Hesperian Health Guides

ສ້າງ​ຊຸມຊົນ​ໃຫ້ເປັນບ່ອນ​ທີ່​ເປັນຕາຢູ່​ສຳລັບເດັກ​ຫູໜວກ

ຢູ່ໃນພາກນີ້:

ການ​ຍົກສູງ​ຈິດສຳນຶກ

ການ​ປະພຶດ​ຂອງ​ຜູ້ໃຫຍ່ ແລະ ເດັກ​ອາຍຸຫລາຍ​ຕໍ່ກັບ​ເດັກ​ຫູໜວກ​ມີຜົນ​ກະທົບ​ສູງ​ຕໍ່ກັບ ສັງຄົມ​ຕົວ ຢ່າງ ຖ້າວ່າ​ຜູ້ໃຫຍ່​ດຶງ​ເອົງເດັກ​ຫູໜວກ​ເຂົ້າ​ປະກອບສ່ວນ​ໃນ​ກິດຈະກຳ​ຕ່າງໆ​ ຫຼື ​ຜູ້ໃຫຍ່​ເມີນເສີຍ ແລະ ບໍ່​ເອົາໃຈໃສ່​ຕໍ່ກັບ​ເດັກ​ຫູໜວກ ເມື່ອ​ຄົນອື່ນ​ເຫັນ​ກໍມັກ​ນຳເອົາ​ມາເປັນ​ແບບຢ່າງ. ນີ້ແມ່ນ​ເລື່ອງ​ທີ່​ຜູ້​ອຳນວຍການ ໃນປະເທດ​ມົງໂກລີ ທີ່​ນຳໃຊ້​ຕຳແໜ່ງ​ຂອງລາວ​ໃນການ​ເອົາໃຈໃສ່ ຕໍ່​ກັບເດັກ​ຫູໜວກ​ໃນ​ໂຮງຮຽນ​ຂອງເພິ່ນ.

ໂຮງຮຽນ​ທີ່​ເຂົ້າໃຈ​ເດັກ​ຫູໜວກ

ໃນເມືອງ​ແຫ່ງໜຶ່ງ​ທີ່​ປະເທດ​ມົງໂກລີ​ໄດ້ມີ​ຫຼາຍ​ຄອບຄົວ​ທີ່​ຊ່ວຍກັນ​ຈັດຕັ້ງ​ໂຮງຮຽນ​ສຳລັບ ເດັກນ້ອຍ​ທີ່​ຫູໜວກ​ໃນ​ທ້ອງຖິ່ນ​ຂອງ​ພວກເຂົາ. ພາຍຫຼັງ​ທີ່ມີ​ຂ່າວວ່າ ມີການ​ເຢາະເຢີ້ຍ ແລະ ດູຖູກ​ເດັກນ້ອຍ​ຫູໜວກ​ຫຼາຍ​ກໍລະນີ ທາງ​ຜູ້​ອຳນວຍການ​ໂຮງຮຽນ​ໄດ້​ຮ້ອງໃຫ້​ນັກຮຽນ ມາປະຊຸມ ແລະ ອະທິບາຍ​ວ່າ ການປະພຶດ​ແບບນັ້ນ​ບໍ່​ຖືກຕ້ອງ ແລະ ບອກໃຫ້​ພວກເຂົາ​ຮູ້ວ່າ ເດັກນ້ອຍ​ທຸກຄົນ​ພາຍໃນ​ໂຮງຮຽນ​ຄວນ​ຮັກແພງ​ກັນ.

A boy speaking with a younger boy wearing a hearing aid.
ມາຫຼິ້ນ​ບານ​ກັບ​ພວກເຮົາ.
ຕົກລົງ!


