Hesperian Health Guides

ບົດທີ 9: ການຮຽນຮູ້​ເພື່ອ​ໝູນໃຊ້​ພາສາ​ເວົ້າ

ຂໍ້ມູນສຸຂະພາບ > ການຊ່ວຍເຫຼືອເດັກນ້ອຍຫູໜອກ > ບົດທີ 9: ການຮຽນຮູ້​ເພື່ອ​ໝູນໃຊ້​ພາສາ​ເວົ້າ

ຢູ່ໃນພາກນີ້:

ເດັກນ້ອຍ​ທີ່​ສາມາດ​ໄດ້ຍິນ​ຄວາມ​ແຕກຕ່າງ​ຂອງ​ບັນດາ​ຄຳສັບ ຫຼື ຜູ້ຊຶ່ງ​ຫູໜວກ ພາຍຫຼັງ​ທີ່​ພວກເຂົາ​ຮຽນປາກ​ແລ້ວ ອາດ​ສາມາດ​ຮຽນຮູ້​ການ​ໝູນໃຊ້​ພາສາ​ເວົ້າໄດ້.

ເດັກ​ຫູໜວກ​ເກືອບ​ທັງໝົດ ມີການ​ເວົ້າ​ລັກສະນະ​ທີ່​ແຕກຕ່າງ​ຈາກ​ເດັກ​ທີ່​ສາມາດ​ໄດ້ຍິນ​ປົກກະຕິ. ຜູ້ຊຶ່ງ​ບໍ່​ຮູ້ຈັກ​ເດັກນ້ອຍ​ຫູໜວກ​ດີ ສ່ວນຫຼາຍ​ຈະມີ​ຄວາມ​ຫຍຸ້ງຍາກ​ໃນການ​ທຳຄວາມ​ເຂົ້າໃຈ​ກັບ​ຄຳເວົ້າ​ຂອງເດັກ. ຖ້າ​ທ່ານ​ໝູນໃຊ້​ພາສາ​ເວົ້າ ກັບລູກ​ຂອງທ່ານ​ແລ້ວເດັກ​ກໍ່ຍັງ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ພິເສດ​ຕື່ມອີກ ເພື່ອໃຫ້​ສາມາດ​ອ່ານ​ຮີມສົບ ແລະ ສາມາດ​ເວົ້າໄດ້​ຢ່າງ​ຈະແຈ້ງ. ທ່ານ​ຈະໄດ້​ຮັບຜົນ​ຕອບຮັບ​ທີ່ດີ ຖ້າທ່ານ ແລະ ລູກ ຫາກມີ​ຄວາມສຸກ​ກັບການ​ຮຽນຮູ້​ຄຳສັບ ແລະ ພາສາໄປ​ພ້ອມໆກັນ. ຈົ່ງຈື່​ໄວ້ວ່າ, ສະມາຊິກ​ທຸກຄົນ​ໃນ​ຄອບຄົວ ກໍ່ຈະ​ຕ້ອງເວົ້າ​ກັບ ເດັກ​ໃຫ້ຫຼາຍ​ເທົ່າທີ່​ຈະເຮັດ​ໄດ້.

ໃນ​ເບື້ອງຕົ້ນ, ເດັກ​ຈະ​ເຂົ້າໃຈ​ແຕ່​ຄຳສັບ​ທີ່​ຄົນອື່ນ​ໃຊ້. ຫຼັງຈາກ​ນັ້ນ ເດັກ​ຈຶ່ງເລີ່ມ​ໃຊ້​ຄຳສັບ ​ທີ່​ກ່ຽວ ຂ້ອງ​ກັບ​ບຸກຄົນ ຫຼື ສິ່ງຂອງ​ທີ່ເດັກ​ພົບເຫັນ​ທຸກໆມື້ ແລະ ມີຄວາມ​ສຳຄັນ​ກັບເດັກ. ຕໍ່ມາ​ເດັກ​ຈິ່ງ​ຈະ​ຮຽນຮູ້​ຄຳສັບ​ຕ່າງໆ ທີ່​ແຕກຕ່າງ​ກັນ.ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ3.

ເນື້ອໃນ

ວິທີ​ດຶງ​ຄວາມ​ສົນໃຈ​ຈາກລູກ​ຂອງທ່ານ

ເດັກນ້ອຍ​ຕ້ອງໄດ້ເຫັນ​ການ​ເໜັງຕີງ​ຂອງສົບ ຈິ່ງຈະ​ສາມາດ​ເຂົ້າໃຈ​ຄຳເວົ້າ​ຂອງທ່ານ​ໄດ້. ຈົ່ງ​ພະຍາ ຍາມ​ໃຫ້ເດັກ​ເຫັນທ່ານ​ເມື່ອທ່ານ​ກຳລັງເວົ້າ​ນຳເຂົາ.

ຖ້າລູກ​ຂອງທ່ານ​ມີການ​ຕອບສະໜອງ​ຕໍ່ຊື່​ຂອງເຂົາ, ຈົ່ງໃຊ້​ຊື່​ເພື່ອດຶງ​ຄວາມ​ສົນໃຈ. ແຕ່ຖ້າ​ເຂົາ​ຫາກບໍ່​ຕອບສະໜອງ. ລອງໃຊ້​ຕີນ​ກະທົບ​ພື້ນ​ເປັນບາດ ເພື່ອ​ໃຫ້ເດັກ​ສາມາດ​ຮູ້ສຶກ​ເຖິງຄວາມ​ສັ່ນສະເທືອນ.

A woman speaking to her daughter, who is turned away from her.
ມີນາ
A woman speaking to her daughter, who is now facing her.
ມີນາ, ກຳລັງ​ດື່ມນໍ້າ​ຊາ ບໍ? ຂ້ອຍ​ຂໍ​ນ້ໍາຊາ​ແດ່?

