Hesperian Health Guides

ບົດທີ 14: ການ​ສະໜັບ​ສະໜູນ​ສຳລັບ​ພໍ່​ແມ່​ ແລະ ຜູ້​ດູແລ​ເດັກ

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 14: ການ​ສະໜັບ​ສະໜູນ​ສຳລັບ​ພໍ່​ແມ່​ ແລະ ຜູ້​ດູແລ​ເດັກ

ຢູ່ໃນພາກນີ້:

ຢູ່ໃນ​ທົ່ວໂລກ, ຜູ້ເປັນ​ພໍ່​ແມ່ ແລະ ສະມາຊິກ​ໃນຄອບຄົວ​ຕ້ອງເຮັດ​ວຽກ​ຢ່າງໜັກ ເພື່ອ​ດູແລ​ເບິ່ງແຍງ​ລູກຫຼານ​ຂອງ​ພວກເຂົາ ແລະ ຖ້າ​ຄອບຄົວ​ດ່ັງກ່າວ​ຫາກມີ​ລູກນ້ອຍ​ທີ່ບໍ່​ສາມາດ​ໄດ້ຍິນ, ຍິ່ງຕ້ອງ​ມີ​ຄວາມຮັບ ຜິດຊອບ​ເພີ່ມເຕີມ​ພິເສດ ເພື່ອ​ເຮັດໃຫ້​ເດັກ​ສາມາດ​ເຕີບໃຫຍ່​ເປັນ​ຄົນດີ. ຄວາມ​ຮັບຜິດຊອບ​ເພີ່ມເຕີມ​ດັ່ງ ກ່າວ​ຈະຊ່ວຍ​ເຮັດໃຫ້​ຊີວິດ​ຂອງເດັກ​ປ່ຽນແປງ​ໄປ​ໃນທາງ​ທີ່ດີຂຶ້ນ ແຕ່ມັນ​ກໍ່​ເປັນວຽກ​ທີ່​ເຄັ່ງຄຽດ ແລະ ອິດ ເມື່ອຍ​ສຳລັບ​ພໍ່​ແມ່. ໃນບົດນີ້ ປະກອບ​ມີ​ບັນດາ​ຂ້ໍມູນ​ເພື່ອ​ຊ່ວຍໃຫ້​ຄອບຄົວ ຫຼື ຜູ້​ດູແລ​ເດັກ​ຫູໜວກ​ສາມາດ​ຮັບມື​ກັບ​ບັນດາ​ບັນຫາ​ຂອງ​ພວກເຂົາ​ໄປ​ພ້ອມໆ​ກັບ​ການ​ດູແລ​ຕົນເອງ ແລະ ເດັກນ້ອຍ​ໄປພ້ອມ.

2 women and a small child sitting together.

ເນື່ອງຈາກ​ວ່າ​ພວກເຮົາ​ດຳລົງຊີວິດ​ຮ່ວມກັບ​ລູກ​ຂອງ​ພວກເຮົາ. ທຸກສິ່ງ​ທຸກຢ່າງ​ທີ່​ເກີດຂຶ້ນ​ກັບເດັກ​ແມ່ນ​ມີຜົນ​ສະທ້ອນ​ກັບ​ພວກເຮົາ​ຢ່າງ​ເລິກເຊິ່ງ. ຫຼາຍໆ​ຄອບຄົວ​ທີ່ມີ​ລູກ​ຫູໜວກ​ຮູ້ສຶກ​ສິ້ນຫວັງ ຫຼື ຢ້ານກົວ​ອະນາຄົດ. ຖ້າ​ບັນດາ​ພໍ່​ແມ່​ຫາກ​ປຸ້ມລຸມ​ກັນ ເພື່ອ​ຊ່ວຍເຫຼືອ​ສະໜັບສະໜູນ​ເຊິ່ງກັນ ແລະ ກັນແລ້ວ. ພວກເຂົາ​ສາມາດ​ປັບປຸງ​ຄຸນນະພາບ​ຊີວິດ​ລູກຂອງ​ພວກເຂົາ​ໄດ້. ພວກເຂົາ​ສາມາດ​ເຮັດວຽກ​ຮ່ວມກັນ ເພື່ອຊຸກຍູ້ ຊຸມຊົນ​ໃຫ້ການ​ສະໜັບສະໜູນ​ທີ່ດີ ໃຫ້ແກ່​ເດັກນ້ອຍ​ທຸກໆຄົນ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ.