Hesperian Health Guides

ກ່ຽວກັບປື້ມຫົວນີ້

ຢູ່ໃນພາກນີ້:

ໃນປື້ມ​ຫົວນີ້ ພວກເຮົາ​ໄດ້​ສະໜອງ​ຂ້ໍມູນ​ຂ່າວສານ, ຄຳ​ອະທິບາຍ, ຄຳຄິດເຫັນ, ຕົວຢ່າງ ແລະ​ແນວ​ຄວາມຄິດ​ເພື່ອ​ຊ່ວຍທ່ານ ໃນການ​ຕອບ​ຄຳຖາມ​ທີ່ມີ​ລັກສະນະ​ບໍ່​ຕາຍຕົວ ແລະ​ແບບສ້າງສັນ​ໃຫ້ໄປຕາມ​ຄວາມ​ຕ້ອງການ​ຂອງ​ເດັກ​ທົ່ວໄປ. ເດັກ​ແຕ່ລະ​ຄົນ​ທີ່​ຫູໜວກ ຫຼື ຜູ້ທີ່​ບໍ່ໄ​ດ້ຍິນດີ​ປານໃດ​ຈະມີ​ເອກະລັກ​ສະເພາະ ແລະ​ຈະມີ​ວິທີ​ຊ່ວຍ​ພວກເຂົາ​ໄດ້ຫຼາຍແບບ, ຫຼາຍ​ກິດຈະກຳ ທີ່​ແທດເໝາະ​ກັບຄວາມ​ສາມາດ​ສະເພາະ ຕາມ​ຄວາມ​ຕ້ອງການ​ໄດ້.

ພວກເຮົາ​ພະຍາຍາມ​ສຸດຂີດ ໃນການ​ອະທິບາຍ​ຫຼັກການ​ພື້ນຖານ ແລະ​ໃຫ້​ຄຳຄິດເຫັນ​ໃນການ​ກະ ທຳ​ຕ່າງໆ. ຫຼັງ​ມີຄວາມ​ເຂົ້າໃຈ​ຫຼັກການ​ພື້ນຖານ​ກິດຈະກຳ​ຕ່າງໆ​ແລ້ວ ຈະມີການ​ເຝິກຫັດ ເຊິ່ງ​ພໍ່​ແມ່​ສາມາດ​ດັດແປງ ແລະ​ນຳໃຊ້​ຢ່າງ​ແທດເໝາະ​ກັບ​ຊັບພະຍາກອນ​ທ້ອງຖິ່ນ ແລະ​ຈາກ​ໂອກາດ​ທີ່ມີຢູ່​ໃນ​ທ້ອງຖິ່ນ​ເຫຼົ່ານັ້ນ.

Several images of women, men and children from all over the world.
ກ່ຽວກັບຮູບພາບ
ເນື່ອງຈາກ​ປື້ມ​ຫົວນີ້​ຂຽນ​ສຳລັບ​ຄົນ​ທົ່ວໂລກ ຜູ້ທີ່​ເອົາໃຈໃສ່​ດູແລ​ເດັກ​ທີ່ມີ​ບັນຫາ​ທາງການ​ຟັງ, ຮູບ ແຕ້ມ​ຈຶ່ງມີ​ຮູບ​ຈາກ​ຫຼາຍ​ສະຖານທີ່. ພວກເຮົາ​ຫວັງວ່າ ບັນດາ​ຮູບພາບ​ເຫຼົ່ານີ້ ຈະໄດ້​ໃຫ້​ຂ້ໍຄິດ​ແກ່​ພວກທ່ານວ່າ ປະຊາຊົນ​ໃນ​ທົ່ວໂລກ​ໄດ້​ປະເຊີນ​ໜ້າ​ກັບສິ່ງ​ທ້າທາຍ​ແບບດຽວ​ກັນ​ກັບທ່ານ.

ວິທີການສະແດງການສື່ສານໃນປຶ້ມຫົວນີ້

ພວກເຮົາ​ໄດ້​ສະແດງ​ການສື່ສານ3 ແບບ​ຄື: ການ​ປາກເວົ້າ, ການຄິດ ແລະ ການໃຊ້ສັນຍານ (ໃຊ້​ມື ແລະ ຮ່າງກາຍ​ໃນການ​ສື່ສານ​ໃນ​ພາສາ​ສັນຍານ)

ເວລາຄົນເວົ້າ ພວກເຮົາສະແດງດັ່ງນີ້. ເວລາຄົນຄິດພວກເຮົາ ສະແດງດັ່ງນີ້ ເວລາຄົນສັນຍານ ພວກເຮົາສະແດງດ່ັງນີ້.
A man speaking.
ອາດຳ, ມານີ້ແມ!
A woman thinking.
ອາດຳ, ໄປໃສນໍ...
A woman using sign language.
ອາດຳ, ກຳລັງ ຢູ່ໃນເຮືອນຄົວ
ໃນວົງລ້ອມມີປ້າຍຊີ້ບອກ ໄປຫາຫົວຂອງຜູ້ປາກ. ໃນວົງແບບກີບເມກ ມີວົງມົນ ນ້ອຍຊີ້ໄປຫາຜູ້ກຳລັງຄິດ. ໃນວົງສີ່ຫຼ່ຽມມີຄຳສັບ ແລະ ມີເສັ້ນ ຊື່ໄປຫາຜູ້ສະແດງສັນຍານ.

ພາສາສັນຍານມີຫຼາຍຢ່າງ

A woman with the palms of her hands facing up.

ໃນ​ໂລກນີ້ ມີ​ພາສາ​ແບບ​ສັນຍານຫຼາຍ​ປານກັບ​ພາສາ​ປາກເວົ້າ ແລະ​ພາສາ​ສັນຍານ​ກໍ່​ມີຄວາມ​ເກົ່າແກ່​ມາພ້ອມ​ກັບ​ປະຫວັດສາດ ແລະ​ມັນ​ກໍ່ບໍ່ແມ່ນ​ພາສາ​ສັນຍານ ​ທີ່ຫາ​ກໍ່​ປະດິດ​ແຕ່ງມາ​ມໍ່ໆນີ້. ໃນ​ຫຼາຍ​ປະ ເທດ​ໄດ້ມີ​ສັນຍານ​ພາສາ​ລະດັບຊາດ ເພື່ອ​ນຳໃຊ້​ເປັນ​ທາງການ ແລະໃນ​ບາງ​ຂົງເຂດ ກໍ່ມີ​ພາສາ​ສັນຍານ​ປະຈຳ​ຂົງເຂດ​ຂຶ້ນມາ​ຄືກັນ.

ເກືອບທັງໝົດ​ຂອງ​ພາສາ​ສັນຍານ​ເຫຼົ່ານີ້​ນຳໃຊ້​ຢູ່​ໃນລາວ ແລະ ອາເມຣິກາ. ແຕ່​ຍັງມີ​ຄວາມ​ແຕກຕ່າງຢູ່​ບາງຂົງເຂດ​ໃນ​ປະເທດ​ລາວ. ດັ່ງນັ້ນ ເຈົ້າ​ຄວາມ​ເຊື່ອຖື​ສິ່ງທີ່​ເຈົ້າຮຽນ​ຈາກ​ອາຈານ ຫຼື ໃນ​ຊຸມຊົນ​ຂອງເຈົ້າ.

ມີຫຼາຍ​ວິທີ​ເອີ້ນ​ພາສາ​ທີ່​ໃຊ້ມື​ເຮັດເຊັ່ນ: ພາສາ​ມື ​ພາສາ​ສັນຍານ ​ແລະ​ພາສາ​ສັນຍະລັກ ​ທັງໝົດນີ້​ມີ ຄວາມໝາຍ​ຄືກັນ.

ກ່ຽວກັບການນຳໃຊ້“ລາວ”ແລະ“ນາງ”ໃນປຶ້ມຫົວນີ້

ປຶ້ມທົ່ວໄປສ່ວນຫຼາຍຂຽນກ່ຽວກັບເດັກນ້ອຍຫູໜວກຄືກັບວ່າພວກເຂົາເປັນເພດຊາຍທັງໝົດແລະໃຊ້​ສັບພະນາມ“ລາວ”ແທນເດັກທັງສອງເພດນັ້ນ. ການນຳໃຊ້ເຊັ່ນນີ້ກໍ່ຍ້ອນວ່າການຍຶດຖືຂອງສັງຄົມທີ່ເຊື່ອວ່າເພດ​ຊາຍນັ້ນເປັນເພດທີ່ສຳຄັນກວ່າເພດຍິງເຊິ່ງມັນກໍ່ສະແດງອອກຜ່ານທາງການໃຊ້ພາສານັ້ນ.

