Hesperian Health Guides

ບັນຫາຂອງຕາແລະການເບິ່ງເຫັນ

ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ​​ບັນຫາຂອງຕາແລະການເບິ່ງເຫັນ

ຢູ່ໃນພາກນີ້:

ການດູແລຕາຂັ້ນພື້ນຖານ

ການຮັກສາໃບໜ້າ ແລະຜິວພັນບໍລິເວນອ້ອມຮອບດວງຕາໃຫ້ສະອາດ ແລະປ້ອງກັນໃບໜ້າແລະດວງຕາບໍ່ໃຫ້ເກີດບາດເຈັບ, ຖືກແດດ ແລະ ລົມຫຼາຍເກີນໄປ ຈະຊ່ວຍປ້ອງກັນດວງຕາຈາກບັນຫາທົ່ວໄປຕ່າງໆຫຼາຍຢ່າງ ທີ່ຈະເປັນອັນຕະລາຍຕໍ່ຕາ ຫຼື ເຮັດໃຫ້ຕາເກີດອາການລະຄາຍເຄືອງ, ແດງ ຫຼື ເຈັບປວດ. ການກິນອາຫານທີ່ມີຄຸນຄ່າທາງໂພສະນາການ (ອາຫານມີທາດບໍາລຸງທີ່ມີໂຫຍດຕໍ່ຮ່າງກາຍ) ກໍ່ຍັງສາມາດປ້ອງກັນບັນຫາຕ່າງໆທີ່ຈະເກີດກັບຕາໄດ້ເຊັ່ນກັນ.

ອາການບາດເຈັບຕ່າງໆທີ່ເກີດຂຶ້ນກັບຕານັ້ນສາມາດບັ່ນທອນການເບິ່ງເຫັນ ຫຼື ພາໃຫ້ຕາບອດໄດ້. ສະນັ້ນ, ເມື່ອຕາມີອາການບາດເຈັບເກີດຂຶ້ນ ແມ່ນໃຫ້ຮີບຮ້ອນໄປປິ່ນປົວໂດຍໄວ: ສໍາລັບກໍລະນີເກີດອາການບາດເຈັບຕາຮ້າຍແຮງ ຫຼື ມີອາການສະແດງອອກທີ່ຊີ້ບອກເຖິງອັນຕະລາຍທີ່ເກີດກັບຕານັ້ນ ແມ່ນໃຫ້ໄປໂຮງໝໍ ຫຼື ຄ ີນິກທີ່ຢູ່ໃກ້ທີ່ສຸດ. ພວກເຂົາເຈົ້າສາມາດຊ່ວຍຫາທ່ານໝໍຊ່ຽວຊານຕາໃຫ້ເຈົ້າໄດ້ ຖ້າຈໍາເປັນ.

ເມື່ອການເບິ່ງວັດຖຸທີ່ຢູ່ໃກ້ໆ ຫຼື ວັດຖຸຢູ່ໄກໆນັ້ນບໍ່ຄ່ອຍເຫັນແຈ້ງດີ, ການໃຊ້ແວ່ນຕາທີ່ເໝາະສົມກັບຕານັ້ນ ກໍ່ຊ່ວຍໃຫ້ຄົນເຈັບເຫັນໄດ້ດີຂຶ້ນຫຼາຍ. ເນື່ອງຈາກວ່າ ສາຍຕານັ້ນມີການປ່ຽນແປງໄປຕາມເວລາ, ເຈົ້າອາດຈໍາເປັນຕ້ອງໄດ້ປ່ຽນແວ່ນສາຍຕາໃໝ່ເມື່ອເວລານັ້ນມາເຖິງ.

ສຳລັບຜູ້ໃຫຍ່, ສາເຫດທີ່ມັກພາໃຫ້ສາຍຕາເສື່ອມໂຊມ ເພາະເປັນຕາຕໍ້ກະຈົກ ແລະຕາຕໍ້ຫີນ ເຊິ່ງສາມາດພາໃຫ້ຕາບອດໄດ້. ການປິ່ນປົວຮັກສາມາດຊ່ວຍໃຫ້ຄົນເຈັບກັບມາເບິ່ງເຫັນໄດ້ດີ ຫຼືຊ່ວຍຢຸດບໍ່ໃຫ້ມັນມີອາການຮ້າຍແຮງຕໍ່ໄປອີກ. ດັ່ງນັ້ນ, ການຮູ້ເລື່ອງກ່ຽວກັບຕາ ແລະພາກສ່ວນຕ່າງໆຂອງມັນຈະຊ່ວຍເຈົ້າຮັກສາຕາໃຫ້ມີສຸຂະພາບແຂງແຮງດີ ແລະຊ່ວຍໃນການຈັດການຮັບມືກັບບັນຫາຕ່າງໆທີ່ເກີດຂຶ້ນກັບຕາໄດ້.

