Hesperian Health Guides

ຄຳ​ແນະນຳ​ສຳລັບ​ການ​ຊ່ວຍເຫຼືອ​ເດັກ​ໃຫ້ມີ​ການ​ຮຽນຮູ້

ຢູ່ໃນພາກນີ້:

ໃຫ້ລູກ​ຂອງທ່ານ​ເປັນຜູ້​ນຳພາ​ເຮັດ

ເດັກ​ມັກ​ສະແຫວງຫາໃນການ​ຮຽນຮູ້​ທີ່ສຸດ, ຖ້າ​ພວກເຂົາ​ໄດ້ເຮັດ​ສິ່ງໃດ​ສິ່ງໜຶ່ງ​ທີ່​ພວກເຂົາ​ມັກ. ຖ້າ​ລູກ​ຂອງທ່ານ​ຫາກມີ​ຄວາມ​ສົນໃຈ​ໃນສິ່ງ​ໃດ​ສິ່ງໜຶ່ງ ຫຼື ມັກຫຼິ້ນ​ກັບ​ເຄື່ອງຫຼິ້ນ​ຊິ້ນ​ພິເສດ​ໃດ​ໜຶ່ງ, ຈ່ົງໃຊ້​ໂອກາດ​ດັ່ງກ່າວ​ຊ່ວຍເຫຼືອ​ພັດທະນາ​ທາງດ້ານ​ການ​ຮຽນຮູ້ ແລະ ທັກສະການ​ສື່ສານ​ຂອງເຂົາ.

A woman watches her small child play with toys.
ລູກ​ຄົ້ນພົບ​ເກມໃໝ່ ທີ່​ຈະຫຼິ້ນ​ແລ້ວບໍ?

ໃຫ້ລູກ​ຂອງທ່ານ​ນຳພາ​ເຮັດ​ກິດຈະກຳ​ມັນ​ຈະຊ່ວຍ​ຮັກສາ​ຄວາມ​ໃສ່ໃຈ​ຂອງເຂົາ ​ແລະ ​ຊ່ວຍໃຫ້​ເດັກ​ໄດ້​ຮຽນຮູ້​ວ່າ ການ​ຕັດສິນໃຈ​ຂອງເຂົາ​ນັ້ນແມ່ນ​ມີຄວາມ​ສຳຄັນ ແລະ ເດັກ​ຈະຮູ້​ອີກວ່າ ເຂົາໄດ້​ມີສ່ວນ​ໃນການ​ຄວບຄຸມ​ໃນສິ່ງ​ທີ່​ເກີດຂຶ້ນ. ນີ້​ມີຄວາມ​ສຳຄັນ​ຫຼາຍ​ໂດຍ​ສະເພາະ​ແມ່ນ​ຕໍ່ກັບ​ແມ່ຍິງ. ຫຼາຍໆ​ແຫ່ງ​ໃນໂລກ​ທີ່​ຄາດຫວັງ​ໃຫ້​ຜູ້ຍິງ​ຕ້ອງເປັນ​ຄົນທີ່​ມິດ​ງຽບ​ ແລະ ເຮັດ​ຕາມ​ຄຳສັ່ງ​ພຽງ​ຢ່າງດຽວ​ເທົ່ານັ້ນ. ການທີ່​ໄດ້​ຊ່ວຍເຫຼືອ​ແມ່ຍິງ​ໄດ້​ຕັດສິນໃຈ ແລະ ເຮັດຕາມ​ແນວ​ຄວາມຄິດ​ຂອງ​ພວກເຂົາ​ນັ້ນ ສາມາດ​ເຮັດໃຫ້​ເຂົາ​ມີຄວາມ​ໝັ້ນໃຈ ແລະ ຄວາມ​ສາມາດ​ຫຼາຍຂຶ້ນ.

ການ​ທີ່ທ່ານ​ປ່ອຍໃຫ້​ລູກ​ຂອງທ່ານ​ນຳພາ​ເຮັດ​ກິດຈະກຳ​ນັ້ນ, ກໍ່ບໍ່​ໄດ້​ໝາຍ​ຄວາມວ່າ ທ່ານ​ຈະ​ອະນຸຍາດ​ໃຫ້ເຂົາ​ປະພຶດ​ໄປ​ໃນທາງ​ທີ່​ບໍ່ດີ ຫຼື ເຮັດ​ໃຫ້ເຂົາ​ຕົກຢູ່​ໃນ​ສະຖານະການ​ທີ່​ອັນຕະລາຍ. ສະນັ້ນ ການໃຫ້​ຄຳ​ແນະນຳ​ແກ່​ພວກເຂົາ​ນັ້ນ​ມີຄວາມ​ສຳຄັນ​ຫຼາຍ ແລະ ຄວາມຮູ້​ທີທ່ານ​ມີ​ກ່ຽວກັບ​ຄວາມ​ຕ້ອງການ, ຄວາມ​ສາມາດ​ທາງດ້ານ​ພາສາ​ຂອງເຂົາ ຈະ​ສາມາດ​ຊ່ວຍ​ທ່ານ​ໃຫ້ການ​ແນະນຳ​ໃນການ​ຫຼິ້ນ​ທີ່​ເຮັດໃຫ້​ເຂົາ​ມີການ​ຮຽນຮູ້​ໄດ້.