ພາຍຫຼັງ​ທີ່ຜູ້​ອຳນວຍການ​ເນັ້ນໜັກ​ໃຫ້ເອົາ​ໃຈໃສ່​ເດັກນ້ອຍ​ຫູໜວກ ການປະພຶດ​ຂອງຄົນ​ທັງຫຼາຍ​ກໍ່ມີ​ການ​ປ່ຽນແປງ​ໄປທາງ​ດີ. ເມື່ອ​ການ​ເວລາ​ຜ່ານໄປ ບັນດາ​ຄູສອນ, ພໍ່ແມ່​ນັກຮຽນ ແລະ ນັກຮຽນ​ດ້ວຍກັນ ກໍ່​ຮູ້ສຶ​ກພູມໃຈ​ກ່ຽວກັບ​ຫ້ອງຮຽນ ສຳລັບ​ເດັກ​ຫູໜວກ​ແລ້ວ ພວກເຂົາ​ກໍ່​ເຂົ້າມາ​ມີ​ສ່ວນຮ່ວມ​ໃນການ​ຊ່ວຍເຫຼືອ​ກັນ. ມາຮອດ​ຕອນນີ້ ເມື່ອໃດ​ນັກຮຽນ​ຫູດີ​ພົບກັບ​ນັກຮຽນ​ຫູ ໜວກ​ນອກ​ຫ້ອງຮຽນ ພວກເຂົາ​ກໍ່​ຮັກແພງ​ກັນ. ນອກນີ້ ນັກຮຽນ​ຫູດີ ກໍ່ໄປຢາມ​ຫ້ອງຮຽນ​ສຳລັບ​ເພື່ອນ​ຫູໜວກ ແລະ ນັກຮຽນ​ໃຫຍ່​ກໍ່ໄດ້​ສອນ​ວິທີ​ເຕັ້ນລຳ​ໃຫ້​ກັບ​ເດັກນ້ອຍ​ຫູໜວກ. ກ່ຽວກັບ​ການ​ເຕັ້ນລຳ​ແບບ​ປະເພນີ​ບູຮານ ທີ່ມີ​ອາລິຍະບົດ​ທີ່​ສັບສົນ​ກໍ່​ເຕັ້ນໄດ້.

ເຮັດໃຫ້​ຄົນອື່ນ​ມາ​ພົວພັນ​ກັບ​ລູກ​ຂອງທ່ານ

ພວກ​ຜູ້ໃຫຍ່ ແລະ ເດັກ​ຫູດີ​ໃນ​ຊຸມຊົນ​ສາມາດ​ຊ່ວຍ​ເດັກ​ຫູໜວກ​ດ້ວຍການ​ເຮັດວຽກ​ຮ່ວມກັນ ພວກເຂົາ​ຄວນເອົາ​ໃຈໃສ່​ເດັກ​ຫູໜວກ​ຄືກັບ​ເດັກ​ຫູດີ​ທົ່ວໆ​ໄປ​ບໍ່ວ່າ​ຈະແມ່ນ​ທາງດ້ານ​ການ​ນັບຖື​ ຫຼື ​ສະແດງ​ຄວາມ​ເອື້ອ​ອາລີ​ຕໍ່ກັນ​ກໍຕາມ. ໃນເມື່ອ​ຄົນ​ໃນ​ສັງຄົມ​ພົວພັນ​ກັບເດັກ​ຫູໜວກ​ຈະເຫັນ​ວ່າ​ພວກເຂົາ​ບໍ່ມີ​ຫຍັງ​ທີ່​ແຕກຕ່າງ​ໄປຈາກ​ບັນດາ​ເດັກ​ຫູດີ​ຕ່າງໆ​ປານໃດ.

ຊຸກຍູ້​ໃຫ້​ຄົນມາ​ເວົ້າລົມ​ພົວພັນ​ກັບ​ລູກ​ຂອງທ່ານ ແລະ ສະເຫນີ​ຊື່​ໃຫ້​ຄົນອື່ນ​ຮູ້ ແລະ ສອນ​ໃຫ້ເຂົາ​ ຮູ້​ໃນການ​ທັກທາຍ ແລະ ສອນ​ໃຫ້​ຄົນອື່ນ​ທັກທາຍ​ກັບເຂົາ​ສອນ​ໃຫ້ເຂົາ​ເວົ້າ​ອອກມາ​ເປັນສຽງ​ກັບການ​ໃຊ້​ພາສາ​ມື​ໂດຍ​ເວົ້າຊື່​ໃຫ້​ອອກສຽງ​ອອກມາ​ຄື​ກັບຄົນ​ທຳມະດາ.

