Hesperian Health Guides

ການປິ່ນປົວທາດນຳ້ຕານໃນເລືອດສູງດ້ວຍຢາ

ຢູ່ໃນພາກນີ້:

ໃຫ້ຮຽນຮູ້ວິທີການກິນ, ອອກກຳລັງກາຍ ແລະ ຢາທີ່ຈະຊ່ວຍປ້ອງກັນບໍ່ໃຫ້ທາດນຳ້ຕານໃນເລືອດຂອງທ່ານສູງຫຼາຍທີ່ຈະເຮັດໃຫ້ທ່ານຮູ້ສຶກບໍ່ສະບາຍ ຫຼືເກີດອາການສຸກເສີນ. ຢາປິ່ນປົວພະຍາດເບົາຫວານ ສາມາດລົດທາດນຳ້ຕານໃນເລືອດໄດ້ຫຼາຍ ແຕ່ຖ້າສັກຢາອິນຊູລິນຫຼາຍ ຫຼື ກິນຢາ (ກຸ່ມຊັລໂຟນິນຢູເຣຍ) ຫຼາຍສາມາດເຮັດໃຫ້ທາດນຳ້ຕານໃນເລືອດຕໍ່າລົງ ຫຼືເຮັດໃຫ້ທາດນຳ້ຕານໃນເລືອດຕໍ່າລົງຫຼາຍ. ຖ້າຫາກວ່າທ່ານກິນຢາລົດທາດນຳ້ຕານແມ່ນໃຫ້ກວດທາດນຳ້ຕານໃນເລືອດທ່ານເປັນປະຈຳຈົນຮູ້ວ່າມັນຂື້ນ ຫຼືມັນລົງ. ວິທີນີ້ຈະເຮັດໃຫ້ທ່ານຮູ້ໄດ້ວ່າທ່ານກຳລັງປິ່ນປົວພະຍາດເບົາຫວານຂອງທ່ານໄດ້ດີ.

ການກວດທາດນຳ້ຕານໃນເລືອດຂອງທ່ານ

ການກວດເລືອດແມ່ນສາມາດບົ່ງມະຕິພະຍາດເບົາຫວານໄດ້. ນອກນັ້ນຍັງໃຊ້ເພື່ອການຕິດຕາມການປິ່ນປົວ. ການນຳໃຊ້ການກວດທາດນຳ້ຕານໂດຍນຳໃຊ້ເຄື່ອງກວດນຳ້ຕານ ແລະ ກວດ ທາດນຳ້ຕານສະສົມ (A1C) ແມ່ນສອງວິທີທີ່ໃຊ້ຕິດຕາມລະດັບທາດນຳ້ຕານໃນເລືອດ. ທັງສອງຢ່າງນີ້ແມ່ນໃຫ້ຜົນລາຍງານທີ່ແຕກຕ່າງກັນ ແຕ່ທັງສອງຢ່າງນິີ້ແມ່ນມີປະໂຫຍດ.

ເຄື່ອງກວດທາດນຳ້ຕານແມ່ນເຄື່ອງທົ່ວໄປທີ່ອ່ານຄ່າທາດນຳ້ຕານໃນເລືອດຂອງທ່ານໃນເວລາທີ່ກວດ. ດີທີ່ສຸດແມ່ນໃຫ້ກວດຫຼາຍຄັ້ງໃນມື້ໜຶ່ງ ເພື່ອຈະຮູ້ວ່າທາດນຳ້ຕານໃນເລືອດຂອງທ່ານມີການປ່ຽນແປງກ່ອນ ຫຼືຫຼັງອາຫານແນວໃດ ແລະ ກໍຍັງກວດເບິ່ງໃນແຕ່ລະມື້. ສະນັ້ນ ທ່ານສາມາດກວດ:

  • ກ່ອນອາຫານ. ຄ່າທີ່ດີແມ່ນຢູ່ລະຫວ່າງ 4.4-7.2 mmol/l (80-130 mg/dl).
  • 2 ຊົ່ວໂມງຫຼັງອາຫານ. ຄ່າທີ່ດີແມ່ນ <10 mmol/l (180 mg/dl).


