Hesperian Health Guides

ເດັກເກີດໃໝ່ ແລະ ການລ້ຽງລູກດ້ວຍນົມແມ່

ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ​​ແອນ້ອຍ​ເກີດ​ໃໝ່ ​ແລະ ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່

ຢູ່ໃນພາກນີ້:

ການດູແລເດັກຫຼັງເກີດ


ໃນຊົ່ວໂມງທໍາອິດຫຼັງຈາກເກີດ ສິ່ງທຳມະດາທີ່ທ່ານເຮັດແມ່ນຈະສາມາດຊ່ວຍໃຫ້ເດັກສາມາດມີຊີວິດລອດ ແລະມີສຸຂະພາບດີໃນໄລຍະຍາວ:

  1. ຕ້ອງແນ່ໃຈວ່າເດັກຫາຍໃຈໄດ້ດີ.
  2. ຮັກສາໃຫ້ເດັກອົບອຸ່ນ ແລະເຊັດໂຕໃຫ້ແຫ້ງ, ໃຫ້ຜິວໜັງສໍາຜັດກັບຜິວໜັງຂອງແມ່.
  3. ຊ່ວຍໃຫ້ເດັກເລີ່ມດູດນົມແມ່.

ເດັກກຳລັງຫາຍໃຈໄດ້ດີບໍ?

ເມື່ອເດັກນ້ອຍເກີດມາເຮົາເຮັດເຊັດໂຕເດັກໃຫ້ແຫ້ງ ແລະເອົາໄປວາງໃສ່ເອິກຂອງຜູ້ເປັນແມ່, ຕ້ອງກວດເບິ່ງວ່າເດັກຫາຍໃຈໄດ້ດີບໍ. ເມື່ອທ່ານສາມາດປະຕິບັດໄດ້ທັນການ, ທ່ານສາມາດຊ່ວຍໃຫ້ເດັກທີ່ບໍ່ຫາຍໃຈລອດຊີວິດໄດ້.

NWTND Newb Page 1-1.png
ແຂນ ແລະ ຂາແຂງແຮງ
ສີຜີວປົກກະຕິດີ

ຫາຍໃຈ, ຫຼື ໄຫ້ໄດ້ດີ
NWTND Newb Page 1-2.png
ອ່ອນ, ອ່ອນແຫຼວ
ສີແດງຊໍ້າ ຫຼື ສີມ້ວງ, ຫຼື ກາຍເປັນສີຟ້າ, ສີຈືດ, ຫຼືສີເຖົ່າ

ມີບັນຫາກັບການຫາຍໃຈ, ຫຼືບໍ່ຫາຍໃຈ ຫຼືບໍ່ໄຫ້
ເດັກຄົນນີ້ເບິ່ງຄືສຸຂະພາບດີ ເດັກຜູ້ນີ້ແມ່ນຕ້ອງການຄວາມຊ່ວຍເຫຼືອຢ່າງໄວວາ.

ຖ້າເດັກມີຕົນຕົວອ່ອນ, ມີສີຟ້າ, ຫຼືບໍ່ຫາຍໃຈ

ຢ່າຕີເດັກ.

  1. ທໍາຄວາມສະອາດເອົາຂີ້ສະເຫຼດອອກຈາກປາກຂອງເດັກ ໂດຍໃຊ້ນີ້ວມືທີ່ພັນດ້ວຍຜ້າສະອາດ ຫຼືໃຊ້ສະແລງ ຫຼືແນວດູດດູດເອົາຂີ້ສະເຫຼດອອກຈາກປາກ, ຫຼັງຈາກນັ້ນແມ່ນດັງຂອງເດັກ.
  2. illustration of the above: clearing mucus with a finger.
    NWTND Newb Page 2-2.png
  3. ຖູຫຼັງເດັກຂຶ້ນລົງເບົາໆ. ໃຊ້ຜ້າເຊັດໂຕ ຫຼືຜ້າສະອາດເຊັດໃຫ້ແຫ້ງແລ້ວຫົ່ມໃຫ້ອົບອຸ່ນ. ໃຫ້ຖູພື້ນຕີນຂອງເດັກເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນສາມາດເຮັດໃຫ້ເດັກຫາຍໃຈໄດ້ດີ. ຖ້າວ່າເດັກຍັງບໍ່ຫາຍໃຈ, ຫຼືຢຸດຫາຍໃຈ, ທ່ານຈໍາເປັນຕ້ອງໃຫ້ຄວາມຊ່ວຍເຫຼືອໃນການຫາຍໃຈ.

