Hesperian Health Guides

ການ​ຮຽນຮູ້​ການ​ນຳໃຊ້​ກຸ່ມ​ຄຳສັບ

ຢູ່ໃນພາກນີ້:

ສຳລັບ​ເດັກ​ທີ່ຈະ​ຮຽນຮູ້​ການ​ນຳໃຊ້​ກຸ່ມ​ຄຳສັບ​ດ້ວຍ​ຕົວ​ຂອງເຂົາ​ເອງນັ້ນ. ເດັກ​ຕ້ອງ​ຮູ້​ບັນດາ​ຄຳສັບ​ຫຼາຍ​ສົມຄວນ ເພື່ອ​ນຳເອົາ​ຄຳສັບ​ເຫຼົ່ານັ້ນ​ມາ​ປະກອບ​ເຂົ້າກັນ​ໃນ​ຫຼາຍແບບ.


ວິທີ​ກະຕຸ້ນ​ໃຫ້ເດັກ​ນຳເອົາ​ຄຳສັບ​ມາ​ປະກອບ​ເຂົ້າກັນ

ເມື່ອ​ລູກ​ຂອງທ່ານ​ເວົ້າ​ຄຳສັບ​ດ່ຽວ, ຈົ່ງ​ກະຕຸ້ນ​ໃຫ້ເຂົາ​ຂະຫຍາຍ​ສິ່ງທີ່​ເຂົາ​ເວົ້າ. ໂດຍທ່ານ​ສາມາດ:


  • ຂະຫຍາຍ​ຄຳສັບ​ດັ່ງກ່າວ​ດ້ວຍ​ຕົວທ່ານ ເອງ​ກ່ອນ ແລະ ໃຫ້ເດັກ​ລອກແບບ
  • ຖາມ​ຄຳຖາມ ແລະ ກະຕຸ້ນ ໃຫ້ເຂົາ​ຕອບ​ຈາກທ່ານ.
A man and boy speaking as the man pushes the boy in a tire swing.
ຍູ້!
ເວົ້າ “ຍູ້ອີກ”
A man speaking to a boy in a tire swing.
ລູກຢາກ​ໃຫ້ຍູ້​ສູງ ຂຶ້ນບໍ? ເວົ້າໄດ້ບໍ່ “ຍູ້​ສູງຂຶ້ນ”?

ນີ້ແມ່ນ​ບາງ​ແນວຄິດ​ກ່ຽວກັບ​ການ​ກະຕຸກ​ຊຸກຍູ້​ໃຫ້ລູກ​ຂອງທ່ານ​ໃຊ້​ກຸ່ມ​ຄຳສັບ:

  • ຖາມລູກ​ກ່ຽວກັບ​ສິ່ງທີ່​ເຂົາ​ກຳລັງ​ເຮັດຢູ່.
A woman speaking to her daughter, who is mixing a pot.
ມັນຫອມ​ດີເນາະ! ແມ່ນຫຍັງ​ຢູ່ໃນ​ໝໍ້?
  • ເມື່ອເດັກ​ມີ​ບັນຫາ, ຖາມເຂົາ​ວ່າ ເຂົາຈະ​ແກ້ໄຂ​ບັນຫາ​ໄດ້​ແນວໃດ.
2 brothers speaking; the younger one carries a large basket.
ໜັກ
ກະຕ່າ​ມັນໜັກ​ໂພດບໍ? ເຮົາ​ຄວນເຮັດ​ແນວໃດ?
  • ບອກໃຫ້​ລູກ​ຂອງທ່ານ​ຖ່າຍທອດ​ຂ້ໍຄວາມ​ທີ່​ງ່າຍ ດາຍ.
A woman speaking to her son; her husband works in the fields near by.
ບອກພໍ່ “ມາ​ກິນເຂົ້າ”.
  • ລອງເລົ່າ​ນິທານ​ນຳກັນ. ເມື່ອລູກ​ຂອງທ່ານ​ໄດ້ ຍິນ ຫຼື ໄດ້ເຫັນ​ບົດເລື່ອງ​ຫຼາຍໆ​ຄັ້ງ. ເຂົາອາດ ສາມາດ​ເລົ່າ​ຕອນໃດ​ຕອນໜຶ່ງ​ຂອງ​ບົດເລື່ອງ​ໄດ້.
A man and his daughter tell a story to 2 other siblings.
...ຫຼັງຈາກ ​ນັ້ນ​ພໍ່ນາ
ຕົກລົງ​ໄປ​ໃນ​ແມ່ນ້ໍາ!
  • ກະຕຸ້ນ​ໃຫ້ລູກ​ຂອງທ່ານ​ສະແດງ​ໃນ​ບົດບາດ ແຕກຕ່າງ​ກັນ
A woman speaking to her son as she puts an apron on him.
ເອົາ ຕອນນີ້​ເຈົ້າ​ເປັນແມ່​ຈັກເທື່ອ ໜຶ່ງ. ແມ່ນຫຍັງ​ທີ່​ແມ່​ຕ້ອງເຮັດ?
ແມ່​ແຕ່ງກິນ.
  • ຊົມເຊີຍ​ເມື່ອເດັກ​ສາມາດ​ນຳເອົາ​ຄຳສັບ​ມາ​ປະ ສົມກັນ. ຂະຫຍາຍ​ຄຳສັບ​ທີ່​ເຂົາເວົ້າ​ໂດຍ​ການໃຊ້ ປະໂຫຍກ​ທີ່​ສົມບູນ. ເວົ້າ​ກັບເດັກ​ເປັນ​ປະໂຫຍກ​ທີ່ ສົມບູນ. ແຕ່ທ່ານ​ບໍ່ຄວນ​ຄາດຫວັງ​ວ່າ ເດັກ​ຈະ​ສາ ມາດ​ໃຊ້​ປະໂຫຍກ​ທີ່​ສົມບູນ​ໄດ້ເທື່ອ.
A man and his small son speaking; his older daughter stands close by.
ບໍ່ຢຸດ.
ບໍ່ຕ້ອງ​ຢຸດ​ຮ້ອງເພງ​ບໍ? ກໍ່ໄດ້, ພວກເຮົາ​ຮ້ອງອີກ​ເພງໜຶ່ງ​ເນາະ.
  • ແລກປ່ຽນ​ຄວາມ​ຄິດເຫັນ ຫຼື ຄວາມ​ຮູ້ສຶກ ທີ່ ທ່ານ​ກຳລັງຄິດ​ໃນຂະນະ​ທີ່​ພວກທ່ານ​ຫຼິ້ນ​ນຳກັນ.
A man speaking sternly to his little girl and then hugging her.
ບາງເທື່ອ ປູ່​ກໍ່​ໃຈຮ້າຍ ໃຫ້ ສິ່ງທີ່​ຫຼານເຮັດ, ປານີ...
...ແຕ່ຫຼານ ຮັກ ປູ່ຫຼາຍ.


ຈົ່ງ​ສືບຕໍ່​ຝຶກຝົນ​ພາສາ​ເວົ້າ (ພາສາ​ເວົ້າ​ສຳ ລັບ​ຄົນ​ຫູໜວກ). ບໍ່ຄວນ​ລືມ​ວ່າ​ມັນເປັນ​ສິ່ງສຳ ຄັນ​ທີ່ທ່ານ ແລະ ລູກ​ຕ້ອງມີ​ພາສາ​ທີ່​ພວກທ່ານ ແລະ ລູກ​ຕ້ອງມີ​ພາສາ​ທີ່​ພວກທ່ານ​ສາມາດ​ໃຊ້ ເຂົ້າໃຈ​ກັນໄດ້.