ວິທີ​ສ້າງ​ຄວາມ​ສົນໃຈ​ຂອງເດັກ

A small girl and her mother sitting across from each other touching hands.
ປິ່ນໜ້າ​ເຂົ້າ​*ຫາເດັກ ເມື່ອ​ທ່ານເວົ້າ​ພ້ອມທັງ​ຢູ່ໃນ​ສະຖານທີ່ ທີ່​ມີແສງ​ພຽງພໍ ທີ່ເດັກ​ຈະ​ສາມາດ​ເຫັນ​ໃບໜ້າ​ຂອງທ່ານ.
  • ໃຫ້ເວົ້າ​ກ່ຽວກັບ​ວັດຖຸ​ສິ່ງຂອງ​ທີ່ເດັກ​ຮູ້ ແລະ ສາມາດ​ເຫັນ​ເຊັ່ນ: ອາຫານ, ເຄື່ອງນຸ່ງ, ເຄື່ອງຫຼິ້ນ​ຂອງເຂົາ...
  • ເວົ້າເຖິງ​ວັດຖຸ​ສິ່ງຂອງ​ທີ່ເດັກ​ມີຄວາມ​ສົນໃຈ. ຖ້າເຂົາ​ມັກລົດ ເວົ້າ​ກ່ຽວກັບ​ລົດ. ຖ້າເຂົາ​ມັກຫຼິ້ນ​ກັບ​ຕຸກ ກະຕາ ກໍ່ຈົ່ງ​ຖາມ​ກ່ຽວກັບ​ສິ່ງທີ່​ເຂົາ​ກຳລັງ​ຫຼິ້ນຢູ່.
  • ໃຫ້ທ່ານ​ເວົ້າ​ເລື້ອຍໆ ບໍ່ແມ່ນ​ສະເພາະ​ແຕ່​ໃນເວລາ​ສອນ​ເທົ່ານັ້ນ. ເດັກ​ອາດຈະ​ຍັງ​ບໍ່ທັນ​ເຂົ້າໃຈ​ຄຳສັບ ແຕ່ມັກ​ຈະຊ່ວຍ​ໃຫ້ເດັກ​ຮູ້ຈັກ​ພາສາ​ຫຼາຍຂຶ້ນ.
  • ພະຍາຍາມ​ຫຼຸດຜ່ອນ​ສຽງ​ລົບກວນ​ທີ່ຢູ່​ອ້ອມຂ້າງ​ທ່ານ ແລະ ຈົ່ງເວົ້າ​ຢູ່​ໃກ້ໆ​ກັບເດັກ​ຖ້າ​ການຟັງ​ດ້ວຍ​ຫູດຽວ​ເຮັດ​ໃຫ້ເດັກ​ໄດ້ຍິນ​ດີກວ່າ, ກໍ່ຈົ່ງ​ເວົ້າ​ໃກ້ໆ​ຫູ​ຂ້າງນັ້ນ.
A man speaking as he hands a coat to his small child.
ອູ໋...ໜ ໜ ໜາວໆເຈົ້າຕ້ອງ​ນຸ່ງເສື້ອ​ໄດ໋.
ເວົ້າຄືນ​ສຽງ​ທີ່ທ່ານ​ເລືອກ​ນັ້ນ​ໃຫ້ຫຼາຍ​ເທົ່າທີ່ ຈະ​ເຮັດໄດ້. ພ້ອມນັ້ນ​ກໍ່​ໃຫ້ເວົ້າ​ແຕ່ສຽງ​ຄຳເວົ້າ ຢ່າງ​ບໍ່ມີ​ຄຳອື່ນ​ມາປົນ, ຍົກ​ຕົວຢ່າງ: ເວົ້າວ່າ “ໜ ໜ ໜ ໜາວ”.

ວິທີ​ຊ່ວຍ​ໃຫ້ເດັກ​ຮຽນຮູ້​ສຽງເວົ້າ

ສຳລັບ​ເດັກ​ທີ່​ສາມາດ​ໄດ້ຍິນດີ ການເວົ້າ​ກັບເດັກ​ແບບ​ງ່າຍດາຍ​ກໍ່​ພຽງພໍ​ແລ້ວ​ ສຳລັບ​ການ​ຮຽນຮູ້​ການເວົ້າ. ແຕ່ເພື່ອ​ຊ່ວຍເຫຼືອ​ເດັກ​ທີ່ບໍ່​ສາມາດ​ໄດ້ຍິນດີ​ນັ້ນ, ເຂົາ​ຈຳຕ້ອງ​ໄດ້ຟັງ ແລະ ຈື່ຈຳ​ຄວາມ​ແຕກຕ່າງ​ຂອງ​ສຽງເວົ້າ ທີ່​ປະກອບ​ເຂົ້າເປັນ​ຄຳສັບ. ສະນັ້ນ ນອກເໜືອ​ຈາກການ​ປາກເວົ້າ​ທຳມະດາ ແບບ​ທຳມະຊາດ​ກັບລູກ​ຂອງທ່ານ​ແລ້ວ, ທ່ານ​ຄວນເຮັດ​ໃຫ້ເດັກ​ຟັງ ແລະ ທ່ານ​ຈົ່ງ​ໝູນໃຊ້​ສຽງເວົ້າ​ພິເສດ.

ທຸກໆ​ພາສາ​ມີສຽງ​ທີ່​ຟັງຍາກ ແລະ ງ່າຍ​ສຳລັບ​ເດັກ​ທີ່ຈະ​ຮຽນ. ທຳອິດ​ຈົ່ງສອນ​ເດັກ​ບັນດາ​ສຽງ​ທີ່ງ່າຍ​ກ່ອນ (ເຊັ່ນສຽງ “ມາ” ແລ້ວຈິ່ງ​ແມ່ນສຽງ “ຣາ”).

