Hesperian Health Guides

ຮອບປະຈຳເດືອນຂອງແມ່ຍິງ

ຢູ່ໃນພາກນີ້:

ແມ່ຍິງໃນຊ່ວງໄວຈະເລີນພັນຈະເປັນປະຈຳເດືອນໆລະໜຶ່ງຄັ້ງ, ເມື່ອເວລາແມ່ຍິງເປັນປະຈຳເດືອນຈະມີເລືອດໄຫຼອອກຈາກຮ່າງກາຍຜ່ານທາງຊ່ອງຄອດເປັນເວລາສອງສາມມື້. ເຊິ່ງຂະບວນການເສຍເລືອດນີ້ເອີ້ນວ່າການເປັນປະຈຳເດືອນ, ຫຼືໄລຍະປະຈຳເດືອນ. ຍ້ອນວ່າມັນມີລັກສະນະຮູບແບບເຊັ່ນດຽວກັນເກີດຂຶ້ນໃນແຕ່ລະເດືອນ, ສະນັ້ນຈຶ່ງເອີ້ນວ່າຮອບປະຈຳເດືອນ. ແມ່ຍິງສ່ວນຫຼາຍແມ່ນຈະເປັນປະຈຳເດືອນໃນທຸກໆ 28 ວັນ. ແຕ່ວ່າແມ່ຍິງບາງຄົນກໍ່ເປັນປະຈຳເດືອນໃນທຸກໆ 20 ວັນຫຼືບາງຄົນທີ່ບໍ່ຄ່ອຍເປັນເລື້ອຍແມ່ນເປັນປະຈຳເດືອນໃນທຸກໆ 45 ວັນ.

NWTND wmc Page 1-1.png
ຮັງໄຂ່ຂອງແມ່ຍິງແຕ່ລະຄົນຜະລິດໄຂ່ອອກມາເດືອນລະຄັ້ງ. ຖ້າໄຂ່ຖືກປະຕິສົນທິລາວອາດຈະຖືພາໄດ້. ຖ້າບໍ່ມີການປະຕິສົນທິ, ລາວກໍ່ຈະເປັນປະຈຳເດືອນຕາມປົກກະຕິ.
ມົດລູກ
ຮັງໄຂ່
ຊ່ອງຄອດ

ການເປັນປະຈຳເດືອນແມ່ນເປັນສິ່ງທຳມະດາສຳລັບຊີວິດຂອງແມ່ຍິງຄົນໜຶ່ງ. ການໄດ້ຮູ້ກ່ຽວກັບວ່າຮອບປະຈຳເດືອນມີຜົນກະທົບແນວໃດຕໍ່ຮ່າງກາຍແລະວິຖີການປ່ຽນແປງຂອງປະຈຳເດືອນໃນຊ່ວງເວລາຊີວິດຂອງແມ່ຍິງຜູ້ໜຶ່ງນັ້ນ ສາມາດຊ່ວຍໃຫ້ເຈົ້າໄດ້ຮູ້ວ່າເມື່ອໃດເຈົ້າກຳລັງຖືພາ, ແລະມັນສາມາດຊ່ວຍໃຫ້ເຈົ້າຕິດຕາມແລະປ້ອງກັນບັນຫາສຸຂະພາບຕ່າງໆທີ່ອາດຈະເກີດຂຶ້ນໄດ້. ຍິ່ງໄປກວ່ານັ້ນການທີ່ທັງຝ່າຍຍິງແລະຊາຍຮັບຮູ້ແລະເຂົ້າໃຈຫຼາຍຂຶ້ນກ່ຽວກັບຮອບປະຈຳເດືອນນັ້ນມັນສາມາດເຮັດໃຫ້ບັນດາວິທີການວາງແຜນຄອບຄົວຕ່າງໆໄດ້ຮັບຜົນດີທີ່ສຸດ(ເບິ່ງລາຍລະອຽດໃນບົດ: ການວາງແຜນຄອບຄົວ).

