Hesperian Health Guides

ທຸກຄົນ​ສາມາດ​ຊ່ວຍໃຫ້​ເດັກ​ຫູໜວກ​ພັດທະນາ​ທັກສະ​ທາງ​ສັງຄົມ

ຢູ່ໃນພາກນີ້:

ເດັກ​ທີ່​ຫູໜວກ​ສາມາດ​ຮຽນ ແລະ ນຳໃຊ້​ທັກສະ​ທາງ​ສັງຄົມ​ໄດ້ດີ​ທີ່ສຸດ ເມື່ອ​ພວກເຂົາ​ໄດ້​ເຂົ້າຮ່ວມ​ຢູ່ໃນ​ການ​ດູແລ​ເບິ່ງແຍງ​ຂອງ​ຊຸມຊົນ ແລະ ເມື່ອເດັກ​ໄປເຂົ້າ​ໂຮງຮຽນ. ເມື່ອເດັກ​ໄດ້ ເຂົ້າຮ່ວມ ແລະ ໃຊ້​ເວລາ​ກັບກຸ່ມ​ສັງຄົມ​ນອກຈາກ​ຄອບຄົວ​ແລ້ວ, ຈະເຮັດ​ໃຫ້​ພວກເຂົາ​ມີ​ບາດກ້າວ​ທີ່ໃຫຍ່​ໃນການ​ພັດທະນາ​ທັກສະ​ທາງ​ສັງຄົມ. ຊຸມຊົນ​ບາງບ່ອນ​ມີສູນ​ດູແລເດັກ ແລະ ໂຮງຮຽນ​ອະນຸບານ ເຊິ່ງ​ເປັນບ່ອນ​ໃຫ້ກຸ່ມ​ເດັກນ້ອຍ​ໄດ້ຮຽນ ແລະ ຫຼິ້ນ​ໄປ​ພ້ອມໆ​ກັນ. ເດັກ​ກໍ່​ຮຽນຮູ້​ວ່າ ເດັກ​ແຕ່ລະຄົນ​ມີຄວາມ​ມຸ່ງຫວັງ​ທີ່​ແຕກຕ່າງ​ກັນ​ໃນກຸ່ມ. ພວກ ເຂົາ​ຮຽນຮູ້​ການ​ແບ່ງປັນ, ປ່ຽນຜຽນ ແລະ ການ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນອື່ນ.

ຊ່ວຍ​ໃຫ້ເດັກ​ຮຽນຮູ້​ກ່ຽວກັບ​ໂລກ​ອ້ອມຂ້າງ

A woman selling food in a market signing to a small girl.
ສຳລັບ​ເງິນ​ເທົ່ານີ້ ເຈົ້າ ສາມາດ​ເອົາໄດ້ 2 ອັນ​ເດີ໋.
ເດັກ​ສາມາດ​ຮຽນຮູ້​ໂລກ​ອ້ອມໂຕ​ພວກເຂົາ​ໂດຍຜ່ານ ການ​ສັງເກດ​ຄົນອື່ນ. ພວກເຂົາ​ຮຽນຮູ້​ສິ່ງ​ຕ່າງໆ​ເຊັ່ນ: ແມ່ນໃຜ​ປູກ​ພືດຜັກ​ອາຫານ​ທີ່​ພວກເຂົາ​ກິນ, ຮູ້ວ່າ​ຄົນຊື້ ຂາຍ​ສິ່ງຂອງ​ຢູ່ຕະຫຼາດ​ແນວໃດ.

ມັນເປັນ​ສິ່ງ​ສຳຄັນ​ສຳລັບ​ເດັກ​ຫູໜວກ ຫຼື
ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ ໃຫ້ມີ​ປະສົບການ ໃນການ​ເຂົ້າຮ່ວມ​ງານ​ສັງຄົມ, ເຂົ້າຮ່ວມ​ໃນ​ກິດຈະກຳ​ປະຈຳວັນ ແລະ ສົນທະນາ​ເລື່ອງ​ດັ່ງກ່າວ ກັບ​ຄອບຄົວ ແລະ ໝູ່ ຄູ່. ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ ຄວນ​ພາເດັກ​ຫູໜວກ​ອອກໄປ​ຂ້າງນອກ ສູ່​ສະຖານທີ່​ສາທາລະນະ ໃຫ້ຫຼາຍ​ເທົ່າທີ່​ຈະເຮັດ​ໄດ້. ທ່ານ​ຄວນ​ໝູນໃຊ້​ທຸກໆ​ໂອກາດ ເພື່ອສອນ ເດັກ​ວ່າ​ສິ່ງ​ຕ່າງໆ​ເປັນໄປ​ຄື​ແນວໃດ ຢູ່ໃນ​ສັງຄົມ.