ການເຮັດໃຫ້​ການສື່ສານ​ສະໜຸກ​ສະໜານ ແລະ ມີຜົນ​ປະໂຫຍດ

A woman signs to her daughter.
ລູກ​ກຳລັງ​ສ້າງ​ຫຍັງ? ອາມິດຕາ

ເດັກ​ຈະ​ມ່ວນຊື່ນ​ກັບການ​ສື່ສານ​ ເມື່ອ​ພວກເຂົາ​ມີສິ່ງ​ທີ່ເປັນ​ຂອງຈິງ​ໃນການ​ເຮັດ​ສັນຍະລັກ ​ຫຼື ​ເວົ້າ​ກ່ຽວກັບ​ສິ່ງນັ້ນ, ເຊິ່ງ​ອາດຈະ​ເປັນສິ່ງ​ທີ່​ຄົນເຮົາ​ເຮັດ​ສັນຍະລັກ​ໃຫ້ ແລະ ເວົ້າ​ກ່ຽວກັບ​ມັນ. ຈົ່ງໃຫ້​ໂອກາດ​ແກ່​ລູກ​ຂອງທ່ານ​ໃນການ​ຮຽນຮູ້​ກ່ຽວກັບ​ໂລກ ແລະ ກະຕຸ້ນ​ໃຫ້ເຂົາ​ເຮັດ​ສັນຍະລັກ ຫຼື ເວົ້າ​ກ່ຽວກັບ​ສິ່ງທີ່​ເຂົາ​ກຳລັງ​ເຮັດຢູ່​ນັ້ນ. ການ​ສົນທະນາ​ກັບລູກ​ຂອງທ່ານ​ຈະຊ່ວຍ​ໃຫ້ເຂົາ​ຮຽນຮູ້​ໄດ້ໄວ​ຂຶ້ນ​ກວ່າເກົ່າ, ພຽງແຕ່​ທ່ານ​ບອກເຂົາ​ໃຫ້ຈື່ ​ແລະ​ ເວົ້າ​ຄືນ​ກ່ຽວກັບ​ເຄື່ອງໝາຍ​ ແລະ ຄຳສັບ​ຕ່າງໆ​ນັ້ນ.

ໃຫ້ລູກ​ຂອງທ່ານ​ຊ່ວຍ​ໃນການ​ເຮັດວຽກງານ

ໃຫ້ລູກ​ຂອງທ່ານ​ເຮັດຊ່ວຍ​ເຮັດວຽກງານ​ຂອງທ່ານ, ສື່ສານ​ກັບເຂົາ​ກ່ຽວກັບ​ສິ່ງທີ່​ພວກທ່ານ​ກຳລັງ​ເຮັດຢູ່​ນັ້ນ ໂດຍມີການໃຊ້ຄຳສັບ ຫຼື ສັນຍະລັກເພື່ອບອກໃຫ້ເຂົາຊ່ວຍທ່ານເຮັດສິ່ງໃດສິ່ງໜຶ່ງເຊັ່ນ: ໄປເອົາເຄື່ອງມືມາໃຫ້ທ່ານ ຫຼື ຊ່ວຍ​ໃນ​ວິທີ​ອື່ນໆ. ລູກ​ຂອງທ່ານ​ຈະ​ມີຄວາມ​ສົນໃຈ​ຫຼາຍຂຶ້ນ​ໃນການ​ໃສ່ໃຈ ແລະ ການ​ສ່ືສານ​ໃນຂະນະ​ທີ່ເຂົາ​ກຳລັງ​ຊ່ວຍທ່ານ​ເຮັດສິ່ງ​ໃດ​ສິ່ງໜຶ່ງ​ຢູ່ນັ້ນ, ຖືວ່າ​ທ່ານ​ຈະມີ​ຜົນ​ປະໂຫຍດ​ທັງສອງຄົນ.

ສ້າງຄວາມ​ໃສ່ໃຈ​ລູກ​ຂອງທ່ານ ກ່ອນ​ທີ່ທ່ານ​ຈະ​ສື່ສານ​ກັບເຂົາ

ເດັກ​ຜູ້ທີ່​ບໍ່​ສາມາດ​ຮັບຟັງ​ໄດ້ດີ​ນັ້ນ ຕ້ອງການ​ທີ່​ຈະ​ສັງເກດ​ຮີມສົບ​ຂອງທ່ານ​ເຄື່ອນ​ເໜັງ, ສັງເກດ​ພາສາ​ມື​ ຫຼື ພາສາ​ສັນຍະລັກ​ຂອງທ່ານ​ໃນການ​ສື່ສານ​ກັບຕົວ​ທ່ານ. ເຂົາຍັງ​ສາມາດ​ໄດ້​ຂ້ໍມູນ​ຫຼາຍ​ຢ່າງ​ຈາກການ​ສັງເກດ​ເບິ່ງ​ການ​ສະແດງ​ສີໜ້າ​ຂອງທ່ານ. ສະນັ້ນ ມັນ​ສຳຄັນ​ຫຼາຍ​ທີ່ຈະ​ລໍຖ້າ​ຈົນກວ່າ​ເຂົາ​ຫລຽວເບິ່ງ​ໃບໜ້າ​ຂອງທ່ານ ກ່ອນທີ່​ທ່ານ​ຈະເລີ່ມ​ເວົ້າ ຫຼື ສະແດງ​ພາສາ​ມີເຂົ້າ​ໃນການ​ສື່ສານ​ກັບເດັກ​ນັ້ນ.

