Hesperian Health Guides

ຮ່ວມມືກັນ​ເພື່ອ​ເຮັດໃຫ້​ເດັກ​ຫູໜວກ​ປະສົບຜົນ​ສຳເລັດ

ຢູ່ໃນພາກນີ້:

ເດັກ​ຫູໜວກ​ສາມາດ​ປະສົບຜົນ​ສຳເລັດ​ໄດ້ ເມື່ອ​ພໍ່​ແມ່, ໂຮງຮຽນ ແລະ ຊຸມຊົນ​ຮ່ວມມື ກັນ​ເພື່ອສ້າງ​ສະພາບ​ແວດລ້ອມ​ໃນ​ທາງບວກ​ໃຫ້​ແກ່ເດັກ. ການ​ສຶກສາ​ທີ່ດີ​ສຳລັບ​ເດັກ​ຫູໜວກ​ແມ່ນ​ຂຶ້ນກັບ​ຫຼາຍ​ປັດໄຈ ແລະ ຂຶ້ນກັບ​ວ່າ:

  • ເດັກຮຽນ ແລະ ໝູນໃຊ້​ພາສາ ຫຼື ບໍ່.
  • ມີການ​ສິດສອນ​ທີ່ດີ, ການ​ສື່ສານ​ທີ່ດີ ແລະ ການ​ມີ​ສ່ວນຮ່ວມ​ຂອງ​ຄອບຄົວ ຫຼື ບໍ່.
  • ຊຸມຊົນໄດ້ສ້າງໂອກາດໃຫ້ແກ່ຄົນຫູໜວກ ເພື່ອປະສົບຜົນສຳເລັດ ຫຼື ບໍ່.


ພໍ່​ແມ່, ໂຮງຮຽນ ແລະ ຊຸມຊົນ​ສາມາດ​ຮ່ວມມືກັນ​ເພື່ອ​ໃຫ້​ມີການ​ຝຶກອົບຮົມ​ທາງດ້ານ ວິຊາຊີບ ສຳລັບ​ຊາວໜຸ່ມ​ທີ່​ຫູໜວກ, ໃຫ້​ມີວຽກ​ສຳລັບ​ຄົນ​ຫູໜວກ ແລະ ໃຫ້​ມີເງິນ​ກູ້ຢືມ​ສຳລັບ​ພວກເຂົາ ເພື່ອ​ດຳເນີນ​ທຸກລະກິດ​ຂະໜາດ​ນ້ອຍ.

A woman speaking.
ໂຮງຮຽນ​ປະຖົມ​ທີ່​ຂ້ອຍສອນ ແມ່ນ ມີ​ຊື້ສຽງ​ໃນດ້ານ​ການ​ສິດສອນ​ງານ ໄມ້​ທີ່ ສອນໂດຍ​ຄົນ​ຫູໜວກ.

ຊຸມຊົນ​ບາງແຫ່ງ​ຄິດໄລ່ ອັດຕາ​ອາກອນ​ທີ່ຕ່ຳ ຫຼື ໃຫ້ການ​ຊ່ວຍເຫຼືອ​ທາງດ້ານ​ການເງິນ​ໃຫ້ແກ່​ບັນດາ ທຸລະກິດ​ທີ່​ຮັບເອົາ​ຄົນ​ຫູໜວກ ຫຼື ຄົນ​ທີ່ມີ​ບັນຫາ​ໃນການ​ໄດ້ຍິນ ເຂົ້າ​ເຮັດວຽກ​ນຳ. ບັນດາ​ອົງການ​ຈັດຕັ້ງ​ຂອງ​ຊຸມຊົນ​ໄດ້​ຈັດຕັ້ງ​ໃຫ້ມີ​ກອງທຶນ​ເງິນກູ້​ໝູນວຽນ​ສຳລັບ​ຊ່າງ​ຫັດຖະກຳ​ທີ່​ຫູໜວກ ເພື່ອ​ສະໜອງ​ທຶນຮອນ​ໃນການ​ຊື້​ອຸປະກອນ​ພື້ນຖານ ແລະ ວັດຖຸດິບ​ສຳລັບ​ການ​ເລີ່ມເຮັດ​ທຸລະກິດ​ນ້ອຍໆ ຂອງ​ພວກເຂົາ​ເອງ. ເງິນ​ກູ້ຢືມ​ດັ່ງກ່າວ ຈະ​ໄດ້ຮັບ​ການ​ຊຳລະ​ຄືນ​ເທື່ອ​ລະໜ້ອຍ, ເພື່ອວ່າ​ເງິນ​ຈຳນວນ​ນີ້​ຈະ​ໝູນໃຊ້​ຊ່ວຍເຫຼືອ​ຄົນ​ຫູໜວກ​ຜູ້ ອື່ນໆທີ່​ຕ້ອງການ​ເລີ່ມຕົ້ນ​ທຸລະກິດ.