ທຸກໆ 2 ອາທິດ, ໃຫ້​ເລືອກເອົາ​ສຽງເວົ້າ​ທີ່ມີ​ລັກສະນະ​ຈຳເພາະ ທີ່​ແຕກຕ່າງ​ກັນ ແລະ ໃຊ້ມັນ​ໃຫ້ຖ່ີ ເທົ່າທີ່​ຈະ​ເຮັດໄດ້ ໃນບົດ​ສົນທະນາ ຫຼື ໃສ່​ເຂົ້າໃນ​ເກມ. ພ້ອມທັງ​ແນະນຳ​ໃຫ້ຄົນ​ອື່ນໆ​ໃຊ້ສຽງ​ດັ່ງກ່າວ​ນຳ.

A woman looking into a mirror.
ຄຳສັບ​ວ່າ “ປີໃໝ່” ແລະ “ມີໃບ” ແມ່ນເບິ່ງ​ຄືກັນ ເມື່ອ​ສັງເກດ​ເບິ່ງສົບ.

ວິທີ​ຊ່ວຍ​ໃຫ້ເດັກ​ຮຽນ​ຄຳສັບ​ທຳອິດ

ເດັກ​ຈະຕ້ອງ​ຮຽນຮູ້​ການເບິ່ງ​ສົບ ແລະ ການຟັງ​ຢ່າງ​ຕັ້ງໃຈ, ສະນັ້ນ ການສອນ​ຄຳສັບ​ຄວນສອນ​ພຽງແຕ່ 2, 3 ຄຳ​ໃນ​ການສອນ​ຄັ້ງໜຶ່ງ​ແມ່ນດີ​ທີ່ສຸດ.

ໃຫ້​ສັງເກດ​ເບິ່ງສົບ​ຂອງທ່ານ​ຢູ່ໃນ​ແວ່ນ ຫຼື ສັງເກດ​ສົບ​ຂອງ​ຄົນອື່ນ​ເມື່ອ​ພວກເຂົາ​ເວົ້າ, ສັງເກດ​ເບິ່ງວ່າ ແມ່ນສຽງ​ປະເພດ​ໃດແດ່ ທີ່​ສາມາດ​ເບິ່ງເຫັນ​ໄດ້​ເທິງສົບ. ບາງຄັ້ງ​ສຽງ​ທີ່​ແຕກຕ່າງ​ກັນ​ກໍ່ເບິ່ງ​ຄ້າຍຄື​ກັນ​ເມື່ອ​ສັງເກດ​ເບິ່ງສົບ. ແລ້ວ​ຈະພົບ​ໄດ້ວ່າ ການອ່ານ​ຮີມສົບ​ເປັນເລື່ອງ​ທີ່ຍາກ.

ເພື່ອຊ່ວຍ​ໃຫ້ເດັກ​ຮຽນ​ຄຳສັບ​ທ່ານຄວນ:

  1. ເລືອກເອົາ​ຄຳສັບ​ງ່າຍດາຍ​ທີ່​ສາມາດ​ເບິ່ງເຫັນ​ສົບ ບາງ​ຄຳສັບ​ກໍ່​ສາມາດ​ເບິ່ງ​ງ່າຍກວ່າ​ຄຳສັບ​ອື່ນ. ເປັນ ຕົ້ນ​ແມ່ນສຽງ “ບ” ເພາະ​ຮີມສົບ​ມີການ​ປິດ ແລະ ກໍ່ ເປີດ ເຊິ່ງແມ່ນ​ສຽງ​ທີ່ ສາມາດ​ສັງເກດ​ເຫັນ​ໄດ້ງ່າຍ​ທີ່ ສຸດ.

  2. A child speaking while playing with 2 other children.
    ຫຼິ້ນ​ໝາກບານ​ກັນເທາະ ເອົາ​ໝາກບານ​ມາ.
  3. ເລືອກເອົາ​ຄຳສັບ​ທີ່​ໄດ້ຍິນ​ງ່າຍ. ຄຳສັບ ບາງສັບ​ກໍ່ ອອກສຽງ​ຄ່ອຍ ບາງສັບ​ກໍ່​ອອກສຽງ​ແຮງ. ເປັນຕົ້ນ ແມ່ນສຽງ “ອາ” ໃນ​ຄຳວ່າ “ປາປາ” “ມາມາ”; ສຽງ “ອູ” ໃນ​ຄຳເວົ້າ “ງູງູ”; ແລະ ສຽງ “ອີ” ໃນ​ຄຳວ່າ “ດີດີ”. ຄຳສັບ​ເຫຼົ່ານີ້​ງ່າຍ​ສຳລັບ​ການ​ເລີ່ມຕົ້ນ​ຮຽນ.

  4. A man speaking as he rolls a ball to a boy.
    ຕອນນີ້, ຂ້ອຍ ຊິກິ້ງ​ບານ.
    ບາ
  5. ຖ້າ​ຄຳສັບ​ດັ່ງກ່າວ​ຖືກ​ວາງໄວ້​ຕອນທ້າຍ​ຂອງປະ ໂຫຍກ ມັນຈະໄດ້ຍິນ​ດີ​ທີ່ສຸດ.

  6. ເພື່ອສອນ​ຄຳສັບ​ໃດໜຶ່ງ, ທ່ານຕ້ອງ​ໄດ້ໃຊ້​ຄຳສັບ ນັ້ນເປັນ​ຮ້ອຍໆເທື່ອ. ສະນັ້ນ ຈົ່ງເລືອກ​ຄຳສັບ​ທີ່ຖືກ ໃຊ້ຫຼາຍ​ໃນບົດ​ສົນທະນາ​ທຸກໆມື້.

