Hesperian Health Guides

ການປິ່ນປົວມະເຮັງ

ຢູ່ໃນພາກນີ້:

ການປິ່ນປົວມະເຮັງແມ່ນໃຊ້ທັງວິທີ່ປິ່ນປົວໃຫ້ຫາຍຂາດ ແລະ ກໍຍັງປິ່ນປົວໃຫ້ຄົນທີ່ເປັນມະເຮັງມີຊີວິດຢືນຍາວ ພ້ອມທັງມີຄຸນນະພາບຊີວິດທີ່ດີຂື້ນ.

ຊະນິດຂອງການປິ່ນປົວມະເຮັງແມ່ນຂື້ນກັບຊະນິດຂອງມະເຮັງເຊັ່ນວ່າມັນເປັນຢູ່ຈຸດໃດຈຸດໜື່ງ ຫຼືແຜ່ລາມໄປຫາພາກສ່ວນອື່ນໆ ແລະ ສຸຂະພາບຂອງຄົນເປັນແບບໃດ. ວິທີການປິ່ນປົວອາດໃຊ້ວິທີໃດໜື່ງ ຫຼືໃຊ້ຫຼາຍວິທີຮ່ວມກັນ ຫຼືວິທີການອື່ນອີກແມ່ນອາດຈະໃຊ້ຖ້າຫາກວ່າວິທີການທຳອິດບໍ່ໄດ້ຜົນດີພໍ. ການປິ່ນປົວມະເຮັງແມ່ນມີ 4 ຊະນິດຫຼັກ.


  1. ຜ່າຕັດ — ຜ່າຕັດເອົາຈຸລັງມະເຮັງອອກ.
  2. ປິ່ນປົວດ້ວຍເຄມີບຳບັດ — ໃຊ້ຢາເຄມີເພື່ອຂ້າຈຸລັງມະເຮັງ
  3. ປິ່ນປົວດ້ວຍການສາຍແສງ — ໃຊ້ແສງລັງສີທີ່ມີພະລັງງານສູງຂ້າຈຸລັງມະເຮັງ
  4. ປິ່ນປົວດ້ວຍຮໍໂມນ — ໃຊ້ຢາເພື່ອຢັບຢັ້ງຮໍໂມນທີ່ເຮັດໃຫ້ມະເຮັງຮ້າຍແຮງຂື້ນ


ໃນຂະນະທີ່ຮັບການປິ່ນປົວອາດມີກຳມະຜົນສຳຮອງ ແຕ່ມັນກໍເປັນວິທີໜຶ່ງທີ່ຈະເຮັດໃຫ້ມີການທຳລາຍຈຸລັງມະເຮັງເພື່ອເຮັດໃຫ້ມີອາການດີຂື້ນ.

ບາງວິທີການປິ່ນປົວກໍມີລາຄາແພງ ແລະ ບາງວິທີການປິ່ນປົວກໍບໍ່ມີທົ່ວໄປຢູ່ທຸກບ່ອນ. ດັ່ງນັ້ນ ຖ້າໂຊກບໍ່ດີແລ້ວ ຄວາມບໍ່ເທົ່າທຽມກັນຍັງເປັນຕົວກຳນົດການປິ່ນປົວອີກ.

ພຽງແຕ່ມະເຮັງກໍສົ່ງຜົນກະທົບຫຼາຍຢ່າງທີ່ແຕກຕ່າງກັນແລ້ວ ການປິ່ນປົວກໍຍັງສົ່ງຜົນກະທົບຕໍ່ຄົນທີ່ເປັນມະເຮັງເຊັ່ນກັນ. ຕົວຢ່າງ: ບາງຄົນກໍມີອາການຂ້າງຄຽງຫຼາຍຈາກການປິ່ນປົວ ແຕ່ບາງຄົນກໍບໍ່ມີ. ຫຼືການປິ່ນປົວຄືກັນອາດຈະໄດ້ຜົນດີໃນຄົນຜູ້ໜື່ງ ແຕ່ກໍອາດຈະບໍ່ໄດ້ຜົນດີໃນຄົນອື່ນ. ການປິ່ນປົວມີຜົນຕໍ່ຄວາມຮູ້ສຶກ ແລະ ສຸຂະພາບທາງດ້ານຈິດໃຈເຊັ່ນດຽວກັນ.

