Hesperian Health Guides

ຄວາມ​ເຂົ້າໃຈ​ກ່ຽວກັບ​ກຸ່ມ​ສັນຍະລັກ

ຢູ່ໃນພາກນີ້:

ຫຼັງຈາກ​ໄດ້ໃຊ້​ສັນຍະລັກ​ດ່ຽວ​ມາ​ໄລຍະ​ໜຶ່ງ​ແດ່ແລ້ວ, ເດັກ​ກໍ່ຈະ​ເລີ່ມ​ນຳເອົາ​ສັນຍະລັກ​ດ່ັງກ່າວ​ມາ​ປະກອບ​ເຂົ້າກັນ ເພື່ອ​ເຮັດໃຫ້​ການສະແດງ​ອອກ​ທາງຄວາມ​ນຶກຄິດ​ຂອງ​ພວກເຂົາ​ມີຄວາມ​ສົມບູນ​ຂຶ້ນ. ການ​ຮຽນຮູ້​ການ​ປະສົມ​ສັນຍະລັກ​ເຂົ້າກັນ​ເພື່ອ​ສະແດງອອກ​ທາງດ້ານ​ຄວາມຄິດ​ທີ່​ສົມບູນ​ຂອງ​ເຂົາເຈົ້າ​ນີ້ ແມ່ນ​ເສັ້ນທາງ​ກ້າວສູ່​ການ​ໝູນໃຊ້​ພາສາ​ທີ່​ຄົບຖ້ວນ​ສົມບູນ ຂອງເດັກ​ຫູໜວກ. ການນຳ​ເອົາກຸ່ມ​ສັນຍະລັກ​ມາ​ປະສົມ​ເຂົ້າກັນ​ເປັນ​ບາດກ້າວ​ໄປຂ້າງໜ້າ​ທີ່ສຳຄັນ​ຂອງເດັກ​ມັນຊ່ວຍ​ໃຫ້ເດັກ​ສື່ສານ​ກ່ຽວກັບ​ວັດຖຸ ຫຼື ບຸກຄົນ​ອ້ອມຂ້າງ ໄດ້ດີ​ຂຶ້ນ​ກວ່າ​ການບອກ​ແຕ່​ພຽງຊື່​ເທົ່ານັ້ນ. ໂດຍ​ທຳອິດ​ເດັກ​ຈະ​ນຳເອົາ​ສັນຍະລັກ 2 ອັນ​ມາ​ປະສົມ​ເຂົ້າກັນ ຈາກນັ້ນ​ກໍ່​ອາດຈະ​ແມ່ນ 3 ສັນຍະລັກ ຫຼື ສຸດທ້າຍ ຈົນ​ສາມາດ​ສ້າງ​ກຸ່ມ​ສັນຍະລັກ​ທີ່​ຍາວຂຶ້ນໄດ້. ທຳອິດ​ເດັກຕ້ອງ​ໄດ້​ເຂົ້າໃຈ ວິທີ​ທີ່​ຄົນອື່ນ​ເຮັດກ່ອນ ຈາກນັ້ນ ເດັກ​ຈຶ່ງຈະ​ສາມາດ​ເຮັດຕາມ​ໄດ້.


