Hesperian Health Guides

ການ​ໝູນໃຊ້​ພາສາ​ມື

ຢູ່ໃນພາກນີ້:

A man and his daughter speaking together.
​ເມື່ອຂ້ອຍ​ໃຫຍ່ຂຶ້ນ ຂ້ອຍຢາກ​ເປັນອາ ຈານ​ຄືກັບເຈົ້າ!
ເຈົ້າ​ຈະກາຍ​ເປັນອາ ຈານ​ທີ່ດີ, ມີນາ.

ພາສາ​ມື​ຖືກ​ໝູນໃຊ້​ໂດຍ​ຄົນ​ຫູໜວກ​ທົ່ວໄປ. ມັນແມ່ນ​ພາສາ​ທີ່ອາໄສ​ການຈັດ​ວາງມື, ການ​ເໜັງຕີງ​ຂອງ​ຮ່າງກາຍ, ການໃຊ້​ທ່າທາງ ແລະ ສີໜ້າ ເພື່ອ​ສື່ສານ​ປະສົບການ, ຄວາມຄິດ, ຄວາມ​ຕ້ອງການ ແລະ ຄວາມຮູ້ສຶກ​ໃຫ້ຄົນ​ອື່ນ​ຮັບຮູ້. ພາສາ​ມື​ລວມເອົາ​ການໃຊ້​ທ່າທາງ​ແບບ​ທຳມະດາ ໄປຈົນເຖິງ​ບັນດາ​ສັນຍະລັກ​ຕ່າງໆ ນັບ​ພັນໆຢ່າງ​ທີ່ຄົນ​ຫູໜວກ​ໄດ້ໃຊ້​ເວລາ​ຄົ້ນຄິດ ແລະ ພັດທະນາ​ມາເປັນ​ເວລາ​ດົນແລ້ວ.

ພາສາ​ມື​ກໍ່ແມ່ນ​ພາສາ​ທີ່ແທ້ຈິງ​ອີກ​ປະເພດ​ຫນຶ່ງ ເຊິ່ງມີ​ຫຼັກ​ໄວຍາກອນ ແລະ ໂຄງສ້າງ​ທີ່ມີ​ການ​ຈັດລຽງ​ຄັກແນ່ ຄືກັນ​ກັບ​ພາສາ​ເວົ້າ. ພວກເຂົາ​ໃຊ້​ພາສາ​ມື ເພື່ອຖາມ​ຄຳຖາມ ທີ່ມີ​ຄວາມ​ສັບຊ້ອນ, ພັນລະນາ​ສິ່ງ ຕ່າງໆ ທ່ີຢູ່​ອ້ອມຂ້າງ​ຕົວ​ພວກເຂົາ, ສົນທະນາ​ກ່ຽວກັບ​ສາຍ​ພົວພັນ, ທັດສະນະ​ຄະຕິ ແລະ ຄວາມເຊື່ອ. ຄົນ​ຫູໜວກ​ສາມາດ​ໃຊ້​ພາສາ​ມື​ເພື່ອ​ສົນທະນາ​ກ່ຽວກັບ​ຜົນກະທົບ​ຈາກສິ່ງ​ອ້ອມຂ້າງ​ທີ່ມີ​ຕໍ່​ພວກເຂົາ, ອາດກ່າວເຖິງ​ກາລະ​ໃນອະດີດ ຫຼື ໃນ​ອະນາຄົດ​ກໍ່ໄດ້. ສຳລັບ​ຜູ້ທີ່​ໝູນໃຊ້​ພາສາ​ມື​ໄດ້ຢ່າງ​ຄົບຖ້ວນ ຈະສາມາດ​ສື່ສານ​ກ່ຽວກັບ​ສ່ິງຕ່າງໆ​ໄດ້ຄື​ກັນກັບ​ຄົນ ທີ່​ໄດ້ຍິນ​ປົກກະຕິ ແລະ ເໝືອນກັບ​ການ​ສື່ສານ​ໂດຍໃຊ້​ພາສາ​ເວົ້າ​ຂອງຄົນ​ທົ່ວໄປ.

