Hesperian Health Guides

ການກິນອາຫານໃຫ້ພຽງພໍ

ຢູ່ໃນພາກນີ້:

ທຸກຄົນຕ້ອງການອາຫານໃນປະລິມານທີ່ພຽງພໍ ເພື່ອເສີມສ້າງ ພະລັງງານໃຫ້ແກ່ຮ່າງກາຍ ພ້ອມທັງ ເຮັດໃຫ້ຮ່າງກາຍແຂງແຮງ ແລະ ຈິດໃຈເຂັ້ມແຂງໃນແຕ່ລະມື້.

ການຂາດອາຫານຫຼາຍອາທິດ ຫຼືຫຼາຍເດືອນຕິດຕໍ່ກັນ ຈະກໍ່ໃຫ້ເກີດບັນຫາສຸຂະພາບທີ່ຮ້າຍແຮງ ແລະກາຍເປັນຊໍາເຮື້ອໃນທີ່ສຸດ. ເດັກນ້ອຍ, ຜູ້ສູງອາຍຸ, ຜູ້ທີ່ບໍ່ສະບາຍ, ຜູ້ທີ່ມີເຊື້ອເອັດໄອວີ (HIV) ແລະແມ່ຍິງຖືພາຈະໄດ້ຮັບຜົນກະທົບຈາກການຂາດອາຫານຫຼາຍກວ່າ (ແລະໄວກວ່າ) ໝູ່. ດັ່ງນັ້ນ, ມັນເປັນສິ່ງຈໍາເປັນ ແລະຕ້ອງຮັບປະກັນໃຫ້ມີອາຫານທີ່ພຽງພໍ ສໍາລັບຜູ້ທີ່ບໍ່ສາມາດຈະເບິ່ງແຍງຊ່ວຍເຫຼືອຕົນເອງໄດ້.

ໂດຍສະເພາະເດັກນ້ອຍຕ້ອງການອາຫານໃນປະລິມານທີ່ພຽງພໍ

ເມື່ອທຽບກັບຄົນໄວອື່ນໆ ໃນແຕ່ລະວັນເດັກນ້ອຍມີຄວາມຕ້ອງການອາຫານຫຼາຍກວ່າຄົນອື່ນ. ການຂາດອາຫານໃນໄວເດັກຈະມີຜົນກະທົບໄລຍະຍາວເຮັດໃຫ້ເດັກຂະຫຍາຍ (ເຕີບໂຕ) ຕົວຊ້າ, ບໍ່ແຂງແຮງ ແລະຄວາມສາມາດໃນການຮຽນຮູ້ຕໍ່າ.

ຕ້ອງຮັບປະກັນໃຫ້ເດັກນ້ອຍໄດ້ຮັບອາຫານທີ່ພຽງພໍ:

  • ຕັ້ງແຕ່ເດັກນ້ອຍເກີດຈົນຮອດອາຍຸ 6 ເດືອນ (ຫຼື ຈົນແຂ້ວເຫຼັ້ມທໍາອິດປົ່ງ) ຄວນໃຫ້ກິນແຕ່ນໍ້ານົມແມ່ພຽງຢ່າງດຽວ, ບໍ່ຄວນໃຫ້ກິນອາຫານ ຫຼື ດື່ມນໍ້າ.
  • ເຖິງວ່າຈະເລີ່ມປ້ອນອາຫານໃຫ້ເດັກ ເມື່ອຕອນເດັກໄດ້ອາຍຸ 6 ເດືອນ ແລ້ວກໍ່ຕາມ, ແຕ່ເດັກຍັງຕ້ອງໄດ້ສືບຕໍ່ກິນນົມແມ່. ດີທີ່ສຸດແມ່ນໃຫ້ລູກໄດ້ກິນນົມແມ່ຈົນຮອດອາຍຸ 2 ປີ ຫຼືຫຼາຍກວ່ານັ້ນຍິ່ງດີ. ການໃຫ້ນົມລູກ ແລະປ້ອນອາຫານແມ່ນ ເປັນການຮັບປະກັນວ່າ ເດັກຈະໄດ້ຮັບສານອາຫານທີ່ຈໍາເປັນສໍາລັບການເຕີບໃຫຍ່ ແລະການຂະຫຍາຍຕົວ ຂອງພາກສ່ວນຕ່າງໆ ຂອງຮ່າງກາຍຢ່າງສົມບູນ.
  • ເມື່ອເລີ່ມປ້ອນອາຫານໃຫ້ເດັກ ຄວນປ້ອນເທື່ອລະນ້ອຍ ແຕ່ໃຫ້ປ້ອນສອງ-ສາມເທື່ອໃນມື້ໜຶ່ງໆນັ້ນ. ແລ້ວຈາກນັ້ນຈິ່ງເພີ່ມປະລິມານອາຫານຂຶ້ນໄປເລື່ອຍໆ. ເມຶ່ອເດັກອາຍຸ 2 ປີ ຄວນກິນອາຫານຢ່າງໜ້ອຍ 4 ຄັ້ງຕໍ່ມື້. ເດັກທີ່ຢຸດກິນນົມແມ່ແລ້ວຍິ່ງມີຄວາມຕ້ອງການອາຫານຫຼາຍກວ່າຜູ້ທີ່ຍັງກິນນົມແມ່ຢູ່.
  • ໃຫ້ເດັກກິນອາຫານໃສ່ຖ້ວຍຂອງຕົນເອງ ແລະໃຫ້ກວດເບິ່ງວ່າເດັກແຕ່ລະຄົນກິນອາຫານຂອງຕົນເອງໝົດບໍ.
  • ໃຫ້ອາຫານເດັກຍິງ ແລະເດັກຊາຍໃນປະລິມານທີ່ເທົ່າກັນ ເພາະທັງສອງຕ້ອງການອາຫານໃນປະລິມານທີ່ ເທົ່າກັນເພື່ອເຮັດໃຫ້ສຸຂະພາບດີ ແລະເຕີບໃຫຍ່ຢ່າງແຂງແຮງ.
  • ປິ່ນປົວພະຍາດຖອກທ້ອງທັນທີ ດ້ວຍການໃຫ້ດື່ມນໍ້າເກືອແຮ່ ແລະຂອງແຫຼວປະເພດອື່ນໆ (ກຳລັງຂຽນຂຶ້ນຢູ່).
  • ເມື່ອເດັກມີພະຍາດແມ່ກາຝາກ (ແມ່ທ້ອງ) ແມ່ນປິ່ນປົວໂດຍການໃຫ້ກິນຢາເມເບນດາໂຊນ (mebendazole). ຖ້າຫາກວ່າໃນຊຸມຊົນຂອງທ່ານຫາກມີເດັກຫຼາຍຄົນເປັນພະຍາດແມ່ກາຝາກ (ແມ່ທ້ອງ) ແມ່ນໃຫ້ເດັກທຸກຄົນກິນຢາເມເບນນາໂຊນ ໃນທຸກໆ 6 ເດືອນເພື່ອປ້ອງກັນການຕິດເຊື້ອ.


ເດັກທີ່ຢູ່ໃນໄວທີ່ແຕກຕ່າງກັນ ຍ່ອມມີຄວາມຕ້ອງການອາຫານທີ່ແຕກຕ່າງກັນ. ເບິ່ງລາຍລະອຽດເພີ່ມເຕີມ ຂອງບົດ ການເບິ່ງແຍງດູແລເດັກ ເພື່ອຮຽນຮູ້ກ່ຽວກັບການປ້ອນອາຫານເດັກເກີດໃໝ່ ແລະ ເດັກນ້ອຍ.


This page was updated: ໐໗ ສິງຫາ ໒໐໑໘