Hesperian Health Guides

ການເຮັດໜັນ, ການຜ່າຕັດ

ຢູ່ໃນພາກນີ້:

ສະລັບຜູ້ທີ່ບໍ່ຕ້ອງການມີລູກຫຼາຍ ການເຮັດໜັນແມ່ນມີຄວາມປອດໄພ ເຊິ່ງເປັນການຜ່າຕັດທີ່ງ່າຍສຳລັບທັງຜູ້ຍິງ ແລະ ຜູ້ຊາຍ. ໃນຫຼາຍປະເທດການຜ່າຕັດເຮັດໜັນນີ້້ແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍ. ໃຫ້ສອບຖາມຢູ່ທີ່ສູນບໍລິການດ້ານສຸຂະພາບ. ການເຮັດໝັນແມ່ນບໍ່ສາມາດປ້ອງກັນພະຍາດທີ່ຕິດຕໍ່ທາງເພດສາພັນໄດ້.

ສຳລັບຜູ້ຍິງການຜ່າຕັດນີ້ເອີ້ນວ່າການມັດທໍ່ສົ່ງໄຂ. ອີກວິທີໜຶ່ງແມ່ນການປາດນ້ອຍໆຜ່ານທາງດ້ານລຸ່ມຂອງໜ້າທ້ອງບ່ອນທີ່ທໍ່ສົ່ງໄຂຕໍ່ໃສ່ຮັງໄຂ່ (ຮັງໄຂ່ແມ່ນບ່ອນທີ່ໄຂ່ຖືກຜະລິດ) ເຊິ່ງມັນສາມາດຕັດແລ້ວກໍປິດໄວ້. ປົກກະຕິແລ້ວມັນກໍສາມາດເຮັດໄດ້ຢູ່ທີ່ຫ້ອງການຂອງທ່ານໝໍ ຫຼືສູນໃຫ້ບໍ່ລິການດ້ານສຸຂະພາບໂດຍບໍ່ຕ້ອງໄດ້ໃສ່ຢາໃຫ້ຄົນເຈັບນອນ. ການຜ່ານຕັດນີ້ບໍ່ໄດ້ມີຜົນຕໍ່ປະຈຳເດືອນຂອງຜູ້ຍິງ ແລະ ຄວາມສາມາດໃນການຮ່ວມເພດ ແລະ ອາດເຮັດໃຫ້ມີຄວາມຮູ້ສືກກ່ຽວກັບການຮ່ວມເພດດີຂື້ນ ເນື່ອງຈາກວ່າລາວບໍ່ໄດ້ມີຄວາມກັງວົນວ່າຈະຖືພາ.

ສຳລັບຜູ້ຊາຍການຜ່ານຕັດນີ້ເອີ້ນວ່າການຕັດທໍ່ສົ່ງອະສຸຈິ. ມັນກໍສາມາດເຮັດໄດ້ຢູ່ທີ່ຫ້ອງການຂອງທ່ານໝໍ ຫຼືສູນໃຫ້ບໍ່ລິການດ້ານສຸຂະພາບໂດຍບໍ່ຕ້ອງໄດ້ໃສ່ຢາໃຫ້ຄົນເຈັບນອນ. ການຜ່າຕັດນີ້ມີຄວາມປອດໄພ ແລະ ວ່ອງໄວກວ່າການຜ່າຕັດຂອງຜູ້ຍິງ. ແກ່ນອັນທະບໍ່ໄດ້ຖືກຕັດອອກ ແລະ ການຜ່າຕັດນີ້ກໍບໍ່ມີຜົນຕໍ່ຄວາມສາມາດໃນການຮ່ວມເພດ ແລະ ຄວາມຮູ້ສຶກທາງເພດ.

ຮ່າງກາຍຜູ້ຍິງທີ່ສະແດງໃຫ້ເຫັນວ່າໄດ້ເຮັດໝັນແລ້ວ
ປາດນ້ອຍໆຢູ່ບ່ອນນີ້
a man's body showing where sterilization is done.
ປາດນ້ອຍໆຢູ່ບ່ອນນີ້ເຮັດໃຫ້ສາມາດຕັດທໍ່ສົ່ງຈາກແກ່ນອັນທະແລ້ວປິດມັນ.


This page was updated: ໒໘ ກັນຍາ ໒໐໑໘