ວິທີກວດແມ່ນໃຊ້ຢອດເລືອດໜຶ່ງຢອດຈາກປາຍມືໃສ່ແຜ່ນກວດ ແລ້ວທາດນຳ້ຕານກໍຈະສະແດງຜົນອອກຢູ່ໃນເຄື່ອງ. ມັນຂື້ນກັບເຄື່ອງກວດ, ຈະມີຄຳແນະນຳບອກໃຫ້ເອົາແຜ່ນກວດສອດເຂົ້າໃນເຄື່ອງ ກ່ອນຈະຢອດເລືອດໃສ່ແຜ່ນຈຸ່ມ (ສັງເກດດ້ານລຸ່ມ) ຫຼືຈະມີຂໍ້ແນະນຳໃຫ້ຢອດເລືອດໃສ່ແຜ່ນກວດກ່ອນເອົາແຜ່ນກວດສອດເຂົ້າເຄື່ອງ.

a hand being stuck with a needle.
a hand touching a test strip of a glucometer.
ການກວດເລືອດແມ່ນສາມາດບົ່ງມະຕິພະຍາດເບົາຫວານໄດ້ ສຳລັບເຄື່ອງກວດຊະນິດນີ້ ໃຫ້ສອດແຜ່ນກວດໃສ່ໃນເຄື່ອງກ່ອນ ຫຼັງຈາກນັ້ນກໍເອົາເລືອດຢູ່ປາຍມືໃສ່ແຜ່ນຈຸ່ມ
a woman in a waiting room with sign that says "Diabetes group today.

ບາງຄົນກໍມີເຄື່ອງກວດນຳ້ຕານໄວ້ຢູ່ເຮືອນ ແລະ ພວກເຂົາກໍສາມາດກວດເອງໄດ້ປະຈຳ. ບາງຄົນກໍກວດຢູ່ສະຖານທີ່ໃຫ້ການບໍລິການສຸຂະພາບໃກ້ບ້ານ ຫຼືກວດກັບກຸ່ມຄົນທີ່ໃຫ້ການຊ່ວຍເຫຼືອກ່ຽວກັບພະຍາດເບົາຫວານ. ເຄື່ອງກວດທາດນຳ້ຕານນີ້ສາມາດໃຊ້ໄດ້ຮ່ວມກັນຢ່າງປອດໄພ ແຕ່ບໍ່ໃຫ້ໃຊ້ເຂັມຮ່ວມກັນເພາະມັນສາມາດແຜ່ເຊື້ອ ເອັສໄອວີ ໄດ້ ຫຼືພະຍາດອື່ນໆທີ່ຕິດຕໍ່ທາງເລືອດ.

ການກວດທາດນຳ້ຕານສະສົມ (A1C) ແມ່ນສາມາດກວດໄດ້ແຕ່ຢູ່ສະຖານທີ່ໃຫ້ການບໍລິການສຸຂະພາບ ຫຼືໂຮງໝໍເທົ່ານັ້ນ. ການກວດນີ້ບອກໃຫ້ຮູ້ຄ່າສະເລ່ຍຂອງລະດັບທາດນຳ້ຕານໃນເລືອດໃນໄລຍະຫຼາຍເດືອນຜ່ານມາ. ດັ່ງນັ້ນ ມັນຈື່ງສະແດງໃຫ້ເຫັນເຖິງການປິ່ນປົວພະຍາດເບົາຫວານຂອງທ່ານໂດຍລວມຫຼາຍກວ່າທີ່ຈະຮູ້ທາດນຳ້ຕານໃນມື້ນັ້ນ. ສຳລັບຄົນສ່ວນຫຼາຍທີ່ເປັນພະຍາດເບົາຫວານ ລະດັບທາດນຳ້ຕານສະສົມທີ່ດີແມ່ນໜ້ອຍກວ່າ %8. ຖ້າສາມາດກວດໄດ້ແມ່ນໃຫ້ກວດ ໜື່ງ ຫຼືສອງຄັ້ງຕໍ່ປີ.

NWTND Diab Page 19-2.png

ຢາປິ່ນປົວພະຍາດເບົາຫວານ

ຢາບໍ່ສາມາດປິ່ນປົວພະຍາດເບົາຫວານໃຫ້ຫາຍຂາດໄດ້. ແຕ່ບາງຢາແມ່ນສາມາດລົດທາດນຳ້ຕານໃນເລືອດໄດ້ ແລະ ຢາພື້ນເມືອງບາງຢ່າງກໍສາມາດລົດທາດນຳ້ຕານໄດ້ເຊັ່ນກັນ.

