Hesperian Health Guides

ບົດທີ 4: ທັກສະການ​ສື່ສານ​ພື້ນຖານ<

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 4: ທັກສະການ​ສື່ສານ​ພື້ນຖານ

ຢູ່ໃນພາກນີ້:

ຄົນເຮົາ​ຕາມ​ປົກກະຕິ​ແລ້ວ ຈະ​ສື່ສານ​ໂດຍ​ພາສາ​ຄຳເວົ້າ​ ຫຼື​ ສັນຍະລັກ. ເດັກ​ກໍ່​ໄດ້ມີ​ການ​ສື່ສານ​ດົນນານ​ມາແລ້ວ ກ່ອນທີ່​ພວກເຂົາ​ຈະ​ຮຽນຮູ້​ທັກສະ​ຕ່າງໆ​ເຫຼົ່ານີ້​ເສຍອີກ. ການ​ສື່ສານ​ເກີດຂຶ້ນ​ເມື່ອ:

  • ຄົນໃດ​ຄົນໜຶ່ງ​ສົ່ງ​ຂໍ້ຄວາມ​ອອກໄປ.
  • ສ່ວນ​ຄົນອື່ນ​ນັ້ນ​ຮັບເອົາ​ຂ້ໍຄວາມ​ດັ່ງກ່າວ​ນັ້ນແລ້ວ​ຕອບສະໜອງ​ຄືນ.


ເດັກແດງ​ສົ່ງ​ຂໍ້ຄວາມ​ດ້ວຍການ​ເຄື່ອນໄຫວ​ລຳໂຕ​ຂອງເຂົາ ແລະ ສົ່ງສຽງ​ອອກມາ ຫຼື ເຂົາ​ອາດຈະ​ປ່ຽນ​ລັກສະນະ​ສີໜ້າ​ຂອງ​ພວກເຂົາ. ເມື່ອ​ຜູ້ທີ່​ເປັນ​ພໍ່​ແມ່​ເຂົ້າໃຈ​ຕໍ່ກັບ​ການ​ກະທຳ​ຂອງເຂົາ ແລະ ຕອບສະ ໜອງ, ນັ້ນ​ກໍ່​ໝາຍ​ຄວາມວ່າ ພວກເຂົາ​ໄດ້​ສື່ສານ​ກັນແລ້ວ.
ເດັກ​ຄົນນີ້​ກຳລັງ​ສົ່ງ​ຂໍ້ຄວາມ​ວ່າ:

ເຂົາ​ຕື່ນເຕັ້ນ ເຂົາ​ຢາກ​ໄດ້​ເຄື່ອງຫຼິ້ນ
A small child smiles at his mother.
ອຳ...!
ເຂົາ​ມີຄວາມ​ສຸກ​ທີ່ເຫັນ​ແມ່​ຂອງລາວ.​
ເຈົ້າ, ສຸພັນນີ ມາ​ຂີ່​ຫຼັງ​ແມ່​ບໍ່!
A baby smiles and waves her arms.
A baby lies on her stomach and reaches for a toy.
ອາ...!

ທັກສະ​ການ​ສື່ສານ​ພື້ນຖານ​ໄດ້ຮັບ​ການ​ພັດທະນາ​ຄາວ​ເມື່ອ​ເດັກ​ຍັງເປັນ​ເດັກອ່ອນ, ກ່ອນທີ່​ເຂົາ​ຈະຮຽນ​ເວົ້າ​ ຫຼື ໃຊ້​ພາສາ ສັນຍະລັກ. ໃນໄລຍະ​ເວລາ​ດັ່ງກ່າວ​ນີ້. ທ່ານ​ສາມາດ​ຊ່ວຍ​ລູກ​ຂອງທ່ານ​ຮຽນຮູ້​ວ່າ ການ​ສື່ສານ​ນັ້ນ​ເຮັດ​ໃຫ້​ທຸກສິ່ງ​ເກີດຂຶ້ນ​ໄດ້. ການ​ສ່ືສານ​ຂັ້ນ​ພື້ນຖານ​ໄດ້ເປັນ​ການ​ກະກຽມ​ໃຫ້ລູກ​ຂອງທ່ານ​ຮຽນ​ພາສາ​ເວົ້າ​ ແລະ​ ໃຊ້​ພາສາ​ສັນຍະລັກ.

ໃນບົດ​ນີ້​ຈະຊ່ວຍ​ໃຫ້ທ່ານ​ເຂົ້າໃຈ​ວ່າ ລູກ​ຂອງທ່ານ​ສາມາດ:

  • ປ່ຽນຜຽນກັນ​ໄດ້​ແນວໃດ.
  • ໃສ່ໃຈ​ຕໍ່ທ່ານ​ໄດ້​ແນວໃດ.
  • ເຂົ້າໃຈ​ທ່ານ​ໄດ້​ແນວໃດ.
  • ໃຊ້​ພາສາ​ມື​ໄດ້​ແນວໃດ.
  • ສ້າງ​ສຽງ​ຂຶ້ນ​ໄດ້​ແນວໃດ.