A woman with a hearing aid speaking.
ກຸ້ມ​ຜູ້ໃຫຍ່​ຫູໜວກ​ຂອງ​ພວກເຮົາ​ສາມາດ​ມີຮ້ານ​ອາ ຫານ​ຢູ່​ທີ່​ສະຖານີ​ລົດໄຟ. ຂ້ອຍ​ຄິດວ່າ​ມັນເປັນ​ສິ່ງ ທີ່ດີ ທີ່​ຄົນ​ຫູດີ​ຮຽນຮູ້​ເພື່ອ​ສື່ສານ​ກັບ​ພວກເຮົາ. ເພາະ​ຖ້າ​ພວກເຂົາ​ບໍ່ ສາມາດ​ສື່ສານ​ກັບ​ພວກເຮົາ ພວກເຂົາ​ກໍ່ຈະ​ບໍ່​ສາມາດ​ສັ່ງ​ອາຫານ​ກິນ​ຢູ່​ທີ່ນີ້.

ຄົນໜຸ່ມ​ຫູໜວກ​ສາມາດ​ຕັດສິນໃຈ​ເລືອກ ວ່າ​ທັກສະ​ໃດ​ທີ່ເຂົາ​ຕ້ອງການ​ຢາກຮຽນ ເຊິ່ງມັນ​ກໍ່​ຂຶ້ນກັບ​ຄວາມ​ສາມາດ ແລະ ຄວາມ​ສົນໃຈ​ຂອງເຂົາ. ພ້ອມ​ກັນນັ້ນ​ກໍ່​ຂຶ້ນກັບ​ຊັບ​ພະຍາຍາມກອນ​ທີ່ມີ ໃນ​ທ້ອງຖິ່ນ. ຕະຫຼາດ, ໂອກາດ​ໃນການ​ໄດ້ຮັບ​ການ​ຝຶກອົບຮົມ ແລະ ປັດໄຈ​ອື່ນໆ​ອີກ.

ຄົນ​ທາສີ​ເຮືອນ​ຄົ້ນຫາ​ຄວາມ​ສຳເລັດ

Lo HCWD Ch12 Page 165-3.png

ເຄື່ອຂ່າຍ​ກຸ່ມ​ຜູ້ຊາຍ​ຫູໜວກ​ໃນ​ຕອນໃຕ້​ຂອງ​ປະເທດ​ອິນເດຍ​ໄດ້​ດຳເນີນ​ທຸລະກິດ​ທາສີ​ເຮືອນ. ຄົນ​ສ່ວນຫຼາຍ​ມັກໃຫ້​ພວກເຂົາ​ທາສີ​ເຮືອນ​ໃຫ້ ຍ້ອນວ່າ​ພວກເຂົາ​ທາສີ​ໄດ້ໄວ​ກວ່າ​ຊ່າງ​ທາສີ​ຜູ້ອື່ນໆ. ບາບູ ເຊິ່ງ​ເປັນ​ຫົວໜ້າ​ກຸ່ມ​ແມ່ນ​ຜູ້ທີ່​ມີ​ມັກສະ​ໃນການ​ເຈລະຈາ​ຕໍ່ລອງ ແລະ ມີ​ຄວາມ​ກະຕື​ລືລົ້ນ ເພືື່ອ​ຊອກຫາ​ວຽກ​ໃໝ່ໆ. ເມື່ອ​ເຮືອນ​ຖືກປຸກ​ຂຶ້ນ​ຫຼາຍ ຫຼື ມີການ​ປັບປຸງ​ສ້ອມແປງ, ຫຼາຍໆ​ຄົນ ຈຶ່ງ​ສັງເກດ​ເຫັນວ່າ ຊາຍ​ຫູໜວກ​ກຸ່ມນີ້​ມີ​ທັກສະ​ໃນການ​ເຮັດວຽກ ແລະ ພວກເຂົາ​ກໍ່ໄດ້​ຮັບຄວາມ​ນິຍົມ​ຫຼາຍ.

ໃນຂະນະ​ທີ່​ປຶ້ມ​ຫົວນີ້​ແມ່ນ​ໃຫ້ຄວາມ​ສຳຄັນ​ແກ່ການ​ຊ່ວຍເຫຼືອ​ເດັກ​ຫູໜວກ ຕັ້ງແຕ່​ອາຍຸ​ຍັງນ້ອຍ​ໃຫ້ໄວ​ເທົ່າໃດ​ຍິ່ງດີ. ມັນ​ກໍ່ເປັນ​ສິ່ງ​ສຳຄັນ​ທີ່​ຕ້ອງ​ໃຫ້ຄວາມ​ຊ່ວຍເຫຼືອ​ແກ່ຄົນ​ຫູໜວກ​ໃນໄວ​ຜູ້ໃຫຍ່. ຊົມຊົນ​ຈະມີ​ຄວາມ​ເຂັ້ມແຂງ​ທີ່ສຸດ ຖ້າ​ພວກເຂົາ​ສາມາດ​ດູແລກັນ ແລະ ກັນໄດ້.