ຄົນສ່ວນໃຫ່ຍເລີ່ມການປິ່ນປົວພະຍາດເບົາຫວານຊະນິດທີ 2 ໂດຍການບໍ່ໃຊ້ຢາ. ການກິນອາຫານທີ່ດີຕໍ່ສຸຂະພາບ, ອອກກຳລັງກາຍ ແລະ ຢາພື້ນເມືອງສ່ວນໃຫ່ຍກໍພຽງພໍທີ່ຈະລົດລະດັບທາດນຳ້ຕານໃນເລືອດ ແລະ ກໍເຮັດໃຫ້ຄົນມີສຸຂະພາບດີ.

ຖ້າຫາກວ່າການກິນອາຫານທີ່ດີຕໍ່ສຸຂະພາບ, ອອກກຳລັງກາຍ ແລະ ຢາພື້ນເມືອງບໍ່ຊ່ວຍເຮັດໃຫ້ອາການດີຂື້ນ, ຢາແມ່ນສາມາດຊ່ວຍລົດທາດນຳ້ຕານທີ່ສູງຫຼາຍນັ້ນໄດ້ພ້ອມທັງປ້ອງກັນບໍ່ໃຫ້ມີບັນຫາອັນໃໝ່. ບາງຄັ້ງຜູ້ໃຫ້ບໍລິການ ດ້ານສຸຂະພາບອາດໃຫ້ທ່ານສອງຕົວຢາ ຫຼືໃຫ້ໄປໄລຍະໜື່ງແລ້ວອາດປັບປ່ຽນຂະໜາດຄວາມແຮງຂອງຢາທີ່ທ່ານໄດ້ຮັບຢູ່.

ການກິນຢາປິ່ນປົວຕ້ອງໄດ້ກິນເປັນປະຈຳ ແລະ ຖືກເວລາ. ໃຫ້ຄົນໃນຄອບຄົວຂອງທ່ານຮູ້ນຳວ່າກຳມະຜົນສຳຮອງທີ່ພົບເລືື້ອຍຈາກຢາທີ່ທ່ານກິນແມ່ນຫຍັງ ແລະ ຈະເຮັດແນວໃດເມື່ອມີອາການສຸກເສີນ ພ້ອມທັງໃຫ້ທ່ານຈື່ໄວ້ວ່າຢາແມ່ນເປັນພຽງແຕ່ສ່ວນໜື່ງໃນການປິ່ນປົວທ່ານ, ໃນຂະນະທີ່ທ່ານກຳລັງກິນຢາຢູ່ທ່ານຍັງຕ້ອງໄດ້ກິນອາຫານທີ່ດີຕໍ່ສຸຂະພາບ ແລະ ອອກກຳລັງກາຍ.

ຢາເມັດຟໍມິນ (Metformin)

ຢາ Metformin ແມ່ນຢາປົວພະຍາດເບົາຫວານທີ່ໃຊ້ເລື້ອຍ ແລະ ມັນກໍເປັນຕົວເລືອກທີ່ດີທີ່ສຸດສຳລັບຫຼາຍຄົນ. ຕາມປົກກະຕິຢາ Metformin ແມ່ນກິນສອງຄັ້ງຕໍ່ມື້. ເມື່ອທ່ານເລີ່ມກິນຢາ Metformin ທ່ານອາດຈະມີອາການເຈັບກະເພາະ ຫຼືຖອກທ້ອງ. ຕາມປົກກະຕິແລ້ວອາການນີ້ກໍຈະດີໄປເອງພາຍໃນ 1-2 ອາທິດ ແລະ ກໍໃຫ້ຫຼີກລ້ຽງການກິນພ້ອມອາຫານ. ຖ້າຫາກວ່າກຳມະຜົນສຳຮອງນີ້ເປັນຫຼາຍ ຫຼືບໍ່ດີຂື້ນໃນໄລຍະເວລາໃດໜື່ງຜູ້ໃຫ້ບໍລິການດ້ານສຸຂະພາບອາດຈະຢຸດຢາ ຫຼືລົດຂະໜາດຄວາມແຮງຂອງຢາລົງ. ຄົນທີ່ເປັນພະຍາດໝາກໄຂ່ຫຼັງ ຫຼືຕັບບໍ່ຄວນໃຊ້ຢານີ້.