  7. ໝູນໃຊ້​ຄຳສັບ​ທີ່​ຄືກັນ​ຫຼາຍໆ​ຄັ້ງ​ໃນ​ສະຖານະການ ທີ່​ຄືກັນ. ການເວົ້າ​ລຶ້ມຄືນ​ເປັນສິ່ງ​ທີ່​ຈຳເປັນ ແລະ ເດັກ ນ້ອຍ​ກໍ່ມັກ​ໃຫ້ເວົ້າ​ລຶ້ມຄືນ.

  8. ເວົ້າ​ໃຫ້​ຊັດເຈນ. ເອົາ​ໃຈໃສ່​ການ​ເໜັງສົບ​ເມື່ອເວົ້າ ແຕ່ກໍ່​ບໍ່ຄວນ​ເຮັດ​ເກີນ​ທຳມະຊາດ​ເກີນໄປ.

  9. ເຮັດ​ຕາຕະລາງ​ຄຳສັບ​ທີ່​ເປັນປະໂຫຍດ ທີ່ທ່ານ ຕ້ອງການ​ໃຫ້ເດັກ​ຮຽນ ແລະ ກໍ່ບອກ​ໃຫ້​ທຸກຄົນ​ໃນ ຄອບຄົວ​ໃຊ້​ຄຳສັບ​ດ່ັງກ່າວ​ເລື້ອຍໆ, ເລືອກເອົາ​ຄຳສັບ ທີ່​ສາມາດ​ເຫັນໄດ້​ງ່າຍ​ໂດຍຜ່ານ​ຮີມສົບ.
A man sitting at a table talking across the room, observing his wife talk to their son while she holds his hand. The little boy is holding a jacket.
ນຸ່ງເສື້ອ​ກັນໜາວ​ແມ໊.
ນຸ່ງເສື້ອ​ກັນໜາວ​ດຽວນີ້.
ທຸກໆ​ຄົນ​ຄວນໃຊ້​ຄຳສັບ​ດຽວ ສຳລັບ​ສິ່ງຂອງ​ທີ່​ອາດມີ ຫຼາຍຊື່ ເຊັ່ນ: “ເສື້ອ​ກັນໜາວ” ຫຼື “ເສື້ອ​ແຈັກເກັດ.”

ເມື່ອທ່ານ​ໝັ້ນໃຈ​ແລ້ວວ່າ ເດັກ​ເຂົ້າໃຈ​ຄຳສັບ​ທີ່ທ່ານ ໃຊ້ແລ້ວ, ກໍ່​ໃຫ້ສອນ​ຄຳສັບ​ໃໝ່ໆ ທີ່ເບິ່ງ​ແຕກຕ່າງ​ຈາກ 2-3 ສັບ ທຳອິດ. ເຖິງ​ຢ່າງໃດ​ກໍ່ຕາມ ເມື່ອສອນ​ຄຳສັບ​ໃໝ່ ກໍ່ຄວນ​ຝຶກແອບ ຄຳສັບ​ເກົ່າ​ໄປພ້ອມ.

ລູກ​ຂອງທ່ານ​ຈຳເປັນ​ຕ້ອງ​ໄດ້ຮູ້​ປະເພດ​ຄຳສັບ​ທີ່​ແຕກຕ່າງ​ກັນ

ນອກເໜືອ​ຈາກການ​ຮຽນ​ຊື່​ວັດຖຸ ແລະ ບຸກຄົນ​ແລ້ວ, ລູກ​ຂອງທ່ານ​ຈຳເປັນ​ຕ້ອງ​ໄດ້ຮຽນ ບັນດາ​ຄຳສັບ​ຕ່າງໆ​ທີ່​ແຕກຕ່າງ​ກັນ. ສິ່ງນີ້​ຈະຊ່ວຍ​ໃຫ້ເດັກ​ຮຽນຮູ້​ກ່ຽວກັບ​ໂລກ​ອ້ອມຂ້າງ​ຕົວເດັກ​ໄດ້​ຫຼາຍຂຶ້ນ​ພ້ອມທັງ​ເປັນການ​ກຽມພ້ອມ​ໃຫ້ເດັກ ສຳລັບ​ການ​ຮຽນເວົ້າ​ເປັນ​ປະໂຫຍກ​ໃນ ຂັ້ນ​ຕໍ່ໄປ. ສະນັ້ນ​ຈົ່ງ​ຝຶກແອບ​ສິ່ງ​ເຫຼົ່ານີ້​ທັງໝົດ.


A woman speaking to her son; 2 other children are close by.
ຄຳ ກັບ ວັນດີ ຢູ່ນີ້ເດ. ເວົ້າ ສະບາຍດີ​ນຳ​ພວກ ເຂົາແມ໊.
  • ຄຳສັບ​ທີ່ໃຊ້​ເປັນຊື່ (ຊື່​ທີ່ຕັ້ງ​ໃຫ້​ແຕ່ລະ​ຄົນ)
A boy speaking to a small boy who is being held on top of a motorcycle by an older girl.
ບານ, ບານໆ...
ໄດ້, ເຈົ້າ​ສາ ມາດ​ຂີ່ລົດ​ໄດ້ດີ ກັບ​ອີ່ພໍ່!
  • ຄຳສັບ​ທີ່ໃຊ້​ສະແດງ​ການກະທຳ
A woman carrying a baby speaking to her daughter.
ເຈົ້າເວົ້າ​ຖືກ. ແອ ນ້ອຍ ຫິວເຂົ້າ. ມັນ ຮ້ອງ​ເມື່ອ ຕອນ​ມັນ ຫິວເຂົ້າ.
  • ຄຳສັບ​ທີ່ໃຊ້​ພັນລະນາ


A woman holds her newborn while a man speaks to his older daughter.
ເບິ່ງ​ເຈົ້າ​ມີ​ຄວາມສຸກ​ແທ້! ເຈົ້າ​ມີ​ຄວາມສຸກ​ເພາະໄດ້ ເຫັນ​ນ້ອງຊາຍ​ຂອງເຈົ້າ​ບໍ?
  • ຄຳສັບ​ທີ່​ສະແດງ​ຄວາມ​ຮູ້ສຶກ


ການ​ຮູ້ຈັກ “ຄຳສັບ​ທີ່​ໃຊ້ເປັນ​ຊື່”, “ຄຳສັບ​ທີ່ໃຊ້​ສະແດງ​ການກະທຳ”, “ຄຳສັບ​ທີ່ໃຊ້​ພັນລະນາ” ແລະ “ສະແດງ​ຄວາມ​ຮູ້ສຶກ”. ຊ່ວຍ​ໃຫ້ເດັກ​ໃຊ້​ຄຳສັບ​ເຫຼົ່ານີ້ ເພື່ອ​ຄົ້ນຄິດ​ເຖິງ​ໂລກ​ອ້ອມຕົວ​ຂອງເຂົາ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ7.

