Hesperian Health Guides

ວິທີ​ທີ່ເດັກ​ພັດທະນາ​ບັນດາ​ທັກສະ​ໃໝ່

ຢູ່ໃນພາກນີ້:

ເດັກ​ທຸກຄົນ​ມີການ​ພັດທະນາ​ຢູ່ 4 ຂົງເຂດ​ຕົ້ນຕໍ​ຄື: ທາງດ້ານ​ຮ່າງກາຍ​ ຫຼື​ ລຳຕົວ, ທາງດ້ານ​ຈິດໃຈ​ ຫຼື ການ​ຄົ້ນຄິດ, ທາງດ້ານ​ສັງຄົມ ຫຼື ການ​ປັບຕົວ​ເຂົ້າກັບ​ຄົນ​ອື່ນ ແລະ ທາງດ້ານ​ການ​ສື່ສານ. ໃນແຕ່​ລະ​ຂົງເຂດ​ເດັກ​ຈະໄດ້​ຮຽນ​ກ່ຽວກັບ​ທັກສະ​ໃໝ່​ໄປ​ເທື່ອ​ລະກ້າວ.

ຕົວຢ່າງ: ກ່ອນທີ່​ເດັກ​ຄົນໜຶ່ງ​ຈະ​ສາມາດ​ຮຽນ​ຍ່າງ​ໄດ້ນັ້ນ, ເຂົາຕ້ອງ​ຮຽນຮູ້​ການ​ຄວບຄຸມ​ໂຕ​ໃນ​ທ່າ​ຕ່າງໆ​ເສຍກ່ອນ.

HCWD Ch2 Page 14-1.png
1. ກ່ອນອື່ນ, ເຂົາຈະ​ພະ​ຍາຍາມ​ຍົກຫົວ​ຂອງ ເຂົາຂຶ້ນ ແລະ ເຄື່ອນຍ້າຍ​ຂາ ແລະ ມື.
HCWD Ch2 Page 14-2.png
2. ຕໍ່ມາ​ເດັກ​ຈະ​ສາມາດ​ໃຊ້ແຂນ ແລະ ຂາ​ຂອງເຂົາ​ຄໍ້າ​ໂຕ​ຂຶ້ນ​ມານັ່ງ​ໄດ້.
HCWD Ch2 Page 14-3.png
3. ໃນຂະນະ​ທີ່​ເຂົາ​ນັ່ງຢູ່​ນັ້ນ, ເຂົາ​ຈະສາມາດ​ຈັບ​ບາຍ ແລະ ໝູນຕົວ​ໄປມາ​ໄດ້ອ ເຊິ່ງ​ໄດ້ເປັນ​ການ​ພັດທະນາ ທາງດ້ານ​ການ​ຮັກສາ​ຄວາມ​ດຸ່ນດ່ຽງ​ຂອງເຂົາ.
HCWD Ch2 Page 14-4.png
4. ການຄານ​ນັ້ນ​ຈະຊ່ວຍ​ໃຫ້​ເຂົາ​ຮຽນຮູ້​ ການ ປະສານງານ​ລະຫວ່າງ​ແຂນ ແລະ ຂາ​ຂອງເຂົາ.
HCWD Ch2 Page 14-5.png
5. ຕໍ່​ຈາກນັ້ນ ເຂົາ​ກໍ່ຈະ​ພະຍາ ຍາມ​ດຶງຕົວ​ເຂົາ​ໃຫ້ຢູ່ໃນ​ທ່າຢືນ.


HCWD Ch2 Page 14-6.png
ທັກສະ​ໃໝ່ໆ ນັ້ນແມ່ນ​ເກີດຂຶ້ນ​ບົນ​ພື້ນ ຖານ​ຂອງ​ທັກສະ​ທ່ີ​ໄດ້​ຮຽນຮູ້ ມາແລ້ວ, ເຊັ່ນດຽວ​ກັບການ ກອງ​ດິນຈີ່​ຂຶ້ນ​ນັ້ນເອງ.

ການ​ພັດທະນາ​ໃນທຸກ​ຂົງເຂດ​ນັ້ນ, ແຕ່ລະທັກສະໃໝ່ໆ ທີ່ເດັກ​ໄດ້​ຮຽນຮູ້​ແມ່ນ​ສ້າງຂຶ້ນ​ບົນ​ພື້ນຖານ​ຂອງ​ທັກສະ​ທີ່​ເຂົາໄດ້​ຮຽນຮູ້​ຜ່ານມາ​ແລ້ວ ໝາຍ​ຄວາມວ່າ ທັກສະ​ດ່ັງກ່າວ​ໄດ້ເປັນ​ການ​ເອື້ອ​ອຳນວຍ​ໃຫ້​ຮຽນ ຮູ້ທັກສະ​ໃໝ່​ອື່ນໆ, ທີ່ຍາກ​ຂຶ້ນ​ກວ່າເກ່ົາ.