A man speaking to a small girl beside her mother.
ສະບາຍດີ ມະລີສາ.

ຄົນ​ໃນສັງຄົມ​ອາດ​ຮູ້ສຶກ​ສະບາຍໃຈ ຖ້າ ທ່ານ​ຫາກບອກ​ເຂົາ​ວິທີ​ປະພຶດ​ຕໍ່ກັນ ດ້ວຍການ ໃຊ້​ພາສາ​ມື ແລະ ການ​ໃຊ້ມື​ສັນຍານ. ວິທີ​ທີ່ດີ​ທີ່ສຸດ ຄື​ສອນ​ໃຫ້​ຄົນອື່ນ​ໃຊ້​ສາຍຕາ​ໃຫ້ຢູ່​ໃນ​ລະດັບດຽວ ກັບລູກ​ຂອງທ່ານ​ໃນ​ເວລາ​ເວົ້າ​ ຫຼື​ ໃຊ້​ພາສາ​ມື. ຄົນ​ທັງຫຼາຍ​ສາມາດ​ໃຊ້​ການສະແດງອອກ​ທາງ​ໃບໜ້າ​ໃນເວລາ​ພົວພັນ​ກັບເດັກ​ຫູໜວກ​ຄືກັບ​ການ ສະແດງອອກ​ກັບເດັກ​ຫູດີ​ທົ່ວໄປ.

ບັນດາ​ຄອບຄົວ​ຂອງເດັກ​ຫູໜວກ ສາມາດ​ຈັດຕັ້ງ​ໂຄງການ​ສຳລັບ​ໃນ​ແຖວບ້ານ​ໃກ້ຄຽງ ເພື່ອ​ຊ່ວຍໃຫ້​ພວກເຂົາ​ມີ​ຄວາມ​ເຂົ້າໃຈ​ຄວາມ​ແຕກຕ່າງ​ການ​ນັບຖື​ເຊິ່ງກັນ ແລະ ມີ​ຈິດສຳນຶກ​ຕໍ່ກັບ​ຫູໜວກ ແລະ ການ​ໄດ້ຍິນ. ພວກເຂົາ​ສາມາດ​ຊ່ວຍ ບັນດາ​ເພື່ອນຝູງ ແລະ ກຸ່ມຄົນ​ໃນ​ຊຸມຊົນ​ໃຫ້ມາ​ຮັກແພງ​ຄົນ​ຫູໜວກ ແລະ ໃຫ້​ຮັບຮູ້​ໃນຄວາມ ແຕກຕ່າງ​ຂອງ​ພວກເຂົາ​ດ້ວຍ​ວິທີ​ການ​ອື່ນໆ.

ຄົນເຮົາ​ສາມາດ​ເຂົ້າໃຈ​ເດັກ​ທີ່ບໍ່​ໄດ້ຍິນ​ດີ ຖ້າ​ພວກ ເຂົາ​ສຳນຶດ​ເຖິງຄວາມ​ຮູ້ສຶກ​ຂອງ​ຕົນເອງ​ເມື່ອຢູ່​ໃນ​ສະພາບ​ແບບ​ດຽວກັນ. ມີຫລາຍ​ວິທີ​ການ​ທີ່ພາ​ໃຫ້​ຊວນຫົວ ເພາະ​ເກມ​ເຫລົ່ານີ້ ສາມາດ​ນຳໃຊ້​ໃນ​ສະຖານທີ່​ສາທາລະນະ, ໃນວັດ, ໃນບ່ອນ​ສາສະໜາ, ຄຣີນິກ, ໂຮງຮຽນ ແລະ ໃນກຸ້ມ​ຄົນ​ໃນ​ສັງຄົມ, ພວກທ່ານ​ສາມາດ​ໃຊ້ເກມ​ເຫລົ່ານີ້​ໃນ​ເວລາ​ປຸກລະດົມ​ຈິດສຳນຶກ ຫຼື ໃນ​ກອງປະຊຸມ​ພໍ່​ແມ່​ນັກຮຽນ.