ວິທີ​ກະຕຸ້ນ​ໃຫ້ເດັກ​ເລີ່ມ​ໝູນໃຊ້​ຄຳສັບ

ຖ້າລູກ​ຂອງທ່ານ​ມີ​ບັນຫາ​ໃນການ​ໄດ້ຍິນ​ສຽງເວົ້າ, ເຂົາ​ສາມາດ​ຮຽນຮູ້​ການເບິ່ງ​ຮີມສົບ​ເພື່ອເປັນ​ແນວ ທາງ ໃຫ້ເດັກ​ຮູ້ວ່າ ເຂົາ​ຄວນເວົ້າ​ຄຳສັບ​ເຫຼົ່ານີ້​ແນວໃດ. ສິ່ງ​ສຳຄັນ​ທີ່​ຄວນຈື່​ແມ່ນສຽງ​ຫຼາຍສຽງ ແມ່ນເບິ່ງ​ຄືກັນ ເມື່ອ​ສັງເກດ​ຈາກ​ຮີມສົບ.

  1. ສະໜັບ​ສະໜູນ​ໃຫ້ເດັກ​ໃຊ້​ຄຳສັບ​ເມື່ອ ເຂົາ​ຫຼິ້ນ. ນັ່ງ​ຕໍ່ໜ້າ​ຂອງເດັກ​ບ່ອນທີ່​ມີແສງ​ເໝາະສົມ​ດີ ແລະ ນຳເອົາ​ສິ່ງ​ທີ່ເດັກ​ມີຄວາມ​ສົນໃຈ​ມາ ເປັນຕົ້ນ​ແມ່ນ ເຄື່ອງຫຼິ້ນ​ທີ່​ລາວມັກ. ກະຕຸ້ນ​ໃຫ້ເດັກ​ສັງເກດ​ເບິ່ງການ ເຄື່ອນເໜັງ​ຂອງສົບ ເມື່ອທ່ານ​ເວົ້າ​ຊື່​ຂອງ​ເຄື່ອງຫຼິ້ນ​ດັ່ງ ກ່າວ. ເວົ້າຄືນ​ຄຳເວົ້າ​ເກົ່າ​ນັ້ນ​ຫຼາຍໆ​ຄັ້ງ.
  2. ໃຫ້ເດັກ​ລອກແບບ​ຈາກທ່ານ
    A woman speaking to her son, who holds up a ball.
    ໝາກບານ! ນັ້ນແມ່ນ ໝາກ ບານ ຂອງຂ້ອຍ ບໍ? ມັນແມ່ນ ໝາກ ບານ​ທີ່ງາມ​ແທ້.
    ຈ່ົງ​ພະຍາຍາມ​ເວົ້າ​ໃຫ້​ຈະແຈ້ງ​ຊັດເຈນ ແລະ ເປັ​ນທຳມະ ຊາດ ເຊິ່ງ​ຈະຊ່ວຍ​ໃຫ້ເດັກ​ສາມາດ​ອ່ານ​ຮີມສົບ​ຂອງ​ຄົນ ອື່ນ​ເມື່ອ​ພວກເຂົາ​ເວົ້າ​ສິ່ງ​ດຽວກັນ​ຄືກັບ​ທ່ານ.
    A woman and her son speaking to each other.
    ເຈົ້າເວົ້າ “ໝາກ ບານ” ໄດ້ບໍ?
    ບານ
  3. A woman and her daughter looking into a mirror and speaking.
    ເກີບ
    ເກີ!
  4. ນັ່ງຢູ່​ຕໍ່ໜ້າ​ແວ່ນ​ກັບເດັກ ເພື່ອ​ໃຫ້ເດັກ​ເຫັນໜ້າ ຂອງທ່ານ ແລະ ຂອງເດັກ​ເອງ, ເອົາ​ສິ່ງຂອງ​ ໜຶ່ງ​ມາໃຫ້​ເຂົາເບິ່ງ, ເວົ້າຊື່​ສິ່ງຂອງ​ດັ່ງກ່າວ ແລະໃດ ໃຫ້ເດັກ​ລອກແບບ​ຈາກທ່ານ.

  5. ປະຕິບັດ​ຕາມ​ຂັ້ນຕອນ​ເຫຼົ່ານີ້​ໂດຍ​ໃຊ້​ຄຳສັບ ອື່ນໆ ໂດຍສະເພາະ​ແມ່ນ​ຄຳສັບ ທີ່ເປັນ​ຊື່​ຂອງ ທີ່ລູກ​ຂອງທ່ານ​ກຳລັງ​ສົນໃຈ​ໃນຂະນະນັ້ນ.