ພາເຂົາ​ໄປ​ກັບທ່ານ ເມື່ອໄປ​ເອົານ້ໍາ, ເກັບຟືນ ຫຼື ເມື່ອທ່ານ​ໄປຕະຫຼາດ, ໄປ​ໂຮງຮຽນ, ໄປສະຖານທີ່ທາງສາສະໜາ, ໄປງານບູນ ຫຼື ເຂົ້າຮ່ວມງານຊຸມນຸມຂອງ ຊຸມຊົນ. ຕາມທາງ​ພະຍາຍາມ​ສັງເກດ​ຫາ​ສິ່ງທີ່​ເດັກ​ຫູໜວກ​ດີ​ສາມາດ​ຮຽນຮູ້​ໂດຍຜ່ານ​ການຟັງ, ພະຍາຍາມ​ອະທິບາຍ​ສິ່ງ​ດັ່ງກ່າວ​ໂດຍຜ່ານ​ສັນຍະລັກ ຫຼື ຄຳສັບ​ທີ່ທ່ານ ແລະ ລູກ​ເຂົ້າໃຈ.

A boy and a girl speaking as they sit with 2 other children.
ຍ້ອນວ່າ​ລີ​ບໍ່ສາມາດ ໄດ້ຍິນ​ດີ, ພວກເຮົາ ພາກັນ​ຫຼິ້ນເກມ​ທີ່ ຄົນ​ໄດ້ຍິນ ຫຼື ບໍ່ໄດ້ ຍິນ​ກໍ່​ຫຼິ້ນໄດ້​ເນາະ!
ພວກເຮົາ​ສາ ມາດ​ໃຊ້​ສັນຍານ​ມື ແທນ​ຄຳເວົ້າ “ພ້ອມບໍ່” ຫຼື “ອອກ”

ຊ່ວຍ​ໃຫ້ເດັກ​ພັດທະນາ​ມິດຕະພາບ

ເມື່ອເດັກ​ເລີ່ມ​ຫຼິ້ນ​ນຳກັນ​ຫຼາຍຂຶ້ນ, ການ​ສື່ສານ​ເຊິ່ງກັນ ແລະ ກັນ ແລະ ຄວາມ​ສາມາດ​ໃນການ​ຢູ່​ຮ່ວມກັນ​ກາຍເປັນ​ສິ່ງ​ສຳຄັນ​ຍິ່ງຂຶ້ນ. ເດັກ​ຫູໜວກ​ຫຼາຍຄົນ​ຢູ່​ຢ່າງ​ໂດດດ່ຽວ ແລະ ແຍກອອກ​ຈາກ​ຄົນອື່ນ. ສ່ວນໜຶ່ງ​ແມ່ນ ຍ້ອນ​ພວກເຂົາ​ບໍ່ໄດ້​ຮຽນຮູ້​ທັກສະ​ທາງ​ສັງຄົມ​ຢ່າງພຽງພໍ ເພື່ອ​ພັດທະນາ​ມິດຕະພາບ ແລະ ກໍ່ຍ້ອນ​ເດັກ​ຫູດີ ບໍ່ຮູ້​ຈະ​ນຳເອົາ​ພວກເຂົາ​ມາຮ່ວມ​ນຳໄດ້​ແນວໃດ. ທ່ານ​ສາມາດ ຊ່ວຍເດັກ​ຄົນອື່ນ​ໃນ​ຊຸມຊົນ ຜູ້ບໍ່​ຫູໜວກ​ເຂົ້າໃຈ​ວິທີ​ສື່ສານ​ກັບເດັກ ຫູໜວກ. ເມື່ອເດັກ​ຫູດີ​ເຂົ້າໃຈ​ສື່ສານ​ກັບເດັກ​ຫູໜວກ. ພວກເຂົາ​ອາດຢາກ​ເອົາເດັກ​ຫູໜວກ​ເຂົ້າມາ​ຫຼິ້ນນຳ.


