Hesperian Health Guides

ທຳຄວາມ​ເຂົ້າໃຈ​ກັບຄວາມ​ຮູ້ສຶກ​ຂອງທ່ານ

ຢູ່ໃນພາກນີ້:

A woman thinking as she stands behind her husband.
ຕູລີ​ຮູ້ສຶກ​ໃຈຮ້າຍ​ທີ່ລູກ ຫູໜວກ​ແຕ່ຂ້ອຍ​ຜັດ ຮູ້ສຶກ​ໂສກເສົ້າ​ຕະ ຫຼອດເວລາ.

ພໍ່​ແມ່ ສະມາຊິກ​ຄົນອື່ນໆ​ໃນຄອບຄົວ ແລະ ຜູ້​ດູແລ​ເດັກ​ຈະສະແດງ​ຄວາມ​ຮູ້ສຶກ​ທີ່​ພວກເຂົາ​ມີ​ອອກມາ​ໃນຫຼາຍໆ​ແບບ​ແຕກຕ່າງ​ກັນ. ເປັນສິ່ງ​ທີ່ດີ​ທີ່ສຸດ​ທີ່ຈະ​ປ່ອຍໃຫ້​ພວກເຂົາ​ຮູ້ສຶກ​ຕາມແບບ​ຂອງ​ພວກເຂົາ, ໂດຍ​ປາສະຈາກ​ການ​ຕັດສິນ​ວ່າ​ສິ່ງນັ້ນ​ຜິດ ຫຼື ຖືກ.

ບັນດາ​ຄວາມຮູ້​ສຶກ​ຕ່າງໆ ເຊັ່ນ: ຄວາມ​ກັງວົນ, ຄວາມ​ໂດດດ່ຽວ ຫຼື ຄວາມ​ຢ້ານກົວ ຈະຄ່ອຍ​ຫຼຸດ ຜ່ອນ​ລົງ​ເມື່ອ​ເວລາ​ຜ່ານໄປ ທ່ານຈະ​ຮັບຮູ້​ວ່າ​ເດັກ​ທີ່ມີ​ບັນຫາ ໃນການ​ໄດ້ຍິນ​ກໍ່ມີ​ຄວາມ​ຕ້ອງການ​ຄວາມຮັກ, ຄວາມ​ເມດຕາ, ມີລະບຽບ​ວິໄນ ແລະ ຮຽນຮູ້​ເໝືອນກັບ​ເດັກນ້ອຍ​ຄົນ​ອື່ນໆ.

A man thinking as his daughter and 2 other children walk away.
ຈະເປັນ​ແນວໃດ​ຖ້າລາວ ບໍ່​ສາມາດ​ຮຽນ​ຄືກັນ​ກັບ ເດັກ​ຄົນ​ອື່ນໆ?

ຄວາມ​ຮູ້ສຶກ​ເຫຼົ່ານີ້​ຈະ​ກັບຄືນ​ມາຫາ​ທ່ານ​ອີກ​ເທື່ອໜຶ່ງ​ໃນໄລຍະ​ສຳຄັນ (ຫົວລ້ຽວ​ຫົວຕໍ່) ຂອງຊີວິດ​ເດັກ​ເຊັ່ນ: ເມ່ືອເຂົາ​ເລີ່ມ​ເຂົ້າ​ໂຮງຮຽນ ເຊິ່ງ​ສິ່ງນີ້​ບໍ່ໄດ້​ໝາຍ​ຄວາມວ່າ​ມີສິ່ງ​ຜິດປົກກະຕິ, ແຕ່ມັນ​ໝາຍຄວາມວ່າ​ທ່ານ​ກຳລັງ​ຜ່ານ​ໄລຍະ​ຂອງການ​ຍອມຮັບ​ເອົາ​ຄວາມ​ຫູໜວກ​ຂອງລາວ.

ຄວາມ​ຮູ້ສຶກ​ເຫຼົ່ານີ້​ຊ່ວຍ​ໃຫ້ທ່ານ​ຕ້ອງເຮັດ​ສິ່ງໃດ​ສິ່ງໜຶ່ງ​ເພື່ອ​ເຮັດໃຫ້​ຊີວິດ​ຂອງລູກ​ດີຂຶ້ນ​ຍົກຕົວຢ່າງ​ຄວາມ ຮູ້ສຶກ​ໂດດດ່ຽວ. ອາດ​ກະຕຸ້ນ​ໃຫ້ທ່ານ​ເຂົ້າຫາ​ຜູ້ໃຫຍ່​ທີ່​ຫູໜວກ​ໃນຊຸມຊົນ ຫຼື ບັນດາ​ຄອບຄົວ​ທີ່ມີ​ລູກ​ຫູໜວກ. ຄວາມ​ໃຈຮ້າຍ​ອາດ​ຊ່ວຍໃຫ້​ພະລັງ​ແກ່ທ່ານ​ໃນການ​ລວມກຸ່ມ​ກັບ​ບັນດາ​ພໍ່​ແມ່ ເພື່ອ​ຮ້ອງຂໍ​ໃຫ້​ລັດຖະບານ​ສະໜອງການ​ສຶກສາ​ໃຫ້ແກ່​ເດັກ​ຫູໜວກ.

ເມື່ອທ່ານ​ສາມາດ​ຍອມຮັບ​ວ່າ​ລູກ​ຂອງທ່ານ​ມີ​ບັນຫາ​ໃນການ​ໄດ້ຍິນ, ທ່ານກໍ່​ຈະເລີ່ມ​ຮູ້ສຶກ​ຮັກເດັກ​ໃນສິ່ງ​ທີ່ເຂົາ​ເປັນ ແລະ ກໍ່​ເໝືອນກັບ​ເດັກ​ທົ່ວໄປ, ເຂົາ​ກໍ່ຈະ​ໃຫ້ຄວາມ​ຊ່ວຍເຫຼືອ​ຄວາມ​ພໍໃຈ ແລະ ຄວາມລ່າເລີງ​ໃຫ້​ແກ່ທ່ານ.

A woman thinking as she watches her 2 children play.
ເບິ່ງແມ້​ພວກເຂົາ​ຫຼິ້ນ​ນຳກັນ​ມ່ວນ ສ່ຳໃດ! ບໍ່ຮູ້​ວ່າ​ຂ້ອຍ​ເຄີຍຄິດ​ໄດ້​ແນວ ໃດ​ວ່າ ບຸນມີ​ຈະເປັນ​ພາລະໃຫ້ແກ່ ຄອບຄົວ​ຂອງ​ພວກເຮົາ?