ທຳອິດ​ລູກ​ຂອງທ່ານ​ອາດຈະ​ຍັງບໍ່​ສາ ມາດ​ເວົ້າ​ຄຳສັບ​ໄດ້​ຢ່າງ​ຖືກຕ້ອງ. ແຕ່​ຄວນຈື່​ວ່າ ເດັກ​ບໍ່​ສາມາດ​ໄດ້ຍິນ​ສຽງ​ຄຳສັບ​ວ່າ​ອອກສຽງ ແນວໃດ. ສະນັ້ນ ທ່ານເອງ​ອາດຈະ​ບໍ່​ເຂົ້າໃຈ​ວ່າ ລູກ​ຂອງທ່ານ​ເວົ້າຫຍັງ ໃນຕອນ​ທຳອິດ. ແຕ່ໃຫ້ ຊົມເຊີຍ​ເດັກ​ສຳລັບ​ຄວາມ​ພະຍາຍາມ ແລະ ບໍ່ ຕ້ອງ​ກັງວົນ​ຫຼາຍ​ເລື່ອງທີ່​ຈະ​ເຮັດໃຫ້​ເດັກ​ເວົ້າໄດ້ ຢ່າງ​ຖືກຕ້ອງ​ໂລດ.

ກະຕຸ້ນ​ໃຫ້ເດັກ​ສື່ສານ​ຄວາມ​ຕ້ອງການ​ພື້ນຖານ

A man pointing to a cup and speaking to his daughter, who answers.
ມີນາ, ຢາກໄດ້​ບໍ? ມັນ​ແມ່ນຫຍັງ​ນໍ?
ມັນ​

ເມື່ອລູກ​ຂອງທ່ານ​ຕ້ອງການ​ສິ່ງໃດ​ໜຶ່ງ, ເດັກ​ຈະມີ​ຄວາມ​ກະຕື​ລື ລົນ​ທີ່ຈະ​ຮຽນຮູ້​ຄຳສັບ​ທີ່​ຈະຊ່ວຍ​ໃຫ້ລາວ​ໄດ້ສິ່ງ​ທີ່​ຕ້ອງການ.

  • ເມື່ອໃດ​ລູກ​ຂອງທ່ານ​ເລີ່ມ​ຕ້ອງການ​ສິ່ງໃດ​ໜຶ່ງ, ກະຕຸ້ນ​ໃຫ້ລາວ ເວົ້າ​ເຖິງ​ສິ່ງທີ່​ລາວ​ຕ້ອງການ​ເປັນ​ຄຳເວົ້າ.

ວິທີ​ກະຕຸກ​ຊຸກຍູ້​ໃຫ້ເດັກ​ຕອບ​ຄຳຖາມ​ແບບ​ງ່າຍດາຍ

ການຖາມ​ຄຳຖາມ​ກັບລູກ​ຂອງທ່ານ ແມ່ນ​ວິທີ​ທີ່ດີ​ສຳລັບ​ການ​ກະຕຸ້ນ​ໃຫ້ເດັກ​ເວົ້າ. ຈົ່ງ​ຢ່າລືມ​ທີ່​ຈະໃຊ້​ການສະແດງ​ສີໜ້າ (ເປັນຕົ້ນ​ແມ່ນ​ການ​ຍົກຄິ້ວ​ຂຶ້ນ ແລະ ເຮັດໜ້າ​ສົງໄສ) ແລະ ໃຊ້ການ​ເຄື່ອນ​ເໜັງ​ຂອງ​ຮ່າງ ກາຍ (ເປັນຕົ້ນ​ແມ່ນການ​ກົ້ມຫົວ​ລົງ) ເພື່ອ​ຊ່ວຍ​ໃຫ້ເດັກ​ຮູ້ວ່າ​ທ່ານ​ກຳລັງ​ຖາມ​ຄຳຖາມ.

  • ໃນການ​ເລີ່ມຕົ້ນ​ນັ້ນ, ລອງຖາມ​ຄຳຖາມ ທີ່​ຄຳຕອບ​ແມ່ນ “ບໍ່” ຫຼື “ແມ່ນ”. ເມື່ອລູກ​ຂອງທ່ານ​ງຶກຫົວ “ບໍ່” ຫຼື “ແມ່ນ”, ໃຫ້ເຂົາ​ຕອບ​ເປັນ​ຄຳເວົ້າ​ທີ່ມີ​ຄວາມໝາຍ​ຄືກັນ.


A girl holds her nose and points as she questions her little brother.
ເຈົ້າ​ປຽກບໍ?
A girl speaking to her little brother.
ເຈົ້າ​ບໍ່ປຽກ​ແມ່ນບໍ? ຕອບ “ບໍ່” ມີນາ “ບໍ່”.


A man questions his little boy, who answers.
ເຈົ້າ​ພົບຫຍັງ​ຫວາ? ມັນ​ແມ່ນຫຍັງ?
ກົບ
  • ຖາມ​ຄຳຖາມ​ທີ່​ສາມາດ​ຕອບດ້ວຍ​ຄຳສັບ​ດ່ຽວ.


ຖ້າລູກ​ຂອງທ່ານ​ຕອບ, ຍ້ອງຍໍ​ລາວ. ແຕ່ຖ້າ​ເດັກ​ບໍ່ຕອບ:

  • ເຂົາອາດ​ຈະ​ບໍ່​ເຂົ້າໃຈ​ຄຳສັບ​ທີ່​ທ່ານໃຊ້.
  • ເຂົາອາດ​ບໍ່​ເຂົ້າໃຈ​ວ່າ​ຄຳຖາມ​ນັ້ນ​ຕ້ອງການ​ໃຫ້ຕອບ.


ທ່ານ​ສາມາດ​ສອນລູກ​ກ່ຽວກັບ ຄຳຖາມ​ໂດຍການ​ຕອບໃຫ້ ເຂົາ​ກ່ອນ​ໃນຄັ້ງ​ທຳອິດ ຫຼັງຈາກ​ນັ້ນ​ໄລຍະ​ໜຶ່ງ ເຂົາ​ຈະເລີ່ມ ເຂົ້າໃຈ​ເອງ.

