Hesperian Health Guides

ວິທີການ​ກວດສອບ​ຄວາມ​ສາມາດ​ໃນການ​ຟັງ​ຂອງລູກ​ທ່ານ

ຢູ່ໃນພາກນີ້:

ຈົ່ງ​ພະຍາຍາມ​ສັງເກດ​ເບິ່ງວ່າ ມີ​ປະເພດ​ສຽງ​ໃດແດ່​ທີ່ລູກ​ຂອງທ່ານ ຕອບ​ສະໜອງ​ກັບ​ໃນ​ແຕ່ລະວັນ. ວິທີນີ້​ເປັນ​ວິທີ​ທີ່ດີ ແລະ ທົ່ວໄປ​ໃນການ​ຮຽນຮູ້ ກ່ຽວກັບ​ຄວາມ​ອາດ​ສາມາດ​ໃນການ​ຟັງ​ຂອງລູກ​ທ່ານ. ຕໍ່ຈາກ​ນັ້ນ ທ່ານ​ສາມາດ​ກວດສອບ​ເບິ່ງວ່າ ສຽງໃດ​ແດ່​ທີ່ເຂົາ​ສາມາດ​ໄດ້ຍິນ​ສາກ່ອນ​ເຊັ່ນ: ສຽງ​ວັດຖຸ​ໃດແດ່, ຕໍ່ມາແມ່ນສຽງຄຳເວົ້າໃດແດ່ທີ່ເຂົາໄດ້ຍິນເມື່ອຄົນເຮົາລົມກັນ.

A small child sits on her mother's lap.

ໃນການ​ປະຕິບັດ​ສິ່ງ​ດັ່ງກ່າວ​ນີ້, ທ່ານ​ຕ້ອງການ​ມີ:

  • ສະຖານທີ່​ທີ່​ມິດງຽບ, ບໍ່ມີ​ສິ່ງ​ລົບກວນ.
  • ອຸປະກອນ​ທີ່​ຊອກຫາ​ໄດ້ງ່າຍ​ຈຳນວນ​ໜຶ່ງ.
  • ຜູ້ຊ່ວຍ​ອີກ 2 ຄົນ.


ທຳອິດ​ແມ່ນ​ກວດສອບ​ຄວາມ​ສາມາດ​ໃນການ​ຟັງ​ຂອງເດັກ​ຜູ້ທີ່​ມີອາຍຸ​ຮຸ້ນດຽວ​ກັບ​ລູກ​ຂອງທ່ານ​ວ່າ ການຟັງ​ຂອງ​ຜູ້ໃດ​ທີ່ເປັນ​ປົກກະຕິ. ເຝິກຊ້ອມ​ຈົນທ່ານ​ສາມາດ​ຮູ້​ແນ່ນອນ​ວ່າ ເດັກ​ຈະມີ​ການຕອບ​ສະໜອງ​ແນວໃດ ເມື່ອ​ໄດ້​ຍິນສຽງ.

ກວດສອບ​ຄວາມດັງ ແລະ ລະດັບ​ຂອງສຽງ


A helper holds a toy in front of a woman and small child; a tester stands behind the woman.
ຜູ້ຊ່ວຍ​ຄົນໜຶ່ງ​ນັ່ງຢູ່​ເບື້ອງໜ້າ​ຂອງ ພໍ່ ຫຼື ແມ່ ແລະ ເດັກນັ້ນ. ເຊິ່ງ​ເຂົາເອງ​ຈະສ້າງ ແລະ ດຶງດູດ​ຄວາມ​ສົນໃຈ​ຂອງເດັກ​ດ້ວຍການ​ສະແດງ​ເຄື່ອງຫຼິ້ນ ໃຫ້ເດັກ​ໄດ້ເຫັນ.
ຜູ້ຊ່ວຍ
ຜູ້​ທົດສອບ

