Hesperian Health Guides

ການກວດເພື່ອຊອກຫາພະຍາດເບາຫວານ

ຢູ່ໃນພາກນີ້:

a health worker taking a woman's blood pressure.

ລະດັບທາດນຳ້ຕານໃນເລືອດສາມາດກວດໄດ້ໂດຍການກວດເລືອດ ຫຼືກວດຍ່ຽວ. ກວດເລືອດແມ່ນມີຄວາມຊັດເຈນກວ່າ.

ໃຜທີ່ຄວນກວດຊອກຫາພາຍາດເບົາຫວານ?

ຄົນທີ່ຄວນກວດຊອກຫາພາຍາດເບົາຫວານເມື່ອ

a man and a woman walking into a diabetes clinic.

ການກວດເລືອດ

ທຸກຊະນິດຂອງພະຍາດເບົາຫວານແມ່ນສາມາດກວດລະດັບທາດນຳ້ຕານໃນເລືອດໄດ້. ຜູ້ໃຫ້ບໍລິການດ້ານສຸຂພາບອາດກວດຫຼາຍຢ່າງເພື່ອບົ່ງມະຕິພະຍາດເບົາຫວານ ຫຼືກວດຄືນ. ການກວດຍັງໃຊ້ເພື່ອຕິດຕາມການປິ່ນປົວພະຍາດ ເພື່ອຊ່ວຍໃຫ້ເຫັນຜົນທີ່ເກີດຈາກການປ່ຽນແປງພຶດຕິກຳການກິນອາຫານ, ການອອກກຳລັງກາຍ ຫຼື ການກິນຢາ.

ການກວດເລືອດບອກໄດ້ວ່າລະດັບທາດນຳ້ຕານໃນເລືອດປົກກະຕິ, ສູງເລັກນ້ອຍ ຫຼືວ່າເປັນພະຍາດເບົາຫວານ. ຖ້າຫາກວ່າທາດນຳ້ຕານໃນເລືອດສູງ ແຕ່ຍັງບໍ່ທັນເປັນເບົາຫວານ ເຮົາຍັງສາມາດປ້ອງກັນບໍ່ໃຫ້ເປັນພະຍາດເບົາຫວານໄດ້ໂດຍການກິນອາຫານທີ່ດີຂື້ນ ແລະ ມີປະໂຫຍດຕໍ່ສຸຂະພາບ ແລະ ອອກກຳລັງກາຍເພີ່ມ.

ມີສອງວິທີຫຼັກໃນການກວດຫາພະຍາດເບົາຫວານ, ວິທີໜື່ງແມ່ນກວດທາດນຳ້ຕານກ່ອນກິນອາຫານ (ງົດອາຫານຢ່າງນ້ອຍ 8 ຊົ່ວໂມງ) ແລະ ອີກວິທີໜື່ງແມ່ນກວດທາດນຳ້ຕານສະສົມ (A1C).

ການກວດທາດນຳ້ຕານຫຼັງອາຫານ (ງົດອາຫານຢ່າງນ້ອຍ 8 ຊົ່ວໂມງ) ແມ່ນວິທີທີ່ໃຊ້ເລື້ອຍ. ການກວດນີ້ແມ່ນກວດຕອນເຊົ້າກ່ອນກິນອາຫານ. ບາງສະຖານທີ່ກວດທາດນຳ້ຕານໃນເລືອດໂດຍໃຊ້ເຄື່ອງກວດນຳ້ຕານຢູ່ປາຍມື ຫຼື ອາດແທງເອົາເລືອດສົ່ງຫ້ອງວິເຄາະ. ຜົນກວດທາດນຳ້ຕານກ່ອນກິນອາຫານແມ່ນຂື້ນກັບລະບົບການກວດຂອງປະເທດຂອງເຈົ້າ. ຖ້າຜົນກວດວັດແທກເປັນ ມິລິໂມນຕໍ່ລິດ (mmol/l) ຜົນມັນກໍຈະມີຄ່າລະຫວ່າງ 20-4. ຖ້າທ່ານມີທາດນຳ້ຕານໃນເລືອດ 6.9mmol/l ຫຼືຫຼາຍກວ່ານີ້ແມ່ນສາມາດເປັນພະຍາດເບົາຫວານ. ຖ້າຜົນກວດວັດແທກເປັນ ມິລິກຣາມຕໍ່ເດຊີລິດ (mg/dl) ຜົນມັນກໍຈະເປັນຄ່າລະຫວ່າງ 350-80. ດັ່ງນັ້ນ ຖ້າທ່ານມີທາດນຳ້ຕານໃນເລືອດ 125 mg/dl ຫຼືຫຼາຍກວ່ານີ້ແມ່ນສາມາດເປັນພະຍາດເບົາຫວານ.

