Hesperian Health Guides

ການ​ຮຽນຮູ້​ສືບຕໍ່​ໃນ​ຊຸມຊົນ

ຢູ່ໃນພາກນີ້:

Man speaking to his little girl as they walk together.
ເຮົາຈະ​ຊື້ປາ​ຈຳນວນ​ໜຶ່ງ ດ້ວຍເງິນ​ນີ້ ຢູ່ທີ່​ຕະຫຼາດ.
ການ​ສຶກສາ, ເລີ່ມຕົ້ນ​ໃນຫຼາຍ​ສະຖານທີ່​ຢູ່ໃນ​ຫຼາຍໆ​ສະຖາ ນະການ ເຊັ່ນ: ຢູ່​ທີ່ເຮືອນ, ຊຸມຊົນ ແລະ ໃນໂຮງຮຽນ.


ເດັກ​ຮຽນຮູ້​ທັກສະ​ຕ່າງໆ​ໃນການ​ດຳລົງ​ຊີວິດ​ໃນ​ຊຸມຊົນ ຈາກ​ຄອບຄົວ ແລະ ເພື່ອນຝູງ. ເດັກນ້ອຍ​ຮຽນຮູ້​ການ​ດຳລົງຊີວິດ​ກັບຄົນ​ອື່ນໆ ໂດຍ​ຜ່ານການ​ສັງເກດ​ເດັກ ແລະ ຄົນ​ອື່ນໆ​ສົນທະນາ, ຫຼິ້ນ ແລະ ເຮັດວຽກ​ຮ່ວມກັນ. ພວກເຂົາ​ຮຽນຮູ້​ທີ່ຈະ​ໄປເຖິງ​ສະຖານທີ່ ທີ່​ຕ້ອງການ ໂດຍການ​ຍ່າງ, ຂີ່ລົດ ຫຼື ຂັບລົດ. ຮຽນຮູ້​ການຊື້ ແລະ ຂາຍ, ການ​ຊຳລະ​ບິນ ແລະ ວິທີ​ເຮັດສິ່ງ​ຕ່າງໆ ໃຫ້​ສຳເລັດ. ພວກເຂົາ​ຮຽນຮູ້​ການ​ເກັບຟືນ, ຜົນລະປູກ, ປາ, ຮຽນຮູ້​ການ​ຖັກແສ່ວ, ປະດິດ​ເຄ່ືອງ​ຫັດຖະກຳ ແລະ ບັນດາ​ທັກສະ​ອື່ນໆ.

ເດັກຍັງ​ຮຽນຮູ້​ກ່ຽວກັບ​ອາລົມ​ຂອງ​ຕົນເອງ ແລະ ສ້າງ​ແນວຄິດ​ພາກພູມໃຈ​ໃນ​ຕົວເອງ, ເມື່ອ​ພວກເຂົາ​ໄດ້​ເຂົ້າຮ່ວມ​ໃນຊຸມຊົນ. ເກມຫຼິ້ນ​ຂອງເດັກ​ກໍ່ແມ່ນ​ຮູບການ​ໜຶ່ງ ເພື່ອ​ຮຽນຮູ້​ການຢູ່​ຮ່ວມກັນ​ໃນຊຸມຊົນ. (ບົດທີ10 ແລະ ບົດທີ 11 ອະທິບາຍ​ວິທີ​ເຮັດໃຫ້​ເດັກ​ຢູ່​ຮ່ວມກັບ​ຊຸມຊົນ ແລະ ພັດທະນາ​ທັກສະ​ທາງສັງຄົມ​ທີ່ດີ).

ການ​ສຶກສາ​ຮ່ຳຮຽນ​ໃນ​ໂຮງຮຽນ​ຈະ​ເສີມສ້າງ​ທັກສະ​ທີ່​ເດັກ​ໄດ້​ຮຽນຮູ້​ແລ້ວ​ຈາກເຮືອນ ແລະ ຊຸມຊົນ​ຂອງ​ພວກເຂົາ. ສິ່ງທີ່​ເດັກ​ຈະໄດ້​ຮຽນຮູ້​ຈາກ​ໂຮງຮຽນ​ນັ້ນ ແມ່ນ​ບັນດາ​ທັກສະ​ເພື່ອ​ເຮັດໃຫ້​ເດັກ​ພ້ອມ​ສຳລັບ​ການ​ດຳລົງຊີວິດ​ແບບ​ຜູ້ໃຫຍ່.