Hesperian Health Guides

ສະມາຄົມ​ຂອງ​ພໍ່​ແມ່

ຢູ່ໃນພາກນີ້:


ສະມາຄົມ​ຂອງ​ພໍ່​ແມ່​ປ່ຽນແປງ​ຊີວິດ​ຂອງ “ອາຍລານອີຕາ”

ໃນປະເທດ​ນິກາລະກົວ, “ໂລຊາ” ເລີ່ມ​ສົງໄສ​ວ່າ ມີ​ບາງສິ່ງ​ບາງຢ່າງ​ຜິດປົກກະຕິ​ກັບ​ລູກສາວ​ຂອງ ລາວ​ທີ່​ຊື່ວ່າ “ອາຍລານອີຕາ”. ອາຍລານອີຕາ ບໍ່​ຕອບສະໜອງ​ຄືນ ເມື່ອ​ຖືກ​ຮ້ອງຊື່ ຕອບສະໜອງ​ພຽງແຕ່​ກັບສຽງ​ທີ່ດັງ​ເທົ່ານັ້ນ.

ຍ້ອນຄວາມ​ເປັນຫ່ວງ​ລູກ, ໂລຊາ ຈຶ່ງ​ນຳເອົາ​ລູກ​ໄປພົບ​ທ່ານໝໍ​ເມື່ອຕອນ​ອາຍຸ​ຂອງລາວ​ໄດ້ 16 ເດືອນ. ທ່ານໝໍ​ຄົນ​ດ່ັງກ່າວ​ມີຄວາມ​ເຢັນຊາ​ກັບນາງ ແລະ ບອກ​ພຽງວ່າ “ລູກ​ຂອງເຈົ້າ​ບໍ່ສາມາດ​ໄດ້ຍິນ​ຫຍັງ ເລີຍ, ເມື່ອລາວ​ອາຍຸ​ໄດ້ 5 ປີ ຈຶ່ງຄ່ອຍ​ນຳເຂົາ​ມາອີກ ແລ້ວ​ພວກເຮົາ​ຈຶ່ງຈະ​ເບິ່ງວ່າ ພວກເຮົາ​ຄວນ​ຈະເຮັດ​ແນວໃດ”. ໂລຊາ ກັບມາ​ດ້ວຍຄວາມ​ຮູ້ສຶກ​ວິຕົກກັງວົນ ແລະ ໝົດຫວັງ​ຫຼາຍກວ່າ​ຕອນກ່ອນ​ທີ່ເຂົາ​ຈະໄປຫາ ທ່ານໝໍ​ຊ້ໍາ.

ໃນລະຫວ່າງ​ທາງ​ກັບເຮືອນ ເຂົາ​ໄດ້ພົບ​ກັບ​ເພື່ອນ​ຜູ້ໜຶ່ງ ເຊິ່ງ​ແນະນຳ​ໃຫ້ນາງ​ນັດພົບ​ກັບ​ອົງການຈັດ ຕັ້ງ​ຂອງ​ຊຸມຊົນ​ແຫ່ງໜຶ່ງ ຊື່ວ່າ “ລອດ ປິປິໂຕດ”. ລອດ ປີປີໂຕດ ເລີ່ມຕົ້ນ​ຈາກການ​ເປັນກຸ່ມ​ຂອງ​ບັນດາ​ພໍ່​ແມ່ ຜູ້ເຊິ່ງ​ຕ້ອງການ​ໃຫ້ລູກ​ທີ່​ພິການ​ໄດ້ຮັບ​ໂອກາດ​ພັດທະນາ​ຢ່າງ​ເໝາະສົມ.

HCWD Ch14 Page 184-1.png


Aເຖິງ​ແມ່ນວ່າ​ທ່ານໝໍ ແລະ ພະນັກງານ​ຢູ່​ທີ່ກຸ່ມລອດ ປີປີໂຕດ ຈະໃຫ້​ຜົນກວດ​ທີ່​ຄືກັນ ໝາຍວ່າ​ລູກ​ຂອງນາງ​ແມ່ນ​ຫູໜວກ, ແຕ່​ພວກເຂົາ​ກໍ່ໄດ້​ໃຫ້​ຄວາມຫວັງ​ໃຫ້​ແກ່ນາງ​ໃນອະນາຄົດ. ພວກເຂົາ​ອະທິບາຍ​ວິທີ​ຊ່ວຍເຫຼືອ​ພິເສດ ແລະ ການ​ສະໜັບສະໜູນ​ເພີ່ມເຕີມ​ຈາກ​ຄອບຄົວ​ຂອງນາງ​ທີ່​ສາມາດ​ເຮັດໃຫ້ ອາຍລານອີຕາ ສາມາດ​ມີ​ພັດທະນາການ​ຄ້າຍຄື​ກັບເດັກ​ທີ່​ສາມາດ​ໄດ້ຍິນ​ປົກກະຕິ. ໂດຍ​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ຄອບຄົວ​ອື່ນໆ ພາຍໃນ​ກຸ່ມລອດ ປີປີໂຕດ, ໂລຊາ ເລີ່ມ​ຮູ້ສຶກ​ໝັ້ນໃຈ​ວ່າ​ລາວ​ສາມາດ​ປ່ຽນແປງ​ຊີວິດ​ຂອງ ອາຍລານອີຕາ​ໄດ້.

ປະຈຸບັນ ໂລຊາ ກາຍເປັນ​ສະມາຊິກ​ຜູ້​ຫ້າວຫັນ​ຂອງກຸ່ມ ລອດ ປີປີໂຕດ ແລະ ລາວ​ເຮັດວຽກ​ເພື່ອໃຫ້​ຄວາມ​ຊ່ວຍເຫຼືອ ແລະ ມິດຕະພາບ​ໃຫ້ແກ່​ບັນດາ​ພໍ່​ແມ່​ຄົນ​ອື່ນໆ​ເໝືອນກັບ​ທີ່ເຂົາ​ໄດ້ຮັບ​ນ້ໍາໃຈ​ຍາມ​ທີ່ເຂົາ​ຕ້ອງການ.

ຕ້ອງ​ຂອບໃຈ​ການ​ສະໜັບສະໜູນ​ຈາກ​ຄອບຄົວ​ຂອງນາງ ແລະ ຄວາມ​ເອົາໃຈໃສ່​ຈາກ​ກຸ່ມລອດ ປີປີໂຕດ, ທີ່​ເຮັດໃຫ້​ອາຍລານອີຕາ ກາຍເປັນເດັກ​ທີ່ມັກ​ການ​ສະແດງອອກ, ເອົາໃຈໃສ່​ຄົນອື່ນ, ເບີກບານ, ສະຫຼາດ ແລະ ມີຄວາມ​ໝັ້ນໃຈ​ໃນ​ຕົວເອງ. ເຂົາ​ສາມາດ​ສື່ສານ ແລະ ເຂົ້າຮຽນ​ໃນໂຮງຮຽນ​ສາມັນ​ໄດ້.

A woman speaking.
ໂດຍ​ໄດ້ຮັບ​ຄວາມ​ຊ່ວຍເຫຼືອ​ຈາກກຸ່ມ ລອດ ປີ ປີໂຕດ ແລະ ການ​ສະໜັບສະໜູນ​ຈາກ​ທາງ ບ້ານ, ພວກເຮົາ​ມີ​ບາດກ້າວ​ທີ່​ຍາວໄກ​ພາຍໃນ 3 ປີ. ຂ້ອຍ​ຕ້ອງການ​ເຮັດໄດ້ ແລະ ເຈົ້າກໍ່​ສາ ມາດ​ເຮັດໄດ້​ເຊ່ັນດຽວກັນ! ຈົ່ງ​ພະຍາຍາມ!

ການ​ເລີ່ມ​ຈັດຕັ້ງ​ກຸ່ມ

ຖ້າທ່ານ​ຮູ້ວ່າ​ມີຫຼາຍ​ຄອບຄົວ​ທີ່ມີ​ລູກ​ຫູໜວກ​ໃນ​ຊຸມຊົນ​ຂອງທ່ານ, ແຕ່ຍັງ​ບໍ່ທັນ​ມີ​ກຸ່ມ​ຂອງ​ພໍ່​ແມ່​ໃນເຂດ​ດ່ັງກ່າວ, ມັນກໍ່​ຂຶ້ນກັບ​ທ່ານ​ທີ່ຈະ​ຈັດຕັ້ງ​ກຸ່ມ​ຂຶ້ນ. ກຸ່ມ​ຂອງ​ພໍ່​ແມ່​ທີ່ມີ​ຄວາມ​ເຂັ້ມ​ແຂງ ແລະ ຫ້າວຫັນ​ເລີ່ມຕົ້ນ​ຈາກ​ແນວຄິດ​ຂອງຄົນ​ຄົນດຽວ. ເມື່ອ​ມີກຸ່ມ​ຂອງ​ບັນດາ​ພໍ່​ແມ່​ສາມາດ​ເຮັດວຽກ​ຮ່ວມກັນ ເພື່ອ​ແກ້ໄຂບັນຫາ, ສາມາດ​ເຮັດວຽກ​ໄດ້ຫຼາຍ ແລະ ມີ​ຜົນດີກວ່າ​ການ​ເຮັດວຽກ​ພໍໃຜ​ພໍລາວ.

A woman speaking.
ພວກເຮົາ​ໄດ້ສົ່ງ​ຕົວແທນ​ເຂົ້າໄປ​ໂອ້ລົມ​ກັບ ອົງການ​ຫູໜວກ​ແຫ່ງຊາດ​ຢູ່​ໃນເມືອງ. ປະ ຈຸບັນ​ພະນັກງານ​ທີ່​ຫູໜວກ​ໄດ້ລົງ​ມາຢ້ຽມ ຢາມ​ບ້ານ​ຂອງ​ພວກເຮົາ​ເປັນປະຈຳ.
  • ຊອກຫາ​ພໍ່​ແມ່ ຫຼື ຜູ້ດູແລ​ສອງ ຫຼື ຫຼາຍຄົນ​ຂຶ້ນໄປ​ທີ່ຕ້ອງການ​ຈັດຕັ້ງກຸ່ມ. ຖ້າທ່ານ​ຫາກບໍ່ຮູ້ຈັກ​ຄອບ ຄົວ​ທີ່ມີລູກ​ຫູໜວກ. ທ່ານອາດ​ຊອກຫາ​ບັນດາ​ພໍ່​ແມ່​ທີ່​ມີລູກ​ພິການ ຫຼື ພະນັກງານ​ສຸຂະອະນາໄມ​ອາດຮູ້ຈັກ​ຄອບຄົວອື່ນ​ທີ່ຢູ່​ໃນຂົງເຂດ​ໃກ້ໆ​ຊຸມຊົນ​ຂອງທ່ານ.
  • ນັດໝາຍ​ເວລາ ແລະ ສະຖານທີ່ ເພື່ອພົບປະ, ມັນອາດຈະ​ເປັນການດີ ຖ້າ​ຊອກຫາ​ສະຖານທີ່ ທີ່​ທຸກໆຄົນ​ມີຄວາມ​ສະດວກ​ສະບາຍ​ທີ່ຈະ​ສະແດງ​ຄວາມຄິດເຫັນ, ບາງເທື່ອ​ອາດຈະແມ່ນ​ຫ້ອງຮຽນ​ໃນໂຮງຮຽນ, ສຸກສາລາ ຫຼື ສະຖານທີ່​ທາງ​ສາສະໜາ. ໃນການ​ພົບປະກັນ​ຄັ້ງທຳອິດ ສົນທະນາ​ກ່ຽວກັບ ເຫດຜົນ​ຂອງການ​ປະຊຸມ ແລະ ຄວາມ​ຄາດຫວັງ​ຂອງ​ພວກທ່ານ.
  • ໃນການ​ພົບປະກັນ​ທຳອິດ ອາດໃຫ້​ຜູ້ໃດ​ຜູ້ໜຶ່ງ​ເປັນປະທານ​ກອງປະຊຸມ, ແຕ່​ສິ່ງສຳຄັນ​ແມ່ນ​ບໍ່ຄວນ​ໃຫ້​ບຸກຄົນ​ຜູ້ດຽວ​ເປັນຜູ້​ຕັດສິນໃຈ​ແທນກຸ່ມ​ທຸກໆຄົນ​ຄວນມີ​ໂອກາດ​ທີ່ຈະເວົ້າ ຈົ່ງ​ພະຍາຍາມ​ເຮັດໃຫ້ ການ​ສົນທະນາ​ສຸມໃສ່​ຈຸດປະສົງ​ຫຼັກ​ຂອງ​ກອງປະຊຸມ. ຫຼັງຈາກ​ກອງປະຊຸມ 2-3 ຄັ້ງ, ຈົ່ງ​ປ່ຽນຜຽນ​ກັນ​ເປັນ​ຫົວໜ້າກຸ່ມ. ການ​ຊ່ວຍໃຫ້​ຫຼາຍໆ​ຄົນ​ມີ​ໂອກາດ​ເປັນ​ປະທານ​ກອງປະຊຸມ​ຈະຊ່ວຍ​ໃຫ້​ສະມາ ຊິກ​ທີ່ມີ​ຄວາມອາຍ​ມີສ່ວນຮ່ວມ​ໃນກຸ່ມ.

ຮຽນຮູ້​ເພື່ອ​ຊ່ວຍເຫຼືອ​ເຊິ່ງກັນ ແລະ ກັນ

ເຖິງ​ແມ່ນວ່າ​ຈະຮູ້ຈັກ​ກັນດີ​ແລ້ວ​ກໍ່ຕາມ ມັນກໍ່​ອາດຈະ​ໃຊ້​ເວລາ​ໄລຍະໜຶ່ງ ເພື່ອ​ເຮັດໃຫ້​ພວກເຂົາ​ຮູ້ສຶກ​ບໍ່ອຶດອັດ​ທີ່ຈະ​ສົນທະນາ​ກ່ຽວກັບ​ຄວາມຮູ້ສຶກ, ປະສົບການ ແລະ ຄວາມທ້າທາຍ​ໃນການ​ລ້ຽງດູ​ເດັກຫູ ໜວກ ຫຼື ເດັກ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ ເຊິ່ງ​ສິ່ງເຫຼົ່ານີ້​ຈະຕ້ອງ​ໄດ້ຮັບ​ການຝຶກຝົນ.

A couple speaking to each other.
ເປັນຫຍັງ​ພວກເຮົາ​ຈຶ່ ງ ຕ້ອງ​ສົນທະນາ​ກ່ຽວ ກັບ​ຄວາມທຸກ​ຂອງເຮົາ ກັບ​ເພື່ອນບ້ານ​ທັງ ໝົດ?
ທອງດຳ, ແມ່ນໃຜ​ຈະ​ສາມາດ ຊ່ວຍ​ພວກເຮົາ​ໄດ້​ດີກວ່າ​ເພື່ອນ ຂອງ​ພວກເຮົາ? ຢ່າງໜ້ອຍ​ທີ່ ສຸດ​ພວກເຮົາ​ກໍ່ຍັງ​ປະເຊີນ​ໜ້າ ກັບ​ບັນຫາ​ເຫຼົ່ານີ້​ຮ່ວມກັນ.


ນີ້ແມ່ນ​ບາງຄຳ​ແນະນຳ​ເພ່ືອໃຫ້​ສະມາຊິກ​ພາຍໃນກຸ່ມ​ຮູ້ສຶກ​ບໍ່ອຶດອັດ ແລະ ເຊື່ອໃຈ​ເຊິ່ງກັນ ແລະ ກັນ:

ຕັ້ງໃຈ​ຟັງ​ຢ່າງ​ເອົາໃຈໃສ່​ເມື່ອ​ຄົນອື່ນ​ເວົ້າ ໂດຍ​ປາສະຈາກ​ການ​ຕັດສິນ​ໃນສິ່ງ​ທີ່ເຂົາ​ເວົ້າ. ຈົ່ງ​ຄິດວ່າ​ເມື່ອທ່ານ​ເວົ້າ​ທ່ານ​ຕ້ອງການ​ໃຫ້​ຄົນອື່ນ​ຟັງທ່ານ​ແນວໃດ ແລ້ວ​ຈົ່ງຟັງ​ພວກເຂົາ​ໃນແບບ​ດຽວກັນ.

A group of men and women; 2 of them are speaking.
ປະເສີດ, ຂ້ອຍຍັງ​ບໍ່ເຂົ້າໃຈ ໃນສິ່ງ​ທີ່ເຈົ້າ​ກຳລັງເວົ້າ.
ເຈົ້າລອງ​ອະທິບາຍ ມັນ​ຄືນອີກ​ໄດ້ບໍ?

ພະຍາຍາມ​ບໍ່ບອກ​ໃຫ້​ຄົນອື່ນ​ເຮັດ​ສິ່ງນັ້ນ​ສິ່ງນີ້. ທ່ານ​ສາມາດ​ຊ່ວຍໃຫ້​ຄົນອື່ນ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ພວກເຂົາ ແລະ ແລກປ່ຽນ​ປະສົບການ​ຂອງທ່ານ​ນຳ​ພວກເຂົາ. ແຕ່​ທຸກໆຄົນ​ຕ້ອງ​ເປັນຜູ້​ຕັດສິນໃຈ​ເອງ​ກ່ຽວກັບ​ວິທີ​ທີ່ຈະ​ລ້ຽງດູ​ລູກຂອງ​ພວກເຂົາ​ເອງ.

A group of men and women; 3 of them are speaking.
ອາລີ ຮູ້ສຶກ​ໃຈຮ້າຍ​ຫຼາຍ​ຖ້າພວກ​ ເຮົາ​ປ່ຽນແປງ​ກິດຈະວັດ​ປະຈຳ ວັນ. ພວກເຈົ້າ​ມີ​ຄວາມຄິດເຫັນ​ ທີ່ຈະ​ຊ່ວຍ​ພວກເຮົາ​ແນວໃດ?
ບຸນມີ ກໍ່ຄືກັນ ລາວ​ຈະຮູ້ສຶກ​ໃຈ ຮ້າຍໃຫ້​ສິ່ງ​ເລັກໆ​ນ້ອຍໆ​ເມື່ອ ຕອນລາວ​ອາຍຸ​ສ່ຳນັ້ນ. ແຕ່ປະ ປະຈຸບັນ​ມັນກໍ່​ດີຂຶ້ນ​ແລ້ວ.
ແລ້ວເຈົ້າ​ເຮັດແນວໃດ ເພື່ອ ເຮັດໃຫ້​ບຸນມີ​ຮຽນຮູ້​ການຄວບ ຄຸມ​ອາລົມ​ຂອງ​ຕົນເອງ? ເພາະນັ້ນ​ແມ່ນ​ບັນຫາ​ທີ່​ກຳ ລັງ​ເກີດຂຶ້ນ​ກັບ​ລູກສາວ​ຂອງ ພວກເຮົາ​ເຊັ່ນກັນ.


ເຄົາລົບ​ຄວາມ​ເປັນ​ສ່ວນຕົວ​ຂອງຄົນ. ບໍ່​ຄວນບອກ​ຄົນອື່ນ​ກ່ຽວກັບ​ສິ່ງທີ່​ແຕ່ລະ ຄົນ​ເວົ້າ​ພາຍໃນກຸ່ມ​ຖ້າຫາກ​ບໍ່ເໝາະສົມ.

2 men speaking to each other.
ບໍ່ຕ້ອງ​ກັງວົນ ບຸນມາ, ຂ້ອຍ​ຈະບໍ່​ບອກໃຜ​ກ່ຽວ ກັບ​ສິ່ງທີ່​ເຈົ້າເວົ້າ.
ຂ້ອຍ​ຮູ້ແລ້ວ. ຂ້ອຍ​ຮູ້ສຶກ ສະບາຍໃຈ​ທີ່ມີ​ໂອກາດ​ໄດ້ ເວົ້າ​ຢ່າງ​ເປີດເຜີຍ.