Hesperian Health Guides

ບົດທີ 10: ທັກສະ​ທາງສັງຄົມ

ຢູ່ໃນພາກນີ້:

2 girls watching a boy playing with a tire swing.

ບຸກຄົນ​ໃດ​ຫາກ​ສາມາດ​ເຂົ້າກັບຄົນ​ອ້ອມຂ້າງ​ໄດ້, ໝາຍຄວາມວ່າ​ບຸກຄົນ​ນັ້ນມີ “ທັກສະ​ທາງ​ສັງຄົມ” ທີ່ດີ. ຄົນເຮົາ​ພັດທະນາ​ທັກສະ​ທາງ​ສັງຄົມ ເມື່ອ​ພວກເຮົາ​ມີການ​ພົວພັນ​ເຊິ່ງກັນ ແລະ ກັນ ແລະ ເມື່ອ​ຄົນເຮົາ ໃຈໃສ່​ຄວາມ​ຮູ້ສຶກ​ຂອງ​ຄົນອື່ນ.

ການມີ​ທັກສະ​ທາງດ້ານ​ສັງຄົມ​ທີ່ດີ​ເປັນສິ່ງ​ສຳຄັນ​ສຳລັບ​ທຸກໆຄົນ. ເພື່ອ​ຢາກເປັນ​ສ່ວນໜຶ່ງ​ຂອງ​ກຸ່ມຄົນ ບໍ່ວ່າ​ຈະເປັນ​ໃນ​ຄອບຄົວ, ກຸ່ມ​ເພື່ອນຝູງ ຫຼື ຢູ່ໃນ​ໂຮງຮຽນ​ນັ້ນ ມັນ​ຈຳເປັນ​ທີ່​ພວກເຮົາ​ຕ້ອງມີ​ທັກສະ​ທາງ​ສັງຄົມ.

ທັກສະ​ທາງ​ສັງຄົມ​ບໍ່ແມ່ນ​ພຽງແຕ່​ການມີ​ມາລະຍາດ​ທີ່ດີ. ການມີ​ທັກສະ​ທາງ​ສັງຄົມ​ທີ່ດີ​ເຮັດໃຫ້​ຄົນເຮົາ:

  • ໃຫ້ ແລະ ຮັບຄວາມ​ສົນໃຈ, ຄວາມຮັກ ຫຼື ການ​ຊ່ວຍເຫຼືອ.
  • ສະແດງອອກ​ເຖິງຄວາມ​ຕ້ອງການ, ຄວາມ​ຮູ້ສຶກ ແລະ ສິດທິ​ໃນ​ແນວທາງ​ທີ່ເປັນ​ທີ່​ຍອມຮັບ​ຈາກ​ຄົນອື່ນ.
  • ສື່ສານ​ກັບ​ຄົນອື່ນ​ຢ່າງມີ​ປະສິດ​ທິພາບ.


5 children playing together outside.
ທັກສະ​ທາງ​ສັງຄົມ​ທີ່ດີ ຊ່ວຍ​ໃຫ້ເດັກ​ສາມາດ​ສ້າງເພື່ອນມິດ ແລະ ພົວພັນ​ກັບ​ຄົນອື່ນໆໃນ​ຊຸມຊົນ​ໄດ້.

ມັນເປັນ​ສ່ິງ​ສຳຄັນ​ທີ່​ເດັກນ້ອຍ​ຫູໜວກ ຫຼື ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ ຕ້ອງ​ພັດທະນາ​ທັກສະ​ທາງ​ສັງ ຄົມ. ການທີ່​ພວກເຂົາ​ສາມາດ​ເຂົ້າກັບ​ຄົນ​ອື່ນໆໄດ້ຊ່ວຍ​ໃຫ້ເດັກ​ບໍ່ຖືກ​ໂດດດ່ຽວ​ຈາກຄົນ​ອ້ອມຂ້າງ.

ກໍ່​ເໝືອນກັບ​ເດັກ​ທີ່​ໄດ້ຍິນ​ປົກກະຕິ, ເດັກ​ຫູໜວກ ຕ້ອງສ້າງ​ທັກສະ​ທາງ​ສັງຄົມ​ໂດຍການ​ສັງເກດ ແລະ ການ​ປະຕິສຳພັນ​ກັບ​ຜູ້ຄົນ​ທີ່ຢູ່​ອ້ອມຂ້າງ​ພວກເຂົາ. ສິ່ງນີ້​ຈະຊ່ວຍ​ໃຫ້ເດັກ​ຮູ້​ໃນສິ່ງ​ທີ່​ຄວນກະທຳ​ເຊັ່ນ: ການ​ປະຕິບັດ​ຕົນ​ຕໍ່​ຜູ້​ອາວຸໂສ, ການຂໍ​ອະນຸຍາດ​ເພື່ອ​ໃຊ້​ສິ່ງຂອງ ຂອງ​ຄົນອື່ນ ຫຼື ການລໍ ຖ້າ​ຈົນຮອດ​ຜຽນ​ຂອງຕົນ ໃນການ​ເຂົ້າຮ່ວມ​ກິດຈະກຳ​ໃດໜຶ່ງ.