A boy touches his younger brother's shoulder.
ອ້າຍ​ຂອງ ທ້າວ ກຳແພງ ກຳລັງໃຊ້​ມື​ສຳຜັດ ເພື່ອ​ດຶງດູດ​ຄວາມ​ສົນໃຈ​ຂອງລາວ.

ໃນການ​ທີ່ຈະ​ດຶງດູດ​ຄວາມ​ໃສ່ໃຈ​ຂອງເດັກ​ນັ້ນ, ຈົ່ງ​ພະຍາຍາມ​ເຄື່ອນຍ້າຍ ຫຼື ແກວ່ງມື​ຂອງທ່ານ ໃນບ່ອນທີ່​ເຂົາ​ສາມາດ​ສັງເກດ​ເຫັນໄດ້, ເອີ້ນຊື່​ຂອງເຂົາ, ສຳຜັດ​ເຂົາ ຫຼື ຕີ​ວັດຖຸ​ທີ່​ຢູ່ໃກ້​ເຮັດໃຫ້​ເກີດ​ສຽງດັງ ເພື່ອ​ທີ່ເດັກ​ສາມາດ​ຮັບຮູ້​ເຖິງການ​ສັ່ນສະ​ເທືອນນັ້ນ.


ວິທີ​ຕ່າງໆ​ໃນການ​ດຶງດູດ​ຄວາມ​ໃສ່ໃຈ​ລູກ​ຂອງທ່ານ

ຖ້າລູກ​ຂອງທ່ານ​ຫາກມີ​ຄວາມ​ສົນໃຈ​ຕໍ່ສິ່ງ​ວັດຖຸ​ໃດໜຶ່ງ​ຫຼາຍກວ່າ​ໃນສິ່ງ​ທ່ານ​ກຳລັງ​ສື່ສານ​ຢູ່ນັ້ນ. ທ່ານ​ສາມາດ​ດຶງດູດ​ຄວາມ​ສົນໃຈ​ລູກ​ຂອງທ່ານ​ໄດ້ ດ້ວຍ​ການຢຸດ​ການກະທຳ​ທຸກຢ່າງ ແລ້ວ​ນຳເອົາ​ວັດຖຸ​ດັ່ງກ່າວ​ນັ້ນ ມາ​ໃກ້ກັບ​ໃບໜ້າ​ຂອງທ່ານ ຫຼື ໃຊ້​ພາສາ​ມື ຫຼື ສັນຍະລັກ​ໃກ້ກັບ​ວັດຖຸ​ນັ້ນ.

A girl holding a toy signs to her baby brother.
ເຄື່ອງຫຼິ້ນ
ໃນການ​ດຶງດູດ​ຄວາມ​ສົນໃຈ​ຂອງລາວ, ເອື້ອຍ ຂອງທ້າວ ສາຍຝົນ ກຳລັງ​ເຮັດ​ສັນຍະລັກ​ໃກ້ກັບ​ເຄື່ອງຫຼິ້ນ​ຂອງລາວ.
  • ຢຸດການ​ກະທຳ​ທັງໝົດ. ຖ້າທ່ານ​ຫາກ​ຢຸດການ​ເຄື່ອນໄຫວ​ທັງໝົດ​ແລ້ວ, ໂດຍ​ສະເພາະ​ແມ່ນ​ວັດຖຸ​ໃດໜຶ່ງ​ທີ່ຢູ່​ໃນມື​ຂອງທ່ານ​ນັ້ນ. ເຊິ່ງ​ອາດຈະ​ເຮັດໃຫ້​ລູກ​ຂອງທ່ານ​ຫລຽວເບິ່ງ​ທ່ານ​ວ່າ: ຍ້ອນຫຍັງ​ທ່ານຈິ່ງ​ຢຸດ.
  • ນຳເອົາ​ວັດຖຸ​ທີ່ເຂົາ​ສົນໃຈ​ນັ້ນ​ມາ​ໃກ້ກັບ​ໃບໜ້າ​ຂອງທ່ານ. ເພື່ອ​ເປັນການ​ເຮັດໃຫ້​ເດັກ​ສາມາດ​ເບິ່ງເຫັນ​ໃບໜ້າ​ຂອງທ່ານ​ໄດ້ ແລະ ກໍ່ໃຊ້​ວັດຖຸ​ດັ່ງກ່າວ​ນັ້ນ​ເຮັດຄື​ເກົ່າ. (ຖ້າ​ທ່ານ​ຫາກຕ້ອງ​ການ​ໃຫ້ເດັກ​ສັງເກດ​ເບິ່ງ​ຮີມສົບ​ຂອງທ່ານ.)
  • ຊີ້ມື​ໃສ່ ຫຼື ເຮັດ​ສັນຍະລັກ​ໃກ້ກັບ​ວັດຖຸ​ນັ້ນ (ຖ້າທ່ານ​ຫາກ​ຕ້ອງການ​ໃຫ້ເຂົາ​ຮຽນຮູ້​ສັນຍະລັກ​ສຳລັບ​ວັດຖຸ​ນັ້ນ)