ການຫາຍຂາດ

ເມື່ອການປິ່ນປົວມະເຮັງໄດ້ຜົນສຳເລັດແລ້ວ ມະເຮັງຈະບໍ່ມີຢູ່ໃນຮ່າງກາຍອີກ. ຄຳສັບທີ່ໃຊ້ວ່າປົວໃຫ້ຫາຍຂາດແມ່ນໃຊ້ແທນຄຳວ່າປິ່ນປົວໄດ້ ເພາະວ່າມັນຍັງມີໂອກາດທີ່ມະເຮັງອາດຈະກັບຄືນມາພາຍຫຼັງ. ຄົນທີ່ເປັນມະເຮັງສາມາດປົວໃຫ້ຫາຍຂາດສ່ວນໃດໜື່ງເມື່ອການປິ່ນປົວໄດ້ຈົບເພື່ອບໍ່ໃຫ້ມະເຮັງຂະຫຍາຍຕົວ ແຕ່ກ້ອນເບົ້ານັ້ນຍັງຢູ່ໃນຮ່າງກາຍ.

ທ່ານອາດຕ້ອງໄດ້ຕິດຕາມກວດຄືນເປັນປະຈຳຫຼັງຈາກທີ່ໄດ້ຮັບການປິ່ນປົວແລ້ວ. ຈະຕິດຕາມກວດຄືນເລື້ອຍປານໃດນັ້ນແມ່ນຂື້ນກັບຊະນິດຂອງມະເຮັງ.

a man with a bandage on his cheek.

ການຜ່າຕັດ

ເມື່ອພົບວ່າມະເຮັງມີຢູ່ພຽງແຕ່ພາກສ່ວນໃດໜື່ງຂອງຮ່າງກາຍ ມັນອາດເປັນໄປໄດ້ທີ່ເອົາມັນອອກໃຫ້ສຳເລັດໂດຍການຜ່າຕັດ. ບາງຄັ້ງມະເຮັງນ້ອຍໆອາດສາມາດເອົາອອກໄດ້ຢູ່ທີ່ສະຖານທີ່ໃຫ້ການບໍລິການສຸຂະພາບທ້ອງຖິ່ນ. ມະເຮັງອື່ນໆຕ້ອງໄດ້ຜ່າຕັດຢູ່ໂຮງໝໍ ແລະ ກໍໃຊ້ເວລາໄລຍະໃດໜື່ງເພື່ອຈະກັບຄືນມາເປັນປົກກະຕິ.

ບາງຄັ້ງການຜ່າຕັດແມ່ນໃຊ້ຮ່ວມກັບການໃຊ້ເຄມີບຳບັດ ຫຼືສາຍແສງເພື່ອຂ້າມະເຮັງທີ່ຍັງເຫຼືອຢູ່ຈາກການຜ່າຕັດ.

ເຄມີບຳບັດ (ການປິ່ນປົວດ້ວຍຢາເຄມີ)

ມະເຮັງບາງຊະນິດສາມາດປິ່ນປົວດ້ວຍຢາ. ນີ້ເອີ້ນວ່າເຄມີບຳບັດ. ສ່ວນໃຫ່ຍການປິ່ນປົວດ້ວຍເຄມີບຳບັດແມ່ນມີລາຄາແພງ ເຖິ່ງແມ້ວ່າໃນຊ່ວງໄລຍະເວລາຫຼາຍປີຜ່ານມາ ເຄມີບຳບັດຫຼາຍຢ່າງແມ່ນສາມາດຕອບສະໜອງໄດ້. ໂຄງການທາງດ້ານສາທາລະ ນະສຸກແຫ່ງຊາດຄວນເຮັດໃຫ້ມີຢາເຫຼົ່ານີ້ ຖ້າເປັນແບບນີ້ໄດ້ ຫຼາຍຄົນກໍສາມາດຮັບການປິ່ນປົວ ແລະ ມີຊີວິດລອດຈາກມະເຮັງໄດ້.