ການຊ່ວຍເຫຼືອການຫາຍໃຈ

  1. ວາງເດັກລົງພື້ນພຽງທີ່ແຂງ: ຢູ່ເທິງໂຕະ ຫຼືພື້ນກໍ່ໄດ້. ຫາຜ້າຮອງພື້ນ ແລະຜ້າຫຸ້ມຫໍ່ຕົນຕົວຂອງເດັກໃຫ້ອົບອຸ່ນສະເໝີ.
  2. ຍົກຄາງຂອງເດັກຂຶ້ນເລັກໜ້ອຍ, ເຮັດໃຫ້ຄາງແຫງ່ນຂຶ້ນຫາເພດານ. ທ່ານສາມາດກໍ້ຜ້າແລ້ວຍັດໄວ້ກ້ອງບ່າໄຫຼ່ຂອງເດັກ. ນີ້ມັນສາມາດເຮັດໃຫ້ຮູຄໍເປີດ ແລະສາມາດເຮັດໃຫ້ເດັກຫາຍໃຈໄດ້.
  3. NWTND Newb Page 2-4.png
    NWTND Newb Page 2-3.png
    ໜ້າຂອງເດັກຄວນຈະຫງາຍຂຶ້ນແບບນີ້. ບໍ່ແມ່ນແບບນີ້.
  4. ອ້າປາກຂອງທ່ານໃຫ້ກວ້າງ. ໃຫ້ປາກກວມເອົາປາກ ແລະດັງຂອງເດັກ.
  5. NWTND Newb Page 3-1.png
    ທ່ານສາມາດໃຊ້ຖົງອາກາດ ແລະໜ້າກາກ (bag and mask) ແທນທີ່ຈະໃຊ້ປາກຂອງທ່ານເອງ.
  6. ເປົ່າລົມເຂົ້າໃນປອດຂອງເດັກຄ່ອຍໆ. ເປົ່າລົມເຂົ້າເທື່ອລະໜ້ອຍ ແລະໄວໆໃນທຸກໆໜຶ່ງ ຫຼືສອງວິນາທີ. ຕ້ອງລະວັງບໍ່ໃຫ້ເປົ່າລົມເຂົ້າໃຫ້ເດັກແຮງເກີນໄປເພາະວ່າມັນສາມາດທໍາລາຍປອດນ້ອຍໆຂອງເດັກໄດ້.

    ຫຼັງຈາກເປົ່າລົມເຂົ້າ​ແຕ່​ລະ​ຄັ້ງໃຫ້ຖ້າບຶດໜຶ່ງ ​ເພື່ອໃຫ້ເດັກຫາຍໃຈອອກມາ.

    NWTND Newb Page 3-2.png
    ໜຶ່ງ ແລະ…
    NWTND Newb Page 3-3.png
    ເປົ່າ.


    ຖ້າວ່າອາກາດບໍ່ເຂົ້າ, ໃຫ້ຢຸດ.ໃຫ້ຍົກຄາງຂອງເດັກຂຶ້ນໃຫ້ຂະໜານກັບເພດານເພື່ອໃຫ້ຄໍເປີດແລ້ວໃຫ້ລອງເປົ່າລົມເຂົ້າ ອີກໃໝ່.

    ຖ້າວ່າເດັກເລີ່ມຮ້ອງໄຫ້ ຫຼືຫາຍໃຈດ້ວຍຕົວເອງປະມານ 30 ເທື່ອຕໍ່ນາທີ, ນີ້ແມ່ນໝາຍຄວາມວ່າເດັກປອດໄພແລ້ວ. ຫຼັງຈາກນັ້ນແມ່ນເອົາເດັກໄປວາງໃສ່ໜ້າເອິກຂອງແມ່ ແລະເຮັດໃຫ້ເດັກອົບອຸ່ນ. ຂະນະນີ້ແມ່ນເດັກບໍ່ເປັນຫຍັງແລ້ວ. ແຕ່ກໍ່ໃຫ້ຕິດຕາມໃກ້ຊິດໃນໄລຍະ 2 ຫາ 3 ຊົ່ວໂມງຕໍ່ມາ ສັງເກດເບິ່ງວ່າເດັກຈະມີສີຜີວປົກະຕິບໍ່? ຫາຍໃຈໄດ້ງ່າຍບໍ່? ຖ້າເດັກມີສີຟ້າອ້ອມໆໂຕ ຫຼືປາກ, ຫາຍໃຈຍາກ, ຈົ່ງໃຫ້ຄວາມຊ່ວຍເຫຼືອເດັກ.

    ຖ້າວ່າຫຼັງຈາກພະຍາຍາມຊ່ວຍເດັກຫາຍໃຈປະມານ 20 ນາທີແລ້ວ ເດັກຍັງບໍ່ຫາຍໃຈດ້ວຍຕົວເອງ, ເດັກອາດຈະເສຍຊີວິດແລ້ວ. ໃຫ້ໃກ້ຊິດກັບຄອບຄົວໃນຍາມທີ່ໂສກເສົ້າແນວນີ້. ພວກເຂົາຕ້ອງການການດູແລ ແລະເອົາໃຈໃສ່ຈາກທ່ານ.

    ເຮັດໃຫ້ເດັກອົບອຸ່ນ - ໂດຍການເອົາອາຍອຸ່ນຈາກແມ່ (ເອົາເດັກວາງໄວ້ໜ້າເອິກຂອງແມ່)



    NWTND Newb Page 4-1.png

    ໃຫ້ຜິວໜັງຂອງເດັກສໍາພັດກັບຜິວໜັງຂອງແມ່.

