Hesperian Health Guides

ສະຖານທີ່, ບຸກຄົນ​ທ່ີ​ສາມາດ​ໃຫ້ຄວາມ​ຊ່ວຍເຫຼືອ​ແກ່​ພໍ່​ແມ່​ເດັກ

ຢູ່ໃນພາກນີ້:

ການ​ຮຽນຮູ້​ພາສາ​ຂອງເດັກ​ຫູໜວກ ແລະ ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ ແມ່ນ​ຂຶ້ນກັບ​ໂຕ​ຂອງເດັກ​ເອງ, ສະຖານທີ່, ບຸກຄົນ​ທີ່​ຕອບສະໜອງ​ຂ້ໍມູນ​ກ່ຽວກັບ​ເດັກ​ຫູໜວກ, ຄອບຄົວ, ຜູ້​ດູແລ ແລະ ຊຸມຊົນ​ທີ່​ພວກເຂົາ​ອາໄສຢູ່. ຖ້າທັງພໍ່ແມ່ ແລະ ຜູ້ດູແລຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການ​ຊ່ວຍ​ໃຫ້ເດັກ​ຮຽນຮູ້​ພາສາ​ຈະ​ເຮັດໃຫ້​ການຮຽນ​ມີ​ຜົນດີ​ຂຶ້ນ ແລະ ຍິ່ງ​ຈະດີຂຶ້ນ​ອີກ​ຖ້າຫາກ​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ອົງການ​ຈັດຕັ້ງ​ ຂອງ​ຊຸມຊົນ, ຈາກ​ໂຮງຮຽນ​ສອນຄົນ​ຫູໜວກ ແລະ ຈາກ​ອົງການ​ຈັດຕັ້ງ​ອື່ນໆ.

ສະຖານທີ່, ບຸກຄົນ​ພາຍໃນ​ຊຸມຊົນ​ທີ່​ສາມາດ​ໃຫ້​ຄວາມ​ຊ່ວຍເຫຼືອ​ປະກອບ​ມີ:

  • ກຸ່ມຄົນ​ຫູໜວກ​ທີ່ຢູ່​ໃນເຂດ​ທີ່ທ່ານ​ອາໄສ, ສະມາຄົມ​ຄົນ​ຫູໜວກ​ ຫຼື ບຸກຄົນ​ທີ່​ສາມາດ​ຊ່ວຍສອນ​ພາສາ​ມື​ໃຫ້ເດັກ​ ແລະ ຄອບຄົວ​ຂອງທ່ານ.
  • ໂຄງການ​ຟື້ນຟູ​ຄົນ​ພິການ​ທີ່​ຕັ້ງຢູ່​ຂົງເຂດ​ຂອງທ່ານ. ກຸ່ມ​ສະມາຄົມ​ພໍ່​ແມ່ ແລະ ກຸ່ມ​ອື່ນໆ ທີ່​ຕັ້ງຢູ່​ໃນ​ຊຸມຊົນ.
  • ອາຈານ​ຢູ່ໃນ​ໂຮງຮຽນ​ທ້ອງຖິ່ນ​ດັ່ງກ່າວ, ຄົນ​ຫູໜວກ​ອາວຸໂສ ຫຼື ຄົນ​ອື່ນໆ​ທີ່ມີ​ເຈຕະນາ ຢາກ​ສິດສອນ​ເດັກ​ຫູໜວກ.
  • ໂຮງຮຽນ​ທີ່​ສາມາດ​ສອນ​ເດັກນ້ອຍ​ຫູໜວກ​ໃນ​ຂົງເຂດ​ທີ່ທ່ານ​ອາໄສຢູ່.
  • ປຶ້ມ ແລະ ວິດີໂອ ທີ່ມີ​ຫົວຂ້ໍ​ກ່ຽວກັບ​ຄວາມ​ສຳຄັນ​ຂອງຄົນ​ຫູໜວກ, ປະສົບການ​ຈາກ​ຊີວິດ​ຂອງຄົນ​ຫູໜວກ ແລະ ບົດເລື່ອງ​ກ່ຽວກັບ​ຄົນ​ຫູໜວກ​ທີ່​ປະສົບ​ຄວາມສຳເລັດ​ໃນ​ໜ້າທີ່​ວຽກງານ.