ເຄມີບຳບັດສາມາດໃຊ້ເພື່ອ:

  • ຢຸດມະເຮັງບໍ່ໃຫ້ແຜ່ລາມໄປຫາພາກສ່ວນອື່ນຂອງຮ່າງກາຍ.
  • ເຮັດໃຫ້ການຂະຫຍາຍຕົວຂອງມະເຮັງຊ້າລົງ ຫຼື ມີຂະໜາດນ້ອຍລົງ.
  • ຂ້າມະເຮັງ.


a woman with receiving an IV while a man with a baby looks on.

ບາງຄັ້ງເຄມີບຳບັດກໍເປັນວິທີການປິ່ນປົວພຽງຊະນິດດຽວທີ່ຕ້ອງການ ແຕ່ສ່ວນໃຫ່ຍແມ່ນໃຊ້ຮ່ວມກັບການປິ່ນປົວວິທີອື່ນ. ຕົວຢ່າງ: ເຄມີບຳບັດອາດເຮັດໃຫ້ກ້ອນເບົ້ານ້ອຍລົງເພື່ອເຮັດໃຫ້ຜ່າຕັດໄດ້ງ່າຍຂື້ນ. ຫຼືມັນອາດຈະໃຊ້ຫຼັງຈາກການຜ່າຕັດ ຫຼືສາຍແສງເພື່ອຂ້າມະເຮັງທີ່ຍັງເຫຼືອຢູ່. ຢາເຄມີບຳບັດມີຫຼາຍຮູບແບບ. ອາດມີຊະນິດກິນເປັນເມັດ ຫຼືເປັນນຳ້. ສ່ວນຫຼາຍແລ້ວຈະເປັນຊະນິດສັກເຂົ້າເສັ້ນເລືອດດຳ ແລະ ມັນກໍຈະໃຊ້ຫຼາຍຕົວຢາເປັນຫຼັກ.

ເຄມີບຳບັດນັ້ນຈະຕ້ອງໃຊ້ເລື້ອຍປານໃດ ແລະ ໃຊ້ດົນປານໃດແມ່ນຂື້ນກັບຊະນິດຂອງມະເຮັງ ແລະ ຊະນິດຂອງຢາເຄມີບຳບັດ. ນອກນັ້ນມັນກໍຍັງຂື້ນກັບວ່າຮ່າງກາຍຂອງຄົນມີການຕອບສະໜອງແບບໃດເຊິ່ງຈະແຕກຕ່າງກັນໃນແຕ່ລະຄົນ. ເຄມີບຳບັດສາມາດໃຊ້ທຸກໆມື້, ທຸກໆອາທິດ ຫຼືທຸກໆເດືອນ ແຕ່ຕາມປົກກະຕິແລ້ວກໍຈະແບ່ງໃຊ້ເປັນຮອບເພື່ອໃຫ້ຮ່າງກາຍທ່ານໄດ້ພັກຜ່ອນ ແລະ ຟື້ນກັບຄືນ.

ເຄມີບຳບັດແມ່ນຂ້າຈຸລັງມະເຮັງໄດ້ດີ ແຕ່ມັນກໍມີຜົນກະທົບຕໍ່ຈຸລັງປົກກະຕິເຊັ່ນກັນ. ຕາມປົກກະຕິແລ້ວຈຸລັງປົກກະຕິສາມາດຟື້ນຄືນໄດ້ ແຕ່ເຄມີບຳບັດສາມາດມີຜົນຮຸນແຮງຕໍ່ຮ່າງກາຍ. ສ່ວນຫຼາຍແລ້ວເຄມີບຳບັດເຮັດໃຫ້ເກີດກຳມະຜົນສຳຮອງທີ່ບໍ່ດີ:

  • ປວດຮາກ ເບິ່ງບົດການຊ່ວຍໃຫ້ຫຼຸດຜ່ອນອາການປວດຮາກ).
  • ລະຄາຍເຄືອງທາງໃນດັງ ແລະ ປາກ. ມັນອາດແດງ, ເຈັບ ແລະ ບາງຄັ້ງກໍແສບອອກຮ້ອນທາງໃນປາກ ແລະ ຮູຄໍ. ຄວາມຮູ້ສຶກຂອງລົດຊາດອາດມີການປ່ຽນແປງ ແລະ ກິນອາຫານອາດມີລົດຊາດຄືມີເຫຼັກ ຫຼືຂົມຫຼາຍ ຫຼືຫວານ. ເພື່ອຫຼຸດຜ່ອນອາການເຈັບປາກແມ່ນໃຫ້ລ້າງປາກຫຼາຍໆຄັ້ງຕໍ່ມື້ໂດຍໃຊ້ນຳ້ສະອາດ ຫຼືນຳ້ຕົ້ມທີ່ປ່ອຍໃຫ້ອຸ່ນໜຶ່ງຈອກປະສົມກັບ ໂຊດາຜົງ ¼ ບ່ວງກະເຟ ແລະ ເກືອ ⅛ ບ່ວງກະເຟ. ຫຼັງຈາກນັ້ນກໍລ້າງດ້ວຍນຳ້ສະອາດ.
  • ອິດເມື່ອຍ. ເມື່ອມີອາການເມື່ອຍກໍພັກຜ່ອນ. ຍ່າງ 15 ນາທີຕໍ່ມື້ໃຫ້ພະລັງງານທ່ານເພີ່ມຂື້ນ. ດື່ມນຳ້ລ້າຫຼາຍໆ ແລະ ນຳ້ອື່ນໆກໍສາມາດຊ່ວຍໄດ້.
  • ຜົມລົ່ນ. ເຄມີບຳບັດຂ້າມະເຮັງ ແລະ ຈຸລັງທີ່ກຳລັງຂະຫຍາຍຕົວໄວລວມທັງຈຸລັງຂອງຜົມ. ຜົມຈະປົ່ງກັບຄືນຫຼັງຈາກການປິ່ນປົວຈົບ.

ກຳມະຜົນສຳຮອງອາດໜັກຂື້ນຫຼັງຈາກ 3-2 ມື້ຂອງການປິ່ນປົວ ແຕ່ມັນກໍຈະໃຊ້ເວລາເພື່ອຈະດີຂື້ນ.
ເບິ່ງແຍງຕົວຂອງທ່ານໃນໄລຍະການປິ່ນປົວດ້ວຍເຄມີບຳບັດ:

  • ພັກຜ່ອນ. ເມື່ອມີອາການເມື່ອຍກໍພັກຜ່ອນ
  • ກິນອາຫານທີ່ມີປະໂຫຍດ (ເບິ່ງບົດ ອາຫານທີ່ດີເຮັດໃຫ້ມີສຸຂະພາບດີ).
  • ຫຼີກລ້ຽງເຫຼົ້າເຊິ່ງມັນອາດສົ່ງຜົນກະທົບໃສ່ຢາເຄມີບຳບັດ ແລະ ຕັບຂອງທ່ານ.

ການສາຍແສງ (ລັງສີປິ່ນປົວ)

ຄືກັນກັບເຄມີບຳບັດ ການສາຍແສງແມ່ນຂ້າຈຸງລັງມະເຮັງ ແລະ ຈຸລັງທີກຳລັງຂະຫຍາຍຕົວໄວ. ກາຍສາຍແສງອາດໃຊ້ເພື່ອກຳຈັດມະເຮັງ ຫຼືເຮັດໃຫ້ຈຸລັງມະເຮັງຂະຫຍາຍຕົວຊ້າລົງ. ການສາຍແສງອາດໃຊ້ພຽງຢ່າງດຽວ ຫຼືໃຊ້ຮ່ວມກັບການຜ່າຕັດ ຫຼືເຄມີບຳບັດ.

