Hesperian Health Guides

ບົດທີ 6: ທັກສະໃນ​ການຟັງ

ຢູ່ໃນພາກນີ້:

ໂດຍ​ໄດ້ຮັບ​ການ​ຊ່ວຍເຫຼືອ, ເດັກ​ຜູ້​ຊຶ່ງ​ມີບັນຫາ​ໃນການ​ໄດ້ຍິນ ສາມາດ​ຮຽນຮູ້​ວິທີ​ໃນການ​ຕັ້ງໃຈ​ຟັງ​ບັນດາ​ສຽງ​ທີ່​ພວກເຂົາ​ມີຄວາມ​ສາມາດ​ໄດ້ຍິນ. ຄວາມ​ເຂົ້າໃຈ​ກ່ຽວກັບ​ສຽງ​ຊ່ວຍ​ໃຫ້ເດັກ​ຮຽນຮູ້​ໂລກ​ອ້ອມຂ້າງ. ຊ່ວຍ​ໃຫ້​ພວກເຂົາ​ສາມາດ​ໃຊ້ຄວາມ​ອາດ​ສາມາດ​ໃນການ​ໄດ້ຍິນ​ໃຫ້ໄດ້​ດີຂຶ້ນ, ສາມາດ​ປ້ອງກັນ​ຕົນເອງ, ດຳລົງ​ຊີວິດ​ຢ່າງ​ປອດໄພ​ ແລະ ຊ່ວຍເຫຼືອ​ຕົນເອງ​ໄດ້.

ເດັກ​ຈຳນວນ​ໜຶ່ງ​ຍັງ​ສາມາດ​ໄດ້ຍິນ​ໜ້ອຍໜຶ່ງ​ເມືື່ອ​ຄົນອື່ນ​ລົມກັບ​ພວກເຂົາ. ເດັກ​ຫຼາຍຄົນ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ ບໍ່​ສາມາດ​ໄດ້ຍິນ​ສຽງຄ່ອຍ ແຕ່​ພວກເຂົາ​ຜັດ​ສາມາດ​ໄດ້ຍິນ​ສຽງ​ທີ່ດັງ, ເດັກ​ຈຳນວນ​ໜຶ່ງ​ສາມາດ​ໄດ້ຍິນ​ສຽງ​ທີ່ມີ​ໂທນສຽງ​ຕ່ຳ ເຊັ່ນ: ສຽງ​ພາຍຸ, ແຕ່ກັບ​ບໍ່​ສາມາດ​ໄດ້ຍິນ​ສຽງ​ທີ່ມີ​ໂທນສຽງ​ສູງ ເຊັ່ນ: ສຽງ​ໝາກຫວີດ. ແຕ່​ເນື່ອງຈາກ ພວກເຂົາ​ບໍ່​ເຂົ້າໃຈ​ຄວາມໝາຍ​ຂອງສຽງ, ພວກເຂົາ​ຈິ່ງ​ບໍ່ໄດ້​ໃຫ້​ຄວາມ​ສົນໃຈ​ແກ່ສຽງ​ເຫຼົ່ານັ້ນ.

A girl speaking to a boy as they watch chickens.
ສົມສັກ, ຟັງສຽງ ໂຕໄກ່​ນັ້ນແມະ!

ສະນັ້ນ ຖ້າ​ເດັກນ້ອຍ​ເຫຼົ່ານີ້ ໄດ້ມີ​ການຝຶກ​ຊ້ອມ​ການຟັງ, ມັນຈະ​ຊ່ວຍ​ໃຫ້​ພວກເຂົາ​ພັດທະນາ ແລະ ໝູນໃຊ້​ຄວາມ​ສາມາດ​ໃນການ​ໄດ້ຍິນ​ທີ່​ພວກເຂົາ​ຍັງພໍມີ.

ເພື່ອ​ເຮັດໃຫ້​ເດັກນ້ອຍ​ສາມາດ​ໄດ້ຍິນ​ໄດ້ດີອຂຶ້ນ ເດັກນ້ອຍ​ຄວນ:

  • ສັງເກດ​ສຽງ​ອ້ອມຂ້າງ ແລະ ສຽງ​ປາກເວົ້າ.
  • ຊອກຫາ​ແຫຼ່ງ​ທີ່ມີ​ຂອງສຽງ​ອ້ອມຂ້າງ ຫຼື ສຽງປາກ​ເວົ້າ​ດ່ັງກ່າວ.
  • ຈື່ຈຳ​ໃຫ້ໄດ້​ວ່າແມ່ນ​ສຽງຫຍັງ.
  • ບອກ​ຄວາມ​ແຕກຕ່າງ​ຂອງສຽງ​ເຫຼົ່ານັ້ນ.


A girl thinking as she holds her younger sister’s hand while they watch a boy kicking a can.
ຂ້ອຍ​ກຳລັງ​ສົງໄສ​ວ່າ ວັນດີ ຫັນໜ້າ ເບິ່ງ​ຍ້ອນລາວ​ໄດ້ຍິນ​ສຽງ​ຂອງ​ກະ ປ໋ອງ ນັ້ນ​ຫຼືບໍ?

