Hesperian Health Guides

ຊ່ວຍໃຫ້​ເລືອດ​ຢຸດ​ໃນ​ເວລາ​ເກີດ​ລູກ​ໃໝ່

ແອນ້ອຍ​ເກີດ​ໃໝ່ ​ແລະ ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່: ຢາ​ຕ່າງໆ

ວິຕາ​ມີນ​ເຄ (K), ຟີ​ໂທ​​ເມ​ນາ​ດີ​ອອນ (phytomenadione), ຟີ​ໂທ​​ນາ​ດີ​ອອນ (phytonadione)


ຮ່າງກາຍນຳໃຊ້ວິຕາມີນເຄເພື່ອເຮັດໃຫ້ເລືອດກ້າມ ແລະເຮັດໃຫ້ເລືອດຢຸດໄຫຼ. ແຕ່ວ່າເດັກທີ່ຫາກໍ່ເກີດແມ່ນບໍ່ມີວິຕາມິນເຄຫຼາຍເທື່ອ, ສະນັ້ນຖ້າວ່າບາງຄັ້ງເມື່ອເຂົາມີເລືອດໄຫຼອອກແມ່ນຍາກທີ່ຈະສາມາດຄວບຄຸມໄດ້. ຖ້າວ່າເດັກທີ່ຫາກໍ່ເກີດເລືອດອອກຈາກພາກສ່ວນຕ່າງໆຂອງຮ່າງກາຍ ເຊັ່ນ: ປາກ, ສາຍບື ແລະຮູກົ້ນ, ທ່ານສາມາດເອົາຢາວິຕາມິນເຄໃຫ້ເດັກເພື່ອເປັນການປ້ອງກັນບໍ່ໃຫ້ເລືອດໄຫຼອອກຫຼາຍເກີນໄປ. ທ່ານຍັງສາມາດໃຫ້ເດັກທີ່ເກີດມາກ່ອນກໍານົດ ຫຼືມີນໍ້າໜັກຕໍ່າກວ່າ 2 ກລ ເພື່ອເປັນການປ້ອງກັນການທີ່ເລືອດອອກເພາະວ່າເດັກເຫຼົ່ານີ້ມີຄວາມສ່ຽງສູງທີ່ຈະມີເລືອດອອກ.

ວິຕາມິນເຄບໍ່ສາມາດຢຸດເລືອດໃນເດັກທີ່ໃຫຍ່ແດ່ແລ້ວ ຫຼືໃນຜູ່ໃຫຍ່ໄດ້.

ວິທີການນໍາໃຊ້NBgrninject.png

ສັກຢາວິຕາມິນເຄ 1 ມກ (ໜຶ່ງຫຼອດທີ່ມີຂະໜາດບັນຈຸວິຕາມິນເຄ 1 ມກ, ຫຼື ½ ຂອງຫຼອດທີ່ມີຂະໜາດບັນຈຸວິຕາມິນເຄ 2 ມກ) ໃສ່ຂາໂຕ້ຂອງເດັກພາຍໃນ 2 ຊົ່ວໂມງຫຼັງຈາກເກີດ.

ຈົ່ງຢ່າສັກຫຼາຍກວ່ານີ້, ມັນບໍ່ສາມາດຊ່ວຍຫຍັງ ແລະມັນຍັງຈະເປັນອັນຕະລາຍອີກ.