Hesperian Health Guides

ບົດທີ 3: ການ​ແນະນຳ​ສຳລັບ​ການສອນ​ພາສາ

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 3: ການ​ແນະນຳ​ສຳລັບ​ການສອນ​ພາສາ

ຢູ່ໃນພາກນີ້:

ເດັກ​ທີ່​ພິການ​ທາງຫູ ຫຼື ບໍ່ສາມາດ​ຮັບຟັງໄດ້ດີ​ນັ້ນຈະ​ສື່ສານໂດຍ​ການເບິ່ງ. ເຂົາຈະ​ບໍ່ສາມາດ​ຮຽນຮູ້​ຄຳສັບ​ໄດ້ຄືກັບ​ຄົນ​ປົກກະຕິ ດ້ວຍ​ການຟັງ​ພຽງແຕ່​ຄົນອື່ນ​ເວົ້າ. ເຂົາ​ພຽງແຕ່​ຕ້ອງການ​ເວລາ ແລະ ການຊ່ວຍ ເຫຼືອ​ຫຼາຍຂຶ້ນ​ໃນ​ການຮຽນຮູ້​ພາສາ. ເຖິງຈະແມ່ນ​ການເບິ່ງ ແລະ ຟັງ​ຜູ້ອື່ນ​ລົມກັນ ຫຼື ເບິ່ງ​ຄົນອື່ນ​ສະແດງ​ພາສາ​ມີກໍ່ຕາມ. ເຂົາ​ອາດຈະ​ເລີ່ມໃສ່ໃຈ​ຕໍ່ກັບ​ພາສາຂຽນ​ໄວກວ່າ​ເດັກ​ຄົນອື່ນໆ, ເມື່ອເຂົາເຫັນ​ພາສາຂຽນ​ເຊັ່ນ: ຊື່​ຂອງຕົນເອງ, ເຂົາກໍ່ຈະ​ສາມາດ​ເຊື່ອມຕໍ່​ລະຫວ່າງ​ຄຳ ແລະ ຄວາມໝາຍ​ຂອງມັນໄດ້.

ບັນດາ​ຄຳແນະນຳ​ຕ່າງໆ​ໃນ​ບົດນີ້, ຈະເຮັດ​ໃຫ້ມີ​ຄວາມສະດວກ ແລະ ງ່າຍຂຶ້ນ​ສຳຫລັບ ພໍ່​ແມ່ ແລະ ບຸກຄົນ​ອື່ນໆ ໃນການ​ສອນ​ວິທີການ​ໃຊ້ພາສາ​ໃຫ້ແກ່​ເດັກ. ສື່ສານ​ໃຫ້ຫຼາຍ​ເທົ່າທີ່​ຈະຫຼາຍໄດ້

ສື່ສານ​ໃຫ້ຫຼາຍ​ເທົ່າທີ່​ຈະຫຼາຍໄດ້

2 women at a water pump speaking together; small children are with them.
ມື້ນີ້ ເຈົ້າຈະມາ ຕະຫຼາດ​ບໍ?
ມາລະ​ບໍ່! ຂ້ອຍຈະ​ມາຊື້​ມັນຕົ້ນ ແລະໝາກມ່ວງ​ຈຳນວນໜຶ່ງ.
ເດັກ​ຕ້ອງການ​ມີສ່ວນຮ່ວມ​ໃນ​ກິດຈະກຳ​ຂອງ​ຄອບຄົວ.

ການ​ຊ່ວຍເຫຼືອເດັກ​ທີ່​ພິການ​ທາງຫູ ໃນການ​ຮຽນຮູ້​ພາສາ​ນັ້ນ ເປັນສິ່ງ​ສຳຄັນ​ທີ່ສຸດ, ທີ່ຜູ້ເປັນ​ພໍ່​ແມ່ ແລະ ບຸກຄົນອື່ນ​ສາມາດ​ເຮັດໄດ້. ໂດຍ​ປົກກະຕິ​ແລ້ວ ຄົນເຮົາ​ຈະບໍ່ໄດ້​ເວົ້າກັບ​ເດັກຫຼາຍ ເພາະວ່າ ພວກເຂົາ​ຈະສົນໃຈ​ໃນໜ້າວຽກ​ຂອງ​ພວກເຂົາ​ຫຼາຍກວ່າ, ແຕ່ລູກ​ຂອງທ່ານ​ແມ່ນ​ຕ້ອງການ​ໃຫ້ທຸກຄົນ​ໃຊ້ຄວາມ​ພະຍາ ຍາມ​ພິເສດ​ໃນການ​ສື່ສານ​ກັບເຂົາ, ການສື່ສານ​ກັນນັ້ນ​ເປັນພຽງ​ວິທີດຽວ​ທີ່ເຂົາ​ຈະສາມາດ​ຮຽນຮູ້ໄດ້.

ບາງຄັ້ງ ພໍ່​ແມ່ ອາດຈະ​ຮູ້ສຶກ​ລະອາຍ ແທນເດັກ​ທີ່​ພິການ​ທາງຫູ​ ຫຼື ເດັກ​ອາດຈະ​ຖືກ​ປົກປ້ອງ​ຫຼາຍເກີນໄປ. ແຕ່ເດັກ​ພັດຢາກ​ມີສ່ວນຮ່ວມ​ໃນການ​ເຮັດ​ກິດຈະກຳ​ຂອງ​ຄອບຄົວ​ຂອງເຂົາ. ການທີ່ເດັກ​ຖືກປະ ປ່ອຍ​ໃຫ້ຢູ່​ຢ່າງ​ໂດດດ່ຽວ​ນັ້ນ ຈະເປັນການ​ຢຸດການ​ຮຽນຮູ້​ຂອງເຂົາ​ໃນ​ຫຼາຍໆສິ່ງ.

ໃນໄລຍະ​ເວລາ​ຂອງວັນໜຶ່ງ, ຈົ່ງ​ຊອກຫາໂອກາດ​ທີ່ຈະ​ສື່ສານ​ກັບລູກ​ຂອງທ່ານ, ໃຫ້ເຂົາ​ມີສ່ວນຮ່ວມ​ໃນການ​ເຮັດ​ກິດຈະກຳ​ກັບ​ຄົນອື່ນໆ, ດັ່ງນັ້ນ ເຂົາຈະ​ໄດ້ເຫັນ ແລະ ໄດ້ຍິນ​ການສື່ສານ​ຂອງຄົນ​ໃນແບບ​ຕ່າງໆ. ພ້ອມກັນນັ້ນ​ກໍ່​ສົ່ງເສີມ​ໃຫ້​ສະມາຊິກ​ທັງໝົດ​ຄອບຄົວ​ເຊັ່ນ: ອ້າຍ, ເອື້ອຍ, ນ້ອງ, ພໍ່ເຖົ້າ, ແມ່ເຖົ້າ ແລະ ຍາດຕິ​ພີ່ນ້ອງ​ຄົນ​ອື່ນໆ ໃຫ້ເຮັດ​ເຊັ່ນດຽວກັນ​ນີ້.