ຕອນທຳອິດ, ມັນ​ຫຍຸ້ງຍາກ​ຫຼາຍ​ທີ່ຈະ​ຈົດຈຳ​ວ່າ ຈະ​ດຶງດູດ​ຄວາມ​ສົນໃຈ​ທັງໝົດ​ຂອງລູກ​ທ່ານ​ນັ້ນ ໄດ້ແລ້ວ​ໃດ, ກ່ອນ​ທີ່ທ່ານ​ຈະເລີ່ມ​ສື່ສານ​ກັບເຂົາ​ນັ້ນ. ແຕ່ມັນ​ກໍ່ຈະ​ງ່າຍຂຶ້ນ ເມື່ອໄດ້​ມີການ​ເຝິກຊ້ອມ.

ສະແດງ​ສັນຍະລັກ ຫຼື ເວົ້າ​ເຊິ່ງໜ້າ​ໃນລະດັບ​ສາຍຕາ​ທີ່​ພຽງກັນ

ລູກ​ຂອງທ່ານ​ຈະ​ສາມາດ​ເຂົ້າໃຈ​ໄດ້ຫຼາຍ​ຂຶ້ນ​ໃນທີ່​ສິ່ງທີ່​ທ່ານ​ເວົ້າ ຫຼື ສັນຍະລັກ​ນັ້ນ, ຖ້າທ່ານ​ຫາກ​ຄູ້ເຂົ່າ​ລົງ​ໃຫ້​ໃກ້ກັບ​ເຂົາ (ພາຍໃນ 1 ແມັດ) ແລະ ເບິ່ງໄປ​ທີ່​ໃບໜ້າ​ຂອງເຂົາ​ໃນຂະນະ​ທີ່ທ່ານ​ເວົ້າ ຫຼື ສະແດງ​ສັນຍະລັກ.

ຖ້າເປັນ​ໄປໄດ້. ແມ່ນ​ພະຍາຍາມ​ໃຫ້ມີ​ແສງຈາກ​ຕາເວັນ ແສງຂອງໂຄມໄຟ​ສ່ອງໃສ່​ໃບໜ້າ​ຂອງທ່ານ. ແຕ່ຫາກ​ບໍ່ແມ່ນ​ສ່ອງມາ​ທາງ​ເບື້ອງຫຼັງ​ທ່ານ, ເພາະວ່າ ເມື່ອແສງ​ສ່ອງມາ​ທາງ​ເບື້ອງຫຼັງ​ຂອງທ່ານ ຈະເຮັດ​ໃຫ້ມື ແລະ ໃບໜ້າ​ຂອງທ່ານ​ເປັນເງົາ ເຊິ່ງ​ຢາກ​ທີ່ຈະ​ສັງເກດ​ເຫັນ​ໄດ້.

A woman claps hands with her daughter.
ແມ່​ຂອງ ນາງ ມີນາ ກຳລັງ​ຫຼິ້ນເກມ ຕົບມື​ກັບ​ລູກສາວ​ຂອງລາວ.
ມີ​ໝາກກ້ຽງ​ຫວານ,ເຄິ່ງໜຶ່ງ ແມ່ນ​ໝາກນາວ, ໃຫ້ແມ່​ສາ ອູ້ມໜຶ່ງ. ສະນັ້ນ ເຈົ້າຈະ...
ເປັນ​ຂອງລູກ!
A boy lifts a box where a ball is hiding. His mother raises her shoulders in surprise.
ລູກ​ມີຫຍັງ ໄວ້ ຢູ່​ທີ່ນັ້ນ?

ມັນຈະ​ງ່າຍຂຶ້ນ​ສຳລັບ​ລູກ​ຂອງທ່ານ​ໃນການ​ທີ່ຈະ​ເຂົ້າໃຈ​ໃນ​ພາສາ​ຄຳເວົ້າ, ຖ້າຫາກ​ວ່າ​ທ່ານເວົ້າ​ຢ່າງ​ເປັນ​ທຳມະຊາດ ແລະ ມີ​ນ້ໍາສຽງ​ທີ່ຈະ​ແຈ້ງ, ບໍ່ໃຫ້​ຮ້ອງໃສ່, ເພາະວ່າ ການຮ້ອງ​ໃສ່ນັ້ນ ມັນຈະ​ເຮັດໃຫ້​ຄຳເວົ້າ​ນັ້ນຍາກ​ທີ່ຈະ​ເຂົ້າໃຈ. ພະຍາຍາມ​ເວົ້າ​ເປັນປະໂຫຍກ​ທີ່ສັ້ນ ແລະ ທຳມະດາ. ສະນັ້ນ ທ່ານ​ຈຶ່ງຈະ​ບໍ່ເຮັດ​ໃຫ້ເຂົາ​ສັບສົນ ແລະ ມັນຈະ​ງ່າຍຂຶ້ນ​ສຳລັບ​ລູກ​ຂອງທ່ານ​ໃນການ​ສັງເກດການ​ເຄື່ອນ​ເໜັງ​ຮີມສົບ​ຂອງທ່ານ​ໃນຂະນະ​ທີ່ເວົ້າ.

