Hesperian Health Guides

ຄໍເລັດສະເຕີຣອນລ໌ (cholesterol) ແລະຫົວໃຈຂອງເຈົ້າ

ຢູ່ໃນພາກນີ້:

ຄໍເລັດສະເຕີຣອນລ໌ (cholesterol) ເປັນໄຂມັນຊະນິດໜຶ່ງທີ່ຮ່າງກາຍຕ້ອງການໃນການເຮັດວຽກປະຈຳວັນ. ຮ່າງກາຍຂອງເຈົ້າຜະລິດ cholesterol ຈຳນວນໜຶ່ງຂຶ້ນມາ ແລະໄດ້ຮັບເຂົ້າມາຈາກອາຫານທີ່ເຈົ້າກິນ. ແຕ່ຖ້າວ່າ ມີໄຂມັນ cholesterol ຫຼາຍເກີນໄປມັນກໍ່ຈະໄປສະສົມຕາມເສັ້ນເລືອດແດງ, ເຊິ່ງຈະພາໃຫ້ເກີດຄວາມດັນເລືອດສູງ, ຫົວໃຈວາຍ, ແລະເສັ້ນເລືອດສະໝອງຕີບ ຫຼືແຕກ (stroke). ໄຂມັນ cholesterol ພາໃຫ້ເກີດບັນຫາດັ່ງກ່າວເຫຼົ່ານີ້ໄດ້ດ້ວຍການປິດກັ້ນການໄຫຼວຽນຂອງເລືອດ, ພາໃຫ້ເລືອດຈັບຕົວກັນເປັນກ້ອນ ແລະໃຄ່ບວມຂຶ້ນ ເຊິ່ງເປັນອັນຕະລາຍ.

cholesterol ແມ່ນວັດແທກໄດ້ດ້ວຍການກວດເລືອດ. Cholesterol ມີ 2 ຊະນິດຫຼັກ ຄື:

  • LDL cholesterol ຫຼື cholesterol “ບໍ່ດີ” (ຕໍ່ສຸຂະພາບ). ເມື່ອຄົນເຈັບໄດ້ຮັບແຈ້ງມະຕິວ່າພວກເຂົາເຈົ້າມີລະດັບ cholesterol ໃນເລືອດສູງ, ນີ້ໝາຍເຖິງລະດັບ LDL cholesterol ໃນເລືອດສູງເກີນໄປ.
  • HDL cholesterol ຫຼື cholesterol “ດີ” (ຕໍ່ສຸຂະພາບ). HDL cholesterol ປົກປ້ອງເຈົ້າຈາກໂລກຫົວໃຈ, ຫົວໃຈວາຍ, ແລະໂລກເສັ້ນເລືອດສະໝອງຕີບ (ຫຼື ແຕກ) ໂດຍການກຳຈັດ LDL cholesterol ຫຼື cholesterol “ບໍ່ດີ” ນັ້ນອອກຈາກເລືອດຂອງເຈົ້າ.


ມີປັດໄຈຫຼາຍຢ່າງສົ່ງຜົນກະທົບຕໍ່ລະດັບ cholesterol ໃນເລືອດ. ຕົວຢ່າງ, LDL cholesterol ຫຼື cholesterol “ບໍ່ດີ” ມີລະດັບສູງຂຶ້ນເມື່ອຄົນເຮົາອາຍຸແກ່ຂຶ້ນ. LDL cholesterol ໃນເລືອດສູງນີ້ກໍ່ອາດຈະເປັນນຳກຳມະພັນທີ່ຖ່າຍທອດຈາກຄົນຮຸ່ນໜຶ່ງສູ່ຄົນອີກຮຸ່ນໜຶ່ງ. ຕາມທຳມະດາແລ້ວ ເຈົ້າສາມາດລົດລະດັບ LDL cholesterol ຫຼື ຄໍເລັດສະເຕີຣອນຊະນິດບໍ່ດີນີ້ ໄດ້ດ້ວຍການ:

NWTND heart Page 16-1.png
  • ຈຳກັດປະລິມານ ແລະປະເພດໄຂມັນທີ່ເຈົ້າກິນໃຫ້ໜ້ອຍລົງ. ປ່ຽນວິທີການປຸງແຕ່ງອາຫານປະເພດຊີ້ນ ແລະ ຜັກຕ່າງໆ ຈາກການຂົ້ວ ຫຼື ທອດມາເປັນການຕົ້ມ, ປີ້ງ ຫຼືອົບແທນ.
  • ການກິນໝາກໄມ້, ຜັກ, ພືດຕະກຸນຖົ່ວ, ແລະ ເມັດທັນຍາພືດຊະນິດຕ່າງໆໃຫ້ຫຼາຍຂຶ້ນ ກໍ່ສາມາດຊ່ວຍລົດໄຂມັນຄໍເລັດສະເຕີຣອນໄດ້ ເພາະວ່າອາຫານເຫຼົ່ານີ້ມີເສັ້ນໄຍອາຫານທີ່ຮ່າງກາຍຄົນເຮົາສາມາດນຳມາໃຊ້ລົດໄຂມັນຄໍເລັດສະເຕີຣອນຊະນິດບໍ່ດີໄດ້.
  • ໃຫ້ຢູ່ໃນລະດັບທີ່ພໍດີໄດ້. ການມີນຳ້ໜັກຫຼາຍ ຫຼື ຕຸ້ຍຫຼາຍບໍ່ຊ່ວຍລົດ cholesterol ລົງໄດ້.
  • ການອອກກຳລັງກາຍອາດຊ່ວຍປັບລະດັບ cholesterol ໃຫ້ຢູ່ໃນລະດັບທີ່ພໍດີໄດ້. ການນັ່ງຫຼາຍບໍ່ຊ່ວຍຫຍັງໃຫ້ດີຂຶ້ນໄດ້.


ຍ້ອນວ່າ cholesterol ບໍ່ໄດ້ເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍ, ການກວດເລືອດເພື່ອວັດແທກລະດັບ cholesterol (ແຜ່ນກວດໄຂມັນ (lipid panel)) ເຊິ່ງເປັນວິທີທາງດຽວທີ່ຈະຮູ້ໄດ້ວ່າເຈົ້າມີບັນຫາຄໍເລັດສະເຕີຣອນລ໌ ສູງຫຼືບໍ່. ການມີ cholesterol ໃນເລືອດສູງ ອາດຈະເຮັດໃຫ້ຄົນເຈັບໂລກເບົາຫວານມີບັນຫາສຸຂະພາບຫຼາຍຂຶ້ນອີກ.

ລະດັບ cholesterol ໃນເລືອດສູງ ແລະວິທີການປິ່ນປົວ

ລະດັບ cholesterol ໃນເລືອດສູງ ແມ່ນຈະເປັນອັນຕະລາຍຫຼາຍຂຶ້ນ ເມື່ອມັນເກີດຮ່ວມກັບບັນຫາສຸຂະພາບອື່ນໆທີ່ເປັນອັນຕະລາຍຕໍ່ກັບຫົວໃຈ, ເຊັ່ນ: ຄວາມດັນເລືອດສູງ, ມີຄວາມຕຶງຄຽດຫຼາຍໂພດ, ຫຼື ເປັນໂລກເບົາຫວານ. ເຈົ້າກໍ່ສາມາດເຮັດໃຫ້ບັນຫາສຸຂະພາບເຫຼົ່ານີ້ດີຂຶ້ນໄດ້ດ້ວຍ ການກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບ ແລະອອກກຳລັງກາຍໃຫ້ຫຼາຍຂຶ້ນ. ແຕ່ຖ້າວ່າເຈົ້າໄດ້ປ່ຽນແປງສິ່ງເຫຼົ່ານີ້ແລ້ວ, ລະດັບ cholesterol ຂອງເຈົ້າກໍ່ຍັງສູງຢູ່, ເຈົ້າອາດຈຳເປັນຕ້ອງໄດ້ໃຊ້ຢາລົດໄຂມັນ cholesterol. ຢາໃນໝວດ (ຫຼື ກຸ່ມ) statins ເຮັດໃຫ້ຮ່າງກາຍບໍ່ຜະລິດ cholesterol ອອກມາຕື່ມອີກ ແລະພ້ອມນີ້ ພວກມັນກໍ່ເຮັດໜ້າທີ່ກຳຈັດ LDL cholesterol ຫຼື cholesterol ຊະນິດບໍ່ດີອອກຈາກເລືອດ. ຢາລົດໄຂມັນ cholesterol ໃນໝວດຢາ statin ທີ່ໃຊ້ກັນທົ່ວໄປແມ່ນຢາ simvastatin.

ຢາໃນໝວດຢາ statins ກໍ່ຍັງໃຊ້ກັບຄົນເຈັບໂລກເບົາຫວານ ແລະຄົນເຈັບທີ່ເປັນໂລກຫົວໃຈວາຍ ຫຼື ໂລກເສັ້ນເລືອດສະໝອງຕີບ (ຫຼືເສັ້ນເລືອດສະໝອງແຕກ (stroke)). ສຳລັບການໃຊ້ກັບຄົນເຈັບທີ່ມີບັນຫາສຸຂະພາບດັ່ງກ່າວນັ້ນ, ຢາ ໃນໝວດ statins ສາມາດຊ່ວຍປ້ອງກັນບໍ່ໃຫ້ຄົນເຈັບເກີດມີອາການສຸກເສີນທາງຫົວໃຈ.

ເຈົ້າບໍ່ຄວນກິນຢາໃນໝວດ statins ຖ້າເຈົ້າຖືພາ ຫຼື ຄິດວ່າຈະຖືພາໃນເວລາອີກບໍ່ດົນ ເພາະຢາໃນໝວດ statins ນີ້ເປັນອັນຕະລາຍຕໍ່ເດັກໃນທ້ອງ.



This page was updated: ໐໙ ພຶດສະພາ ໒໐໑໙