ຈະເຮັດ​ວິທີ​ໃດ​ທີ່ຈະ​ເຮັດ​ໃຫ້​ຄົນ​ຫູດີ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງຄົນ​ທີ່​ ຫູໜວກ ຫຼື ຫູບໍ່​ໄດ້​ຍິນດີ


HCWD Ch11 Page 143-2.png

ເກມ: ເຈົ້າວ່າ​ແນວໃດ?
ໃຫ້ຄົນ​ຜູ້ໜຶ່ງ​ອັດຫູ​ໃນຂະນະ​ທີ່​ອີກ​ຜູ້ໜຶ່ງ​ກຳລັງ​ເລົ່າ​ນິທານ​ຊວນຫົວ​ໃຫ້ກຸ້ມ​ຄົນຟັງ​ຢູ່ ຫຼື ຈະ​ໃຫ້ມີ​ໃຜ​ຜູ້ໜຶ່ງ​ປ່ຽນຜຽນ​ກັນ​ນັ່ງ​ໄກໆ ອອກໄປ​ຈົນບໍ່​ໄດ້ຍິນ​ກ່ຽວກັບ​ນິທານ​ເລີຍ. ຈາກນັ້ນ ກໍ​ໃຫ້ຖາມ​ຄຳຖາມ ກ່ຽວກັບ​ເລື່ອງທີ່​ເລົ່າມາ ນັບ​ທັງຖາມ​ຜູ້ທີ່​ເອົາມື​ອັດຫູ ຫຼື ຜູ້​ທີ່ນັ່ງ​ໄກ​ອອກໄປ.

ໃຫ້ຖາມ​ຄົນ​ຜູ້ນີ້​ວ່າ ຮູ້ສຶກ​ແນວໃດ​ໃນການ​ທີ່ບໍ່​ໄດ້ຍິນ​ນິທານ ເຕັມຫູ​ຄື​ຄົນອື່ນ.

ຈາກນັ້ນ ທຸກຄົນ​ກໍ່ອອກ​ຄຳເຫັນ​ກ່ຽວກັບ​ວິທີ​ໃດ​ທີ່ຄວນ​ຕິດຕໍ່​ພົວພັນ​ໃຫ້​ດີຂຶ້ນ ກັບເດັກ ທີ່ມີ​ບັນຫາ​ກ່ຽວກັບ​ການຟັງ.

A group of men and women sitting and talking together.
ຂ້ອຍຈະ​ເຮັດ​ແນວໃດ ບຸນມີ ຈຶ່ງຈະ​ເຂົ້າໃຈ ເລື່ອງໄດ້ເນາະ.
ແຕ້ມຮູບ​ເພື່ອຊ່ວຍ ບອກ ກ່ຽວກັບ​ນິທານ.
ເວົ້າ​ແຈ້ງໆ​ແມ ເວລາ​ເລົ່າ​ຕ້ອງ ໃຫ້ ລາວ​ເຫັນໜ້າ​ເຈົ້າເວົ້າ.
Sເວົ້າ​ແຈ້ງໆ​ແມ.
ຂໍ​ໃຫ້ລາວ​ນັ່ງ​ຕິດກັບ​ເຈົ້າ.
ສະແດງ​ເລື່ອງ ອອກມາ​ໃຫ້ເຫັນ.