ຢາກຸ່ມຊັລໂຟນິນຢູເຣຍ (Sulfonylurea)

ຢາໃນກຸ່ມ Sulfonylurea ເຊັ່ນ: ຄລິເບັນຄລາໄມດ (glibenclamide), ກລິພິໄຊດ (glipizide), ໂທບູທາໄມດ (tolbutamide) ຕາມປົກກະຕິແລ້ວໃຫ້ກິນກ່ອນອາຫານ 1-2 ເທື່ອຕໍ່ມື້.

ຄວາມອັນຕະລາຍຂອງຢາໃນກຸ່ມ Sulfonylurea ແມ່ນພວກມັນສາມາດເຮັດໃຫ້ທາດນຳ້ຕານໃນເລືອດຕໍ່າລົງຫຼາຍແລ້ວເຮັດໃຫ້ມີອາການວິນຫົວ, ອ່ອນເພຍ, ເປັນລົມ, ສັ່ນ, ເຫື່ອຊືມ, ຫຼືເສຍຊີວິດໄດ້. ຖ້າຫາກວ່າທ່ານເລີ່ມມີອາການໃດໜື່ງໃນບັນດາອາການເຫຼົ່ານີ້ແມ່ນໃຫ້ທ່ານກິນຂອງຫວານທັນທີເພື່ອເພີ່ມທາດນຳ້ຕານໃນເລືອດ. ໃຫ້ຄົນໃນຄອບຄົວໄດ້ຮູ້ກ່ຽວກັບອາການເຫຼົ່ານີ້ ພ້ອມທັງຮູ້ວິທີຊ່ວຍຖ້າຫາກວ່າມີອາການເຫຼົ່ານີ້.

ເພື່ອປ້ອງກັນບໍ່ໃຫ້ທາດນຳ້ຕານໃນເລືອດຕໍ່າຫຼາຍໃນຂະນະທີ່ໃຊ້ຢາໃນກຸ່ມ Sulfonylurea

  • ໃຫ້ກິນອາຫານທຸກຄາບ. ຖ້າຫາກວ່າທ່ານບໍ່ທັນໄດ້ກິນອາຫານ - ບໍ່ໃຫ້ກິນຢາໃນກຸ່ມ Sulfonylurea
  • ໃຫ້ກິນອາຫານເຊົ້າທີ່ມີທາດໂປຣຕີນ ຫຼື ອາຫານທີ່ມີສານອາຫານຄົບຖ້ວນ.
  • ໃຫ້ກິນອາຫານຕື່ມຖ້າຫາກວ່າທ່ານເຣັດວຽກໜັກ, ອອກກຳລັງກາຍ ຫຼືຫຼີ້ນກິລາ.
  • ໃຫ້ມີນຳ້ໝາກໄມ້, ເຂົ້າໝົມຫວານ ຫຼືນຳ້ຕານໄວ້ເມື່ອທ່ານຣູ້ສຶກອ່ອນເພຍ ຫຼືວິນຫົວ.


ຖ້າຫາກວ່າທາດນຳ້ຕານໃນເລືອດຂອງທ່ານຕໍ່າເລື້ອຍໆຜູ້ໃຫ້ບໍລິການດ້ານສຸຂະພາບອາດຈະຢຸດ ຫຼື ຫຼຸດຂະໜາດຢາລົງ.

ອີກໜຶ່ງກຳມະຜົນສຳຮອງຂອງຢາໃນກຸ່ມ Sulfonylurea ແມ່ນນຳ້ໜັກເພີ່ມ. ທ່ານອາດຈະໄດ້ເອົາໃຈໃສ່ຫຼາຍຂື້ນກ່ຽວກັບການກິນອາຫານ ແລະ ການອອກກຳລັງກາຍ ຫຼືປ່ຽນເປັນຢາ Metformin ຫຼື ອິນຊຸລິນແທນ. ຖ້າຫາກວ່າກິນຢາໃນກຸ່ມ Sulfonylurea ມາເປັນເວລາຫຼາຍປີແລ້ວມັນບໍ່ເຮັດໃຫ້ທາດນຳ້ຕານຕໍ່າລົງໄດ້ໃຫ້ປຶກສາຜູ້ໃຫ້ບໍລິການດ້ານສຸຂະພາບ.

