Hesperian Health Guides

ໃຊ້​ພາສາ​ທີ່​ເໝາະສົມ​ກັບລູກ​ຂອງທ່ານ

ຢູ່ໃນພາກນີ້:

ລູກ​ຂອງທ່ານ​ຕ້ອງການ​ທີ່ຈະ​ສະແດງອອກ​ທາງດ້ານ​ຄວາມ​ຮູ້ສຶກ ແລະ ເຂົ້າໃຈ​ຄົນ​ອ້ອມຂ້າງ. ເດັກນ້ອຍ​ຕ້ອງຮູ້​ຫຼາຍກວ່າ ຄຳສັບ​ທີ່ເວົ້າ​ວ່າ “ພໍ່” ຫຼື “ແມ່”. ເດັກ​ຕ້ອງການ​ທີ່ຈະ​ພັດທະນາ​ຄວາມ​ສາມາດ​ໃນ​ການຟັງ, ເຂົ້າໃຈ​ວ່າ​ຄົນອື່ນ​ເວົ້າຫຍັງ​ພ້ອມທັງ​ຕອບ​ພວກເຂົາ​ຄືນ ເພື່ອ​ສື່ສານ​ກັບ​ຄົນອື່ນໆ​ຢ່າງ​ສະດວກ​ສະບາຍ ແລະ ສົມບູນ​ທີ່ສຸດ.

A woman speaking.
ຫຼານ​ຂອງຂ້ອຍ​ໃຊ້ຄຳ ສັບ ຫຼາຍກວ່າ 500 ຄຳ​ແລ້ວ​ດຽວນີ້!

ພໍ່​ແມ່ ແລະ ຜູ້ເບິ່ງແຍງ​ຄົນ​ຫູໜວກ​ສາມາດ​ຊ່ວຍໃຫ້​ເດັກ​ຮຽນຮູ້​ພາສາ​ໄດ້​ໂດຍ​ໝູນໃຊ້​ວິທີ. ທີ່ເດັກ​ສາມາດ​ຮັບເອົາ​ໄດ້. ຖ້າທ່ານ​ພົບວ່າ​ການຮຽ​ນພາສາ​ມື​ບໍ່ໄດ້​ຜົນສຳລັບ​ເດັກ​ກໍ່ຈົ່ງ​ຊອກ​ວິທີ​ໃຫ້ລາວ​ໄດ້ຮຽນ​ພາສາ ເວົ້າ. ຫຼື ຖ້າເບິ່ງ​ຄິດວ່າ​ລາວຈະ​ບໍ່ສາມາດ​ເຂົ້າໃຈ​ພາສາ​ເວົ້າ​ກໍ່ໃຫ້​ລອງຮຽນ​ພາສາ​ມື​ອີກ. ເມື່ອເດັກ​ຮູ້ຈັກ ແລະ ໃຊ້​ພາສາ​ໃດໜຶ່ງ​ໄດ້ດີ​ແລ້ວ, ການຮຽນ​ພາສາ​ອື່ນ​ກໍ່ຈະ​ເປັນເລື່ອງ​ງ່າຍ​ສຳລັບ​ເດັກ.

ການໄດ້​ໂອ້ລົມ​ກັບ​ພໍ່​ແມ່​ທີ່ມີ​ລູກຮຽນ​ພາສາ​ມື ຫຼື ພາສາ​ເວົ້າ, ທັງສອງ​ແບບນັ້ນ​ຈະຊ່ວຍໃຫ້​ພໍ່​ແມ່​ຄູ່ອື່ນ ທີ່ກຳລັງ​ຈະສອນ​ພາສາ​ໃຫ້ເດັກ​ໄດ້​ມີຄວາມ​ເຂົ້າໃຈ​ຫຼາຍຂຶ້ນ.

A man and woman speaking.
ລູກ​ຂອງຂ້ອຍ​ທີ່ບໍ່​ສາ ມາດ​ໄດ້ຍິນ​ເລີຍ ສາ ມາດ​ສື່ສານ ໂດຍໃຊ້​ພາ ສາ​ມື ເຊິ່ງ​ງ່າຍກວ່າ.
ແຕ່​ເດັກນ້ອຍ​ຫູໜວກ ຈຳນວນ​ໜຶ່ງ ຜັດ​ສາ ມາດ​ເຂົ້າໃຈ​ຄຳສັບ ແລະ ຄຳເວົ້າ, ຄືກັນ​ກັບລູກ​ຂອງຂ້ອຍ.
2 children writing to each other on the same piece of paper.


ເຖິງ​ແມ່ນວ່າ ເດັກ​ຫູໜວກ​ຈະບໍ່​ສາມາດ​ໄດ້ຍິນ​ສຽງ​ຄຳສັບ, ພວກເຂົາ​ກໍ່ຍັງ​ສາມາດ​ຮຽນຮູ້​ພາສາຂຽນ. ເດັກ​ຫູໜວກ​ຮຽນຮູ້​ວ່າ ຄຳສັບ​ເບິ່ງ​ເປັນແນວໃດ, ແທນທີ່​ຈະ​ຮຽນຮູ້​ວ່າ​ຄຳສັບ​ມັນມີ​ສຽງ​ແນວໃດ. ພວກເຂົາ​ຮູ້ ສາຍ​ພົວພັນກັນ​ລະຫວ່າງ​ສັນຍະລັກ​ຕ່າງໆ (ຄ້າຍຄື​ກັນກັບ​ການ​ໝູນໃຊ້​ພາສາ​ຂຽນ​ຂອງຈີນ). ເດັກນ້ອຍ​ຫູ ໜວກ ທີ່ຮຽນ​ພາສາ​ຕັ້ງແຕ່​ຍັງນ້ອຍໆ ບໍ່ວ່າ​ຈະເປັນ​ພາສາ​ເວົ້າ ຫຼື ພາສາ​ມື​ກໍ່ຕາມ, ສາມາດ​ຮຽນອ່ານ ແລະ ຂຽນ​ໄດ້ດີ ຈະເປັນ​ປະໂຫຍດ​ໃຫ້​ພວກເຂົາ​ທີ່ສຸດ​ຖ້າ​ພວກເຂົາ​ໄດ້ພົບ​ກັບ​ຜູ້ໃຫຍ່​ຫູໜວກ ທີ່​ສາມາດ​ອ່ານໄດ້.

ຄົນ​ຫູໜວກ​ຈຳນວນ​ໜຶ່ງ​ບໍ່ໄດ້​ຮຽນຮູ້​ເພື່ອ​ສ່ືສານ​ຕັ້ງແຕ່​ຕອນທີ່​ພວກເຂົາ​ຍັງ​ອາຍຸ​ນ້ອຍ. ການຮຽນ​ຕັ້ງແຕ່​ອາຍຸ​ນ້ອຍ​ແມ່ນດີ​ກວ່າ, ແຕ່ເດັກ​ທີ່ມີ​ອາຍຸ​ແກ່ຂຶ້ນ ຫຼື ກ້າວ​ສູງໄວ​ຜູ້ໃຫຍ່​ແລ້ວ ກໍ່ຍັງ​ສາມາດ​ຮຽນຮູ້​ ການ​ສື່ສານ​ກັບ​ຄົນອື່ນ​ໄດ້.