Hesperian Health Guides

“ທັກສະ​ທາງ​ສັງຄົມ” ຂອງ​ຊຸມຊົນ

ຢູ່ໃນພາກນີ້:

ເຖິງ​ແມ່ນວ່າ​ການສອນ​ທັກສະ​ທາງ​ສັງຄົມ​ໃຫ້ເດັກ​ແມ່ນ​ມີຄວາມ​ສຳຄັນ​ຫຼາຍ ແຕ່ກໍ່​ຍັງ​ບໍ່​ພຽງພໍ​ເທື່ອ. ເດັກນ້ອຍ​ຕ້ອງ​ຮຽນຮູ້​ທັກສະ​ດັ່ງກ່າວ ບໍ່ພຽງແຕ່​ຈາກ​ສິ່ງທີ່​ພວກເຮົາ​ສອນ ຫຼື ປະຕິບັດ ຕໍ່​ພວກເຂົາ​ເທົ່ານັ້ນ, ແຕ່​ຕ້ອງ​ຮຽນຮູ້​ຈາກສິ່ງ​ທີ່​ພວກເຂົາ​ເຫັນ​ຜູ້ຄົນ ຄົນ​ອື່ນໆ ປະຕິບັດ​ຕໍ່ກັນ​ໃນ​ຊຸມຊົນ​ອີກດ້ວຍ.

A group of boys and girls playing together while 3 adults look on.
ເມື່ອ​ພວກເຮົາ​ສອນ​ໃຫ້ເດັກ​ຫຼິ້ນນຳກັນ​ເປັນກຸ່ມ ແມ່ນ ພວກເຮົາ​ກຳລັງ​ຊ່ວຍ​ໃຫ້ເດັກ​ເຂົ້າໃຈ​ວ່າ ພວກເຮົາ​ໃຫ້ຄຸນ ຄ່າ​ແກ່​ຄວາມ​ສາມັກຄີ ແລະ ການ​ຮ່ວມມື​ກັນ.

ເມື່ອ​ພວກເຮົາ​ສອນ​ໃຫ້ເດັກ​ທົ່ວໄປ​ສ້າງ​ເພື່ອນມິດ​ກັບເດັກ​ຫູໜວກ ແລະ ໃຫ້ຄວາມ​ເຄົາລົບ​ແກ່​ຄົນ ອື່ນໆ​ທີ່​ແຕກຕ່າງ​ຈາກ​ພວກເຂົາ ໝາຍຄວາມ​ວ່າ ພວກເຮົາ​ກຳລັງ​ສອນ ໃຫ້ເດັກ​ເຫຼົ່ານັ້ນ ຮູ້​ຄຸນຄ່າ​ຂອງຄວາມ​ເຫັນອົກ​ເຫັນໃຈ, ຮູ້ວ່າ​ການ​ຊ່ວຍເຫຼືອ​ຄົນອື່ນ ແມ່ນຄວາມ​ຮັບຜິດຊອບ​ຂອງ​ໝົດທຸກ​ຄົນ.

ແຕ່​ພວກເຮົາ​ເຮັດ​ຕ້ອງເຮັດ​ຕາມຄຳ​ແນະນຳ​ທີ່ໃຫ້​ພວກເຂົາ ແລະ ສ້າງ​ແບບຢ່າງ ໂດຍການ ກະທຳ​ຂອງເຮົາ! ຖ້າເດັກ​ພວກນີ້​ເຫັນ​ພວກເຮົາ​ເມີນເສີຍ ຫຼື ປະຕິເສດ​ກຸ່ມຄົນ​ທີ່ມີ​ຄວາມ​ສາມາດ​ແຕກຕ່າງ, ຜູ້ຊຶ່ງ​ເບິ່ງ​ແຕກຕ່າງ​ ຫຼື​ ທຸກຈົນ, ພວກເຂົາ​ຈະຮຽນ​ບົດຮຽນ​ທີ່​ກົງກັນຂ້າມ ກັບສິ່ງ​ທີ່​ພວກເຮົາ​ໄດ້ສອນ​ເຂົາເຈົ້າ.

A man signing.
ເມື່ອ​ພວກເຮົາ​ໃຈດີ ແລະ ໃຫ້ຄວາມ​ເຄົາລົບ​ແກ່ ຄົນອື່ນ, ເດັກ​ຈະ​ຮຽນຮູ້​ວ່າ ມັນແມ່ນ​ສິ່ງທີ່​ຄົນ ເຮົາ ຄວນ​ປະຕິບັດ​ຊຶ່ງກັນ ແລະ ກັນ.

ຖ້າ​ພວກເຮົາ​ຕ້ອງການ​ໃຫ້ເດັກ​ຮຽນຮູ້​ການ​ໃຫ້ຄວາມ​ເຄົາລົບ​ແກ່​ຕົນເອງ ແລະ ຄົນອື່ນ, ພວກເຂົາ​ຕ້ອງໄດ້​ເຫັນ​ສິ່ງ​ທີ່ດີ​ງາມ​ເຫຼົ່ານີ້ ຖືກກະທຳ​ຢ່າງ​ແທ້ຈິງ​ຈາກ​ພວກເຮົາ, ພວກ​ເຮົາເອງ​ຄວນ​ສະແດງ​ຄວາມ​ເຄົາ ລົບ​ໃຫ້ແກ່​ທຸກໆຄົນ​ທີ່ມີ​ຄວາມ​ແຕກຕ່າງ. ທຸກຄົນ​ຕ້ອງ​ຮ່ວມມື​ກັນ​ສ້າງ​ຊຸມຊົນ ເພື່ອ​ຕ້ອນຮັບ ແລະ ສະໜັບສະໜູນ​ທຸກໆ​ຄົນ ແລະ ປະພຶດ​ຕາມ​ສິ່ງທີ່​ດີງາມ ເຊິ່ງ​ມີຄວາມ​ສຳຄັນ​ສຳລັບ​ພວກເຮົາ​ທຸກໆ​ຄົນ.