດາຍ​ຂອງທ່ານ​ໄດ້. ໂດຍ​ເລີ່ມຈາກ​ຄຳຂໍ​ແບບ​ສັ້ນໆ ໝູນໃຊ້​ສັນຍະລັກ​ທີ່ເດັກ​ໄດ້​ຮູ້ແລ້ວ ພ້ອມທັງ​ກິລິ​ຍາທ່າທາງ ເພື່ອເຮັດ​ໃຫ້​ຂ້ໍຄວາມ​ຂອງທ່ານ​ຈະແຈ້ງ​ຂຶ້ນ. ໃຫ້​ເວລາ​ເຂົາ​ໃນການ​ຕອບ​ຈັກໜ້ອຍ​ໜຶ່ງ ແລະ ຖ້າ​ຈຳເປັນ​ກໍ່ໃຫ້​ທ່ານ​ເຮັດຄືນ​ສັນຍະລັກ ດັ່ງກ່າວ​ຄືນອີກ.



ທຳອິດ​ຈົ່ງສ້າງ​ຄຳຂໍຮ້ອງ​ເພື່ອ​ຂໍ​ເອົາວັດຖຸ​ສິ່ງຂອງ ຫຼື ບຸກຄົນ​ທີ່ເດັກ​ສາມາດ​ພົບເຫັນ​ຢູ່ໃກ້ໆ​ຕົວເຂົາ.

Lo HCWD Ch8 Page 92-2.png
ເອົາ
HCWD Ch8 Page 92-3.png
ຂອງເຈົ້າ
HCWD Ch8 Page 92-4.png
ເສື້ອ


A woman signing to her little girl in a garden.
ປູນາ, ເອົາເສື້ອ ເຈົ້າ​ໃຫ້ຂ້ອຍ​ແດ່.


Lo HCWD Ch8 Page 92-5.png
ປູນາ, ເອົາ​ນ້ໍາມາ ໃຫ້ຂ້ອຍ​ກິນ​ແດ່ດູ.

ຫຼັງຈາກ​ນັ້ນ ສ້າງຄຳ​ຂໍຮ້ອງ​ສຳລັບ​ວັດຖຸ ສິ່ງຂອງ ຫຼື ບຸກຄົນ​ທີ່ເດັກ​ບໍ່ສາມາດ​ເຫັນ ໂດຍ ໃຊ້​ບັນດາ​ສັນຍະລັກ​ທີ່​ໄດ້ສອນ​ເຂົາແລ້ວ.



3 children rolling a tire toward a girl.
ຫຼິ້ນ?
ເອີ, ມາແມ໊ ມາຫຼິ້ນ​ນຳກັນ. ປູນາ.

ຫຼັງຈາກ​ນັ້ນ ເດັກ​ຫູໜວກ​ຈະເລີ່ມ​ຮຽນຮູ້ ການສ້າງ ຄຳ​ຂໍຮ້ອງ​ດ້ວຍຕົວ​ຂອງເຂົາ​ເອງ. ທຸກໆ ຄົນ​ຄວນ​ສະໜັບ ສະໜູນ​ເດັກ ເມື່ອເຂົາ​ພະຍາຍາມ​ຂໍຮ້ອງ​ສິ່ງໃດ​ໜຶ່ງ.

ວິທີ​ກະຕຸ້ນ​ໃຫ້ເດັກ​ໄດ້​ຮຽນຮູ້​ສັນຍະລັກ​ ໃໝ່

ວິທີ ທີ່ດີ​ທີ່ສຸດ​ໃນການ​ກະຕຸ້ນ​ໃຫ້ເດັກ​ໄດ້​ຮຽນຮູ້ ສັນຍະລັກ​ໃໝ່ໆ ແມ່ນການ​ສື່ສານ​ກັບເດັກ​ໃຫ້ຫຼາຍ​ເທົ່າທີ່​ຈະຫຼາຍ​ໄດ້ ໂດຍ​ກະຕຸ້ນ​ໃຫ້ເດັກ​ຕອບຄືນ​ຂ້ໍຄວາມ​ທີ່ທ່ານ​ສົ່ງ ຫຼື ສິ່ງທີ່​ທ່ານ​ໂອ້ລົມ​ນຳ ໃຫ້ລາວ​ໂດຍຜ່ານ​ພາສາ​ມື. ທັງໝົດ​ນີ້ແມ່ນ​ວິທີ ຈຳນວນ​ໜຶ່ງ​ສຳລັບ​ການ​ສື່ສານ​ກັບເດັກ​ໃນແຕ່​ລະມື້.

