Hesperian Health Guides

ການວາງແຜນຄອບຄົວ

ຢູ່ໃນພາກນີ້:


ບົດນີ້ແມ່ນເວົ້າເຖິງວິທີການປ້ອງກັນການຖືພາ ຫຼືກະເວລາໃນການຖືພາແຕ່ລະຄັ້ງ. ວິທີການທັງໜົດ ທີ່ໄດ້ອະທິບາຍ ຢູ່ໃນບົດນີ້ ເປັນວິທີການທີ່ຜູ້ຄົນທົ່ວໂລກໃຊ້ໄດ້ຢ່າງປອດໄພດີ.


ເປັນຫຍັງຈຶ່ງຕ້ອງມີການວາງແຜນຄອບຄົວ?

NWTND FP Page 1-1.png

ມີຫຼາຍວິທີການທີ່ປອດໄພ, ມີປະສິດທິພາບ ໃນການປ້ອງກັນການຖືພາ, ຫຼື ຊ່ວຍໃຫ້ເຈົ້າເລືອກເວລາ ທີ່ເໝາະສົມ ໃນການ ມີລູກ ແລະ ຈະເອົາລູກຈັກຄົນ. ເຈົ້າສາມາດຂໍຄຳແນະນຳ ກ່ຽວກັບວິທີການວາງແຜນຄອບຄົວ ໄດ້ຈາກບຸກຂະລາກອນ ສາທາລະນະສຸກ ຫຼື ຄຼີນິກ, ເຊິ່ງກໍ່ມີຫຼາຍວິທີການ ລວມທັງແບບທີ່ເສຍຄ່າໃຊ້ຈ່າຍຖືກ ຫຼື ແບບບໍ່ເສຍຄ່າກໍ່ມີ.

ການວາງແຜນຄອບຄົວນີ້ ກໍ່ມີຊື່ເອີ້ນອີກຢ່າງໜຶ່ງວ່າ: ການຄຸມກຳເນີດ. ບໍ່ວ່າເຮົາຈະເອີ້ນມັນວ່າແນວໃດກໍ່ຕາມ, ການວາງ ແຜນຄອບຄົວ ຫຼື ການຄຸມກຳເນີດນີ້ ແມ່ນມີຜົນດີຫຼາຍຢ່າງ ເຊັ່ນ:

  • ການເອົາລູກໜ້ອຍຄົນ ແມ່ນມີຜົນດີເຮັດໃຫ້ສຸຂະພາບຮ່າງກາຍ ຂອງຜູ້ເປັນແມ່ແຂງແຮງດີຫຼາຍກວ່າ ການມີລູກຫຼາຍ ຄົນ. ດ້ວຍການນຳໃຊ້ວິທີການວາງແຜນຄອບຄົວນີ້, ເຈົ້າສາມາດຕັດສິນໃຈໄດ້ວ່າ ເມື່ອໃດທີ່ຮ່າງກາຍຂອງເຈົ້າ ມີສຸ ຂະພາບແຂງແຮງດີພ້ອມທີ່ຈະຖືພາໄດ້.
  • ການລໍຖ້າເວລາທີ່ເໝາະສົມເພື່ອມີລູກ ແລະ ການມີໄລຍະຮ່າງເວລາລະຫວ່າງການມີລູກແຕ່ລະຄົນ ແມ່ນສາມາດ ຊ່ວຍເຮັດໃຫ້ເຈົ້າສ້າງຄວາມໝັ້ນຄົງໃຫ້ກັບຊີວິດຂອງລູກໆທີ່ຈະເກີດ, ແລະມັນກໍ່ຍັງເຮັດໃຫ້ເຈົ້າມີເວລາ, ກຳລັງກາຍ ແລະ ເງິນຄຳຫຼາຍຂຶ້ນ ເພື່ອໃຊ້ໃນການລ້ຽງດູລູກໆຂອງເຈົ້າທີ່ໄດ້ເກີດມາແລ້ວນັ້ນ.
  • ການຕັດສິນໃຈໄດ້ວ່າ ຈະມີລູກ ແລະ ຈະມີເມື່ອໃດ - ໂດຍບໍ່ຕ້ອງໃຫ້ຄົນອື່ນມາບອກວ່າ ເຈົ້າຄວນມີ ຫຼື ບໍ່ຄວນມີ - ນັ້ນເຮັດໃຫ້ເຈົ້າເປັນເຈົ້າຂອງຊີວິດຂອງຕົນເອງຫຼາຍຂຶ້ນ.
  • ຖ້າວ່າເຈົ້າ ຫຼື ຄູ່ຊີວິດຂອງເຈົ້າ ບໍ່ຕ້ອງການ ຫຼື ບໍ່ພ້ອມທີ່ຈະມີລູກ, ເຈົ້າກໍ່ຍັງສາມາດ ມີເພດສຳພັນໄດ້ ຕາມປົກກະຕິ ໂດຍບໍ່ຕ້ອງເປັນຫ່ວງວ່າຈະຖືພາ.
  • ການວາງແຜນຄອບຄົວ ຊ່ວຍໃຫ້ແມ່ຍິງຫຼີກເວັ້ນຈາກການເອົາລູກອອກແບບບໍ່ປອດໄພ, ເຊິ່ງເປັນສາເຫດທີ່ພາໃຫ້ ແມ່ຍິງເປັນຈຳນວນຫຼາຍພັນຄົນເສຍຊີວິດໃນແຕ່ລະປີ.


