Hesperian Health Guides

ພາສາ​ມື ແລະ ພາສາ​ເວົ້າ

ຢູ່ໃນພາກນີ້:

ພາສາ 2 ປະເພດ​ທີ່​ເດັກນ້ອຍ​ຫູໜວກ ຫຼື ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ ສາມາດ​ຮຽນ​ປະກອບ​ມີຄື:

  • ພາສາ​ມື ໝາຍເຖິງ​ການ​ໃຊ້ມື​ ສ້າງ​ສັນຍະລັກ​ຕ່າງໆ ​ເພື່ອ​ສື່ສານ​ກັບຄົນ​ຫູໜວກ​ ພາຍໃນ​ຊຸມຊົນ​, ຂົງເຂດ ຫຼື ປະເທດ​ທີ່​ພວກເຂົາ​ອາໄສຢູ່.
  • ພາສາ​ເວົ້າ ໝາຍເຖິງ​ການ​ໃຊ້ສຽງ ແລະ ການອ່ານ​ຮີມສົບ ເພື່ອ​ສື່ສານ​ໃນ​ຂົງເຂດ​ ຫຼື ​ໃນປະເທດ​ນັ້ນ.

ເດັກນ້ອຍ​ບາງກູ່ມ​ທີ່​ສາມາດ​ໄດ້ຍິນ​ແດ່​ເລັກນ້ອຍ​ສາມາດ​ເວົ້າ​ ແລະ​ ອ່ານ​ຮີມສົບ​ໄດ້.​ ແຕ່ເ​ດັກນ້ອຍ​ຈຳນວນ​ຫນຶ່ງ ຜັດ​ສາມາດ​ສື່ສານ​ໂດຍ​ຜ່ານການ​ສ້າງ​ສັນຍະລັກ​ດ້ວຍມື​ໄດ້ດີ​ກວ່າ. ທ່ານ​ອາດ​ສາມາດ​ສອນ​ພາສາ​ປະເທດ​ໃດຫນຶ່ງ​ໃນ​ເບື້ອງຕົ້ນ​ກ່ອນ ຫລັງຈາກ​ນັ້ນ ຈຶ່ງສອນ​ພາສາ​ໜຶ່ງ​ກໍ່ໄດ້ ເມື່ອ​ເດັກ​ໃຫຍ່ຂຶ້ນ.

ຍົກ​ຕົວຢ່າງ:

A woman signing and gesturing to a girl.
ຮອດເວລາ ນອນແລ້ວ.
A girl and a small child speaking as they hold a ball.
ບາ... ບາ...!
ແມ່ນແລ້ວ ໝາກບານ!

ຫຼາຍ​ທ່ານ​ອາດ​ເລີ່ມຕົ້ນ​ຈາກການ​ໃຊ້​ທ່າທາງ ແລະ ສັນຍະລັກ​ກັບເດັກ​ທີ່​ຍັງນ້ອຍ, ໂດຍສະເພາະ​ແມ່ນ​ເມື່ອ​ທ່ານ​ຍັງບໍ່​ໝັ້ນໃຈ​ວ່າ ເດັກ​ຜູ້ນັ້ນ​ສາມາດ​ໄດ້ຍິນສຽງ​ປາກເວົ້າ​ຫຼື ບໍ່. ເມື່ອເດັກ​ໃຫຍ່ຂຶ້ນ​ ແລະ​ ສາ ມາດ​ເຂົ້າໃຈ​ບາງ​ສັນຍະລັກ. ທ່ານ​ອາດ​ລອງສອນ​ໃຫ້​ພວກເຂົາ​ອ່ານ​ຮີມສົບ ແລະ ຮຽນເວົ້າ.

ບາງຄົນ​ອາດ​ເລີ່ມຕົ້ນ​ດ້ວຍການ​ເວົ້າ ແລະ ການອ່ານ​ຮີມສົບ ແຕ່ຖ້າ​ທ່ານ​ສາມາດ​ຮູ້ໄດ້​ວ່າ​ເດັກນ້ອຍ ຜູ້ນັ້ນ​ສາມາດ​ໄດ້ຍິນ​ສຽງ​ຈຳນວນ​ໜຶ່ງ ຫຼື ເຂົາ​ຫູໜວກ​ຫຼັງຈາກ​ທີ່ເຂົາ​ຮູ້ເວົ້າ​ແລ້ວນັ້ນ. ທ່ານ​ອາດ​ເລີ່ມຕົ້ນ​ດ້ວຍການ​ສອນ​ໃຫ້ເວົ້າ ​ແລະ ຮຽນຮູ້​ການອ່ານ​ຮີມສົບ​ກ່ອນ​ກໍ່ໄດ້ ແລະ ຖ້າຫາກ​ເຂົາເຈົ້າ​ຫາກ​ບໍ່​ສາມາດ​ຮຽນ “ພາສາເວົ້າ” ໄດ້​ໂດຍ​ຜ່ານການ​ຮຽນ​ໄລຍະ​ໜຶ່ງ, ກໍ່​ສະແດງວ່າ​ການສອນ​ພາສາ​ນີ້ ໜ້າຈະເໝາະສົມກັບເດັກຜູ້ ນັ້ນກວ່າ.