HCWD Ch8 Page 93-3.png

ຂອງເຈົ້າ

HCWD Ch8 Page 93-4.png
ໂສ້ງ
  • ໃນ​ໄລຍະ​ເວລາ​ເຮັດ​ກິດຈະ ວັດ​ປະຈຳວັນ ແມ່ນໄລຍະ​ທີ່ ດີ​ສຳລັບ​ການ​ຮຽນຮູ້​ສັນຍະລັກ ໃໝ່. ເຊິ່ງ​ກໍ່ເປັນ​ໂອກາດ​ທີ່ເດັກ ຈະໄດ້​ໝູນໃຊ້​ສັນຍະລັກ​ດັ່ງກ່າວ​ຊ້ໍາໆກັນ.
2 sisters sign to each other as they get dressed.
ຕໍ່ໄປ​ເຮັດຫຍັງ​ອີກ? ມີນາ, ໂສ້ງ​ເຈົ້າເດ?
ໂສ້ງ?
ຈົ່ງ​ໝັ້ນໃຈ​ວ່າ​ທຸກໆເທື່ອ ທີ່ທ່ານ ໃຊ້​ພາ ສາ​ມື​ກັບເດັກ, ເດັກ​ໄດ້ເບິ່ງ​ທ່ານ​ນຳ.
A woman, her husband, and 2 children sitting on the floor as they prepare for a meal.
ນີ້ແມ່ນ​ຂອງໃຜ​ນໍ...? ແມ່ນຂອງ​ບຸນມີ​ບໍ?
ບໍ່ແມ່ນ, ມີນາ!
  • ລອງເຮັດ​ເວົ້າຜິດ​ເພື່ອ​ກະຕຸ້ນ​ໃຫ້ເດັກ ບອກທ່ານ​ໃນສິ່ງ​ທີ່​ຖືກຕ້ອງ​ເຊັ່ນ: ແມ່ ຂອງເດັກ​ຜູ້ນີ້ ເຮັດຫຼົງ​ເອີ້ນຊື່​ອ້າຍ​ຂອງ ລາວ ແທນຊື່​ຂອງລາວ.

ຄົ້ນຄິດ​ຫາເກມ​ຫຼິ້ນ ທີ່ປະກອບ​ມີ​ສັນຍະລັກ​ພາສາ​ມືໃໝ່ໆ. ຍົກ​ຕົວຢ່າງ, ເດັກ​ເຫຼົ່ານີ້ ກຳລັງ​ຫຼິ້ນເກມ​ເພື່ອ​ຊອກຫາ​ສິ່ງຂອງ​ທີ່​ເຊື່ອງໄວ້ ໂດຍການ​ບອກຊື່​ສິ່ງ​ເຫຼົ່ານັ້ນ​ເປັນ​ສັນຍະລັກ. ໃນຂະນະ​ທີ່​ຫຼິ້ນເກມ ເດັກ​ກໍ່​ກຳລັງຮຽນ​ສັນຍະລັກ​ໃໝ່ໆ​ຈຳນວນ​ໜຶ່ງໄປພ້ອມ.

A girl signs to a group of girls and boys.
ລອງຊອກ​ເບິ່ງດູ​ວ່າ​ຈອກ, ກວດແກ້ວ, ບ່ວງ ແລະ ກະ ປ໋ອງ​ເຊື່ອງ​ໄວ້ໃສ?
The children searching for the objects.