ສ່ວນ​ຄົນອື່ນ​ນັ້ນແມ່ນ​ຢູ່​ເບື້ອງຫຼັງ ໃນໄລຍະຫ່າງ​ປະມານ 1 ແມັດ ແລະ ບໍ່ໃຫ້​ເດັກ​ສາມາດ​ແນມເຫັນ​ໄດ້, ເຊິ່ງ​ບຸກຄົນ​ດັ່ງກ່າວ​ນັ້ນ ຈະເປັນ​ຜູ້​ທົດສອບ ແລ້ວ​ຜູ້​ທົດສອບ​ນີ້ ຈະເປັນ​ຜູ້ທີ່​ສ້າງສຽງ​ຂຶ້ນ​ໃນແຕ່​ລະເບື້ອງ​ຂອງເດັກ ເພື່ອ​ໃຫ້ເດັກ​ສາມາດ​ໄດ້ຍິນ. ຖ້າຫາກ​ເດັກ​ຫຼຽວໜ້າ​ໄປເບິ່ງ​ຜູ້​ທົດສອບ, ຜູ້​ທົດສອບ​ນັ້ນ ບໍ່ຄວນ​ມີ​ປະຕິ​ກິລິຍາ​ໃດໆ​ຕໍ່ເດັກ ແລະ​ເດັກ​ອາດຈະ​ຍິ້ມ ຫຼື ແນມເບິ່ງ​ເທົ່ານັ້ນ.

ສິ່ງທີ່ທ່ານ​ຕ້ອງການ​ໃນການ​ກວດສອບ​ຄວາມອາດ​ສາມາດ​ໃນການ​ຟັງ

ໃນການ​ທົດສອບ​ດ່ັງກ່າວ​ນີ້ ທ່ານ​ຈະ​ຕ້ອງການ​ອຸປະກອນ​ທີ່​ສ້າງສຽງ​ຂຶ້ນ​ແບບ​ທຳມະດາ​ເຊິ່ງ​ຖືກສ້າງ​ຂຶ້ນ ຈາກ 3 ກະປ໋ອງ​ເປົ່າ​ທີ່​ຄືກັນ​ດັ່ງລຸ່ມນີ້:

1. ເອົາປີ້ງ​ໄມ້​ຖິ້ມລົງ​ໃນ ປ໋ອງທີ 1 (ລະດັບສຽງ​ຕ່ຳ) 2. ກຳເອົາ​ແກ່ນໝາກ ຖົ່ວດິບ​ແຫ້ງ​ກຳໃຫຍ່​ໜຶ່ງ ຖິ້ມລົງ​ໃນປ໋ອງ​ທີ 2 (ລະດັບສຽງ​ກາງ) 3. ເອົາເຂົ້າ​ສານກຳ​ໃຫຍ່​ໜຶ່ງ​ຖິ້ມ ລົງ​ໃນປ໋ອງ​ທີ 3 (ລະດັບ​ສຽງສູງ)
HCWD Ch5 Page 52-2.png HCWD Ch5 Page 52-3.png HCWD Ch5 Page 52-4.png


ສັ່ນ​ກະປ໋ອງ​ນັ້ນ​ຢ່າງ​ເບົາໆ ກໍ່ຈະ​ໄດ້ສຽງ​ທີ່ຄ່ອຍ, ຖ້າຫາກ​ສັ່ນ​ກະປ໋ອງ​ນັ້ນ​ແຮງຂຶ້ນ​ ກໍ່ຈະ​ໄດ້ສຽງ​ລະດັບ ກາງ, ແຕ່ຖ້າຫາກ​ສັ່ນ​ກະປ໋ອງ​ນັ້ນ​ຢ່າງແຮງ ກໍ່ຈະ​ໄດ້ລະດັບ​ສຽງ​ທີ່ດັງ. ຜູ້​ທົດສອບ​ຄວນເຝິກຊ້ອມ ການສັ່ນ​ກະປ໋ອງ ຈົນກວ່າ​ຈະ​ສາມາດ​ຄວບຄຸມ​ຂອງມັນ​ໄດ້ເສຍກ່ອນ.

ການທົດສອບ​ເດັກ

ຜູ້ຊ່ວຍ: ພະຍາຍາມ​ດຶງດູດ​ຄວາມ​ສົນໃຈ​ຂອງເດັກ​ດ້ວຍ​ເຄື່ອງຫຼິ້ນ​ຢ່າງ​ໃຈເຢັນ. ເມື່ອເດັກ​ກຳລັງ​ໃສ່ໃຈ​ຕໍ່ກັບ​ເຄື່ອງຫຼິ້ນ​ຢູ່ນັ້ນ ແລ້ວກໍ່​ເອົາມື​ປົກປິດ​ເຄື່ອງຫຼິ້ນ​ນັ້ນໄວ້.

