Hesperian Health Guides

ບົດທີ 2: ຄວາມ​ສຳຄັນ​ການ​ຊ່ວຍເຫຼືອ​ຕັ້ງແຕ່​ເບື້ອງຕົ້ນ

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 2: ຄວາມ​ສຳຄັນ​ການ​ຊ່ວຍເຫຼືອ​ຕັ້ງແຕ່​ເບື້ອງຕົ້ນ

ຢູ່ໃນພາກນີ້:

ໃນຊ່ວງ​ອາຍຸ​ຕອນຕົ້ນ​ຂອງ​ຊີວິດ, ເດັກນ້ອຍ​ທຸກຄົນ​ລວມທັງ​ເດັນ​ທີ່​ຫູໜວກ ຫຼື ບໍ່​ສາມາດ​ຮັບຟັງ​ໄດ້ດີ​ນັ້ນແມ່ນ​ຈະ​ຮຽນຮູ້​ຫຼາຍ​ທັກສະ ແລະ ຮຽນຮູ້​ສິ່ງ​ຕ່າງໆ​ໄດ້ໄວ ແລະ ງ່າຍດາຍ​ກວ່າ​ໄລຍະ​ອື່ນໆ ຂອງ​ຊີວິດ​ພວກເຂົາ. ການ​ພັດທະນາ​ທາງດ້ານ​ຮ່າງກາຍ​ແມ່ນ​ສາມາດ​ສັງເກດ​ເຫັນ​ໄດ້ງ່າຍ​ເຊັ່ນ: ທຳອິດ​ພວກເຂົາ​ຈະຄານ, ຕໍ່ມາ​ພວກເຂົາ​ກໍ່ຈະ​ເລີ່ມຍ່າງ​ ແລະ ແລ່ນ.

A girl speaking as she helps her little brother clap his hands.
ບັດນີ້​ແມ່ນທີ ຂອງ​ເຈົ້າແລ້ວ!

ເດັກ​ຍັງໄດ້​ເລີ່ມມີ​ການ​ພັດທະນາ​ທາງດ້ານ​ຈິດໃຈ​ນັບ​ຕັ້ງແຕ່​ທີ່​ພວກເຂົາ​ໄດ້​ເກີດຂຶ້ນມາ. ສະໝອງ​ຂອງເດັກ​ປຽບເໝືອນ​ດັ່ງ​ຟອງນ້ໍາ​ທີ່ມີ​ຄວາມ​ອາດ​ສາມາດ​ໃນການ​ດູດຊຶມ​ ແລະ​ ຮຽນຮູ້​ສິ່ງ​ໃໝ່ໆ. ໃນ​ໄລຍະ​ອາຍຸ​ເລີ່ມຕົ້ນ​ນັ້ນ, ເດັກ​ຜູ້ທີ່​ເປັນ​ປົກກະຕິ​ນັ້ນ ສາມາດ​ຮຽນ​ພາສາ​ໄດ້​ຢ່າງ​ວ່ອງໄວ​ ເຊິ່ງ​ໄດ້​ສະແດງອອກ​ເຖິງການ​ພັດທະນາ​ທາງດ້ານ​ພາສາ​ ແລະ ການ​ສື່ສານ​ຂອງ​ພວກເຂົາ. ພ້ອມກັນນັ້ນ​ຄວາມ​ສາມາດ​ໃນການ​ຄົ້ນຄິດ​ຂອງ​ພວກເຂົາ​ກໍ່​ຂະຫຍາຍໂຕ​ເຊັ່ນດຽວກັນ. ດັ່ງນັ້ນ​ມັນເປັນ​ສິ່ງ​ສຳຄັນ​ສຳລັບ​ຜູ້ທີ່​ເປັນ​ພໍ່​ແມ່ ໃນການ​ຊ່ວຍເຫຼືອ​ເດັກ​ຜູ້ທີ່​ຫູໜວກ ຫຼື ບໍ່​ສາມາດ​ທີ່​ຈະຮັບຟັງ​ໄດ້ດີ​ນັ້ນ ໃນການ​ຮຽນ​ພາສາ​ໄວ​ເທົ່າທີ່​ຈະເປັນ​ໄປໄດ້. ສຳລັບ​ເດັກ​ທີ່​ພິການ​ທາງຫູ​ ຫຼື ​ຫູຕຶງ ​ນອກຈາກ​ການ​ຮຽນຮູ້​ທາງດ້ານ​ພາສາ​ແລ້ວ, ພວກເຂົາ​ຍັງ​ສາມາດ​ພັດທະນາ​ຄວາມ​ສາມາດ​ທາງດ້ານ​ຈິດໃຈ​ຂອງ​ພວກເຂົາ​ອີກດ້ວຍ.

A boy, his younger brother, and his father use sign language.
ພໍ່! ຕອນ​ກາງຄືນ ດວງຕາເວັນ​ມັນ​ໄປໃສ?
ທ. ຈ່ອຍ! ລູກຄິດ​ແນວໃດ?
ມັນ​ໄປນອນ​ບໍ?