Hesperian Health Guides

ເຄື່ອງຊ່ວຍ​ໃນການ​ຊ່ວຍຟັງ​ເປັນ​ທາງເລືອກ​ທີ່ດີ​ທີ່ສຸດ​ສຳລັບ​ຄອບຄົວ​ຂອງທ່ານ​ແລ້ວບໍ່?

ຢູ່ໃນພາກນີ້:

ຖ້າທ່ານ​ຫາກ​ພະຍາຍາມ​ທີ່ຈະ​ຕັດສິນໃຈ​ວ່າ: ເຄື່ອງຊ່ວຍ​ການຟັງ​ແມ່ນ​ເໝາະສົມ​ກັບລູກ​ຂອງທ່ານ ຫຼື ບໍ່​ນັ້ນ? ທ່ານຈົ່ງ​ພິຈາລະນາ​ກ່ຽວກັບ​ບັນດາ​ສິ່ງ​ຕໍ່ໄປນີ້:

  • ບ່ອນທີ່​ລູກ​ຂອງທ່ານ​ຈະ​ໄດ້ຮັບ​ການກວດ​ການຟັງ.
A health worker giving a child a hearing test in a clinic.
  • ລາຄາ​ເຄື່ອງຊ່ວຍ​ໃນການ​ຟັງ​ອັນໜຶ່ງ​ຈະມີ​ມູນຄ່າ​ເທົ່າໃດ.


ຄວາມສາມາດ​ໃນການ​ຟັງ​ຂອງລູກ​ຂອງທ່ານ​ຕ້ອງ​ໄດ້ຮັບ​ການກວດ​ຈາກ​ຜູ້ທີ່​ໄດ້ຮັບ​ການເຝິກ​ມາ ແລະ ມີ​ເຄື່ອງມື​ໃນການ​ກວດສອບ​ຢ່າງ​ຄັກແນ່. (ຈົ່ງເບິ່ງ​ໃນບົດ​ທີ 5 ສຳລັບ​ຂ້ໍມູນ ເພີ່ມເຕີມ) ຂ້ໍມູນ​ຈາກ ການກວດ​ດັ່ງກ່າວ​ແມ່ນ​ຖືກ​ນຳໃຊ້​ເຂົ້າ​ໃນການ​ຕັ້ງ​ເຄື່ອງຊ່ວຍ​ໃນການ​ຟັງ, ເຊ່ິງມັນ​ຈະມີ​ການ​ປັບສຽງ ໃຫ້ມີ​ລະດັບ​ຄວາມດັງ​ທີ່​ເໝາະສົມ​ກັບລູກ​ຂອງທ່ານ ແລະ ເດັກ​ຜູ້ທີ່​ໃຊ້​ເຄື່ອງຊ່ວຍ​ການຟັງ​ນັ້ນ ຕ້ອງ​ໄດ້ຮັບ​ການກວດ​ຈາກ​ທ່ານໝໍ​ໃນ​ທຸກໆ​ປີ.

ຕໍ່ໄປນີ້ ແມ່ນ​ບັນດາ​ຄຳຖາມ​ຈຳນວນ​ໜຶ່ງ​ທີ່ຄວນ​ພິຈາລະນາ:

ພວກເຮົາ​ສາມາດ​ຮັບພາລະ​ໃນການ​ໃຊ້ຈ່າຍ​ໃນການ​ກວດ​ໄດ້ບໍ່?

ໃນ​ການກວດ​ແຕ່ລະຄັ້ງ​ນັ້ນແມ່ນ​ຕ້ອງ​ໃຊ້ເງິນ​ເປັນຈຳນວນ​ຫຼວງຫຼາຍ, ເຖິງ​ແມ່ນວ່າ ມີ​ບາງບ່ອນ​ທີ່​ໄດ້ໃຫ້​ການ​ບໍລິການ​ກວດ​ໃຫ້​ລ້າ ຫຼື ດ້ວຍ​ມູນຄ່າ​ລາຄາ​ຕ່ຳ.

ພວກເຮົາ​ສາມາດ​ຮັບ​ພາລະ​ໃນການ​ໃຊ້ຈ່າຍ​ສຳລັບ​ເຄື່ອງຊ່ວຍ​ໃນການ​ຟັງ​ບໍ່?