ວິທີ​ຊ່ວຍ​ໃຫ້ເດັກ​ເຂົ້າໃຈ​ຄວາມໝາຍ​ຂອງກຸ່ມ​ສັນຍະລັກ

1. ເມື່ອເດັກ​ຫູ ໜວກ​ເວົ້າຊື່​ຂອງ ວັດຖຸ ຫຼື​ບຸກຄົນ, ໃຫ້ ທ່ານ​ຈົ່ງ​ຂະຫຍາຍ​ຊື່ ຂອງວັດຖຸ ຫຼື ບຸກ ຄົນ ທີ່ເຂົາ​ເວົ້າ. ເນັ້ນຄືນ​ກຸ່ມ​ສັນຍະລັກ​ທີ່ ທ່ານ​ຕ້ອງການ​ໃຫ້ເຂົາ ຮຽນ ແລະ ເຮັດ​ຄືນອີກ ຫຼາຍໆຄັ້ງ.
A boy signing to his father beside a tree.
ຕົ້ນໄມ້
The man signs to his son, who copies him.
ແມ່ນແລ້ວ, ຕົ້ນໄມ້​ໃຫຍ່.
2. ສັງເກດ​ເບິ່ງ​ຄຳຕອບ​ຂອງເດັກ, ເດັກ ໄດ້ມີ​ການ​ຕອບສະໜອງ​ແນວໃດ​ແນວ ໜຶ່ງ​ວ່າ​ເຂົາ​ເຂົ້າໃຈ​ບໍ? ຖ້າມີ​ກໍ່ຈົ່ງ​ຍ້ອງຍໍ ເຂົາ, ຖ້າ​ບໍ່ມີ​ກໍ່ຈົ່ງ​ເຮັດ​ຄືນອີກ​ຫຼາຍໆ​ເທື່ອ
The boy then tries to wrap his arms around the tree.
ນີ້ແມ່ນ ຕົ້ນໄມ້ອໃຫຍ່. ແທ້ໆ.
HCWD Ch8 Page 95-5.png
ຈື່
HCWD Ch8 Page 95-6.png
ໃຫຍ່
HCWD Ch8 Page 95-7.png
ຕົ້ນໄມ້
3.ໃຊ້​ສັນຍະລັກ​ດັ່ງ ກ່າວ​ໃຫ້ຫຼາຍ​ເທົ່າທີ່ ທ່ານ​ຈະເຮັດ​ໄດ້ໝົດ ມື້. ພ້ອມທັງ​ກະຕຸ້ນ ໃຫ້​ສະມາຊິກ​ໃນ ຄອບຄົວ​ໃຊ້​ສັນຍະລັກ ດັ່ງກ່າວ​ນຳອີກ.
A woman signing to her son in bed.
ລູກ​ຈື່​ ຕົ້ນໄມ້​ໃຫຍ່ ບໍ? ບອກແມ່ດຸ ຕົ້ນໄມ້​ໃຫຍ່ ເປັນແນວໃດ.
ໃນ​ຕົວຢ່າງ​ຂ້າງເທິງ​ນີ້, ໃຫ້ພໍ່ ແລະ ແມ່​ຂອງ ເດັກ​ໄດ້​ນຳເອົາ​ສັນຍະລັກ ທີ່ໃຊ້​ແທນຊື່​ຂອງ​ວັດຖຸ (ຕົ້ນໄມ້) ມາ​ປະສົມ​ກັບຄຳ​ທີ່ໃຊ້​ຂະຫຍາຍ ຄວາມໝາຍ​ຂອງມັນ (ໃຫຍ່).



ການ​ຮູ້ຈັກ​ຄຳສັບ ແລະ ຮູ້ຈັກ​ໃຊ້​ພາສາ ຊ່ວຍໃຫ້ເດັກ​ມີການ​ພັດທະນາ​ທາງດ້ານ​ແນວຄິດ​ຈິດໃຈ. ເມື່ອເດັກ​ຮູ້ຈັກ​ຄຳສັບ ເຊັ່ນ: “ໃຫຍ່” ແລະ “ນ້ອຍ”, ເດັກຈະ​ໝູນໃຊ້​ຄຳສັບ​ເຫຼົ່ານີ້ ເພື່ອ​ສະແດງ​ຄວາມຮູ້ສຶກ​ນຶກຄິດ​ທີ່​ຍາກຂຶ້ນ. ເປັນຕົ້ນ​ແມ່ນການ​ສົມທຽບ​ວັດຖຸ​ສິ່ງຂອງ​ໃດໜຶ່ງ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ7.

ໃນການ​ສອນ​ໃຫ້ເ​ດັກນ້ອຍ​ຫູໜວກ​ຮູ້​ສັນຍະລັກ​ທີ່​ເປັນກຸ່ມ ຈົ່ງ​ພະຍາຍາມ​ນຳເອົາ​ຊື່​ຂອງວັດຖຸ ຫຼື ບຸກ ຄົນ​ມາ​ປະສົມ​ເຂົ້າກັນ​ດັ່ງນີ້:

A woman signing to her child in bed.
ອາລີ, ບັດນີ້ ເຈົ້ານອນ​ຢ່າງອົບ ອຸ່ນ ຢູ່​ກ້ອງ​ຜ້າຫົ່ມ.
  • ຄຳສັບ ຫຼື ສັນຍະລັກ ທີ່​ສະແດງ ທີ່ຕັ້ງ ຂອງວັດຖຸ ຫຼື ບຸກຄົນ.
Lo HCWD Ch8 Page 96-6.png
ຕ້ອງການ
Lo HCWD Ch8 Page 96-7.png
ຕື່ມອີກ
A woman signing to her little girl, who is reaching for a bowl of food.
ເຈົ້າ​ຕ້ອງການ ເຂົ້າ​ອີກຕື່ມ​ບໍ?
  • ຄຳສັບ ຫຼື ສັນຍະລັກ ທີ່​ສະແດງ​ຄວາມ​ຕ້ອງ ການ​ເພີ່ມເຕີມ ຫຼື ຕ້ອງການ​ໃຫ້​ສິ່ງໃດ​ສິ່ງ ໜຶ່ງ​ເກີດຂຶ້ນ​ອີກຄັ້ງ.
A man signing to his son, who sits on his leg holding a bowl.
ຄຳ, ເຂົ້າໜົມ ໝົດແລ້ວ.
  • ຄຳສັບ ຫຼື ສັນຍະລັກ ທີ່​ສະແດງ​ວ່າ​ບໍ່ຕ້ອງການ ຫຍັງອີກ, ບາງສິ່ງ​ບາງຢ່າງ​ຫາຍ​ໄປໝົດແລ້ວ​ບໍ່ມີ ຫຼື ບໍ່ສາມາດ​ໃຫ້​ສິ່ງໃດ​ໜຶ່ງ​ສຳເລັດ.