ການເວົ້າກ່ຽວກັບ ການວາງແຜນຄອບຄົວ, ການມີເພດສຳພັນ, ການຖືພາ — ບາງຄັ້ງມັນກໍ່ເປັນເລື່ອງທີ່ຍາກ. ໃນປຶ້ມ ຂອງ ອົງການເຮັດສະປີຣຽນ (Hesperian) “ກິດຈະກໍາ ເພື່ອສຸຂະພາບແມ່ຍິງ” ໄດ້ແນະນຳ ຫຼາຍວິທີທາງ ເພື່ອໃຫ້ທັງ ຍິງຊາຍ ຫັນໜ້າມາລົມກັນກ່ຽວກັບການວາງແຜນຄອບຄົວ ແລະ ບັນຫາສຸຂະພາບຕ່າງໆຂອງແມ່ຍິງ.

ຜູ້ຄົນຈຳນວນໜຶ່ງຕ້ອງການມີລູກຫຼາຍຄົນ ເພາະເຫດຜົນທີ່ວ່າແມ່ນຍ້ອນຢາກໃຫ້ບັນດາລູກໆຈະຊ່ວຍເຮັດວຽກ ແລະ ດູແລ ພໍ່ແມ່ ໃນເວລາ ເຖົ້າແກ່ຊະລາ. ນີ້ແມ່ນຄວາມຈິງທີ່ສຸດ ໂດຍສະເພາະຢູ່ໃນບ່ອນທີ່ຜູ້ຄົນບໍ່ມີການແບ່ງ ສັນປັນສ່ວນ ຊັບພະຍາກອນຕ່າງໆທີ່ມີຢ່າງເປັນທຳ ແລະ ມັນເປັນເຫດຜົນທີ່ມັກພາໃຫ້ເດັກນ້ອຍເສຍຊີວິດ ເມື່ອຍັງເຍົາໄວຢູ່.

family with 8 children wearing ragged clothes.
well dressed family with 2 children.

ສະຖານະການແມ່ນມີຄວາມແຕກຕ່າງກັນໃນບັນດາປະເທດທີ່ມີການແບ່ງສັນປັນສ່ວນຊັບພະຍາກອນ ແລະ ສິດ ຜົນປະໂຫຍດຕ່າງໆຢ່າງຍຸດຕິທຳ. ຕາມປົກກະຕິແລ້ວໃນບັນດາປະເທດທີ່ມີວຽກເຮັດງານທຳ, ທີ່ຢູ່ອາໃສ ແລະ ລະບົບ ສາທາລະນະສຸກ, ແລະ ເພດຍິງມີໂອກາດຢ່າງເທົ່າທຽມໃນການໄດ້ຮັບການສຶກສາ, ມີວຽກເຮັດງານທຳ ແລະ ມີສິດທິ ເປັນເຈົ້າຕົນເອງນັ້ນ, ປະຊາຊົນແມ່ນເລືອກທີ່ຈະມີຄອບຄົວຂະໜາດນ້ອຍ. ເຫດຜົນ ສ່ວນໜຶ່ງ ກໍ່ ເພາະວ່າ ພວກເຂົາ ບໍ່ໄດ້ເພິ່ງພາອາໃສລູກເຕົ້າເພື່ອສ້າງ ເສດຖະກິດຂອງຄອບຄົວໃຫ້ໝັ້ນຄົງ, ແລະ ພວກເຂົາ ກໍ່ມີຄວາມເຊື່ອໝັ້ນ ຫຼາຍຂຶ້ນ ວ່າລູກຂອງພວກເຂົາທີ່ມີຈະມີສຸຂະພາບແຂງແຮງດີ ແລະສາມາດມີຊີວິດລອດໄດ້.

ຜູ້ຄົນນຳໃຊ້ການວາງແຜນຄອບຄົວກໍ່ຕໍ່ເມື່ອ:

  • ມັນເປັນວິທີທີ່ພວກເຂົາມີຄວາມສາມາດຈ່າຍໄດ້ ຫຼືບໍ່ໄດ້ເສຍຄ່າໃຊ້ຈ່າຍຫຍັງ.
  • ການວາງແຜນຄອບຄົວແມ່ນມີຫຼາກຫຼາຍວິທີແຕກຕ່າງກັນ, ສະນັ້ນ ຜູ້ຄົນສາມາດເລືອກໃຊ້ວິທີການ ທີ່ໄດ້ຜົນ ດີທີ່ສຸດ ສຳລັບພວກເຂົາ.
  • ບໍ່ມີການບັງຄັບ ຫຼື ຕົວະຍົວະໃຫ້ນຳໃຊ້ການວາງແຜນຄອບຄົວ.
  • ຝ່າຍຊາຍເຂົ້າໃຈ ແລະເຊື່ອໝັ້ນໃນຜົນດີຂອງການວາງແຜນຄອບຄົວ, ແລະເປີດໃຈຮັບຟັງ ຄວາມຕ້ອງການ ຂອງຝ່າຍຍິງ.
  • ທຸກຄົນ - ບໍ່ວ່າຈະເປັນຜູ້ໜຸ່ມ ຫຼື ຜູ້ມີອາຍຸ, ຜູ້ທີ່ມີຄອບຄົວ ຫຼື ຜູ້ທີ່ບໍ່ມີຄອບຄົວ, ແລະຜູ້ທີ່ມີຄວາມພິການ - ສາມາດ ນຳໃຊ້ການວາງແຜນຄອບຄົວໄດ້ຢ່າງງ່າຍດາຍ.

ການວາງແຜນຄອບຄົວແມ່ນເພື່ອໃຜ?

a man and a woman in wheelchairs embracing.
ການວາງແຜນຄອບຄົວແມ່ນສຳລັບຜູ້ໃດກໍ່ຕາມທີ່ອາດມີໂອກາດຖືພາໄດ້ - ແຕ່ຍັງບໍ່ທັນຢາກຈະມີລູກໃນຕອນນີ້.

ຜູ້ຄົນບາງສ່ວນຄິດວ່າການວາງແຜນຄອບຄົວແມ່ນສຳລັບແມ່ຍິງທີ່ແຕ່ງງານແລ້ວເທົ່ານັ້ນ. ແຕ່ວ່າທັງຄົນທີ່ແຕ່ງງານ ແລະຍັງບໍ່ ທັນແຕ່ງງານຕ່າງກໍ່ມີເພດສຳພັນ ແລະແມ່ຍິງຫຼາຍຄົນກໍ່ຢາກຈະມີເພດສຳພັນ ໄດ້ໂດຍປາສະຈາກ ຄວາມວິຕົກກັງວົນຢ້ານວ່າຈະມີລູກ. ນອກຈາກນັ້ນ, ແມ່ຍິງກໍ່ບໍ່ຄ່ອຍຈະມີທາງອື່ນໃຫ້ເລືອກຫຼາຍປານໃດ ໃນການ ມີເພດສຳພັນ. ເຊິ່ງແມ່ຍິງບາງຄົນກໍ່ຖືກກົດດັນ ແລະບາງຄົນກໍ່ຖືກບັງຄັບໂດຍໃຊ້ຄວາມຮຸນແຮງເພື່ອໃຫ້ຮ່ວມເພດ. ຖ້າປາດສະຈາກການວາງແຜນຄອບຄົວ ຫຼື ການຄຸມກຳເນີດແລ້ວແມ່ຍິງຜູ້ໃດກໍ່ຕາມ - ບໍ່ວ່າຈະແຕ່ງງານ ຫຼືຍັງບໍ່ທັນ ແຕ່ງງານ, ຄົນໜຸ່ມ ຫຼືແກ່ - ກໍ່ລ້ວນແລ້ວແຕ່ ສາມາດທີ່ຈະຖືພາໄດ້. ໃນຖານະທີ່ເປັນພະນັກງານສາທາລະນະສຸກຜູ້ໜຶ່ງ, ການແບ່ງປັນສິ່ງທີ່ເຈົ້າຮູ້ກ່ຽວກັບການວາງແຜນຄອບຄົວ ໃຫ້ກັບແມ່ຍິງທຸກໆຄົນໄດ້ຮູ້ນັ້ນເປັນສິ່ງທີ່ສຳຄັນ.

