Hesperian Health Guides

ບົດທີ 1: ຄວາມ​ຫຍຸ້ງຍາກ​ໃນ​ການຟັງ ແລະ ການ​ສື່ສານ

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 1: ຄວາມ​ຫຍຸ້ງຍາກ​ໃນ​ການຟັງ ແລະ ການ​ສື່ສານ

ຢູ່ໃນພາກນີ້:

A man holding a baby.

ຢູ່ໃນ​ທົ່ວໂລກ​ໄດ້ມີ​ເດັກ​ຈຳນວນ​ຫຼວງຫຼາຍ​ທີ່​ຫູໜວກ ຫຼື ເປັນຄົນ​ຫູຕຶງ. ພໍ່​ແມ່​ຂອງພວກ​ເຂົາ​ອາດຈະ​ບໍ່ເຄີຍຮູ້ ​ວ່າແມ່ນ​ສາເຫດໃດ​ທີ່​ພາໃຫ້​ລູກ​ຂອງຕົນ​ກາຍເປັນ​ຄົນ​ຫູໜວກ, ການທີ່​ຫູໜວກນັ້ນ​ອາດຈະ​ເປັນຜົນ​ເນື່ອງມາຈາກ​ການຕິດເຊື້ອ​ຂອງຫູ, ອາການ​ເຈັບປ່ວຍ​ອື່ນໆ​ເຊັ່ນ: ເຫຍື່ອ​ຫຸ້ມ​ສະໝອງ​ອັກເສບ, ບາດແຜ​ຕ່າງໆ ຫຼື ອາດຈະ​ເປັນການ​ຖ່າຍທອດ​ທາງສາຍ​ເລືອດ.

ເດັກ​ຜູ້ທີ່​ຫູໜວກ ຫຼື ຫູຕຶງ​ນັ້ນແມ່ນ​ຕ້ອງການ​ຄວາມຮັກ, ຄວາມ​ເອົາໃຈໃສ່, ມິດຕະພາບ, ສິດ​ໃນການ​ ຄອບຄອງ ແລະ ການ​ສຶກສາ​ຄືກັບ​ເດັກ​ທົ່ວໄປ. ເນື່ອງຈາກ​ວ່າ ພວກເຂົາ​ບໍ່ສາມາດ​ຮັບຮູ້​ດ້ວຍ​ການຟັງ​ໄດ້, ສະນັ້ນ​ເດັກ​ເຫຼົ່ານີ້​ກໍ່ຈະ​ບໍ່ສາມາດ​ຮຽນ​ພາສາ​ໄດ້​ໂດຍ ປາສະຈາກ​ການ​ຊ່ວຍເຫຼືອ ແລະ ເມື່ອ​ບໍ່ຮູ້​ພາສາ ພວກເຂົາ​ກໍ່ບໍ່​ສາມາດ​ຕິດຕໍ່​ສື່ສານ​ກັບ​ຄົນອື່ນ​ໄດ້, ບໍ່​ສາມາດ​ສະແດງ​ຕົວ​ຂອງ​ພວກເຂົາ​ເອງ ຫຼື ຮຽນຮູ້​ຄືກັນກັບ​ເດັກ​ຄົນ​ອື່ນໆ.

ແຕ່​ຖ້າ​ໄດ້ຮັບ​ການ​ຊ່ວຍເຫຼືອ​ແຕ່​ເບື້ອງຕົ້ນ​ແລ້ວ, ເດັກ​ທີ່​ຫູໜວກ​ນັ້ນ​ສາມາດ​ທີ່​ຈະ​ຮຽນຮູ້​ພາສາ​ໃດ​ໜຶ່ງ​ໄດ້​ຄືກັບ​ເດັກ​ທົ່ວໄປ, ສິ່ງທີ່​ສຳຄັນ​ທີ່ສຸດ​ສຳລັບ​ເດັກນ້ອຍ​ຜູ້ທີ່​ພິການ​ທາງຫູ​ນັ້ນ​ກໍ່ຄື: ພໍ່​ແມ່, ບັນດາ​ສະມາຊິກ​ໃນ​ຄອບຄົວ ​ແລະ ບັນດາ​ໝູ່ເພື່ອນ ເຊິ່ງ​ຈະເປັນ​ຜູ້​ຊ່ວຍໃຫ້​ເດັກ​ພິການ​ທາງຫູ​ນັ້ນ​ໄດ້​ຮຽນຮູ້​ໃນການ​ສື່ສານ​ກັບ​ຄົນອື່ນ.