Hesperian Health Guides

ຈະຮູ້​ໄດ້​ແນວໃດ ຖ້າຫາກ​ລູກ​ຂອງທ່ານ​ຫາກ​ຕ້ອງການ​ຄວາມ​ຊ່ວຍເຫຼືອ

ຢູ່ໃນພາກນີ້:

ເດັກ​ເກີດໃໝ່​ນັ້ນ ໄດ້​ພັດທະນາ​ເລີ່ມຈາກ​ຝາຕີນ​ຂອງ​ພວກເຂົາ​ຂຶ້ນມາ. ແຕ່ເດັກ​ບາງຄົນ​ຜັດ​ມີການ​ພັດທະນາ​ທີ່​ໄວກວ່າ​ເດັກ​ຄົນອື່ນ. ແຕ່ເດັກ​ສ່ວນໃຫຍ່​ແລ້ວ​ແມ່ນ​ມີການ​ຈະເລີນ​ເຕີບໂຕ ແລະ ພັດທະນາ​ທັກສະ​ໃໝ່​ຢູ່​ໃນໄລຍະ​ອາຍຸ​ດຽວກັນ​ເຊັ່ນ: ເມື່ອ​ພວກເຂົາ​ມີອາຍຸ ​2 ປີ, ເດັກ​ເກືອບ​ທັງໝົດ​ສາມາດ​ເວົ້າ​ ຫຼື ​ສາ ມາດ​ໃຊ້​ເຄື່ອງໝາຍ​ໄດ້ ​50 ຫາ 200 ຄຳສັບ. ເດັກທີ່​ປົກກະຕິ​ເມື່ອ​ມີອາຍຸ 3 ປີ, ເຂົາຈະ​ຮູ້​ພາສາ​ປະມານ 900 ຄຳສັບ ແລະ ຈະຮູ້​ໄດ້ເຖິງ 1500 ຄຳສັບ ເມື່ອເຂົາ​ມີ​ອາຍຸໄດ້ 4 ປີ.

ສິ່ງ​ສຳຄັນ​ກໍ່ຄື​ເດັກ​ໄດ້​ສືບຕໍ່​ຮຽນ​ທັກສະ​ໃໝ່​ຕໍ່ໄປ, ແຕ່ຖ້າ​ຫາກເດັກ​ບໍ່ໄດ້​ຮຽນຮູ້​ທັກສະ​ໃດໜຶ່ງ​ຄືກັບ​ເດັກ​ຜູ້ອື່ນ ທີ່ມີ​ອາຍຸ​ຮຸ່ນດຽວ​ກັນໄດ້​ຮຽນຮູ້​ນັ້ນ ເຖິງແມ່ນ​ວ່າ​ຈະໃຊ້​ເວລາດົນ​ມາແລ້ວ​ກໍ່ຕາມ, ນີ້​ຈະເປັນ​ສັນ ຍານ​ທີ່​ສະແດງ​ໃຫ້ເຫັນ​ວ່າ​ເຂົາ​ອາດຈະ​ມີ​ບັນຫາ ຫຼື ຕ້ອງການ​ຄວາມ​ຊ່ວຍເຫຼືອ​ໂດຍດ່ວນ​ແລ້ວ.

A woman helps her daughter write in her notebook.

ຕາຕະລາງ​ຕໍ່ໄປນີ້​ໄດ້​ພັນລະນາ​ກ່ຽວກັບ​ທັກສະ​ການສື່ສານ​ຈຳນວນໜຶ່ງ​ທີ່ເດັກ​ມີການ​ຮຽນຮູ້​ແລະ ເດັກ​ເກືອບໝົດ​ທຸກຄົນ​ກໍ່ຮຽນຮູ້​ສິ່ງເຫຼົ່ານັ້ນ. ຜູ້ທີ່​ເປັນພໍ່​ແມ່​ຂອງເດັກ​ສາມາດ​ໃຊ້​ຕາຕະລາງ​ດັ່ງກ່າວນີ້​ປຽບທຽບ​ໄດ້ວ່າ: ມີ​ທັກສະ​ໃດແດ່ ທີ່ລູກ​ຂອງຕົນເອງ​ໄດ້ຮຽນຮູ້​ແລ້ວ ແລະ ຍັງມີ​ທັກສະ​ໃດແດ່ ທີ່​ເຂົາຍັງຕ້​ອງການ​ທີ່ຈະ​ຮຽນຮູ້, ຈົ່ງ​ຕັດສິນໃຈ​ວ່າ ກິດຈະກຳ​ອັນໃດ​ຄວນຈະ​ເຮັດກ່ອນ, ໂດຍ​ເລີ່ມຈາກ​ການຖາມ​ຕົວ​ຂອງທ່ານ​ເອງກ່ອນ​ວ່າ “ລູກ​ຂອງຂ້ອຍ​ໄດ້ຮຽນຮູ້​ທຸກສິ່ງ​ທີ່​ຄືກັນກັບ​ເດັກ​ຄົນອື່ນ​ຜູ້ທີ່​ມີ​ອາຍຸ​ຫລຸ້ນດຽວກັນ​ຮຽນຮູ້​ບໍ”? ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນແຜນວາດ​ສະແດງການ​ພັດທະນາ​ຂອງ​ເດັກ.

ອາຍຸ 3 ເດືອນ ອາຍຸ 6 ເດືອນ
  • ຈະມີການ​ຕອບສະໜອງ​ຕໍ່ສຽງ ແລະ ໃນໜ້າທີ່​ເດັກ​ຄຸ່ນເຄີຍ
  • ມີປະຕິ​ກິລິຍາ​ຕໍ່ສຽງ ຫຼື ການເຄື່ອນເໜັງ​ທີ່​ໄວວາ
A man holding his small baby.
  • ຈະສ້າງ​ພາສາມີ ຫຼື ສຽງ​ແບບ​ງ່າຍດາຍ​ອອກມາ
  • ຈະຫຼຽວເບິ່ງ​ວັດຖຸ​ທີ່ ເຄື່ອນເໜັງ ຫຼື ຕົ້ນກຳເນີດ​ຂອງສຽງ
A baby lies on his mother's chest, reaching for her face.


ອາຍຸ 1 ປີ ອາຍຸ 2 ປີ
  • ເດັກ​ຈະມີການ​ປະສົມສຽງ ຫຼື ແກວ່ງມື​ໄປມາ
  • ເລີ່ມມີ​ການຕັ້ງຊື່​ໃຫ້ວັດຖຸ​ຕ່າງໆ
  • ເຂົ້າໃຈ​ ຫຼື ຕອບສະໜອງ​ຕໍ່ກັບ ສັນຍະລັກ ຫຼື ຄຳສັບ​ທີ່ງ່າຍ
  • ຮຽນແບບ​ສັນຍະລັກ​ດ່ຽວ
A baby making sounds as she shakes a rattle.
ກາ..ກາ
  • ໃຊ້​ສັນຍະລັກ ຫຼື ຄຳສັບ​ທີ່ງ່າຍດາຍ
  • ໃຊ້​ສັນຍະລັກ ຫຼື ປະໂຫຍກ​ທີ່ມີ 2-3 ຄຳສັບ
  • ຮູ້​ສັນຍະລັກ ຫຼື ຄຳສັບ​ແຕ່ 50 ຫາ 200 ຄຳສັບ
A small child uses sign language.
ຈອກຂອ ງຂ້ອຍ.


3 years 5 years
  • ເຂົ້າໃຈ​ພາສາ​ທີ່ງ່າຍ ດາຍ​ເກືອບ​ທັງໝົດ
  • ຮູ້ ແລະ ນຳໃຊ້​ສັນຍະ ລັກ ຫຼື ຄຳສັບ​ແຕ່ 500 ຫາ 1000 ຄຳສັບ
A small boy and his mother make signs to one another.
ເຂົ້າໜົມ​ວົງ ຢູ່ໃສແລ້ວ?
ຂ້ອຍກິນ ມັນແລ້ວ.
  • ພວກຄົນ​ເຫຼົ່ານັ້ ນ ກຳ ຍະລັກ​ກ່ຽວກັບ​ສິ່ງທີ່
  • ມັນແລ້ວ ມັກຕັ້ງ​ຄຳຖາມ
A young boy speaks to his father as they walk with hands held.
ພວກຄົນ​ເຫຼົ່ານັ້ນ ກຳ ລັງ​ເຮັດຫຍັງ?



ທ່ານ​ສາມາດ​ຊ່ວຍເຫຼືອ​ລູກ​ຂອງທ່ານ​ໃຫ້ມີ​ການຮຽນຮູ້​ໄດ້

ຖ້າຫາກ​ທ່ານ​ຄິດວ່າ ທັກສະການ​ສື່ສານ​ຂອງ​ລູກທ່ານ​ບໍ່ໄດ້ມີ​ການ​ພັດທະນາ​ເທົ່າທີ່ຄວນ, ທ່ານສາ ມາດ​ຊ່ວຍໃຫ້​ເຂົາ​ຮຽນຮູ້​ໄດ້. ຜູ້ທີ່​ເປັນພໍ່​ແມ່ ມັກຄິດ​ສະເໝີ​ວ່າ ມີພຽງແຕ່​ຜູ້ຊ່ຽວຊານ​ ເທົ່ານັ້ນ ຈິ່ງ​ສາມາດ​ຊ່ວຍ ລູກ​ຂອງຕົນ​ໄດ້. ແຕ່​ອາດຈະ​ເປັນພໍ່ ຫຼື ແມ່ ທີ່ຮູ້ຈັກ​ລູກ​ຂອງຕົນ​ດີກວ່າ​ຄົນ​ອື່ນໆ, ສະນັ້ນ​ທ່ານ​ສາມາດ​ເຮັດໃຫ້​ມີການ​ປ່ຽນແປງ​ຢ່າງໃຫຍ່ຫຼວງ​ໃນ​ພັດທະນາການ​ຂອງເຂົາ​ໄດ້.

A woman thinking as she sits beside her son, touching his shoulder.
ເດັກ​ຄົນອື່ນ​ທີ່ມີ​ອາຍຸ​ຫລຸ້ນດຽວ​ກັບ ທ້າວ ຄຳແພງ ແມ່ນ​ຮູ້ຈັກ​ສ້າງ​ສາຍພົວພັນ​ກັບ​ຄົນອື່ນ ແລ້ວ. ສະນັ້ນ, ຂ້ອຍ​ຄິດວ່າ ມັນມີ​ຄວາມສຳ ຄັນ​ຫຼາຍ​ສຳຫລັບ​ລາວ​ໃນການ​ຮຽນຮູ້ເຂົ້າ ກັບເດັກ​ຄົນອື່ນ.