ເຄື່ງຈັກສາຍແສງສົ່ງແສງທີ່ມີພະລັງງານສູງໄປຂ້າຈຸລັງມະເຮັງ. ການສາຍແສງອາດຈະເປັນການປິ່ນປົວທີ່ໄດ້ຜົນດີສຳລັບມະເຮັງໃນໄລຍະເລີ່ມຕົ້ນກ່ອນທີ່ມັນຈະແຜ່ລາມໄປຫາອະໄວຍະວະອື່ນໃນຮ່າງກາຍ. ສິ່ງນີ້ກໍຍ້ອນວ່າການສາຍແສງແມ່ນສາຍສະເພາະໃສ່ຈຸດໃດໜື່ງ ແລະ ກໍບໍ່ສົ່ງຜົນກະທົບຕໍ່ທັງໝົດຂອງຮ່າງກາຍຄືກັບເຄມີບຳບັດ. ການປິ່ນປົວດ້ວຍການສາຍແສງອາດຈະກຳຈັດມະເຮັງແບບຊົ່ວຄາວ ຫຼືຖາວອນ.

a woman in a radiation treatment machine.


ການປິ່ນປົວດ້ວຍການສາຍແສງບໍ່ເຮັດໃຫ້ມີອາການເຈັບ. ທ່ານຈະຢູ່ເທິ່ງໂຕະກ້ອງເຄື່ອງຈັກສາຍແສງ ປະມານ 15-30 ນາທ.ີ ຈໍານວນຄັ້ງ ແລະ ຄວາມຖໃີ່ ນການປິ່ນປວົ ແມນ່ ຂື້ນກັບຊະນິດຂອງມະເຮງັ ແລະ ຂະໜາດຂອງກ້ອນເບົ້າ.

ກໍາມະຜົນສໍາຮອງຈາກການສາຍແສງທີ່ພົບເລື້ອຍ:

  • ອິດເມື່ອຍ. ເມື່ອມີອາການເມື່ອຍກໍພັກຜ່ອນ. ຢ່າງ 15 ນາທີຕໍ່ມື້ໃຫ້ພະລັງງານທ່ານເພີ່ມຂື້ນ. ດື່ມນຳ້ລ້າຫຼາຍໆ ແລະ ນຳ້ອື່ນໆກໍສາມາດຊ່ວຍໄດ້.
  • ບໍ່ຢາກກິນອາຫານ. ອາດຈະກິນອາຫານເທື່ອລະໜ້ອຍຫຼາຍໆຄັ້ງດີກວ່າທີ່ຈະກິນຫຼາຍບາດດຽວໃນແຕ່ລະຄາບເຂົ້າ. ຖ້າກິນແລ້ວມີອາການເຈັບແມ່ນໃຫ້ລອງກິນນຳ້ແກງ ຫຼື ອາຫານອ່ອນທີ່ກິນໄດ້ງ່າຍ.
  • ຜິວໜັງປ່ຽນແປງ. ຜິວໜັງບໍລິເວນທີ່ຖືກສາຍແສງຈະກາຍເປັນສີບົວ ຫຼືດຳຂື້ນ. ມັນອາດຈະເລີ່ມມີອາການເຈັບ, ແສບອອກຮ້ອນ, ແຫ້ງ ຫຼືຄັນ, ໃຄ່ບວມເລັກໜ້ອຍ ຫຼືກາຍເປັນຜື່ນ ຫຼືຕຸ່ມນຳ້ໃສ.
  • ປວດຮາກ (ເບິ່ງບົດການຊ່ວຍເພື່ອໃຫ້ຫຼຸດຜ່ອນອາການປວດຮາກ).


ກຳມະຜົນສຳຮອງຈະດີຂື້ນແຕ່ຕ້ອງໃຊ້ເວລາ. ໃຫ້ເບິ່ງແຍງຕົວທ່ານໃນໄລຍະເວລາທີ່ສາຍແສງ

  • ເມື່ອມີອາການເມື່ອຍກໍພັກຜ່ອນ.
  • ກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບເຊັ່ນ: ໝາກໄມ້ສົດ ແລະ ຜັກ, ອາຫານທີ່ມີທາດໂປຣຕີນ ແລະ ພືດທັນຍາຫານ.
  • ຫ້ເບິ່ງແຍ່ງຜິວໜັງບໍລິເວນທີ່ຖືກສາຍແສງ. ທຳຄວາມສະອາດຜິວໜັງເບົາໆທຸກມື້. ຫຼີກລ້ຽງສີິ່ງທີເຮັດໃຫ້ຜິວໜັງລະຄາຍເຄືອງເຊັ່ນ: ນຸ່ງເຄື່ອງຄັບແໜ້ນ, ໃສ່ແປ້ງ ຫຼືໃສ່ນຳ້ຫອມ.
  • ປ້ອງກັນຜິວໜັງບໍ່ໃຫ້ຖືກແດດໂດຍການໃສ່ໝວກ ໃສ່ເຄື່ງຫຼົມໆໃຫ້ປົກຄຸມທັງໝົດຂອງຮ່າງກາຍ.

