Hesperian Health Guides

ບັນດາ​ປະເພດ​ເຄື່ອງຊ່ວຍ​ໃນການ​ຟັງ

ຢູ່ໃນພາກນີ້:

ສອງ​ປະເພດ​ເຄື່ອງຊ່ວຍ​ການຟັງ​ຕໍ່ໄປນີ້ ເປັນ​ເຄື່ອງຊ່ວຍ​ໃນການ​ຟັງ​ທີ່​ທຳມະດາ​ທີ່ສຸດ​ທີ່ເດັກ​ໃຊ້:

ເຄື່ອງຊ່ວຍ​ທີ່ຢູ່​ເບື້ອງຫຼັງ​ຂອງຫູ (BTE)
Image of the BTE aid.
ເປົ້າຟັງ (ພາກສ່ວນ​ທີ່​ສຸບ ເຂົ້າໄປ​ໃນຫູ)
A girl wearing the BTE aid.
ນີ້ແມ່ນ​ວິທີ​ທີ່ເດັກ​ໃສ່ ເຄື່ອງຊ່ວຍ​ໃນການ​ຟັງ (BTE)


ເຄື່ອງຊ່ວຍ​ເດັກ

Image of the body aid.
ເປົ້າຟັງ
A boy wearing the body aid.
ນີ້ແມ່ນ​ວິທີ​ທີ່ເດັກ​ໃສ່ ເຄື່ອງ ຊ່ວຍ​ໃນການ ຟັງ​ທີ່ຕິດ​ລຳຕົວ.

ໃນໂຮງຮຽນ​ຄົນ​ພິການ​ທາງຫູ​ແຫ່ງໜຶ່ງ ຢູ່ໃນ​ປະເທດ​ອິນເດຍ, ເດັກ​ທຸກຄົນ​ທີ່ໃສ່​ເຄື່ອງຊ່ວຍ​ໃນການ​ຟັງ​ຢູ່ໃນ​ຖົງເປ້​ເທິງ​ໜ້າເອິກ ເຊິ່ງ​ຖົງເປ້​ນັ້ນຈະ​ຢູ່ເທິງ​ໜ້າເອິກ​ສະເໝີ ເພາະວ່າ ໄມ (microphone) ຈະ​ສາມາດ​ຊ່ວຍ​ໃຫ້ເດັກ​ສາມາດ​ໄດ້ຍິນ​ສຽງ​ຂອງ​ຕົນເອງ, ຖົງເປ້​ດັ່ງກ່າວ​ນັ້ນ ແມ່ນ​ເຮັດດ້ວຍ​ຜ້າແພ​ທີ່ໜາ ເພື່ອ​ເປັນການ​ຫຼຸດຜ່ອນ​ສຽງ​ທີ່​ເນື່ອງນັນ ທີ່​ເກີດຈາກ​ເສື້ອຜ້າ. ໄມ ຂອງ​ເຄື່ອງຊ່ວຍ​ໃນການ​ຟັງ​ແມ່ນ​ຖືກເກັບ​ມ້ຽນໄວ້​ພາຍໃນ​ຖົງ, ຖົງ​ເຫຼົ່ານີ້ ຈະຖືກ​ຮັດ​ໃຫ້ແໜ້ນ ເພື່ອ​ຫຼຸດຜ່ອນ​ສຽງ​ລົບກວນ​ຂອງ​ເສື້ອຜ້າ ແລະ ມັນຈະ​ເຮັດໃຫ້​ໄມຮັບ​ສຽງ ໄດ້​ຢ່າງ​ຈະແຈ້ງ.

A man holding carrying his baby, who is wearing a BTE aid.
ເດັກ​ສາມາດ​ເລີ່ມໃຊ້ ເຄື່ອງຊ່ວຍ​ໃນການ ຟັງ​ໄດ້ ເມື່ອ​ພວກ ເຂົາ​ມີອາຍຸ​ພຽງ 3 ເດືອນ.

ຖ້າຫາກ​ເດັກ​ສາມາດ​ໃຊ້​ເຄື່ອງຊ່ວຍ​ໃນການ​ຟັງ​ໄດ້, ມັນຈະ​ດີ​ທີ່ສຸດ​ສຳລັບ​ທີ່ຈະ​ເລີ່ມໃຊ້​ເຄື່ອງຊ່ວຍ​ໃນການ​ຟັງ​ໄວ​ເທົ່າທີ່​ຈະເປັນ​ໄປໄດ້. ສິ່ງ​ດັ່ງກ່າວ​ນີ້ ເຂົາຈະ​ສາມາດ​ໃຊ້​ເຂົ້າໃນ​ການ​ຟັງສຽງ ແລະ ເລີ່ມຮຽນ​ໃນສິ່ງ​ຕ່າງໆ. ຈະ​ໄດ້ຮັບ​ການ​ຊ່ວຍເຫຼືອ​ຫຼາຍ​ທີ່ສຸດ ຈາກ​ເຄື່ອງຊ່ວຍ​ການຟັງ, ເດັກ​ຄວນຈະ​ໃສ່​ເຄື່ອງຊ່ວຍ​ໃນການ​ຟັງ​ນັ້ນ​ຕະຫຼອດ​ເວລາ, ຍົກເວັ້ນ​ໃນຕອນ ທີ່ເຂົາ​ອາບນ້ໍາ ແລະ ນອນ.