ຢາອິນຊູລິນ Insulin

ຢາ Insulin ແມ່ນຢາຊະນິດສັກ. ຢານີ້ເປັນຢາເຮັດໃຫ້ທາດນຳ້ຕານໃນເລືອດຕໍ່າລົງໄວທີ່ສຸດ. ໃນເບື້ອງຕົ້ນການສັກຢາ Insulin ເປັນເລື່ອງທີ່ໜ້າຢ້ານ ແຕ່ເມື່ອໄດ້ຮຽນຮູ້ມັນແລ້ວກໍຈະສາມາດສັກໄດ້. ຄົນທີ່ເປັນພະຍາດເບົາຫວານຊະນິດທີ 1 ແມ່ນຕ້ອງການສັກຢາ Insulin ເພື່ອໃຫ້ມີຊີວິດຢູ່ລອດ.

Insulin ແມ່ນຮໍໂມນໜື່ງທີ່ຮ່າງກາຍຂອງທ່ານຜະລິດອອກມາເພື່ອຮັກສາທາດ ນຳ້ຕານໃນເລືອດໃຫ້ຢູ່ໃນຂອບເຂດປົກກະຕິ. ຄົນທີ່ເປັນພະຍາດເບົາຫວານຊະນິດທີ 1 ແມ່ນບໍ່ສາມາດຜະລິດ Insulin ໄດ້ ສ່ວນຄົນທີ່ເປັນພະຍາດເບົາຫວານຊະນິດທີ 2 ແມ່ນບໍ່ສາມາດຜະລິດໄດ້ພຽງພໍ. ມັນມີຫຼາຍຄວາມເຊື່ອທີ່ຜິດກ່ຽວກັບການນຳໃຊ້ Insulin. Insulin ບໍ່ໄດ້ເຮັດໃຫ້ຕາບອດ, ບໍ່ເຮັດໃຫ້ພະຍາດເບົາຫວານຮ້າຍແຮງຂື້ນ ແລະ ກໍບໍ່ໄດ້ຂື້ນກັບມັນໃນເມື່ອທ່ານເລີ່ມສັກ. ຢາ Insulin ເຮັດໃຫ້ທ່ານສາມາດປິ່ນປົວພະຍາດເບົາຫວານທ່ານ ແລະ ມີສຸຂະພາບທີ່ດີໄດ້.

ຄົນສ່ວນຫຼາຍໃຊ້ເຂັມໃນການສັກຢາ ຢາ Insulin ຍັງມີແບບເປັນປາກກາທີ່ມີເຂັມຕິດເພື່ອສັກແຕ່ລະຄັ້ງ. ແບບນີ້ແມ່ນໃຊ້ໄດ້ງ່າຍກວ່າ ແຕ່ມັນມີລາຄາແພງກວ່າ.

ຢາ Insulin ແມ່ນມີຫຼາຍຊະນິດທີ່ແຕກຕ່າງກັນ. ຢາ Insulin ທີອອກລິດຍາວແມ່ນສັກໜື່ງ ຫຼືສອງຄັ້ງຕໍ່ມື້ເພື່ອເຮັດໃຫ້ລະດັບທາດນຳ້ຕານປົກກະຕິທັງຕອນເວັນ ແລະ ຕອນກາງຄືນ. ຢາ Insulin ທີອອກລິດສັ້ນແມ່ນສັກກ່ອນຄາບອາຫານ ເພື່ອຈະເຮັດໃຫ້ທາດນຳ້ຕານທີ່ໄດ້ຈາກການກິນອາຫານນັ້ນບໍ່ໃຫ້ສູງຫຼາຍ. ເບິ່ງໜ້າ 39.

ສິ່ງໜຶ່ງທີ່ອັນຕະລາຍຈາກຢາ Insulin ແມ່ນມັນສາມາດເຮັດໃຫ້ທາດນຳ້ຕານຕໍ່າລົງຫຼາຍ. ຄົນສາມາດມີອາການສັບສົນ, ວິນຫົວ, ເສຍສະຕິ ຫຼື ເສຍຊີວິດໄດ້ຈາກການໃຊ້ຢາ Insulin ຫຼາຍເກີນໄປ. ໃຫ້ໃຊ້ວິທີດຽວກັນກັບການປ້ອງກັນພາວະທາດນຳ້ຕານຕໍ່າທີ່ເກີນຈາກຢາກຸ່ມ ຊັລໂຟນິນຢູເຣຍ Sulfonylurea ເຊັ່ນ: ພະຍາຍາມໃຫ້ກິນອາຫານ ແລະ ມີເຂົ້າໜົມອົມໄວ້ໃນຍາມສຸກເສີນ.