    ປົກຫົວຂອງເດັກດ້ວຍໝວກ ຫຼືຜ້າຫົ່ມ.

    ອາຍອຸ່ນຈາກແມ່ໂດຍການເອົາເດັກວາງໄວ້ໜ້າເອິກຂອງແມ່ແມ່ນດີທີ່ສຸດ.



    ຕ້ອງໃຫ້ຄວາມອົບອຸ່ນແກ່ເດັກເກີດໃໝ່ ແລະເຊັດເດັກໃຫ້ແຫ້ງ. ອາຍອຸ່ນຈາກແມ່ຈະຊ່ວຍໃຫ້ຄວາມອົບອຸ່ນແກ່ເດັກ. ຢ່າເອົາ ເດັກໄປຈາກແມ່ເພື່ອທໍາການກວດ ຫຼືເອົາໄປອາບນໍ້າ. ມັນບໍ່ຈໍາເປັນທີ່ຈະອາບນໍ້າໃຫ້ເດັກທີ່ຫາກໍ່ເກີດ ເພາະວ່າມັນຈະເປັນ ອັນຕະລາຍແກ່ເດັກ ເຮັດໃຫ້ເດັກໜາວສັ່ນໄດ້. ແລະກໍບໍ່ມີເຫດຜົນທີ່ຈະແຍກລູກອອກຈາກແມ່ນອກຈາກວ່າທ່ານຕ້ອງໃຫ້ການ ຊ່ວຍເຫຼືອເດັກໃນການຫາຍໃຈ.

    • ເຊັດເດັກໃຫ້ແຫ້ງ ໃນຂະນະທີ່ທ່ານເອົາເດັກໄວ້ເທິງໜ້າເອິກຂອງແມ່.
    • ໃຫ້ຄວາມອົບອຸ່ນແກ່ເດັກ ໂດຍເອົາເດັກທີ່ບໍ່ໃສ່ເຄື່ອງນຸ່ງໃສ່ເທິງໜ້າເອີກຂອງແມ່ໃຫ້ຜິວໜັງລູກແປະກັບຜິວໜັງຂອງແມ່ໂດຍກົງໂດຍບໍ່ມີຫຍັງຂັ້ນກາງ.

    ຫຼັງຈາກນັ້ນເອົາຜ້າຫົ່ມ ຫຼືເຄື່ອງຫົ່ມປົກໃຫ້ທັງແມ່ ແລະເດັກໃຫ້ມີຄວາມອົບອຸ່ນ. ຖ້າວ່າຜ້າຫົ່ມທີ່ປຽກແມ່ນໃຫ້ປ່ຽນຜ້າຫົ່ມ ທັນທີເພາະວ່າຈະເຮັດໃຫ້ເດັກນ້ອຍໝາວ.

    ຖ້າວ່າແມ່ຕ້ອງຖືກນໍາສົ່ງເດັກໄປໂຮງໝໍ ຫຼືຍ້ອນເຫດຜົນອື່ນທີ່ພວກເຂົາບໍ່ສາມາດໃຫ້ຄວາມອົບອຸ່ນແກ່ລູກໂດຍການເອົາລູກແປະເທິງໜ້າເອິກແມ່ໄດ້ ຜູ້ເປັນພໍ່ ຫຼືຜູ້ອຶື່ນໃນຄອບຄົວສາມາດເຮັດໜ້າທີ່ນີ້ແທນໄດ້.

    ເລີ່ມໃຫ້ລູກກິນນົມແມ່

    NWTND Newb Page 5-1.png

    ສ່ວນຫຼາຍແອນ້ອຍມັກນອນຫຼັບພາຍໃນເວລາປະມານໜຶ່ງຊົ່ວໂມງຫຼັງຈາກເກີດ. ຄວນຈະໃຫ້ນົມແມ່ກ່ອນເດັກຈະນອນຫຼັບ. ສະນັ້ນຖ້າເດັກບໍ່ກິນນົມເທື່ອໃຫ້ພະຍາຍາມບີບເອົານົມແມ່ຈັກສອງສາມຢອດ ຢອດໃສ່ປາກຂອງແອນ້ອຍໃຫ້ລາວໄດ້ຮູ້ລົດຊາດຂອງນົມແມ່. ຫຼື ວ່າໃຫ້ເອົາຫົວນົມແມ່ຕ້ອຍໃສ່ແກ້ມຂອງເດັກ. ບໍ່ມີຫັຍງທີ່ຈະໃຫ້ເຮັດໃຫ້ເດັກນ້ອຍ ມີສຸຂະພາບດີເທົ່າກັບນົມແມ່. ສໍາລັບຂໍ້ມູນກ່ຽວກັບການໃຫ້ນົມແມ່ ແລະ ຄວາມສໍາຄັນຂອງການໃຫ້ນົມທີ່ໄຫຼອອກຄັ້ງທໍາອິດຂອງແມ່, ທີ່ເອີ້ນວ່ານ້ຳນົມເຫຼືອງ, ຄຼິກເບິ່ງຢູ່​ບ່ອນ​ນີ້