ແຕ່ມີ​ສິ່ງໜຶ່ງ​ທີ່​ພາສາ​ມື​ອາດ​ແຕກຕ່າງ​ກັບ​ພາສາ​ເວົ້າ​ທົ່ວໄປ ອາດຈະແມ່ນ​ການ​ຈັດລຳດັບ​ຂອງ​ປະໂຫຍກ​ໃນ​ພາສາ​ມື ເຊິ່ງຈະ​ແຕກຕ່າງ​ກັບ​ຄຳສັບ​ໃນ​ພາສາ​ເວົ້າ​ທົ່ວໄປ.

ຕົວຢ່າງ: ໃນ​ຄຳຖາມ “ຊື່​ຂອງເຈົ້າ​ແມ່ນຫຍັງ?” ຈະມີ​ລັກສະນະ​ແບບນີ້ ສຳລັບພາສາມືໃນປະເທດລາວມີຫຼາຍພາກສ່ວນ.

Lo HCWD Ch7 Page 73-2.png
Lo HCWD Ch7 Page 73-3.png
Lo HCWD Ch7 Page 73-4.png
ຂອງເຈົ້າ ຊື່ ຫຍັງ?


ຄົນ​ຫູໜວກ​ເກືອບ​ທຸກໆ​ປະເທດ​ໃນໂລກ ໄດ້​ປະດິດ​ພາສາ​ມື​ທີ່​ສົມບຸນ​ຂອງ​ປະເທດ​ຕົນ​ ຄື ກັນກັບ​ພາສາ​ເວົ້າ​ທ່ົວໄປ, ພາສາ​ມື​ກໍ່ມີ​ຄວາມ​ແຕກຕ່າງກັນ​ໄປ​ໃນແຕ່​ລະຂົງເຂດ ແລະ ແຕ່ລະ​ປະເທດ.

ປະເທດ ອົດສະຕຣາລີ ປະເທດ​ແອັັດສະປາຍ ປະເທດ​ລາວ
Lo HCWD Ch7 Page 73-5.png
Lo HCWD Ch7 Page 73-6.png
Lo HCWD Ch7 Page 73-7.png


ນີ້ແມ່ນ​ຕົວຢ່າງ​ຂອງ​ພາສາ​ໃບ້ ສຳລັບ ຄຳວ່າ “ແມ່” ຢູ່ໃນ​ສາມ​ປະເທດ​ທີ່​ແຕກຕ່າງ​ກັນ.


ເຖິງວ່າ​ຈະມີ​ຄວາມ​ແຕກຕ່າງ​ກັນ​ກໍ່ຕາມ, ແຕ່​ພາສາ​ມື​ແຕ່ລະ​ແບບ ກໍ່ເປັນ​ວິທີ​ທາງສື່ສານ​ທີ່​ຄົບຖ້ວນ ​ສົມບູນ​ ແລະ ງ່າຍດາຍ​ສຳລັບ​ຄົນ​ຫູໜວກ.

A woman and her baby touching their own face.

