Hesperian Health Guides

ອາຫານເພື່ອສຸຂະພາບ

ຢູ່ໃນພາກນີ້:

Four adults, a child and a baby enjoying a meal together
ອາຫານຊ່ວຍບຳລຸງລ້ຽງຮ່າງກາຍຂອງພວກເຮົາ ພ້ອມທັງເຮັດໃຫ້ພວກເຮົາມີຄວາມຜູກພັນກັນ. ອາຫານເຮັດໃຫ້ຄອບຄົວ ແລະໝູ່ເພື່ອນໄດ້ຢູ່ນຳກັນ ແລະຍັງຊ່ວຍຮັກສາຮີດຄອງພະເພນີໄວ້
A group of women sitting at a table talking over food and drinks
A boy helping a baby to eat from a bowl

ການກິນອາຫານໃຫ້ພຽງພໍ ແລະ ຄົບໝວດໝູ່ແມ່ນເປັນສິ່ງຈໍາເປັນເພື່ອເຮັດໃຫ້ມີສຸຂະພາບທີ່ດີ. ອາຫານແມ່ນໃຫ້ພະລັງງານແກ່ຮ່າງກາຍ, ຊ່ວຍໃຫ້ເຮົາຮຽນຮູ້ ແລະ ຄົ້ນຄິດໄດ້ດີອີກດ້ວຍ. ນອກຈາກນີ້, ອາຫານຍັງຊ່ວຍປ້ອງກັນເຮົາຈາກການຕິດເຊື້ອພະຍາດ ແລະບັນຫາສຸຂະພາບອື່ນໆອີກ; ພ້ອມນັ້ນຍັງຊ່ວຍໃນການເຮັດວຽກຂອງກ້າມຊີ້ນ ແລະ ອະໄວຍະວະພາຍໃນເປັນປົກກະຕິດີ. ຍິ່ງໄປກວ່ານັ້ນຍັງເຮັດໃຫ້ຜິວໜັງ, ຜົມ ແລະ ແຂ້ວຂອງພວກເຮົາເງົາງາມ ແລະ ແຂງແຮງອີກດວ້ຍ.

ແຕ່ເຖິງຢ່າງໃດກໍ່ຕາມ ມັນກໍ່ບໍ່ໄດ້ໝາຍຄວາມວ່າ ອາຫານທັງໝົດທີ່ເຮົາກິນເຂົ້າໄປນັ້ນຈະເຮັດໃຫ້ພວກເຮົາມີສຸຂະພາບດີໄດ້. ອາຫານສໍາເລັດຮູບທີ່ຜະລິດຈາກໂຮງງານ ທີ່ພວກເຮົາກິນກັນຢ່າງຫຼວງຫຼາຍໃນປັດຈຸບັນນີ້ ແມ່ນ ມີສ່ວນປະສົມຂອງເກືອ, ໄຂມັນ ແລະ ນ້ຳຕານຫຼາຍເກີນໄປ. ອາຫານເຫຼົ່ານີ້ສາມາດກໍ່ໃຫ້ເກີດ ບັນຫາສຸຂະພາບຫຼາຍຢ່າງໄດ້ ເຊັ່ນ: ພະຍາດຫົວໃຈວາຍ ແລະ ເບົາຫວານ.

ການທີ່ຈະມີສຸຂະພາບດີຕ້ອງກິນອາຫານໃຫ້ພຽງພໍ ແລະອາຫານທີ່ດີ ແລະຄົບໝວດໝູ່



This page was updated: ໒໐ ມີນາ ໒໐໒໔