ນອກນັ້ນ ເຈົ້າກໍ່ຍັງຕ້ອງໄດ້ຊອກຫາວິທີທາງທີ່ຈະບອກເລົ່າ ຫຼືແບ່ງປັນສິ່ງທີ່ເຈົ້າຮູ້ກ່ຽວກັບ ການວາງແຜນຄອບຄົວ ໃຫ້ກັບຜູ້ຊາຍໄດ້ເຂົ້າໃຈນຳ. ວິທີການບາງຢ່າງເຊັ່ນ: ການໃຊ້ຖົງຢາງອະນາໄມ, ເຊິ່ງມັນກໍ່ຕ້ອງໃຫ້ຜູ້ຊາຍ ປະຕິບັດນຳ ແລະ ຜູ້ຊາຍກໍ່ມັກຄາດຫວັງຢາກສະແດງຂໍ້ຄິດເຫັນກ່ຽວກັບວິທີການວາງແຜນຄອບຄົວທີ່ຜູ້ຍິງນຳໃຊ້ນັ້ນ. ການຊ່ວຍໃຫ້ຜູ້ຊາຍ ເຂົ້າໃຈເຖິງຜົນດີຂອງການວາງແຜນຄອບຄົວ ສາມາດຊ່ວຍໃຫ້ພວກເຂົາເຈົ້າຂ້າມຜ່ານ ຄວາມວິຕົກກັງວົນໃຈ ທີ່ມີກ່ຽວກັບການວາງແຜນຄອບຄົວ ແລະຊ່ວຍໃຫ້ພວກເຂົາເຈົ້າ ເຂົ້າໃຈໄດ້ເຖິງຜົນປະໂຫຍດໂດຍກົງຂອງມັນ ທີ່ມີຕໍ່ພວກເຂົາເຈົ້າເຊັ່ນກັນ.

a man holding a condom from a package while talking to 3 men.

ການຄວາມຮູ້ຜູ້ຊາຍໃຫ້ເຂົ້າກ່ຽວກັບການວາງແຜນຄອບຄົວກໍ່ຍັງເຮັດໃຫ້ມັນງ່າຍຂຶ້ນສຳລັບແມ່ຍິງເພື່ອລົມກັບຜົວ ຫຼືຄູ່ຂອງຕົນ ກ່ຽວກັບການວາງແຜນຄອບຄົວ, ແລະເປັນການງ່າຍສຳລັບພວກເຂົາທັງສອງ ໃນການຕັດສິນໃຈຮ່ວມກັນ ວ່າຈະນຳໃຊ້ວິທີການວາງແຜນຄອບຄົວແບບໃດດີ. ພາຍຫຼັງທີ່ໄດ້ຮັບຮູ້ເຖິງຂໍ້ດີຂອງການວາງແຜນຄອບຄົວແລ້ວ ຖ້າວ່າ ຜູ້ຊາຍ ຍັງບໍ່ຕ້ອງການ ທີ່ນຳໃຊ້ມັນ, ທາງຜູ້ຍິງກໍ່ຈຳເປັນຕ້ອງໄດ້ຕັດສິນໃຈເອງ ຖ້າຈັ່ງໃດລາວກໍ່ຍັງຢາກໃຊ້ ວິທີການ ວາງແຜນຄອບຄົວຢູ່. ມັນກໍ່ມີວິທີການວາງແຜນຄອບຄົວຢູ່ຫຼາຍວິທີທີ່ຜູ້ຍິງສາມາດນຳໃຊ້ໄດ້ໂດຍທີ່ຜູ້ຊາຍບໍ່ຮູ້.