A small group of young men and women sit and speak together as their children play close by.
ພວກເຮົາ​ຢາກໃຫ້ “ວັນດີ” ສາ ມາດ​ເວົ້າໄດ້​ດີ​ກັບຄົນ​ອື່ນໆ​ໃນ ຄອບຄົວ ແລະ ໄປ​ໂຮງຮຽນ​ກັບ ອ້າຍ​ເອື້ອຍ​ນ້ອງ​ຂອງລາວ​ໄດ້.
“ບຸນມີ” ສູນເສຍ​ການ​ໄດ້ຍິນ ກ່ອນທີ່​ລາວຈະ​ຮຽນ ປາກ. ສະນັ້ນ ຄົນ​ຫູໜວກ​ຢູ່​ຂ້າງບ້ານ ຈິງສອນ​ລາວ ຮຽນ​ພາສາ​ມື. ລາວຮຽນ​ໄດ້ງ່າຍ, ແຕ່ຄົນ​ໃນ​ຄອບຄົວ​ຜູ້ ອື່ນໆ​ຕ້ອງໄດ້​ຝຶກຊ້ອມ​ເປັນ​ເວລາ​ດົນ​ພໍສົມຄວນ.
ທາງສູນ ເພິ່ນໄດ້​ສະເໜີ​ທີ່mຈະເອົາ​ເຄື່ອງ​ຊ່ວຍຟັງ​ໃຫ້ ເຮົາ, ແຕ່​ບໍ່ຮູ້ວ່າ​ມັນຈະ ຊ່ວຍ​ລາວໄດ້ບໍ່.
ມັນເປັນ​ເລື່ອງຍາກ​ທີ່​ຈະຕັດ​ສິນໃຈ​ວ່າ​ສິ່ງໃດ ເໝາະສົມ​ກັບ “ວັນດີ” ຂ້ອຍ​ໃຊ້ທັງ​ພາສາ​ໃບ້ ແລະ ທັງເວົ້າ​ກັບລູກ​ຂອງຂ້ອຍ, ບາງຄັ້ງ ພວກເຮົາ​ກໍ່ບໍ່​ເຂົ້າໃຈ​ກັນ, ແຕ່​ພວກເຮົາ​ກໍ່ມ່ວນ ໃນການ​ລອງ​ສົນທະນາ​ນຳກັນ.


A woman, 2 men, and a girl signing together.
ແມ່, ເອົາ! ໃຊ້​ພາສາ​ມື​ຄືລູກ ແລະ ຄືກັບ​ລຸງ​ໄຊ​ເດີ!
ຂ້ອຍ​ຊື່ວ່າ “ມະຍຸລີ”
ດີແລ້ວ! ເອົາບັດນີ້, ພວກ ເຈົ້າ​ທັງສອງ​ເຮັດຄືນຕາມ ຫຼັງ​ຂ້ອຍເດີ...


ການຮຽນ​ໃຊ້​ພາສາ​ມື​ຍັງຊ່ວຍ​ໃຫ້​ເດັກນ້ອຍ​ຫູໜວກ​ຮູ້ຈັກ​ກັບຄົນ​ອື່ນໆ ທີ່​ຫູໜວກ​ຄືກັນ. ເດັກ​ຈະ​ຮຽນຮູ້​ວ່າ​ຄົນ​ຫູໜວກ​ກໍ່ເປັນ​ພາກສ່ວນ​ສຳຄັນ​ຂອງ​ສັງຄົມ.

ຖ້າໃນ​ຊຸມຊົນ​ຂອງທ່ານ ມີຄົນ​ຫູໜວກ ທີ່ເປັນ​ຜູ້ໃຫຍ່​ແດ່ແລ້ວ, ຈົ່ງຂໍ​ໃຫ້ລາວ​ຊ່ວຍຫຼິ້ນ​ກັບລູກ​ຂອງທ່ານ​ພ້ອມທັງ​ສອນ​ພາສາ​ມື​ໃຫ້ທ່ານ ແລະ ລູກພ້ອມ.

ແຕ່ຖ້າຫາກ​ບໍ່ມີ​ຄົນ​ຫູໜວກ​ໃນ​ຊຸມຊົນ​ທີ່ທ່ານ​ອາໄສ​ຢູ່, ກໍ່​ໃຫ້ລອງ​ພົວພັນ​ນຳ​ອົງການ​ຄົນ​ຫູໜວກ​ຂອງ​ປະເທດ​ພວກທ່ານ ຫຼື ໂຮງຮຽນ​ສອນຄົນ​ຫູໜວກ​ກໍ່ໄດ້. ລອງຊອກ​ປຶ້ມ​ທີ່ຊ່ວຍ​ໃຫ້ທ່ານ​ຮຽນຮູ້​ພາສາ​ມື. ຖ້າຫາກ​ວ່າ​ເປັນໄປ​ບໍ່ໄດ້ ກໍ່ຈົ່ງ​ສືບຕໍ່​ໃຊ້​ພາສາ​ມື ແລະ ທ່າທາງ​ຂອງທ່ານ ທີ່​ປະດິດ​ຂຶ້ນ ແລະ ພະຍາຍາມ​ສ້າງ​ສັນຍະລັກ​ໃໝ່ ດ້ວຍຕົວ​ຂອງທ່ານ​ເອງ.