ການປິ່ນປົວທາດນຳ້ຕານໃນເລືອດສູງດ້ວຍຢາ#testing|ການກວດບາງວິທີສາມາດກວດໄດ້ໂດຍການເອົາຢອດເລືອດຢູ່ປາຍມື]]. ສ່ວນການກວດອືື່ນໆແມ່ນດູດເອົາເລືອດຢູ່ແຂນ. ແພດທີ່ຊຳນານສາມາດເຮັດໄດ້ຢ່າງມີຄວາມປອດໄພ ແລະ ມີອາການເຈັບເລັກໜ້ອຍ ຫຼືບໍ່ເຈັບເລີຍ. a health worker drawing blood from a woman's arm.

ກວດທາດນຳ້ຕານສະສົມ (A1C or HbA1C) ແມ່ນກວດລະດັບທາດນຳ້ຕານໃນເລືອດສະເລຍໃນໄລຍະ 3 ເດືອນຜ່ານມາ. ການກວດນີ້ແມ່ນບໍ່ຈຳເປັນງົດອາຫານກໍໄດ້. ທ່ານໝໍຈະດູດເອົາເລືອດແລ້ວສົ່ງຫ້ອງວິເຄາະ, ຜົນທີ່ໄດ້ມາມີຄ່າເປັນເປີເຊັນ ຕາມປົກກະຕິແລ້ວປະມານ %14-%4. ຖ້າຫາກວ່າຜົນກວດ %6.4 ຫຼືຫຼາຍກວ່ານັ້ນແມ່ນທ່ານອາດເປັນພະຍາດເບົາຫວານ. ຖ້າຫາກວ່າຜົນກວດຕໍ່າກວ່າ %6.4 ພຽງເລັກນ້ອຍທ່ານຈະຕ້ອງໄດ້ເບິ່ງແຍງຕົວເອງໃນຫຼາຍຮູບແບບ ແລະ ກວດຫາພະຍາດເບົາຫວານອີກຄັ້ງໃນອະນາຄົດ.

ການກວດຍ່ຽວ

ການກວດຍ່ຽວສາມາດບອກໄດ້ວ່າເປັນພະຍາດເບົາຫວານ. ແຜ່ນຈຸ່ມຍ່ຽວຈະປ່ຽນສີ ຖ້າຫາກວ່າມີທາດນຳ້ຕານອອກທາງນຳ້ຍ່ຽວ. ໃຫ້ກວດທັນທີທີ່ຄົນເຈັບຍ່ຽວອອກມາ, ການກວດຍ່ຽວແມ່ນບໍ່ຈຳເປັນຕ້ອງງົດອາຫານ.

ໃນບາງກໍລະນີ້ການກວດຍ່ຽວອາດຈະບົ່ງມະຕິພະຍາດເບົາຫວານບໍ່ໄດ້ ເນື່ອງຈາກວ່າລະດັບທາດນຳ້ຕານໃນເລືອດຕ້ອງຂ້ອນຂ້າງສູງ ( 10 mmol/l ຫຼື 180 mg/dl) ກ່ອນທີ່ມັນຈະອອກມາທາງນຳ້ຍ່ຽວ. ດັ່ງນັ້ນຖ້າຫາກວ່າກວດຍ່ຽວແລ້ວບອກບໍ່ໄດ້ວ່າເປັນພະຍາດເບົາຫວານແລ້ວ ແຕ່ຍັງມີຄວາມສົງໃສວ່າເປັນພະຍາດເບົາຫວານແມ່ນໃຫ້ກວດເລືອດ.



This page was updated: ໑໑ ພຶດສະພາ ໒໐໑໘