ການປິ່ນປົວດ້ວຍຮໍໂມນ

Woman holding her head and looking sick.

ຢາທີ່ມີຜົນກະທົບໃສ່ຮໍໂມນຂອງຮ່າງກາຍສາມາດເຮັດໃຫ້ກ້ອນເບົ້ານ້ອຍລົງ ຫຼືເຮັດໃຫ້ມະເຮັງຂະຫຍາຍຕົວຊ້າລົງ. ນີ້ເອີ້ນວ່າການປິ່ນປົວດ້ວຍຮໍໂມນ. ຢາເຫຼົ່ານີ້ສ່ວນໃຫ່ຍແລ້ວມີຊະນິດເປັນເມັດ ແຕ່ບາງຊະນິດກໍເປັນຊະນິດສັກ. ການປິ່ນປົວດ້ວຍຮໍໂມນສາມາດໃຊ້ຮ່ວມກັບວິທີໃດວິທີໜື່ງ ຫຼືຮ່ວມກັບຫຼາຍວິທີໃນການປິ່ນປົວມະເຮັງທີ່ມັກໃຊ້ເຊັ່ນ: ການຜ່າຕັດ, ເຄມີບຳບັດ ຫຼືການສາຍແສງ.

ອາການຂ້າງຄຽງທີ່ເປັນໄປໄດ້ທີ່ເກີດຈາກການປິ່ນປົວດ້ວຍຮໍໂມນ:

  • ອິດເມື່ອຍ
  • ນຳ້ໜັກເພີ່ມ
  • ມີບັນຫາກ່ຽວກັບການຈື່ຈຳ
  • ອາລົມປ່ຽນແປງ ຫຼືຊຶມເສົ້າ
  • ມີຄວາມຮູ້ສຶກຮ້ອນຫຼາຍທັນທີທັນໃດ ຫຼືເຫື່ອອອກ
  • ບໍ່ມີຄວາມຕ້ອງການທາງເພດ

ການຊ່ວຍໃຫ້ຫຼຸດຜ່ອນອາການປວດຮາກ

ຄວາມຮຸ້ສຶກປວດຮາກສາມາດເປັນກຳມະຜົນສຳຮອງຂອງການປິ່ນປົວດ້ວຍເຄມີບຳບັດ ຫຼືການສາຍແສງ. ນອກຈາກອາການປວດຮາກທີ່ເຮັດໃຫ້ຮູ້ສຶກບໍ່ດີແລ້ວ ມັນຍັງເຮັດໃຫ້ບໍ່ຢາກກິນອາຫານ ແລ້ວທ່ານກໍຈະບໍ່ໄດ້ຮັບສານອາຫານໄດ້ພຽງພໍ. ສະຖານທີ່ໃຫ້ບໍລິການສຸຂະພາບຂອງທ່ານອາດມີຢາຊ່ວຍຫຼຸດຜ່ອນອາການປວດຮາກ. ບາງຄົນຕ້ອງໄດ້ລອງໃຊ້ຢາຫຼາຍຢາກ່ອນທີ່ຈະຮູ້ໄດ້ວ່າຢາໃດໄດ້ຜົນດີສຳລັບພວກເຂົາ. ນອກນັ້ນກໍຍັງລອງວິທີການປິ່ນປົວເຫຼົ່ານີ້ເພີ່ມເພື່ອຫຼຸດອາການປວດຮາກ ແລະ ກໍບໍ່ມີອາການດີຂື້ນເປັນເລວາຫຼາຍມື້ ຫຼືອາທິດ.