ການຮຽນ​ບໍ່ມີ​ຄຳວ່າ “ສວາຍເກີນໄປ”

A man signing.
ຂ້ອຍ​ຊື່ວ່າໂຊກູ. ຂ້ອຍ​ດຳລົງ​ຊີວິດ​ຢູ່ໃນ​ປະເທດ ມົງໂກລີ ແລະ ນີ້ແມ່ນ​ບົດເລື່ອງ​ຂອງຂ້ອຍ.
2 men on horses speaking.
ໂຊກູ ເປັນ​ຄົນ​ລ້ຽງສັດ​ທີ່ເກັ່ງ. ແຕ່ລາວ ຢູ່ຢ່າງ​ໂດດດ່ຽວ​ພວກເຮົາ​ບໍ່ຢາກ​ໃຫ້ ໂລກ​ຂອງ ໂຊກູ ຈຳກັດ​ພຽງ​ເທົ່ານີ້.
ພວກເຮົາ​ຕ້ອງການ​ໃຫ້ເຂົາ​ມີ​ເພື່ອນ, ຮູ້ອ່ານ ແລະ ຂຽນ ຫຼື ຮຽນຮູ້​ວິຊາຊີບ ເພື່ອ​ໃຫ້ລາວ​ມີ​ຊີວິດ​ທີ່ດີ​ຂຶ້ນ.

ໂຊກູ​ສູນເສຍ​ຄວາມ​ສາມາດ​ໃນການ​ໄດ້ຍິນ ຫຼັງຈາກ​ທີ່ລາວ​ເຈັບປ່ວຍ​ໜັກ ເມື່ອຕອນ​ອາຍຸ​ໄດ້ 3 ປີ, ເມື່ອ​ໃຫຍ່ຂຶ້ນ​ລາວ​ຢູ່​ແຕ່ເຮືອນ ໃນຂະນະ​ທີ່ອ້າຍ ແລະ ເອື້ອຍ​ໄປເຂົ້າ​ໂຮງຮຽນ ຄອບຄົວ​ຂອງ​ໂຊກູ​ໝູນໃຊ້​ສັນຍະລັກ​ຈຳນວນໜຶ່ງ ທີ່ໃຊ້​ພາຍໃນ​ເຮືອນ ເພື່ອ​ສື່ສານ​ກັບລາວ ແຕ່ວ່າ​ໂຊກູ ໃຊ້​ເວລາ​ສ່ວນຫຼາຍ​ຢູ່​ຢ່າງ​ໂດດດ່ຽວ, ລາວ​ເປັນຜູ້​ດູແລ​ມ້າ, ແກະ ແລະ ແບ້​ຂອງ​ຄອບຄົວ.

ມື້ໜຶ່ງ​ພໍ່​ແມ່​ຂອງລາວ​ໄດ້​ຮູ້ວ່າ​ມີ​ຫ້ອງຮຽນ​ໃໝ່​ສຳລັບ​ຜູ້ໃຫຍ່​ຫູໜວກ​ທີ່​ບໍ່ເຄີຍ​ເຂົ້າຮຽນ​ໃນ​ໂຮງຮຽນ ເຊິ່ງ​ຈັດຕັ້ງຂຶ້ນ​ໂດຍກຸ່ມ​ຂອງ​ຊຸມຊົນ. ຫຼັງຈາກ​ໂຊກູ​ໄດ້ເຂົ້າ​ຮ່ຳຮຽນ​ຢ່າງໜັກ​ຢູ່​ທີ່ນັ້ນ ເປັນ​ເວລາ 2 ປີ, ໃນ​ທີ່ສຸດ​ລາວ​ກໍ່​ສາມາດ​ສື່ສານ​ກັບເພື່ອນ​ຮ່ວມຫ້ອງ, ສາມາດ​ອ່ານຂຽນ ແລະ ຄິດໄລ່​ເລກ​ໄດ້.

ໂຊກູ ຕັດສິນໃຈ​ວ່າ​ລາວ​ຕ້ອງການ​ສືບຕໍ່​ຮຽນ​ທັກສະ​ວິຊາຊີບ​ເໝືອນ​ກັບເພື່ອນໆ​ທີ່ຮ່ວມ​ໂຄງການ​ດຽວກັນ ແລະ ລາວ​ກໍ່​ໄດ້ຖືກ​ຮັບເຂົ້າ​ຮຽນ​ໃນ​ໂຮງຮຽນ​ຝຶກອົບຮົມ​ວິຊາຊີບ​ເພື່ອ​ຮຽນ​ເປັນ​ຊ່າງໄມ້.

A couple signing beside their baby.
ຍ້ອນ​ມີວຽກ​ທີ່ດີ, ຂ້ອຍຈິ່ງ ສາມາດ​ຄິດເຖິງ​ການ​ແຕ່ງ ດອງ ແລະ ເລີ່ມຕົ້ນ​ມີ​ຄອບ ຄົວ​ຂອງ​ຕົນເອງ.
ແລະ ລູກສາວ​ຂອງ​ພວກເຮົາ ກໍ່ມີ​ພໍ່​ທີ່ມີ​ຄວາມ​ກະຕື​ລືລົ້ນ ແລະ ມຸ້ງໝັ້ນ!