ເມື່ອເດັກ​ບໍ່ໄດ້​ຮຽນຮູ້​ທັກສະ​ໃດທັກສະ​ໜຶ່ງ​ທີ່ເປັນ​ພື້ນຖານ​ແລ້ວ, ເຂົາ​ກໍ່ບໍ່​ສາມາດ​ຮຽນຮູ້​ທັກສະ​ອ່ືນໆ​ໃນຂັ້ນ​ຕໍ່ໄປໄດ້. ຕົວຢ່າງ: ເຂົາ​ຫາກມີ​ບັນຫາ​ໃນການ​ຍົກຄໍ​ຂອງເຂົາຂຶ້ນ, ເດັກ​ຄົນນັ້ນ​ກໍ່ຈະ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ໃນການ​ຮຽນ​ທັກສະ​ໃນການ​ນັ່ງ ຫຼື ຄານ​ໃນຂັ້ນ​ຕໍ່ໄປ. ສະນັ້ນ, ໃນຂັ້ນຕອນ​ການ​ຍົກຫົວຂຶ້ນ​ນັ້ນ ຈຶ່ງ​ມີຄວາມ​ສຳຄັນ​ຫຼາຍ.

ທັກສະ​ການ​ສື່ສານ ແລະ ພາສາ​ຂອງເດັກ ແມ່ນໄດ້ມີ​ການ​ພັດທະນາ​ໄປ​ເທື່ອ​ລະຂັ້ນ

ການ​ພັດທະນາ​ທາງດ້ານ​ພາສາ​ຂອງເດັກ ແມ່ນເປັນ​ໄປ​ໃນ​ທິດທາງ​ດຽວກັນ​ກັບ​ການ​ພັດທະນາ​ທາງ ດ້ານ​ຮ່າງກາຍ​ຂອງເດັກ. ກ່ອນອື່ນ​ພວກເຂົາ​ຈະ​ຮຽນຮູ້​ທັກສະ​ທີ່​ງ່າຍດາຍ ແລະ ທຳມະດາ​ເສຍກ່ອນ.


1. ເດັກ​ທາລົກ ເລີ່ມທີ່​ຈະ​ສະແດງ​ຄວາມຄິດ, ຄວາມຕ້ອງ ຖືກຕ້ອງ! ການ ແລະ ຄວາມຮູ້ສຶກ​ຂອງ​ຕົນເອງ​ອອກມາ​ໂດຍການ​ສົ່ງ ຫຼ້ານ້ອຍ. ສຽງ ຫຼື ສະແດງ​ສີໜ້າ ແລະ ຊີ້ມື. 2. ພວກເຂົາ​ໄດ້ຍິນ ແລະ ເຂົ້າໃຈ​ຄຳເວົ້າ​ຂອງ​ຄົນອື່ນ.
A woman speaking to her small child.
ລູກ​ຍັງຢາກໄດ້ ອັນໃດ​ຕື່ມບໍ?
A man speaking to his small child.
ແມ່​ຢູ່ໃສ?
3. ພວກເຂົາ​ເລີ່ມ​ໃຊ້ຄຳສັບ. ເຊິ່ງ​ສະແດງອອກ​ພວກເຂົາ​ມັກ ເອີ້ນ ຊື່ຄົນ ແລະ ມັກ​ໃກ້ສິດ​ກັບ​ພວກເຂົາ. 4. ຕໍ່ຈາກນັ້ນ​ພວກເຂົາ ກໍ່ຈະ​ເລີ່ມເວົ້າ ແລະ ສະ ແດງ​ຄວາມ ເປັນຕົວ​ຂອງເຂົາ​ຫຼາຍຂຶ້ນ.
A woman holds her small child in her lap as they talk.
ຕູ້...ຕູ້...!
ເຈົ້າ! ເຮັດຫຍັງ ບໍ​ຫຼານຮັກ?
A small boy speaking to his mother as they place a pineapple in a basket.
ລູກ​ຍັງຢາກໄດ້ ນັດ​ໄດ້ບໍ?
5. ຄຳເວົ້າ​ຈະຊ່ວຍ​ໃຫ້​ພວກເຂົາ​ມີ ການ​ຄົ້ນຄິດ ແລະ ຮຽນຮູ້​ສິ່ງ​ໃໝ່ໆ.
A man and his daughter wash their hands together.
ສະອາດ ໝົດແລ້ວ!
ຖືກຕ້ອງ! ຫຼ້ານ້ອຍ.