ເຄື່ອງຊ່ວຍ​ໃນກນ​ຟັງ​ແມ່ນ​ແພງຫຼາຍ​ໃນ​ເບື້ອງຕົ້ນ, ແຕ່ວ່າ​ໃນການ​ຊື້​ເຄື່ອງຊ່ວຍ​ໃນ ການ​ຟັງ​ນັ້ນ ບໍ່​ພຽງແຕ່​ຈ່າຍ​ພຽງແຕ່​ເທື່ອດຽວ​ເທົ່ານັ້ນ, ເດັກ​ທີ່ມີ​ອາຍຸ 2-6 ປີ ຈະຕ້ອງ​ການ​ປ່ຽນເປົ້າ​ຟັງ​ອັນໃໝ່​ໃນ​ທຸກໆ 6 ເດືອນ. ເພາະວ່າ ຫູ​ຂອງ​ພວກເຂົາ​ຈະ​ມີການ​ຈະເລີນ​ເຕີບໂຕ ຢ່າງ​ໄວວາ ແລະ ຫົວເປົ້າ​ຟັງ​ນັ້ນ ກໍ່ຕ້ອງ​ເໝາະສົມ​ເປັນ​ຢ່າງດີ, ຖ້າບໍ່​ດັ່ງນັ້ນ ເຄື່ອງຊ່ວຍ​ການຟັງ​ນັ້ນ ກໍ່ຈະ​ບໍ່​ເຮັດວຽກ​ຢ່າງ​ເຕັມທີ່.

HCWD Appendix Page 222-3.png
ເປົ້າ​ຟັງຫູ ແລະ ຖ່ານໃໝ່​ແມ່ນ​ຕ້ອງ​ໃຊ້ເງິນ​ເປັນ​ຈຳນວນ​ຫຼວງຫຼາຍ.

ທ່ານ​ອາດຈະ​ຕ້ອງການ​ໃຊ້​ຖ່ານໃໝ່ ໃນ​ທຸກໆ​ອາທິດ ຫຼື ທຸກໆ​ຂອງເດືອນ. ທ່ານ ຕ້ອງການ​ຖ່ານ​ໂຕ ໃໝ່​ສຳລັບ​ເຄື່ອງຊ່ວຍ​ໃນການ​ຟັງ​ຫຼາຍ​ສ່ຳໃດ​ນັ້ນ, ແມ່ນຂຶ້ນກັບຄື: ຈຳນວນ​ຊົ່ວໂມງ​ທີ່ລູກ​ຂອງທ່ານ​ໃຊ້​ເຄື່ອງຊ່ວຍ​ໃນການ​ຟັງ​ໃນແຕ່ລະ​ມື້​ນັ້ນ, ປະເພດ​ຂອງ ເຄື່ອງຊ່ວຍ​ໃນການ​ຟັງ ທີ່ເດັກ​ໃຊ້ ແລະ ຊະນິດ​ຂອງຖ່ານ​ທີ່​ເຂົາໃຊ້

ພວກເຮົາ​ສາມາດ​ກວດສອບ​ເຄື່ອງຊ່ວຍ​ໃນການ​ຟັງ​ໄດ້​ທຸກໆ​ມື້ ແລະ ດູແລ​ມັນບໍ່?

A child wearing a hearing aid thinking.
ໂອ! ຕົວ​ຂອງ ຂ້ອຍ​ປຽກແລ້ວ.

ເຄື່ອງຊ່ວຍ​ໃນການ​ຟັງ​ຕ້ອງ​ໄດ້ຮັບ​ການ​ກວດກາ​ທຸກໆ​ເຊົ້າ ເພື່ອ​ໃຫ້​ແນ່ໃຈ​ວ່າ ຖ່ານ​ ແລະ ເຄື່ອງຊ່ວຍ​ດ່ັງກ່າວ​ນັ້ນ ຍັງ​ເຮັດວຽກ​ດີຢູ່ບໍ່, ສ່ວນ​ເປົ້າຟັງ​ຍັງ​ຕ້ອງການ​ທີ່ຈະ​ລ້າງ ແລະ ຕາກ​ໃຫ້ແຫ້ງ ຢ່າງ​ເປັນປົກກະຕິ, ເພື່ອ​ບໍ່ໃຫ້​ຂີ້ຝຸ່ນ​ຕັນສຽງ​ທີ່​ເຂົ້າໄປ​ໃນຫູ​ນັ້ນ ແລະ ບັນດາ​ອົງປະກອບ​ຂອງ​ເຄື່ອງຊ່ວຍ​ໃນການ​ຟັງ​ຕ້ອງ​ໄດ້ຖື​ຢ່າງ​ລະມັດລະວັງ. ຖ້າ​ເຄື່ອງຊ່ວຍ​ໃນການ​ຟັງ​ຫາກປຽກ ຫຼື ຕົກ, ມັນອາດ​ຈະ​ເພ ຫຼື ຕ້ອງໄດ້ຮັບ​ການ ສ້ອມແຊມ​ໃໝ່.