ເດັກນ້ອຍ​ມັກ​ຫຼິ້ນເກມ​ທີ່ມີ “ການ​ຮຽນແບບ”. ຖ້າ​ພວກເຂົາ​ນຳເອົາ​ເດັກ​ຫູໜວກ​ມາ​ຮ່ວມນຳ, ມັນຈະ​ຊ່ວຍ​ໃຫ້ເດັກ​ຫູໜວກ​ຮູ້ວ່າ ແມ່ນຫຍັງ​ຈະ​ເກີດຂຶ້ນ​ແດ່​ໃນ​ສະຖານະການ​ໃໝ່ໆ ແລະ ຄວນ​ປະພຶດ​ຕົວ​ແນວໃດ.

3 children playing together.
ອ້າຍ ແລະ ເອື້ອຍ​ຂອງ​ສົມດີ​ຫຼິ້ນເກມ “ຮ້ານຄ້າ” ເພື່ອຊ່ວຍ ໃຫ້ເຂົາ​ເຂົ້າໃຈ​ວ່າ ຜູ້ຄົນ​ເຮັດຫຍັງ​ແດ່ ຢູ່​ຮ້ານຄ້າ ແລະ ສິນຄ້າ ຖືກ​ຊື້ຂາຍ​ແນວໃດ.

ເພື່ອ​ຊ່ວຍ​ໃຫ້ເດັກ​ສ້າງ​ເພື່ອນມິດ ແລະ ຫຼິ້ນ​ກັບເດັກ​ຄົນອື່ນ, ຈົ່ງຊ່ວຍ​ເຮັດ​ໃຫ້ເດັກ​ຮັບຮູ້​ ຄວາມ​ຮູ້ສຶກ​ຂອງ​ຄົນອື່ນ, ຮຽນຮູ້​ການ​ແບ່ງປັນ, ຮ່ວມມື ແລະ ທຳຄວາມ​ເຂົ້າໃຈ​ກົດລະບຽບ. ເພາະວ່າ ເດັກ​ອາດຍັງ​ຕ້ອງ ການ​ຄວາມ​ຊ່ວຍເຫຼືອ​ໃນການ​ສື່ສານ​ກັບເດັກ​ຄົນອື່ນ.

A child speaking while playing tug-of-war with 3 other children.
ລີ​ແຂງແຮງ​ຫຼາຍ! ຮອບ​ຕໍ່ໄປ​ຂ້ອຍ ຢາກ​ໃຫ້ເຂົາ​ມາຢູ່​ທາງ​ດຽວກັນ.

ເດັກ​ຫູດີ​ອາດ​ຮູ້ສຶກ​ທ້ໍໃຈ​ໃນການ​ພະຍາຍາມ​ຫຼິ້ນເກມ​ກັບເດັກ​ຜູ້ເຊິ່ງ​ບໍ່​ເຂົ້າໃຈ​ກົດ​ຂອງເກມ​ຫຼິ້ນ​ດັ່ງ ກ່າວ. ພວກເຂົາ​ອາດ ຢາກ​ໃຫ້ເດັກ​ຫູໜວກ​ອອກຈາກ​ເກມ. ທ່ານ​ສາມາດ​ຊ່ວຍໄດ້​ໂດຍ ການ​ບອກ​ວິທີ​ຫຼິ້ນເກມ​ທີ່ບໍ່​ຈຳເປັນ​ຕ້ອງໃຊ້​ຄຳສັບ. ທ່ານ​ສາມາດ​ອະທິບາຍ​ກົດລະບຽບ​ຂອງເກມ​ດັ່ງກ່າວ​ໃຫ້ລູກ​ຂອງທ່ານ ແລະ ສະແດງ​ໃຫ້ເຂົາ​ເຫັນ​ວິທີ​ຫຼິ້ນ.