A helper faces the mother and child and covers the toy; the tester stands behind the mother and shakes a metal can.

ຜູ້​ທົດສອບ: ນຳໃຊ້​ກະປ໋ອງ​ທີ່ໄດ້​ກະກຽມ​ໄວ້ນັ້ນ​ເຮັດໃຫ້​ເກີດສຽງ​ລະດັບຕ່ຳ​ໂດຍການ​ປິດຝາ​ກະປ໋ອງ ແລະ ສັ່ນ​ກະປ໋ອງ​ດັ່ງກ່າວ ປະມານ 3-4 ວິນາທີ​ ຢູ່ເບື້ອງຫຼັງ​ຫູ​ຂອງເດັກ ແຕ່ລະຂ້າງ. ທຳອິດ​ແມ່ນ​ເຮັດ​ເປັນສຽງ​ທີ່ຄ່ອຍ​ກ່ອນ.

ຜູ້ຊ່ວຍ ແລະ ພໍ່ແມ່: ສັງເກດເບິ່ງວ່າເດັກມີການຕອບສະໜອງຕໍ່ກັບສຽງດັ່ງກ່າວ.

ຜູ້ຊ່ວຍ: ຖ້າຫາກ​ເດັກ​ມີການ​ຕອບສະໜອງ​ແມ່ນໃຫ້​ງຶກຫົວ​ເບົາໆ ເພື່ອ​ເປັນການ​ສັນຍານ​ໃຫ້ແກ່​ຜູ້​ທົດສອບ​ທີ່ຢູ່​ເບື້ອງຫຼັງ​ວ່າ ເດັກ​ມີການ​ຕອບສະໜອງ.

Lo HCWD Ch5 Page 54-1.png

ຜູ້​ທົດສອບ: ຖ້າຫາກ​ເດັກ​ຕອບສະໜອງ​ຕໍ່ສຽງ​ຄ່ອຍນັ້ນ, ໝາຍໃສ່​ຕາຕະລາງ​ທີ່​ຈັດໄວ້​ນັ້ນ ດ້ວຍ​ວົງມົນ​ໜຶ່ງ ​ແລະ ກໍ່​ຢຸດຕິການ​ທົດສອບ​ຫູ​ເບື້ອງນັ້ນ​ດ້ວຍ​ລະດັບ​ສຽງ​ທີ່ຕ່ຳ.

ຖ້າຫາກ​ເດັກ​ບໍ່​ຕອບສະໜອງ​ຕໍ່ສຽງ​ທີ່​ຄ່ອຍດັ່ງ​ກ່າວນັ້ນ, ແລ້ວ​ກໍ່ສັ່ນ​ກະປ໋ອງ​ນັ້ນ​ແຮງຂຶ້ນ​ຕື່ມ​ໜ້ອຍໜຶ່ງ ເພື່ອ​ເຮັດໃຫ້​ເກີດສຽງ​ລະດັບກາງ​ໂດຍ​ໃຊ້ເວລາ​ປະມານ 3-4 ວິນາທີ ເຊັ່ນກັນ ພ້ອມທັງ​ລໍຖ້າ​ເບິ່ງວ່າ​ເດັກ​ຕອບສະໜອງ.

ຖ້າຫາກ​ເດັກ​ຕອບສະໜອງ​ຕໍ່ສຽງ​ດັ່ງກ່າວ​ນັ້ນ ກໍ່​ໝາຍໃສ່​ຕາຕະລາງ​ນັ້ນ ດ້ວຍ​ສອງ​ວົງມົນ​ຊ້ອນກັນ ​ແລະ ຢຸດຕິ​ການທົດສອບ​ກັບຫູ​ເບື້ອງນັ້ນ ດ້ວຍ​ລະດັບ​ສຽງດັ່ງ​ກ່າວ. ຖ້າເດັກ​ຫາກ​ບໍ່​ຕອບສະໜອງ ຕໍ່​ລະດັບສຽງ​ກາງ ກໍ່​ສັ່ນກະປ໋ອງ​ຕື່ມອີກ ເຮັດໃຫ້​ເກີດສຽງດັງ ໂດຍ​ໃຊ້​ເວລາ 3-4 ວິນາທີ ເຊັ່ນກັນ. ຖ້າເດັກ​ຫາກ​ຕອບສະໜອງ​ຕໍ່ສຽງ​ດັງນັ້ນ ກໍ່ໃຫ້​ຂີດ​ວົງມົນ​ຊ້ອນກັນ​ສາມຮອບ ໃສ່ຫ້ອງ​ຕາຕະລາງ​ທີ່​ກຳນົດ​ໄວ້ນັ້ນ.