ຖ້າລູກ​ຂອງທ່ານ​ຫາກ​ສາມາດ​ໄດ້ຍິນ​ສ່ວນໃດ​ສ່ວນໜຶ່ງ

A small girl holds her hand behind her ear.

ຄຳ​ແນະນຳ​ເຫຼົ່ານີ້ ອາດຈະ​ຊ່ວຍໃຫ້​ເຂົາ​ໄດ້ຍິນດີ​ຂຶ້ນຕື່ມ​ເລັກໜ້ອຍ.

  • ຫຸບມື​ເຂົ້າ ແລະ ວາງໄວ້​ເບື້ອງຫຼັງ​ຂອງຫູ ເຊິ່ງ​ເປັນການ​ເຮັດ​ໃຫ້ສຽງ​ຜ່ານເຂົ້າ​ມາ​ຜ່ານຫູ​ໃຫ້​ຫຼາຍຂຶ້ນ.
A woman speaking as she leans closely to her daughter.
ພວກເຮົາ​ເອົາ​ຂອງຂວັນ ໄປໃຫ້ ປ້າຕຸ້ຍ​ເທາະ!


  • ເວົ້າ​ໃກ້ກັບ​ຫູ​ຂອງເດັກ, ວິທີນີ້​ຈະຊ່ວຍ​ໃຫ້ສຽງ​ດັງຂຶ້ນ ແລະ ຫຼຸດຜ່ອນ​ສຽງ​ລົບກວນ​ຈາກສິ່ງ​ແວດລ້ອມອ້ອມ​ຂ້າງໄດ້. ແຕ່ຕ້ອງ​ເຂົ້າໃຈ​ສະເໝີ​ວ່າ​ເຂົາ​ຕ້ອງການ​ທີ່ຈະ​ສັງເກດ​ໃບໜ້າ​ຂອງທ່ານ ໃນເວລາທີ່ທ່ານກຳລັງເວົ້າກັບເຂົານັ້ນ.

ການໃຊ້​ພາສາ​ມື, ການ​ສຳຜັດ ແລະ ການ​ສະແດງ​ສີໜ້າ

A girl puts her arm around a young boy.

ທຸກຄົນ​ລ້ວນແຕ່​ເຄື່ອນໄຫວ​ທາງດ້ານ​ຮ່າງກາຍ, ການ​ສຳຜັດ ແລະ ການ​ສະແດງ​ສີໜ້າ ເພື່ອຊ່ວຍ​ໃຫ້ຄົນ​ອື່ນ​ເຂົ້າໃຈ​ວ່າ ພວກເຂົາ​ຕ້ອງການ​ເວົ້າຫຍັງ, ເດັກ​ກໍ່ມັກ​ໃຊ້​ການ​ສຳຜັດ​ສະເໝີ​ໃນການ​ສື່ສານ​ກັບຄົນ​ອື່ນ. ສຳລັບ​ເດັກ​ພິການ​ທາງຫູ​ຄົ້ນພົບ​ວ່າ ການ​ສຳຜັດ​ມີຜົນ​ປະໂຫຍດ​ສູງ​ທີ່ສຸດ​ສຳລັບ​ພວກເຂົາ, ເພາະວ່າ ການ​ສຳຜັດ​ຈະຊ່ວຍ​ສື່ສານ​ເຖິງຄວາມ​ຫ່ວງໃຍ ແລະ ຄວາມ​ຜູກພັນ ເຊິ່ງ​ບໍ່ມີ​ສິ່ງໃດ​ສາມາດ​ເຮັດໄດ້. ບາງຄັ້ງ ການ ເຄື່ອນໄຫວ ແລະ ການເບິ່ງ​ກໍ່​ສາມາດ​ໃຊ້ແທນ​ຄຳສັບ ຫຼື ສັນຍະລັກ​ໄດ້. ຕໍ່ມາ​ພວກເຂົາ​ອາດຈະ​ຕື່ມ​ຂ້ໍມູນ​ໃສ່ບັນດາ​ຄຳເວົ້າ ແລະ ສັນຍະລັກ​ເຫຼ່ົານັ້ນ.

An angry woman speaking.
ດີແລ້ວ​ລູກ!
ການ​ສະແດງ​ສີໜ້າ​ຢາກຮ້າຍ​ຂອງ ນາງ ມະໂຫທຳ, ແຕ່​ລາວ​ພັດສົ່ງ​ຂ້ໍຄວາມ​ເປັນ​ພາສາ​ຄຳເວົ້າ​ທີ່​ບໍ່ຕົງ​ກັບ ສີໜ້າ​ຂອງລາວ. ນີ້​ຈະເປັນ​ການເຮັດ​ໃຫ້​ສັບສົນ.