A young boy.
A young girl.

ໃນຄວາມເປັນຈິງແລ້ວບັນດາເດັກຍິງນັ້ນບໍ່ພຽງແຕ່ເປັນຮອງໃນດ້ານ​ພາສາທີ່ໃຊ້ຮຽກພວກເຂົາເທົ່ານັ້ນພວກເຂົາຍັງໄດ້ຮັບການເອົາໃຈໃສ່ດູແລ​ເບິ່ງແຍງໜ້ອຍກວ່າເດັກຊາຍ ສິ່ງເລົ່ານີ້ມັນລວມເຖິງການໄດ້ຮັບອາຫານ​ການກິນແລະການດູແລທາງສຸຂະພາບທີ່ໜ້ອຍກວ່າ-ເຊິ່ງທັງສອງຢ່າງນີ້​ອາດພາໃຫ້ເດັກຫູໜວກໄດ້.

ໃນປຶ້ມຂອງພວກເຮົານີ້ພວກເຮົາພະຍາຍາມທີ່ຈະນຳໃຊ້ພາສາທີ່ສື່ສານໃຫ້​ເຫັນເຖິງຄວາມເທົ່າທຽມກັນຂອງທັງສອງເພດນັ້ນໃຫ້ຫຼາຍທີ່ສຸດແຕ່ກໍ່ມີ​ສ່ວນໜ້ອຍໜຶ່ງທີ່ພວກເຮົາໄດ້ໃຊ້ຄຳເອີ້ນເດັກນ້ອຍໂດຍນຳໃຊ້​ທັງ“ລາວ”(ຜູ້ຊາຍ)ແລະ“ນາງ”(ຜູ້ຍິ)ໃນບາງພາກຂອງປຶ້ມ ເຊິ່ງມັນອາດພາ​ໃຫ້ຜູ້ອ່ານເກີດຄວາມສັບສົນ ແລະພວກເຮົາກໍ່ຕ້ອງຂໍອະໄພມານະທີ່ນີ້​ດວ້ຍ. ຈົ່ງຄຳນຶງສະເໝີວ່າ,ເດັກນ້ອຍທຸກໆຄົນຕ້ອງການແລະສົມຄວນໄດ້​ຮັບຄວາມຮັກແລະການອຸປະຖຳຄ້ຳຊູດູແລຢ່າງທົ່ວເຖິງ.

ການເລີ່ມຕົ້ນ​ນຳໃຊ້​ປຶ້ມ​ຫົວນີ້

ໃນ​ບົດທີ 1 ຂອງ​ປຶ້ມ​ຫົວນີ້ ໄດ້​ອະທິບາຍ​ກ່ຽວກັບ​ປະເພດ​ຂອງ​ບັນຫາ​ທີ່​ພວກ​ເດັກໆ ແລະ ຄອບຄົວ​ຕ່າງໆ ໄດ້​ປະເຊີນໜ້າ​ກັບ​ບັນຫາ​ການ​ບໍ່​ໄດ້ຍິນດີ​ຂອງເດັກ. ໃນບົດ​ທີ 2​ ໄດ້​ອະທິບາຍ​ວິທີການ​ທີ່​ພໍ່​ແມ່ ​ແລະ ບຸກຄົນ​ອື່ນໆ ສາມາດເຮັດໃຫ້ມີການປ່ຽນແປງ ດ້ວຍການ​ຊ່ວຍໃຫ້​ເດັກ​ພັດທະນາ​ຄວາມສາມາດ​ຂອງ​ພວກເຂົາ​ຈົນສຸດຂີດ ແລະ ໃນບົດທີ 2 ນີ້​ຍັງໄດ້​ບັນລະຍາຍ​ສິ່ງ​ຕ່າງໆ ທີ່​ພວກທ່ານ​ຈະໄດ້​ພົບເຫັນ ພາກສ່ວນ​ຕ່າງໆ ຂອງ​ປຶ້ມ​ຫົວນີ້.

ໃນ​ແຕ່​ລະບົດ ພວກເຮົາ​ໄດ້ຊີ້​ໃຫ້ເຫັນ​ທິດທາງ​ທີ່​ພວກທ່ານ​ສາມາດ​ນຳໃຊ້​ຂ້ໍມູນ​ທີ່​ກ່ຽວພັນກັນ​ເພີ່ມເຕີມ.