A woman holding a sock and speaking to her little girl.
ຖົງຕີນ​ອີກ​ກິ່ງ ໜຶ່ງ​ໄປໃສ?
A woman speaking to her little girl.
ເທິງຕຽງ, ຖົງ ຕີນ​ຢູ່​ເທິງຕຽງ


A small child holding a bowl speaking to her older sister.
ໝາກຖົ່ວ?
  • ສ້າງ​ສະຖານະການ​ໃຫ້ເດັກ​ຕ້ອງ​ຖາມຫາ​ສິ່ງຂອງ. ນີ້ແມ່ນ ຕົວຢ່າງ​ທີ່​ເອື້ອຍ​ຂອງ ວັນດີ ເອົາ​ຖ້ວຍເປົ່າ​ໃຫ້ ແລະ ລໍຖ້າ ຈົນລາວ​ຖາມເອົາ​ໝາກຖົ່ວ​ນຳ.


ຊ່ວຍ​ໃຫ້ເດັກ​ໃສ່ໃຈ​ຕໍ່​ວິທີ​ເວົ້າ​ຄຳສັບ

A woman speaking to her little girl, who is standing on a chair reaching for a bowl.
ບໍ່, ຕ້າ!
ການ​ໄດ້ຍິນ​ໂທນສຽງ​ຂອງແມ່​ຢູ່ໃນ​ຄຳເວົ້າ “ບໍ່” ຊ່ວຍ ເຮັດ​ໃຫ້ ອາລີ ເຂົ້າໃຈ​ຄວາມໝາຍ​ຂອງແມ່.

ເມື່ອ​ພວກເຮົາ​ເວົ້າ, ພວກເຮົາ​ອາດ​ເນັ້ນສຽງ​ຄຳສັບ​ນີ້ ຫຼາຍກວ່າ​ສັບອື່ນ (ຄວາມດັງ), ເວົ້າ​ຄຳສັບ​ນີ້​ໄວກວ່າ​ສັບ​ອື່ນ (ຈັງຫວະ) ແລະ ມີການ​ປ່ຽນ​ສຽງສູງ ຫຼື ຕ່ຳ (ໂທນສຽງ). ຄົນເຮົາຍັງ​ສະແດງ​ຄວາມ​ຮູ້ສຶກ ໂດຍຜ່າ​ນ້ໍາສຽງ, ວິທີການ​ຕ່າງໆ​ເຫຼົ່ານີ້ ເສີມ​ຄວາມໝາຍ​ໃຫ້ແກ່​ຄຳເວົ້າ​ທີ່ຖືກ​ສົ່ງ​ອອກມາ​ຈາກ​ຜູ້ເວົ້າ.

ວິທີ​ຊ່ວຍ​ໃຫ້ເດັກ​ເວົ້າ​ໃນແບບ​ທີ່​ແຕກຕ່າງ

ໃນຂະນະ​ທີ່ເດັກ​ຮຽນຟັງ ແລະ ສັງເກດ​ແບບ​ຕ່າງໆ​ຂອງການ​ເວົ້າ, ເດັກ​ກໍ່ຕ້ອງ​ໄດ້ຮຽນ​ການເວົ້າ​ໃນແບບ​ຕ່າງໆ​ນຳ.

  • ຫຼິ້ນ​ການ​ເພື່ອ​ກະຕຸ້ນ​ໃຫ້ເດັກ​ເວົ້າ ໂດຍ​ສະແດງ​ຄວາມ​ຮູ້ສຶກ​ພ້ອມ.
A small boy and his mother playing with blocks.
A small boy and his mother speaking as they knock down blocks.
ບຸມ! ຕົກໝົດ!
ບຸມ! ຕົກ​ໝົດເລີຍ!
  • ກະຕຸກ​ຊຸກຍູ້​ໃຫ້ເດັກ​ຮ້ອງເພງ, ສິ່ງນີ້​ຈະ ຊ່ວຍ​ໃຫ້​ສຽງ​ຂອງເດັກ​ມີການ​ຂຶ້ນ ແລະ ລົງ ແລະ ຊ່ວຍ​ການ​ປ່ຽນ​ຈັງຫວະ​ສຽງ​ຂອງເດັກ.
A man and his 2 children singing together.
..ຕົບມືລາຍ ​ໄປຂາຍ ນ້ໍາອ້ອຍ...

ວິທີ​ເຮັດ​ໃຫ້ເດັກ​ປະຕິບັດ​ຕາມ​ຄຳ​ຂໍຮ້ອງ​ ພື້ນຖານ

ເມື່ອເດັກ​ສາມາດ​ຈື່ຈຳ​ຊື່​ຂອງວັດຖຸ, ບຸກຄົນ ແລະ ກິດຈະກຳ​ຕ່າງໆ​ໄດ້ແລ້ວ. ສະແດງ​ວ່າ ເຂົາສາ ມາດ​ເຂົ້າໃຈ​ຄຳ​ຂໍຮ້ອງ​ພື້ນຖານ​ທ່ານ​ໄດ້. ໂດຍ​ເລີ່ມຕົ້ນ​ຈາກຄຳ​ຂໍຮ້ອງ​ແບບ​ສັ້ນໆ, ເນັ້ນໜັກ​ຄຳສັບ​ທີ່ເດັກ​ຮູ້ຈັກ​ແລ້ວ ແລະ ໝູນໃຊ້​ທ່າທາງ​ເມື່ອ​ເຮັດໃຫ້​ຂ້ໍຄວາມ​ນັ້ນ​ຈະແຈ້ງຂຶ້ນ. ໃຫ້​ເວລາ​ແກ່ເດັກ​ໃນການ​ຕອບ​ຢ່າງ​ພຽງພໍ ແລະ ຖ້າ​ຈຳເປັນ​ກໍ່ໃຫ້​ເວົ້າຄືນ​ສິ່ງ​ທີ່ທ່ານ​ຮ້ອງຂໍ​ນັ້ນອີກ.