ໃນ​ພາກນີ້ ຈະ​ປະກອບ​ມີ​ບັນດາ​ກິດຈະກຳ ທີ່​ຈະຊ່ວຍ​ກະຕຸກ​ຊຸກຍູ້​ໃຫ້ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ​ສັງເກດ, ຟັງ​ ແລະ ຮູ້​ສຶກສາ​ຄວາມສັ່ນ​ສະເທືອນ​ຂອງສຽງ​ຕ່າງໆ. ກິດຈະກຳ​ດັ່ງກ່າວ​ຈະຊ່ວຍ​ໃຫ້ເຂົາ​ເຈົ້າ​ຮຽນຮູ້​ກ່ຽວກັບ​ສຽງ, ພ້ອມນັ້ນ ກໍ່​ຈະຊ່ວຍ​ໃຫ້ທ່ານ​ຮູ້ໄດ້​ວ່າ ເດັກນ້ອຍ​ຜູ້ນັ້ນ ພໍມີ​ຄວາມ​ສາມາດ​ໃນການ​ໄດ້ຍິນ​ຢູ້​ບໍ ແລະ ແມ່ນສຽງ​ປະເພດ​ໃດ​ທີ່ລາວ​ສາມາດ​ໄດ້ຍິນ. ເຊິ່ງ​ບັນດາ​ຂ້ໍມູນ​ເຫຼົ່ານີ້ ຈະຊ່ວຍ​ໃຫ້ທ່ານ​ສາມາດ​ຮູ້ໄດ້​ວ່າ​ ເດັກນ້ອຍ​ຜູ້ນັ້ນ ຄວນຮຽນ​ພາສາ​ເວົ້າ ຫຼື ພາສາ​ມື ຈຶ່ງຈະ​ມີ​ຄວາມ​ເໝາະສົມ​ກວ່າກັນ.

ໃນຂະນະ​ທີ່ເຮັດ​ກິດຈະກຳ​ຢູ່ໃນ​ບົດນີ້, ທ່ານຄວນ​ສັງເກດ​ບັນດາ​ສິ່ງທີ່​ສະແດງ​ໃຫ້ຮູ້​ວ່າ ເດັກ​ຜູ້ນັ້ນ​ ກຳລັງ​ຟັງສຽງ ເດັກນ້ອຍ​ອາດ​ສະແດງ​ໃຫ້ຮູ້ວ່າ ລາວ​ກຳລັງ​ຟັງ​ໂດຍການ​ຫັນໜ້າ​ເບິ່ງ, ປ່ຽນ​ສີໜ້າ, ເຄື່ອນຍ້າຍ​ຮ່າງກາຍ, ຢືນຈຶ້ງ​ຢູ່, ກະພິບ​ຕາ ຫຼື ອາດຈະ​ຮ້ອງ​ເປັນສຽງ​ອອກມາ.

ຍ້ອງຍໍ​ເດັກ ຖ້າລາວ​ມີການ​ຕອບສະໜອງ​ຕໍ່ສຽງ ຫຼື ຄຳເວົ້າ. ຖ້າລາວ​ບໍ່ມີການ​ຕອບສະໜອງ​ໃຫ້ເຮັດ​ສຽງດັ່ງ​ກ່າວອີກ​ເທື່ອໜຶ່ງ ຖ້າທ່ານ​ສາມາດ​ເຮັດໄດ້. ແທນທີ່​ຈະເຮັດ​ໃຫ້ສຽງ​ນັ້ນ​ດັງຂຶ້ນ ໃຫ້ທ່ານ​ພະຍາຍາມ​ເຮັດ​ໃຫ້ສຽງ​ດັ່ງ​ກ່າວ ຫຍັບມໍ່​ເຂົ້າ​ຫາລາວ. ທ່ານ​ຄວນມີ​ຄວາມ​ອົດທົນ ເພາະວ່າ​ໄລຍະ​ເວລາ​ທີ່​ເດັກນ້ອຍ ຈະ​ພັດທະນາ​ທັກສະ​ໃນການ​ຟັງ​ແມ່ນ​ກິນເວລາ​ດົນ.

ໃນໄລຍະ​ທີ່ທ່ານ​ຝຶກຊ້ອມ​ການຟັງ​ໃຫ້ເດັກ​ນັ້ນ. ສຽງຈາກ​ສິ່ງ​ແວດລ້ອມ​ອ້ອມຂ້າງ​ທີ່ດັງ​ສະໝ່ຳ​ສະເໝີ ອາດເຮັດ​ໃຫ້ເດັກ​ບໍ່​ສາມາດ​ໄດ້ຍິນ​ສຽງ​ຂອງທ່ານ ຫຼື ບໍ່​ສາມາດ​ແຍກສຽງ​ທີ່ທ່ານ​ຕ້ອງການ​ໃຫ້ລາວ​ໄດ້ຍິນ​ໄດ້. ຖ້າເດັກ​ຄົນນັ້ນ​ຫາກ​ໃຊ້ເຄື່ອງ​ຊ່ວຍຟັງ, ທ່ານ​ຄວນຈື່​ໄວ້ວ່າອເຄື່ອງ​ຊ່ວຍຟັງ​ເຮັດ​ໃຫ້ເດັກ ໄດ້ຍິນ​ສຽງ​ຂອງທ່ານ​ດັງຂຶ້ນ ແຕ່ກໍ່​ເຮັດ​ໃຫ້ລາວໄດ້ຍິນ​ສຽງ​ສິ່ງຂອງ​ອ້ອມຂ້າງ​ດັງຂຶ້ນ​ໄປນຳ​ເຊັ່ນດຽວກັນ.


A small girl thinking as she watches her father speaking; 3 children are nearby playing drums and a tamborine.
ເຈົ້າ​ໄດ້ຍິນ​ຂ້ອຍ ບໍ, ວັນດີ?
ຈະ... ວະ...?
ວັນດີ​ໄດ້ຍິນ​ສຽງ​ຂອງພໍ່​ລາວ​ໜ້ອຍໜຶ່ງ. ແຕ່​ຍ້ອນ​ມີສຽງ​ລົບກວນ ຈາກ​ເດັກນ້ອຍ​ອ້ອມຂ້າງ, ລາວ​ຈຶ່ງ​ບໍ່ແນ່ໃຈ​ວ່າ ພໍ່ລາວ​ເວົ້າຫຍັງ.