ວິທີ​ຊ່ວຍ​ເດັກໆ​ໃຫ້​ຕິດຕໍ່​ພົວພັນກັນ​ໂດຍບໍ່​ໃຊ້ສຽງ

ເດັກ​ຜູ້ໃດ​ທີ່ມີ​ບັນຫາ​ໃນ​ການຟັງ​ມັກມີ​ບັນຫາ​ໃນ​ການປາກ ເພາະສຽງ​ຂອງ​ພວກເຂົາ​ອາດ ມີຄວາມ​ແປກໆ ສຳລັບ​ຄົນຟັງ​ທົ່ວໆ​ໄປ ເພາະຖ້າ​ບໍ່​ໄດ້ຍິນ​ແລ້ວ​ມັນກໍ​ເປັນການ​ຍາກ​ທີ່ຈະ​ປາກ ອອກມາ​ໃຫ້​ຄືກັບ​ຄົນ​ຫູດີ. ດັ່ງນັ້ນ ຄົນ​ຫູໜວກ​ຈຶ່ງບໍ່​ມັກປາກ ແລະ ໃຊ້​ພາສາ​ໃບ້ແທນ. ຄົນ​ທີ່ມີ ບັນຫາ​ໃນການຟັງ​ມັກເປັນຄົນ​ຂີ້ອາຍ ແລະ ມັກຕິດຕໍ່​ພົວພັນ​ກັບ​ຄົນທີ່​ພວກເຂົາ​ຮູ້ດີ​ເທົ່ານັ້ນ.



Children speaking about a boy making gestures.
ລາວວ່າ ລາວເຫງົາ.
ບໍ່, ລາວເມື່ອຍ.
ບໍ່ແມ່ນ, ລາວ​ເຈັບມື.

ເກມ: ການເວົ້າ​ບໍ່​ອອກສຽງ
ເກມ​ເລື່ອງນີ້​ຈະຊ່ວຍ​ໃຫ້ເດັກ ເຂົ້າໃຈ​ກ່ຽວກັບ​ຄວາມ​ຫຍຸ້ງຍາກ​ສຳລັບ ຄົນທີ່​ບໍ່​ສາມາດ​ປາກ ຫຼື ຜູ້ທີ່​ປາກ​ບໍ່ເກັ່ງ ໃນການ​ພົວພັນ​ກັນ. ໃຫ້ແຕ່ລະຄົນ​ປ່ຽນຜຽນ​ກັນ​ໃນການ​ເວົ້າ​ຕໍ່​ກັບໝູ່​ໃນກຸ່ມ​ໂດຍ​ບໍ່ໃຫ້​ໃຊ້ສຽງ. ໃຫ້​ເລີ່ມຕົ້ນ​ດ້ວຍ ແນວ​ຄວາມຄິດ​ແບບ​ງ່າຍໆ​ກ່ອນດັ່ງ:

ຂ້ອຍ​ຮູ້ສຶກ​ຢາກນອນ ຫຼື ເອົາ​ໝາກບານ​ມາໃຫ້​ຂ້ອຍແດ່, ຈາກນັ້ນ ກໍ່ໃຊ້​ບັນຫາ​ຍາກຂຶ້ນ​ດັ່ງ: ຂ້ອຍ ຫລົງທາງ ແລະ ບໍ່​ສາມາດ​ກັບ​ເມືອເຮືອນໄດ້ ຫຼື ຂ້ອຍ​ຝັນຮ້າຍ.

ຫລັງຈາກ​ນັ້ນ ເຈົ້າ​ສາມາດ​ເວົ້າ​ກ່ຽວກັບ:

  • ມັນຍາກ​ບໍ່​ທີ່ຈະ​ອະທິບາຍ​ສິ່ງໃດ​ສິ່ງໜຶ່ງ​ໂດຍ​ບໍ່ເວົ້າ​ເປັນສຽງ​ອອກມາ?
  • ທ່ານ​ຈະ​ຮູ້ສຶກ​ແນວໃດ​ເມື່ອ​ຄົນອື່ນ​ບໍ່​ສາມາດ​ເຂົ້າໃຈ​ທ່ານ​ໄດ້?
  • ບັນດາ​ເດັກ​ຫູດີ​ເຮັດ​ແນວໃດ​ຈຶ່ງຈະ​ພົວພັນ​ກັບເດັກ​ທີ່​ຫູໜວກ? ມີ​ວິທີ​ອື່ນ​ບໍ່​ທີ່​ພວກເຂົາ ຈະຊ່ວຍ​ໄດ້?
  • ມີ​ວິທີ​ອື່ນໃດ​ອີກ​ທີ່​ເຈົ້າຈະ​ພົວພັນ​ກັບເດັກ​ທີ່ບໍ່​ສາມາດ​ປາກໄດ້? ຈາກນັ້ນ ເຈົ້າ​ກໍ່ສ້າງ​ປ້າຍ​ສັນຍານ​ສຳລັບ​ແນວ​ຄວາມຄິດ​ທີ່​ເຈົ້າຄິດ​ອອກມາ ແລະ ທົດລອງເບິ່ງ​ວ່າ​ມີຄວາມ​ຍາກ​ງ່າຍ ປານໃດ​ທີ່ຈະ​ສື່ ສຳພັນ​ດ້ວຍປ້າຍ​ສັນຍານ​ພວກນີ້​ໄດ້?

ນີ້ແມ່ນ​ໂອກາດດີ​ທີ່​ຈະບອກ​ເດັກ​ຫູໜວກ​ກ່ຽວກັບ​ສັນຍານ​ພາສາ ຫຼື ເຮັດ​ວິທີ​ໃດ​ທີ່​ຄອບຄົວ​ພວກເຂົາ​ຈະສ້າງ​ສັນຍານ​ເຫລົ່ານີ້ ເພື່ອຊ່ວຍ​ສື່ສານ​ເຊິ່ງກັນ ແລະ ກັນ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ໃນບົດທີ4.

ການໃຫ້​ບໍລິການ​ເດັກ​ຫູໜວກ ແລະ ຄອບຄົວ​ຂອງ​ພວກເຂົາ

ຄົນເຮົາ​ທຸກຄົນ​ລ້ວນແຕ່​ຕ້ອງການ ການ​ບໍລິການ​ພື້ນຖານ​ດັ່ງ: ນ້ຳ, ໄຟຟ້າ, ພາຫະນະ, ການ​ສຶກສາ ແລະ ການ​ເບິ່ງແຍງ​ສຸຂະພາບ ເຊິ່ງ​ມັນມີ​ຄວາມ​ຈຳເປັນ​ທີ່ຈະ​ນຳໃຊ້​ຊັບພະຍາກອນ ຂອງ​ຊຸມຊົນ​ທັງຫມົດ​ເພື່ອ​ສະໜອງ​ການ​ບໍລິການ​ເຫລົ່ານີ້ໄດ້ ແລະ ພວກເດັກ​ຫູໜວກ ແລະ ຄອບຄົວ​ຂອງ​ພວກເຂົາ ກໍ່ຕ້ອງການ​ແບບດ​ຽວກັນ​ນີ້​ຄືກັນ. ດ່ັງນັ້ນ​ຄົນ​ໃນສັງຄົມ ເຊິ່ງ​ມີທັງ​ຄວາມຮູ້ ຊັບພະຍາກອນ ແລະ ທັກສະ ທີ່​ສາມາດ​ແບ່ງປັນ​ໃຫ້ກັບ​ຄົນ​ຫູໜວກ ແລະ ຄອບຄົວ​ພວກເຂົາ​ໄດ້. ຖ້າມີ​ການເຮັດວຽກ​ຮ່ວມກັນ​ບໍ່ວ່າ​ກຸ່ມ​ຄອບຄົວ ຫຼື ຊຸມຊົນ​ທັງ​ຊຸມຊົນ ສາມາດ​ຈັດຕັ້ງ​ຄວາມ​ພະຍາຍາມ​ຕໍ່ກັບ​ສິ່ງນີ້:

A man on a motor cycle near a sign that says "Drive Slow: Deaf Child."
ປ້າຍ​ປອດໄພ​ແບບນີ້ ຈະ​ເຮັດໃຫ້​ຖະໜົນ​ມີ ຄວາມປອດໄພ​ກວ່າ!
  • ຮຽນຮູ້​ວິທີ​ການ​ກວດສອບ​ການ​ໄດ້ຍິນ ຂອງລູກ​ທີ່​ຍັງເດັກ​ໃຫ້ໄດ້.
  • ຊ່ວຍເຫລືອ​ພະນັກງານ​ສາທາລະນະສຸກ​ໃຫ້​ຮຽນຮູ້, ຮັບຮູ້ ແລະ ສາມາດ​ປິ່ນປົວ​ຫູ​ທີ່​ຕິດເຊື້ອ ເພື່ອ​ປ້ອງກັນ​ການ​ເປັນ​ຫູໜວກ.
  • ຊອກຫາ​ບ່ອນ​ຄອບຄົວ​ທີ່ມີ​ລູກ​ຫູໜວກ​ໄດ້​ພົບກັນ.
  • ຈັດຕັ້ງ​ຫ້ອງຮຽນ​ທີ່​ໃຊ້ສຽງ ແລະ ສັນຍານ​ມື.
  • ຊ່ວຍ​ໃຫ້ຄົນ​ທີ່​ໄດ້ຍິນ​ດີ​ຮຽນ​ວິທີ​ປາກ ເພື່ອ​ໃຫ້ເດັກ​ທີ່​ບໍ່ໄດ້ຍິນ​ດີ​ສາມາດ​ເຂົ້າໃຈ​ນຳ​ໄດ້.
  • ແປພາສາ​ສັນຍານ ອອກມາ​ເປັນ​ພາສາ​ສຽງ ແລະ ນຳໃຊ້​ໃນ​ໂຮງຮຽນ ຫຼື.


ກຸ່ມ​ຫຼິ້ນເກມ​ທີ່​ປະເທດ​ອິນເດຍ​ມີກຸ່ມ​ຂອງ​ພໍ່​ແມ່​ເດັກ​ໄດ້​ເຮັດວຽກ​ຮ່ວມກັນ​ໃນການ​ນຳເອົາ​ການ​ບໍລິການ​ຊ່ວຍ ການຟັງ​ມາສູ່​ເມືອງ​ຂອງ​ພວກເຂົາ ເພື່ອ​ພວກເດັກ​ໄດ້ຮັບ​ການ​ຊ່ວຍເຫຼືອ​ໃນການ​ໃຊ້ເຄື່ອງ​ຊ່ວຍຟັງ​ຈາກ​ພະນັກງານ ສາທາລະນະສຸກ​ປັບແປງ ແລະ ຮັກສາ​ເຄື່ອງ​ຊ່ວຍຟັງ​ໃຫ້ກັບ​ພວກເຂົາ.

ສະມາຄົມ​ຂອງ​ກຸ່ມ​ພໍ່​ແມ່ ຫຼື ບ້ານ ສາມາດ​ເຊີນ​ໃຫ້​ອົງກອນ ຫຼື ບຸກຄົນ​ຈາກ​ພາຍນອກ​ຊຸມຊົນ​ມາ​ຢ້ຽມຢາມ​ບ້ານ​ພວກເຂົາ ເພື່ອ​ຈະໄດ້​ເລີ່ມຕົ້ນ​ການໃຫ້​ບໍລິການ​ແບບໃຫມ່, ໃຫ້ການ ຝຶກ​ອົບຮົມ ຫຼື ນຳພາ​ການ​ສົນທະນາ​ແກ້ໄຂ​ບັນຫາ ນອກນີ້​ຊຸມຊົນ​ສາມາດ​ເກັບເງິນ​ເພື່ອ​ສົ່ງ​ບຸກຄົນ​ໃດໜຶ່ງ​ໄປຮັບ​ການ​ຝຶກ​ອົບຮົມ​ເມື່ອ​ສຳເລັດ​ການ​ຝຶກ​ອົບຮົມ​ແລ້ວ ກໍ່​ກັບມາ​ຝຶກ​ອົບຮົມ​ຄົນອື່ນ​ຕໍ່ໄປ.