ຈົ່ງ​ຊ່ວຍເຫຼືອ​ລູກ​ຂອງທ່ານ​ດ້ວຍການ​ໃຊ້ການ​ເຄ່ືອນໄຫວ ແລະ ການ​ສະແດງ​ສີໜ້າ​ຂອງທ່ານ ໃນການ​ສື່ສານ​ໃຫ້​ຫຼາຍເທົ່າ​ທີ່ຈະ​ຫຼາຍໄດ້, ກ່ອນອື່ນ ພະຍາຍາມ​ສັງເກດເບິ່ງ​ວ່າ ທ່ານ​ມີຄວາມ​ພ້ອມພຽງ​ໃດ​ໃນການ​ເຮັດສິ່ງ​ດ່ັງກ່າວ, ຕໍ່ຈາກນັ້ນ ກໍ່ຊອກຫາ​ວິທີທາງ​ວ່າທ່ານ​ຈະເຮັດ​ແນວໃດ​ເພື່ອ​ເພີ່ມເຕີມ​ໃສ່ໃນສິ່ງ​ທີ່ທ່ານ ເຮັດນັ້ນ.

ຕ້ອງ​ແນ່ໃຈ​ສະເໝີ​ວ່າ ຂ້ໍມູນ​ທີ່ທ່ານ​ສົ່ງໄປ​ດ້ວຍການ​ໃຊ້​ພາກສ່ວນ​ຂອງ​ຮ່າງກາຍ ແລະ ສີໜ້າ​ນັ້ນ ແມ່ນ​ຖືກຕ້ອງ​ກັບສິ່ງ​ທີ່ທ່ານ​ສົ່ງໄປ​ດ້ວຍ​ພາສາ​ຄຳເວົ້າ ຫຼື ສັນຍະລັກ​ນັ້ນ. ຖ້າ​ຂໍ້ຄວາມ​ທີ່​ສົ່ງໄປ​ໂດຍ​ການໃຊ້​ສີໜ້າ​ຫາກ​ບໍ່ຕົງກັບ​ພາສາ​ຄຳເວົ້າ​ຂອງທ່ານ, ລູກ​ຂອງທ່ານ​ເອງ​ກໍ່ຈະ​ສັບສົນ.

HCWD Ch3 Page 30-3.png
ພໍ່​ຂອງເດັກ​ຄົນນີ້​ກຳ ລັງ​ຈະປິດ ວິທະຍຸ ກ່ອນທີ່​ເຂົາຈະ​ຫຼິ້ນ ກັບລູກ​ຂອງເຂົາ.

ຫຼຸດຜ່ອນ​ພາວະ​ວຸ້ນວາຍ​ຈິດໃຈ​ໃຫ້ຫຼາຍ​ເທົ່າທີ່​ຈະຫຼາຍ​ໄດ້

ພາວະ​ວຸ້ນວາຍ​ຈິດໃຈ ເຊັ່ນ: ການທີ່​ເດັກ​ຄົນອ່ືນ​ຫຼິ້ນຢູ້​ໃກ້ກັບ​ລູກ​ຂອງທ່ານ​ນັ້ນ ສາມາດ​ສົ່ງຜົນ​ການເຮັດ​ກິດຈະກຳ​ຂອງລູກ​ທ່ານ ມີຄວາມ​ຫຍຸ້ງຍາກ​ຂຶ້ນ ຫຼື ເຮັດ​ບໍ່ໄດ້​ເລີຍ, ໃນ​ກໍ່ລະນີ​ດັ່ງກ່າວ​ນີ້ ທ່ານ​ສາມາດ​ຊ່ວຍໄດ້ ໂດຍການ​ຊອກຫາ​ສະຖານທີ່​ທີ່ມີ​ສິ່ງ​ລົບກວນ​ໜ້ອຍ ແລະ ພະຍາຍາມ​ເອົາສຽງ​ຕ່າງໆ ທີ່ບໍ່​ຈຳເປັນ​ອອກ. ຖ້າຫາກ​ໃນຫ້ອງ​ມີສິ່ງ​ລົບກວນ​ຫຼາຍ ກໍ່ຈະ​ເຮັດໃຫ້​ເດັກ​ຜູ້ທີ່​ບໍ່​ສາມາດ​ຮັບຟັງ​ໄດ້ດີ​ນັ້ນ ມີ​ຄວາມ​ຫຍຸ້ງຍາກ​ທີ່ຈະ​ເຂົ້າໃຈ​ໃນສິ່ງ​ທີ່​ຄົນອື່ນ​ເວົ້າອອກ​ມາ.