ຈາກນັ້ນ ຈົ່ງ​ຂໍຮ້ອງ​ກ່ຽວກັບ ວັດຖຸ ຫຼື ບຸກຄົນ ທີ່ເດັກ​ສາ ມາດ​ເຫັນ​ອ້ອມຂ້າງ​ຕົວເຂົາ. ທຳອິດ​ຈົ່ງ​ຂໍຮ້ອງ​ກ່ຽວກັບ ສິ່ງຂອງ ຫຼື ບຸກຄົນ​ທີ່ເຂົາ ບໍ່ສາມາດ​ເບິ່ງເຫັນ.
A woman working on a field speaks to her son.
ປະເສີດ, ນຸ່ງເສື້ອ​ແມ໊.
A man speaking to his little boy.
ໃສ່ເກີບ​ແຕະ​ຂອງ ລູກ​ແມ໊ ບຸນມີ. ລູກ ຕ້ອງ​ໃສ່ເກີບ ແຕະ ເມື່ອອອກໄປນອກ.

ວິທີ​ກະຕຸ້ນ​ໃຫ້ເດັກ​ໄດ້​ຮຽນຮູ້​ຄຳສັບ​ເພີ່ມ

ວິທີ​ທີ່ດີ​ສຸດ​ເພື່ອຊ່ວຍ​ໃຫ້ເດັກ​ຮຽນ​ຄຳສັບ​ເພີ່ມ ​ຄືການ​ສື່ ສານ​ກັບເດັກ​ໃຫ້ຫຼາຍ​ເທົ່າທີ່​ຈະ​ເຮັດໄດ້ ແລະ ກະຕຸ້ນ​ໃຫ້ເດັກ ເວົ້າ​ກັບທ່ານ. ນີ້ແມ່ນ​ບາງ​ວິທີ ສຳລັບ​ການ​ສື່ສານ​ຕະຫຼອດມື້ ກັບເດັກ.

    A woman speaking to her little girl as she bathes her.
    ອານຸ ນັ້ນແມ່ນ ຫົວ ເຂົ່າເຈົ້າ​ບໍ? ຫົວເຂົ່າ?
  • ໃນເວລາ​ເຮັດ​ກິດຈະວັດ​ປະຈຳວັນ ແມ່ນໄລຍະ​ເວລາ​ທີ່ດີ​ທີ່ ສຸດ​ທີ່ຈະ​ຮຽນ​ຄຳສັບ​ໃໝ່. ເປັນ​ໂອກາດ​ໃຫ້ ເດັກ​ໄດ້​ຝຶກຊ້ອມ ຄຳສັບ​ເກົ່າ ເລື້ອຍໆ.

  • A man speaking to a small girl who answers him.
    ເຈົ້າ​ກຳລັງ​ຈະໄປ​ຊື້ ຫຍັງ​ຢູ່ ຕະຫຼາດ? ໂຕຊ້າງ​ຫວາ?
    ບໍ່!
  • ລອງເວົ້າ​ຜິດ​ເພື່ອ​ກະຕຸ້ນ​ໃຫ້ເດັກ ເວົ້າ​ສິ່ງ​ທີ່​ຖືກຕ້ອງ.
  • A small boy and his father singing together.
    ຍົກ​ມືຂຶ້ນ​ບ່າຍໆ ມີ​ຄວາມໝາຍ ວ່າ...
    ລາກ່ອນ
  • ຈົ່ງ​ຊ່ອງຫວ່າງ​ໃນ​ເນື້ອເພງ ຫຼື ເພງ ຈັງຫວະ​ຂອງ ເດັກ​ອະນຸບານ ທີ່ເດັກ ເຄີຍໄດ້ຍິນ​ເລື້ອຍໆ. ກະ ຕຸ້ນ​ໃຫ້ເດັກ ເວົ້າ​ເນື້ອເພງ​ທີ່​ຂາດຫາຍ.

ຫຼັງຈາກ​ໝູນໃຊ້​ຄຳສັບ​ດ່ຽວ, ເດັກ​ຈະເລີ່ມ​ຮູ້ຈັກ​ການ​ນຳເອົາ​ຄຳສັບ​ຕ່າງໆ​ມາລວມກັນ​ເພື່ອ​ສະແດງ​ຄວາມຄິດ​ທີ່​ຄົບຖ້ວນ. ທຳອິດ​ແມ່ນ​ນຳເອົາ 2 ຄຳສັບ​ມາ​ປະກອບກັນ. ຫຼັງຈາກນັ້ນ​ກໍ່ 3 ຄຳ ແລະ ສຸດທ້າຍ​ກໍ່ເປັນ​ກຸ່ມ​ຄຳສັບ​ທີ່​ຍາວຂຶ້ນ.

ການ​ນຳເອົາ​ຄຳສັບ​ມາລວມ​ເປັນກຸ່ມ​ແມ່ນ​ບາດກ້າວ​ທີ່​ສຳຄັນ​ຂອງເດັກ. ມັນ​ເຮັດໃຫ້​ເດັກ ສາມາດ​ເວົ້າໄດ້​ໃນ​ຫຼາຍສິ່ງ​ຫຼາຍຢ່າງ​ກ່ຽວກັບ​ວັດຖຸ ແລະ ສິ່ງຂອງ​ທີ່ຢູ່​ອ້ອມໂຕ​ເດັກ. ເຊິ່ງ​ທຳອິດ​ເຂົາ​ຈຳເປັນ​ຕ້ອງ​ໄດ້​ຮຽນຮູ້​ວິທີ​ທີ່​ຄົນອື່ນ​ນຳເອົາ​ຄຳສັບ​ມາລວມກັນ​ກ່ອນ ແລ້ວລາວ​ຈຶ່ງ​ສາມາດ ປະກອບ​ຄຳສັບ​ດ້ວຍ​ຕົວເອງ​ໄດ້.