  • ກິນເຂົ້າໜົມປັງກອບ, ເຂົ້າຈີ່ແຫ້ງ, ອາຫານແຫ້ງຊະນິດໜື່ງຂອງແມັກຊິໂກ dry tortillas, ອາຫານອິນເດຍແຫ້ງຊະນິດໜື່ງ dry chapatis ຫຼືເມັດພືດອື່ນໆທີ່ເຮັດໃຫ້ກະເພາະອາຫານຮູ້ສຶກດີ. ໃຫ້ຫຼີກລ້ຽງອາຫານທີ່ເຮັດໃຫ້ມີອາການຫຼາຍຂື້ນເຊັ່ນ: ອາຫານຈຳພວກທອດ, ຂົ້ວ ແລະ ເຜັດ.
  • ກິນອາຫານເທື່ອລະໜ້ອຍຫຼາຍເທື່ອແທນທີ່ຈະກິນຫຼາຍໆໃນ 2 ຫຼື 3 ຄາບເຂົ້າ ແລະ ກິນນຳ້ເລື້ອຍໆເທື່ອລະໜ້ອຍ.
  • ແທນທີ່ຈະນອນຫຼັງຈາກກິນອາຫານແມ່ນໃຫ້ນັ່ງກ່ອນ.
NWTND Can Page 8-1.png
  • ໃຊ້ມືກົດຈຸດກະຕຸ້ນບ່ອນໃດໜື່ງເພື່ອໃຫ້ອາການປວດຮາກດີຂື້ນ. ກົດບໍລິເວນຮ່າງຈາກຂໍ້ມື 3 ນິ້ວຢູ່ລະວ່າງເສັ້ນເອັນຂອງແຂນແລ້ວໝູນມືໃຫ້ເປັນວົງນ້ອຍໆ. ກົດລົງແຮງແຕ່ບໍ່ໃຫ້ມີອາການເຈັບ. ຖ້າເຮັດແບບນີ້ແລ້ວມັນຊ່ວຍໄດ້ ມັນກໍຈະມີອາການດີຂື້ນພາຍໃນ 2-3 ນາທີ.
Woman drinks hot liquid in cup.
  • ດື່ມນຳ້ຊາໃບມິນ ຫຼືຊາຂີງ. ວິທີເຮັດນຳ້ຊາໃບມິນແມ່ນໃຫ້ເອົາໃບມິນ 1 ບ່ວງຊາໃສ່ກັບນຳ້ຕົ້ມ 1 ຈອກ. ປ່ອຍໃຫ້ມັນເຢັນ 2-3 ນາທີກ່ອນດື່ມ. ວິທີເຮັດນຳ້ຊາຂີງແມ່ນຊອຍ ຫຼືຕຳຮາກຂີງແລ້ວຕົ້ມຢ່າງຕໍ່າ 15 ນາທີ.
  • ໃນສະຖານທີ່ທີ່ຊາຖືກກົດໝາຍ ບາງຄົນກໍໃຊ້ຊາຊ່ວຍຫຼຸດຜ່ອນອາຫານປວດຮາກ ຫຼືເຮັດໃຫ້ຮູ້ສຶກຢາກກິນອາຫານ.


ໃນມື້ທີ່ຮັບການປິ່ນປົວ ບາງຄົນກໍກິນອາຫານວ່າງເລັກໜ້ອຍກ່ອນຮັບການປິ່ນປົວ. ບາງຄົນກໍຫຼີກລ້ຽງການກິນ ເນື່ອງຈາກວ່າເມື່ອພວກເຂົາກິນ ຫຼືດື່ມທັນທີກ່ອນ ຫຼືຫຼັງຮັບການປິ່ນປົວແມ່ນເຮັດໃຫ້ພວກເຂົາຮູ້ສຶກບໍ່ສະບາຍ. ໃນຊ່ວງທີ່ຮັບການປິ່ນປົວຖ້າຫາກວ່າເລີ່ມມີອາການປວດຮາກແມ່ນໃຫ້ລອງຫຍຳ້ຂີງສົດຕ່ອນນ້ອຍໆ. ຫຼັງຈາກຮັບການປິ່ນປົວແມ່ນໃຫ້ລໍຖ້າຢ່າງນ້ອຍ 1 ຊົ່ວໂມງກ່ອນທີ່ທ່ານຈະກິນ ຫຼືດື່ມ.