ດັດແປງ​ກິດຈະກຳ​ໃຫ້​ເໝາະສົມ​ກັບລູກ​ຂອງທ່ານ

ບັນດາ​ກິດຈະກຳ​ທີ່ມີຢູ່​ໃນປຶ້ມ​ເຫຼັ້ມນີ້ ສາມາດ​​ຊ່ວຍໃຫ້​ລູກ​ຂອງທ່ານ​ຮຽນຮູ້​ການ​ສື່ສານ​ໄດ້. ແຕ່​ພວກມັນ​ເປັນພຽງ​ຕົວຢ່າງ​ທ່ີຊ່ວຍ​ໃນການ​ຮຽນຮູ້​ຂອງເດັກ​ເທົ່ານັ້ນ, ຈົ່ງ​ສັງເກດ​ເບິ່ງລູກ​ຂອງທ່ານ​ໃຫ້​ລະອຽດ​ວ່າ ເຂົາມີ​ຄວາມ​ສົນໃຈ​ໃນສິ່ງ​ໃດ ແລະ ເຮັດໃຫ້​ເຂົາມີ​ຄວາມ​ຕ້ອງການ​ຈະ​ສື່ສານ, ພ້ອມທັງ​ສັງເກດ​ອີກວ່າ ແມ່ນ​ສິ່ງໃດ​ທີ່​ເຮັດໃຫ້​ເຂົາ​ເສຍໃຈ​ ແລະ ເຮັດໃຫ້​ເຂົາ​ຢາກ​ຢຸດການ​ສື່ສານ. ຕໍ່ຈາກນັ້ນ ທ່ານ​ກໍ່​ສາມາດ​ຄົ້ນຄິດ​ເພື່ອ​ຊອກຫາ​ວິທີ​ດັດແປງ​ບັນດາ​ກິດຈະກຳ​ທີ່ຢູ່​ໃນປຶ້ມ​ເຫຼັ້ມນີ້, ແລ້ວ​ກິດຈະກຳ​ຕ່າງໆ​ເຫຼົ່ານີ້​ຈະໄດ້​ຮັບຜົນ​ດີ ແລະ ມີຄວາມ​ເໝາະສົມ​ກັບລູກ​ຂອງທ່ານ. ພ້ອມກັນ​ນັ້ນ​ມັນກໍ່ຈະ​ງ່າຍຂຶ້ນ​ໃນການ​ຈັດ​ກິດຈະກຳ​ປະຈຳວັນ​ໃນ​ຄອບຄົວ​ຂອງທ່ານ.

ທ່ານຍັງ​ສາມາດ​ດັດ​ປັບ​ບັນດາ​ກິດຈະກຳ​ເຫຼົ່ານີ້​ໃຫ້ເໝາະສົມ​ກັບຄວາມ​ອາດ​ສາມາດ​ຂອງລູກ​ທ່ານ. ຕົວຢ່າງ:

  • ຖ້າຫາກ​ເດັກ​ສາມາດ​ຍິນສຽງ​ຄຳເວົ້າ​ສ່ວນໃດ​ສ່ວນໜຶ່ງ, ຈົ່ງ​ຊ່ວຍເຂົາ​ໃຫ້ຮຽນຮູ້​ພາສາ​ຄຳເວົ້າ​ທີ່ງ່າຍ ດາຍ​ເສຍກ່ອນ​ໂດຍ​ມີການ​ເນັ້ນໜັກ​ສຽງ ແລະ ເວົ້າຄືນ​ບັນດາ​ຄຳເວົ້າ​ເຫຼົ່ານັ້ນ. ຕໍ່ມາ​ກໍ່ໃຊ້​ບັນດາ​ຄຳສັບ​ດັ່ງກ່າວ​ນັ້ນເຂົ້າ​ໃນຊີວິດ​ປະຈຳວັນ​ແຕ່​ລະມື້.
A man speaking to his boy in the hot sun.
ອາກາດ​ມັນ​ຮ້ອນ! ລູກ​ຢາກດື່ມ ນ້ໍາ​ບໍ? ພໍ່​ກໍ່ຢາກ​ດື່ມນ້ໍາ​ຄືກັນ
  • ຖ້າຫາກ​ເດັກ​ບໍ່ສາມາດ​ໄດ້ຍິນ​ສຽງ​ພາສາ​ຄຳເວົ້າ​ໄດ້ດີ​ພໍ​ປານໃດ. ຈົ່ງສອນ​ທຸກຄົນ​ໃນ​ບັນດາ​ພາສາ​ສັນຍະລັກ​ຕ່າງໆ ເພື່ອ​ຈະໃຊ້​ກັບເດັກ​ຄົນນັ້ນ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ8.
A woman shows some children how to sign.
ຖ້າ​ພວກເຈົ້າ​ໃຊ້​ສັນຍະລັກ​ນີ້ ແທນ​ໃຫ້ແກ່ “ລູກບານ” ຈັນທະ ສອນ ກໍ່ຈະ​ສາມາດ​ເຂົ້າໃຈ​ໄດ້.
  • ຖ້າລູກ​ຂອງທ່ານ​ຫາກ​ສາມາດ​ຮັບຮູ້​ສຽງ​ຕ່າງໆ​ທີ່ຢູ່​ອ້ອມຕົວ​ເຂົາ​ນັ້ນ. ທຸກຄົນ​ສາມາດ​ຊ່ວຍເຮັດ​ໃຫ້ເຂົາ​ມີຄວາມ​ສົນໃຈ​ຕໍ່​ບັນດາ​ສຽງ​ດັ່ງກ່າວ​ນັ້ນໄດ້.
A woman speaks to her daughter as she opens a door to let someone in.
ລູກ​ໄດ້ຍິນ​ບໍ? ມີຄົນ​ຢູ່ທີ່​ປະຕູ.