ສອນໃຫ້ຮູ້ ແລະ ເຂົ້າໃຈວ່າການວາງແຜນຄອບຄົວແມ່ນເຮັດແບບໃດ ແລະ ຜົນຂອງມັນມີຄືແນວໃດ

ໃຫ້ອະທິບາຍວິທີ ແລະຂັ້ນຕອນການປະຕິບັດຂອງແຕ່ລະວິທີການວາງແຜນຄອບຄົວຢ່າງຖືກຕ້ອງ ແລະ ກໍ່ໃຫ້ບອກໃຫ້ ເຂົາເຈົ້າຮູ້ ເຖິງຜົນຂ້າງຄຽງຂອງມັນຕາມຄວາມເປັນຈິງ. ເຫດຜົນຫຼັກສຳຄັນອັນໜຶ່ງ ທີ່ຜູ້ຍິງຢຸດໃຊ້ການວາງແຜນຄອບຄົວ ກໍ່ຍ້ອນຜົນຂ້າງຄຽງທີ່ບໍ່ເປັນທີ່ປາດຖະໜາຂອງມັນນັ້ນ. ແຕ່ຖ້າຫາກ ລາວຮູ້ວ່າຜົນຂ້າງຄຽງຂອງການວາງແຜນຄອບຄົວນັ້ັນ ມີຄືແນວໃດແດ່ແລ້ວ ລາວອາດຈະຢາກສືບຕໍ່ໃຊ້ວິທີການວາງແຜນຄອບຄົວນັ້ນຕໍ່ໄປຈົນກວ່າຜົນຂ້າງຄຽງນັ້ນຈະຫຼຸດລົງ.

ການຊ່ວຍເຫຼືອຄົນໜຸ່ມສາວ (ໃຫ້ຮູ້ກ່ຽວກັບການວາງແຜນຄອບຄົວ)

ຄົນໜຸ່ມສາວອາດຈະເລີ່ມ ມີຄວາມຮັກ ຫຼື ມີເພດສຳພັນກັນກ່ອນທີ່ ພວກເຂົາເຈົ້າ ໄດ້ຮຽນຮູ້ກ່ຽວກັບວິທີ ການປ້ອງ ກັນ ການຖືພາ. ຊຸມຊົນຕ່າງໆສາມາດຊ່ວຍຄົນໜຸ່ມສາວເຫຼົ່ານີ້ ໃຫ້ເຂົ້າເຖິງຂໍ້ມູນທີ່ຈຳເປັນກ່ຽວກັບ ການວາງແຜນ ຄອບຄົວ ທີ່ເຂົາເຈົ້າຕ້ອງການ ເພື່ອການຕັດສິນໃຈທີ່ຖືກຕ້ອງ. ໂຮງຮຽນຕ່າງໆກໍ່ສາມາດຈັດການສອນນັກຮຽນ ໃນເລື່ອງສຸຂະສຶກສາ ເຊິ່ງເນື້ອໃນບົດຮຽນກໍ່ລວມມີການປ້ອງກັນການຖືພານຳ; ກໍ່ສາມາດຝຶກໄວໜຸ່ມ ຜູ້ອ່າວມີອາຍຸ ແດ່ ໃຫ້ເປັນນັກສຸຂະສຶກສາ, ແລະຈັດຕາຕະລາງເວລາຕາມຄຼີນິກ ແລະບ່ອນອື່ນໆ ໄວ້ສະເພາະສຳລັບ ໃຫ້ຄຳແນະນຳ ແລະວິທີການ ໃນການປ້ອງກັນ ການມີລູກແກ່ໄວໜຸ່ມ.


This page was updated: ໒໐ ມີນາ ໒໐໒໔