ຖ້າທ່ານສັກຢາ Insulin ທ່ານຄວນມີເຄື່ອງກວດທາດນຳ້ຕານຢູ່ເຮືອນ ເພື່ອຕິດຕາມທາດນຳ້ຕານໃນເລືອດຂອງທ່ານບໍ່ໃຫ້ມັນຕໍ່າເກີນໄປ. ຖ້າທ່ານບໍ່ມີເຄື່ອງກວດ ດີທີ່ສຸດແມ່ນໃຫ້ສັກຢາໃນປະລິມານຕໍ່າລົງເພື່ອປ້ອງກັນບໍ່ໃຫ້ທາດນຳ້ຕານໃນເລືອດຂອງທ່ານຕໍ່າຈົນເຖິງຂັ້ນອັນຕະລາຍ. ຖ້າບໍ່ສາມາດກວດທາດນຳ້ຕານໄດ້, ການຮັກສາທາດນຳ້ຕານໃນເລືອດໃຫ້ສູງແດ່ເລັກໜ້ອຍຈະມີຄວາມປອດໄພກວ່າຕໍ່າ. ຢາ Insulin ຄວນເກັບຮັກສາໄວ້ໃນທີ່ເຢັນ. ຖ້າຫາກວ່າທ່ານບໍ່ມີຕູ້ເຢັນ ກໍໃຫ້ເກັບຮັກສາໄວ້ໃນນຳ້ເຢັນ ແລະ ບໍ່ໃຫ້ຖືກແດດ.

ຢາພື້ນເມືອງລົດທາດນຳ້ຕານໃນເລືອດ

ໃນທົ່ວໂລກນີ້ ບັນດາທ່ານໝໍໄດ້ຄົ້ນພົບອາຫານ ແລະ ຢາພື້ນເມືອງທີ່ສາມາດລົດທາດນຳ້ຕານໃນເລືອດໄດ້.

ໃຫ້ຖາມໝໍປະຈຳບ້ານວ່າມີຢາພື້ນເມືອງຊະນິດໃດແດ່ທີ່ມີຢູ່ໃນສະຖານທີ່ທີ່ທ່ານອາໃສຢູ່ພ້ອມກັບວິທີໃຊ້ ແລະ ມີຄວາມປອດໄພທີ່ໃຊ້ຮ່ວມກັບຢາ Insulin ແລະ ຢາຊະນິດອື່ນໆ.

a syringe and a bottle of insulin. an insulin pen.
ຄົນສ່ວນຫຼາຍໃຊ້ເຂັມໃນການສັກຢາ ຢາ Insulin ຍັງມີແບບເປັນປາກກາທີ່ມີເຂັມຕິດເພື່ອສັກແຕ່ລະຄັ້ງ. ແບບນີ້ແມ່ນໃຊ້ໄດ້ງ່າຍກວ່າ ແຕ່ມັນມີລາຄາແພງກວ່າ/td>
  • ໝາກແຕງຂົມ
  • ຜັກທຽມ
  • ໃບໄມ້ທີ່ມີລົດຊາດຂົມ
  • ຕົ້ນໃບໂມຣິຄາ Moriga
  • ຕົ້ນໂນປາລ Nopal
  • ໃບມັລເບີຣີ Mulberry
  • ຊາ (Mate tea)
NWTND Diab Page 21-3.png
  • ໝາກໄມ້ຕະກຸນຖົ່ວເຫຼືອງ (Fenugreek)
  • ນຳ້ສົ້ມສາຍຊູ
  • ເບີບີຣິນ Berberine
  • ຂີ້ໝີ້ນ
  • ຮາກຕົ້ນຂີງ
  • ຕົ້ນຄິມນີມາ Gymnema
Lo NWTND Diab Page 21-4.png
NWTND Diab Page 21-5.png NWTND Diab Page 21-6.png



This page was updated: ໑໑ ພຶດສະພາ ໒໐໑໘