ຄຸນປະໂຫຍດ​ຂອງການ​ໝູນໃຊ້​ພາສາ​ມື

  • ເດັກ​ອາຍຸ​ນ້ອຍ​ຮຽນ​ພາສາ​ມື​ໄດ້​ຢ່າງ​ງ່າຍດາຍ​ເມື່ອ​ພວກເຂົາ​ເປີດຮັບ​ເອົາມັນ. ໂດຍ​ຜ່ານການ​ຝຶກ ແອບ​ ແລະ ມັນ​ບໍ່ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ປານໃດ ໃນການ​ຮຽນຮູ້​ພາສາ​ມື​ສຳລັບ​ເດັກ​ອາຍຸ​ໃກ້​ໄວຮຸ້ນ ແລະ ເດັກ​ໄວຮຸ້ນ.
  • ເດັກນ້ອຍ​ທີ່ໃຊ້​ພາສາ​ມື​ໃນການ​ສື່ສານ​ກັບ​ຄົນອື່ນ​ທີ່​ຮູ້ຈັກ​ພາສາ​ມື​ຄືກັນ ສາມາດ​ສື່ສານ​ຄວາມໝາຍ ໄດ້ຢ່າງ​ຄົບຖ້ວນ ຄືກັນ​ກັບເດັກ​ຫູດີ ທີ່​ສື່ສານ​ໂດຍ​ພາສາ​ເວົ້າ​ປົກກະຕິ, ເດັກ​ທີ່​ຫູໜວກ​ທີ່ຮູ້​ໃຊ້​ພາສາ ມື​ຈະ​ສາມາດ​ຮູ້ຈັກ​ກັບ​ຄົນ​ຫູໜວກ​ຄົນ​ອື່ນໆ ໂດຍ​ໝູນໃຊ້​ພາສາ​ມື ແລະ ຮຽນຮູ້​ວ່າ ຄົນ​ຫູໜວກ ກໍ່ເປັນ​ກຸ່ມ​ຄົນ​ທີ່​ສຳຄັນ​ໃນ​ຊຸມຊົນ.
  • ສຳລັບ​ເດັກ​ຫູໜວກ ທີ່ຈະ​ຮຽນຮູ້​ການອ່ານ ແລະ ຂຽນ​ພາສາ​ມື​ຂອງ​ຂົງເຂດ​ອື່ນນຳ. ຍິ່ງ​ຮູ້ຈັກ​ພາສາ​ຫຼາຍ​ເທົ່າໃດ ກໍ່ຈະ​ເປັນເລື່ອງ​ງ່າຍ​ສຳລັບ​ການ​ຮຽນຮູ້​ພາສາ​ອື່ນ​ອີກ​ເທົ່ານັ້ນ.
  • ເຖິງ​ແມ່ນວ່າ​ມີ​ພາສາ​ມື​ທີ່​ແຕກຕ່າງ​ກັນ​ໃນ​ທົ່ວໂລກ ແຕ່ກໍ່​ສາມາດ​ເຂົ້າໃຈ​ກັນໄດ້​ງ່າຍກວ່າ ຄົນ​ປົກກະຕິ​ທີ່​ໝູນໃຊ້​ພາສາ​ເວົ້າ​ທົ່ວໄປ ເຊັ່ນ: ເດັກ​ທີ່ໃຊ້​ພາສາ​ມື​ໃນ​ປະເທດຈີນ ສາມາດ​ເຂົ້າໃຈ ແລະ ສື່ສານ​ກັບເດັກ​ທີ່ໃຊ້​ພາສາ​ມື​ທີ່​ມາຈາກ ປະເທດ​ນິກາລາກົວ ໄດ້ດີ​ກວ່າ​ຄົນ​ຫູດີ​ທົ່ວໆໄປ ຈາກ​ປະເທດ​ທັງສອງ​ທີ່ຈະ​ສື່ສານ​ກັນ.

ຂ້ໍ​ຫຍຸ້ງຍາກ​ສຳລັບ​ການ​ໝູນໃຊ້​ພາສາ​ມື

A couple reading a book together.
  • ເດັກ​ທີ່ໃຊ້​ພາສາ​ມື​ບໍ່​ສາມາດ​ສື່ສານ​ກັບ​ຜູ້ຄົນ​ທີ່​ບໍ່ຮູ້ຈັກ. ຖ້າ​ຕ້ອງການ​ສື່ສານ​ກັບເດັກ​ຫູໜວກ​ທີ່ໃຊ້​ພາສາ​ມື ສະມາຊິກ​ໃນ​ຄອບຄົວ, ໝູ່ເພື່ອນ ແລະ ຄົນ​ອື່ນໆ​ໃນ​ຊຸມຊົນ ຈຳຕ້ອງ​ໄດ້​ຮຽນຮູ້​ພາສາ​ມື​ນຳ.
  • ໃນເມື່ອ​ເດັກ​ຫູໜວກ​ສາມາດ​ໃຊ້​ພາສາ​ມື​ໄດ້ຢ່າງ​ສະດວກ, ຜູ້ໃຫຍ່​ກໍ່ຕ້ອງ​ຮຽນຮູ້​ພາສາ​ມື​ໃຫ້ຫຼາຍ ແລະ ຄົບຖ້ວນ​ຍິ່ງຂຶ້ນໄປ​ອີກ.
  • ຖ້າຫາກ​ຄອບຄົວ​ຂອງເດັກ​ຫູໜວກ ຫາກຢູ່​ໃນ​ຊຸມຊົນ​ທີ່​ບໍ່ມີ​ຄົນ​ໃຊ້​ພາສາ​ມື, ມັນ​ອາດຈະ​ເປັນ​ການຍາກ​ໃນການ​ຊອກຫາ​ອາຈານ ທີ່ສອນ​ພາສາ​ມື​ໃຫ້ ຫຼື ຍາກ​ໃນການ​ຊອກຫາ​ຄົນ​ທີ່ເດັກ​ຈະສາມາດ​ໃຊ້​ພາສາ​ນຳ.