ການ​ຊ່ວຍເຫຼືອ​ໃນການ​ຈະເລີນ​ເຕີບໂຕ​ລູກ​ຂອງທ່ານ
ຖ້າທ່ານ​ຫາກ​ປະຕິບັດ​ບັນດາ​ກິດຈະກຳ​ເຫຼົ່ານີ້ ໃຫ້ກາຍ​ເປັນ​ພາກສ່ວນ​ໜຶ່ງ​ໃນຊີວິດ​ປະຈຳວັນ​ຂອງ​ຄອບຄົວ​ທ່ານແລ້ວ, ລູກ​ຂອງທ່ານ​ຈະມີ​ຊີວິດ​ໄວເດັກ​ທີ່ເຕັມ​ໄປດ້ວຍ​ຄວາມ​ສະໜຸກ​ສະໜານ ແລະ ການ​ຮຽນຮູ້​ເມື່ອເຂົາ​ເຕີບໃຫຍ່​ຂຶ້ນມາ ເຂົາຈະ​ສາມາດ:
ຮ່ວມການ​ສົນທະນາ​ຄອບຄົວ​ໄດ້. ພັດທະນາ​ມິດຕະພາບ ກັບ​ເດັກ​ຄົນ​ອື່ນໆ​ໄດ້.
A man, woman and 3 children eating together.
3 children play with a tire.
ໄປ​ໂຮງຮຽນ ແລະ ຮຽນ ຮູ້​ເລື່ອງ​ການ​ຄິດໄລ່​ໄດ້.
3 young children reading in a classroom.
HCWD Ch3 Page 32-4.png
ພົບປະ​ກັບ​ບັນດາ​ເດັກ ແລະ ຜູ້ໃຫຍ່​ຄົນອື່ນ ທີ່​ພິການ​ທາງຫູ ຫຼື ບໍ່​ສາມາດ​ຮັບຟັງ​ໄດ້ດີ.
A couple smiling as they hold a small baby.
ແຕ່ງງານ ແລະ ມີ​ຄອບຄົວ​ເປັນຂອງ ຕົນເອງ, ນັບຈາກນີ້​ເປັນຕົ້ນໄປ. ເຂົາເອງ​ກໍ່ຈະ​ສາມາດ​ສົ່ງເສີມ​ຄອບຄົວ ຂອງເຂົາ ແລະ ຢູ່​ຮ່ວມກັບ​ຊຸມຊົນ​ໄດ້.


HCWD Ch3 Page 32-6.png
ການທີ່​ຈະເຮັດ​ໃຫ້ການ​ຮຽນຮູ້ ເປັນ ການ​ຮຽນຮູ້​ທີ່​ສະໜຸກ​ສະໜານ​ນັ້ນ ຕ້ອງ:
✓ ມີຄວາມ​ອົດທົນ.
✓ ປັນໄປ​ໃນ​ທິດທາງ​ທີ່ດີ​ຂຶ້ນ.
✓ ເປັນ​ກິດຈະກຳ​ທີ່ສັ້ນ.

ໃນຂະນະ​ທີ່ທ່ານ​ເຮັດ​ກິດຈະກຳ​ຕ່າງໆ​ໃນປຶ້ມ​ເຫຼັ້ມນີ້, ຈົ່ງ​ພະຍາຍາມ​ຄື:

  • ຕ້ອງ​ອົດທົນ: ເດັກນ້ອຍ​ສາມາດ​ໃສ່ໃຈ​ໄດ້​ພຽງແຕ່ 2-3 ນາທີ​ເທົ່ານັ້ນ​ຕໍ່ຄັ້ງ.
  • ຕ້ອງ​ໃຫ້ມີຄວາມ​ເບີກບານ​ໃຈ: ການ​ຮຽນຮູ້​ກິດຈະກຳ ຈະມີ​ປະສິດ​ທິພາບ​ຫຼາຍຂຶ້ນ, ຖ້າຫາກ​ກິດຈະກຳ​ເຫຼົ່ານັ້ນ​ຫາກມີ​ຄວາມ​ສະໜຸກ​ສະໜານ​ສຳລັບ​ທ່ານ​ທັງສອງ​ຝ່າຍ.


ບໍ່​ຕ້ອງ​ໝົດ​ກຳລັງ​ໃຈ, ບໍ່ຄວນ​ຄາດຫວັງ​ໃຫ້ມີ​ການ​ປ່ຽນແປງ​ພຶດຕິກຳ​ຂອງເດັກ​ຢ່າງ​ທັນທີ​ທັນໃດ, ລູກ ຂອງທ່ານ​ຈະ​ສາມາດ​ຮຽນຮູ້​ສິ່ງໃດ​ສິ່ງໜຶ່ງ​ຈາກ​ແຕ່ລະ​ບັນດາ​ກິດຈະກຳ, ຖ້າ​ທ່ານ​ບໍ່​ສັງເກດ ທ່ານ​ເອງ​ກໍ່ບໍ່​ສາ ມາດ​ຮັບຮູ້​ໄດ້.