ຈະບໍ່ມີ​ການຂີດ​ວົງມົນ ຖ້າຫາກ​ເດັກ​ບໍ່​ຕອບສະໜອງ​ຕໍ່ສຽງ​ດັງກ່າວ​ນັ້ນ.

ຕ້ອງ​ແນ່ໃຈ​ວ່າ ໄດ້ມີ​ການ​ທົດສອບ​ຫູ​ທັງສອງ​ເບື້ອງ​ດ້ວຍລະດັບ​ສຽງ​ທັງ ສາມ​ນັ້ນ ໝົດແລ້ວ.

  • ລະດັບ​ສຽງຕ່ຳ. (ປ໋ອງ​ທີ່ມີ​ປີ້ງໄມ້)
  • ລະດັບ​ສຽງກາງ (ປ໋ອງ​ທີ່ມີ​ແກ່ນ​ໝາກຖົ່ວ)
  • ລະດັບ​ສຽງສູງ (ປ໋ອງ​ທີ່ມີ​ເມັດເຂົ້າ)

ເວລາ​ທີ່ທ່ານ​ສຳເລັດ

ປຽບທຽບ​ເບິ່ງແບບຢ່າງ​ໃນການ​ທົດສອບ​ຄວາມສາມາດ​ໃນ​ການຟັງ ມັນອາດ​ຈະມີ​ຄວາມ​ແຕກຕ່າງ​ກັນ​ຫຼາຍ​ຂອງເດັກ​ແຕ່ລະ​ຄົນ.

A chart with 3 sections for each ear (low pitch, middle pitch, high pitch)and a mark in only 1 section.
ຫູ​ເບື້ອງຊ້າຍ
ຫູ​ເບື້ອງຂວາ
ສຽງເບົາ
ສຽງກາງ
ສຽງດັງ
ເດັກ​ຄົນນີ້ ສາມາດ​ໄດ້ຍິນ​ສຽງ ຕ່ຳ ສຽງສູງ.
A chart with 3 sections for each ear (low pitch, middle pitch, high pitch)and a mark in only 1 section.
ຫູ​ເບື້ອງຊ້າຍ
ຫູ​ເບື້ອງຂວາ
ສຽງເບົາ
ສຽງກາງ
ສຽງດັງ
ເດັກ​ຄົນນີ້ ແມ່ນພິ ການ​ທາງຫູ​ເກືອບ ສະໜິດ.
ລະດັບ​ສຽງສູງ​ຕ້ອງດັງ​ແຮງ​ຈຶ່ງເຮັດ​ໃຫ້ເຂົາ ໄດ້ຍິນ​ໄດ້. ຫູ​ເບື້ອງຂວາ​ຂອງລາວ​ແມ່ນ​ສາ ມາດ​ຮັບຟັງ​ໄດ້ດີ​ກວ່າ​ຫູ​ເບື້ອງຊ້າຍ. ຫູ​ເບື້ອງຊ້າຍ​ຂອງລາວ​ແມ່ນ​ບໍ່ສາມາດ​ໄດ້ຍິນ​ສຽງ​ໃດເລີຍ, ແຕ່ ຫູ​ເບື້ອງຂວາ​ຂອງລາວ ແມ່ນ​ສາມາດ​ໄດ້ຍິນ​ພຽງ​ເລັກໜ້ອຍ ແຕ່ພຽງ​ສະເພາະ​ກັບສຽງ​ລະດັບສຽງ​ຕ່ຳ​ທີ່​ດັງແຮງ​ເທົ່ານັ້ນ.




HCWD Ch5 Page 54-4.png
= ລະດັບ​ສຽງຕ່ຳ
HCWD Ch5 Page 54-5.png
= ລະດັບ​ສຽງກາງ
HCWD Ch5 Page 54-6.png
= ລະດັບ​ສຽງສູງ