ຮໍໂມນແລະຮອບປະຈໍາເດືອນ

ຮໍໂມນແອດສໂຕຼເຈັນ (estrogen) ຫຼືຮໍໂມນເພດຍິງແລະຮໍໂມນໂປຼແຈັດສເຕີຣອນ (progesterone) ໃນຮ່າງກາຍແມ່ຍິງສ່ວນໃຫຍ່ແມ່ນຜະລິດຢູ່ໃນຮັງໄຂ່ແລະປະລິມານຮໍໂມນແຕ່ລະຊະນິດນັ້ນມີການປ່ຽນແປງໄປຕາມຊ່ວງເວລາຂອງຮອບປະຈໍາເດືອນ. ໃນເຄິ່ງທໍາອິດຂອງຮອບປະຈຳເດືອນແມ່ນເປັນຊ່ວງທີ່ຮັງໄຂ່ຜະລິດຮໍໂມນແອດສໂຕຼເຈັນ (estrogen) ອອກມາເປັນສ່ວນໃຫຍ່, ເຊິ່ງພາໃຫ້ຝາຜະໜັງຊັ້ນໃນຂອງມົດລູກໜາຂຶ້ນດ້ວຍເລືອດແລະເນື້ອເຍື້ອ. ຝາຜະໜັງຂອງມົດລູກທີ່ໜາຂຶ້ນນັ້ນແມ່ນເພື່ອເປັນບ່ອນຮອງຮັບການເຕີບໂຕຂອງເດັກຄັນຫາກວ່າແມ່ຍິງຜູ້ນັ້ນເກີດຖືພາໃນຊ່ວງເດືອນດັ່ງກ່າວນັ້ນ. ເມື່ອຜະໜັງມົດລູກພ້ອມແລ້ວຮັງໄຂ່ກໍ່ຈະປ່ອຍໄຂ່ອອກມາເຊິ່ງການປ່ອຍໄຂ່ອອກມານີ້ເອີ້ນວ່າການຕົກໄຂ່.ຫຼັງຈາກນັ້ນໄຂ່ກໍ່ຈະເຄື່ອນລົງມາຕາມທໍ່ສົ່ງໄຂ່ໄປຫາມົດລູກ. ໃນເວລານີ້ຫາກໄຂ່ທີ່ຕົກລົງມານັ້ນໄດ້ປະຕິສົນທິແລ້ວລາວກໍຈະສາມາດຖືພາໄດ້. ຖ້າວ່າແມ່ຍິງຜູ້ນີ້ມີເພດສໍາພັນກ່ອນໜ້າເວລາໄຂ່ຕົກນັ້ນບໍ່ດົນ, ເຊື້ອອະສຸຈິຂອງຜູ້ຊາຍອາດຈະເຂົ້າປະສົມກັບໄຂ່ຂອງລາວໄດ້. ເຊິ່ງຂະບວນການນີ້ເອີ້ນວ່າການປະຕິສົນທິ.

ໃນຊ່ວງໄລຍະ 14 ມື້ສຸດທ້າຍຂອງຮອບປະຈຳເດືອນ, ຮ່າງກາຍຂອງແມ່ຍິງກໍ່ຍັງຜະລິດຮໍໂມນໂປຼແຈັດເຕີຣອນ (progesterone) ນຳເຊັ່ນກັນ. ຮໍໂມນໂປຼແຈັດເຕີຣອນພາໃຫ້ຜະໜັງຊັ້ນໃນມົດລູກມີຄວາມພ້ອມເພື່ອຮອງຮັບການຖືພາເຊັ່ນກັນ. ໃນຮອບປະຈຳເດືອນສ່ວນຫຼວງຫຼາຍໄຂ່ທີ່ຕົກມາແມ່ນບໍ່ໄດ້ມີການປະຕິສົນທິ, ສະນັ້ນຜະໜັງຊັ້ນໃນຂອງມົດລູກທີ່ກຽມເພື່ອຮອງຮັບການຖືພານັ້ນກໍ່ບໍ່ໄດ້ໃຊ້ແລະເມື່ອຮັງໄຂ່ຢຸດການຜະລິດຮໍໂມນແອດສໂຕຼເຈັນແລະໂປຼແຈັດເຕີຣອນພາຍຫຼັງໄຂ່ຕົກແລ້ວຜະໜັງຊັ້ນໃນມົດລູກກໍ່ເລີ່ມສະຫຼາຍຕົວໄປກາຍເປັນເລືອດປະຈຳເດືອນໄຫຼອອກມາທາງຊ່ອງຄອດຂອງແມ່ຍິງ. ນີ້ສະແດງໃຫ້ເຫັນເຖິງການເລີ່ມຕົ້ນຂອງປະຈຳເດືອນໃນຮອບໃໝ່. ພາຍຫຼັງເລືອດປະຈຳເດືອນອອກໄປແລ້ວ, ຮັງໄຂ່ຈະເລີ່ມຜະລິດຮໍໂມນແອດສໂຕຼເຈັນ (estrogen) ອອກມາຫຼາຍຂຶ້ນຄືກັນກັບໃນຮອບປະຈຳເດືອນທີ່ເຄີຍເປັນຜ່ານມາ ແລະຜະໜັງໃນມົດລູກກໍ່ເລີ່ມຂະຫຍາຍໂຕຂຶ້ນເຊັ່ນກັນ.

ຮອບປະຈຳເດືອນ
four drawings that show the changes in a woman's reproductive parts during the monthly cycle
ເດືອນນັ້ນແມ່ນເວລາທີ່ຜະໜັງຊັ້ນໃນມົດລູກສະຫຼາຍຕົວອອກມາ
ເລືອດ
ຫຼັງຈາກຫາກໍ່ເປັນປະຈຳເດືອນ
ທໍ່ສົ່ງໄຂ່
ຮັງໄຂ່
ຜະໜັງຊັ້ນໃນຂອງມົດລູກ
ມົດລູກ
ຊ່ອງຄອດ
ເມື່ອໄຂ່ຖືກປ່ອຍອອກຈາກຮັງໄຂ່ (ການຕົກໄຂ່)
ຜະໜັງມົດລູກໜາຂຶ້ນ
ໄຂ່
ໃນເວລາ 5 ມື້ຫຼັງຈາກໄຂ່ຕົກ, ຜະໜັງມົດລູກແມ່ນໜາຂຶ້ນຫຼາຍກວ່າເກົ່າ
ສຳລັບແມ່ຍິງສ່ວນຫຼາຍຮອບປະຈຳເດືອນແມ່ນໃຊ້ເວລາປະມານ 28 ວັນ - ຄືກັນກັບຮອບວຽນຂອງດວງຈັນ


This page was updated: ໒໐ ມີນາ ໒໐໒໔