ການປິ່ນປົວມະເຮັງດ້ວຍວິທີອື່ນໆ

ມີຫຼາຍວິທີການປິ່ນປົວມະເຮັງທີ່ຄົນພະຍາຍາມປິ່ນປົວມັນ ຫຼືເພື່ອຊ່ວຍໃຫ້ອາການຂອງມະເຮັງດີຂື້ນ. ວິທີການເຫຼົ່ານີ້ປະກອບມີການປິ່ນປົວດ້ານສາສະໜາ, ການສະກົດຈິດ, ການນັ່ງສະມາທິ, ຢາສະໝູນໄພພື້ນບ້ານ, ອາຫານພິເສດ, ການອອກກຳລັງກາຍ, ການປັກເຂັມ ແລະ ການນວດ. ສ່ວນໃຫ່ຍແລ້ວວິທີການເຫຼົ່ານີ້ແມ່ນຊ່ວຍຄົນທີ່ໄດ້ຮັບການປິ່ນປົວດ້ວຍເຄມີບຳບັດ ຫຼືສາຍແສງຮ່ວມນຳ ເພາະວິທີການເຫຼົ່ານີ້ມັນຊ່ວຍໃຫ້ຮ່າງກາຍຟື້ນຄືນໄວ ແລະ ຫຼຸດອາການຂອງມະເຮັງ ພ້ອມທັງຫຼຸດກຳມະຜົນສຳຮອງທີ່ເກີດຈາກການປິ່ນປົວ. ໃຫ້ລົມກັບຜູ້ໃຫ້ບໍລິການດ້ານ ສຸຂະພາບວ່າວິທີການໃດທີ່ເຮັດນຳກັນໄດ້ດີ.

ວິທີການເຫຼົ່ານີ້ຍັງອາດຊ່ວຍຫຼຸດຜ່ອນພາວະກັງວົນ ແລະ ຊຶມເສົ້າທີ່ພົບເລື້ອຍໃນຄົນທີ່ເປັນມະເຮັງໃຫ້ມີຄວາມຮູ້ສຶກດີຂື້ນຫຼາຍ. ຖ້າຫາກວ່າພວກເຂົາບໍ່ໄດ້ຮັບເຄມີບຳບັດ ຫຼືສາຍແສງແລ້ວ ຫຼືວ່າກຳລັງຈະເສຍຊີວິດຈາກມະເຮັງ ມັນກໍຍັງຊ່ວຍໃຫ້ພວກເຂົາມີຄວາມຮູ້ສຶກໝັ້ນໃຈຫຼາຍຂື້ນ. ຍັງບໍ່ມີວິທີໃດເຫຼົ່ານີ້ທີ່ຖືກຢັ້ງຢືນໃນການປິ່ນປົວມະເຮັງໄດ້ ໃນເມື່ອໃຊ້ແຕ່ວິທີນີ້.

ຢ່າງເປັນເລື່ອງທີ່ໜ້າເສຍດາຍ ບັນດາຜູ້ຄົນຕ່າງໆລວມທັງທ່ານໝໍຜູ້ທີ່ມີຄວາມຫວັງ ຫຼືຄົນທີ່ເປັນມະເຮັງທີ່ມີຄວາມຊີ້ນຫວັງ ແລະ ການຮຽກຮ້ອງໃຫ້ມີການປິ່ນປົວມະເຮັງພິເສດ. ມັນເປັນເລື່ອງທີ່ໜ້າເສົ້າເພາະວ່າການໃຫ້ຄຳໝັ້ນສັນຍາທີ່ຜິດ ເຮັດໃຫ້ຜູ້ຄົນຊີ້ນເປືອງເງິນ ຫຼືໄດ້ຮັບການປິ່ນປົວຊ້າທີ່ຈະຊ່ວຍພວກເຂົາຕື່ມ.



This page was updated: ໑໔ ມີນາ ໒໐໑໘