ພາກສ່ວນຕ່າງໆຂອງຕາ

 ພາກສ່ວນຕ່າງໆຂອງຕາ
ຕ່ອມນ້ຳຕາ - ເປັນບ່ອນຜະລິດນໍ້າຕາ.
ຂົນຕາ
ຮູຕາດໍາ - ສ່ວນທີ່ເປັນວົງສີດໍາ
ມ່ານຕາ - ສ່ວນທີ່ເປັນສີຂອງຕາ (ຕາສີຟ້າ, ສີນໍ້າຕານ)
ໜັງຕາ
ທໍ່ນໍ້າຕາ - ທໍ່ລະບາຍນໍ້າຕາລົງມາດັງ
ແກ້ວຕາ (cornea) ແມ່ນສ່ວນ (ທີ່ໃສ) ຢູ່ດ້ານນອກສຸດຂອງຕາ ເຊິ່ງມັນເປັນສ່ວນທີ່ປົກຫຸ້ມມ່ານຕາແລະຮູຕາດໍາໄວ້
ເຍື້ອຫຸ້ມຕາ (conjunctiva) ແມ່ນຊັ້ນເນື້ອເຍື້ອບາງ ທີ່ປົກຫຸ້ມຕາຂາວໄວ້
ເລນຕາ (lens) ເປັນສ່ວນທີ່ມີຮູບຮ່າງມົນໃສ ຢູ່ທາງດ້ານໃນຕາ ແລະເປັນສ່ວນທີ່ເຮັດໜ້າທີ່ໂຟກັດສ໌ (focus) ແສງເພື່ອການເບິ່ງເຫັນ
NWTND eye Page 2-1.png

ເວລາດວງຕາມີສຸຂະພາບດີ:

  • ໜັງຕາມືນຂຶ້ນ ແລະຫຼັບລົງໄດ້ຢ່າງງ່າຍດາຍ, ແລະພ້ອມນີ້ ຂົນຕາກໍ່ກົ່ງໂຄ້ງອອກນອກ, ບໍ່ແມ່ນຊີ້ເຂົ້າຕາ.
  • ຕາຂາວແມ່ນມີສີຂາວທັງໝົດ, ກ້ຽງມື່ນ ແລະມີຄວາມຊຸຸ່ມຊື່ນ.
  • ແກ້ວຕາ (cornea), ແມ່ນສ່ວນໃສທີ່ປົກຫຸ້ມມ່ານຕາ ແລະຮູຕາດໍາໄວ້. ມັນເຫື້ອມເປັນປະກາຍ, ກ້ຽງ ແລະໂປ່ງໃສ.
  • ຮູມ່ານຕາ (pupil) ແມ່ນຮູມົນສີດໍາຢູ່ກາງຕາ. ຮູຕາດໍານີ້ແມ່ນມີປະຕິກິລິຍາຕໍ່ແສງທີ່ເຂົ້າມາກະທົບໃສ່ມັນຫຼາຍ ຫຼື ໜ້ອຍ ໂດຍການປິດນ້ອຍລົງ ຫຼື ເປີດກວ້າງອອກ.
 ລ້າງມືດ້ວຍສະບູ

ການຮັກສາດູແລຕາໃຫ້ສະອາດ

ເພື່ອຊ່ວຍປ້ອງກັນບັນຫາຕ່າງໆທີ່ຈະເກີດກັບດວງຕາ, ໃຫ້ລ້າງໜ້າຂອງເຈົ້າເລື້ອຍໆ. ການປະຕິບັດເຊັ່ນນີ້ຊ່ວຍປ້ອງກັນບໍ່ໃຫ້ສິ່ງເປື້ອນເປິ ແລະເຊື້ອພະຍາດເຂົ້າຕາ ເຊິ່ງຈະພາໃຫ້ເກີດບັນຫາຂຶ້ນກັບຕາຂອງເຈົ້າໄດ້.

ເຈົ້າບໍ່ຈໍາເປັນຕ້ອງໃຊ້ນໍ້າເປັນຈໍານວນຫຼວງຫຼາຍເພື່ອມາລ້າງໜ້າຂອງເຈົ້າ. ເຈົ້າສາມາດເຮັດກ໋ອກນໍ້າທິບປີ-ແທັບ (Tippy-Tap) ໂດຍໃຊ້ກະຕຸກ ຫຼື ພາຊະນະບັນຈຸຢາງສະອາດກໍ່ໄດ້.

 ແມ່ຍິງກໍາລັງໃຊ້ແພເຊັດອະນາໄມຕາໃຫ້ເດັກນ້ອຍ

ເມື່ອຕາເກີດມີອາການຕິດເຊື້ອ, ໃຫ້ໃຊ້ແພ ແລະນໍ້າສະອາດອະນາໄມຕາເລື້ອຍ. ໃຊ້ແພສະອາດເຊັດຄ່ອຍໆ ຈາກແຈຕາເບື້ອງດັງອອກໄປຫາແຈຕາເບື້ອງຫູ. ໃນການອະນາໄມຕາແຕ່ລະເບື້ອງແມ່ນໃຫ້ໃຊ້ແພຄົນລະສ່ວນ, ຫຼັງຈາກອະນາໄມຕາແລ້ວກໍ່ໃຫ້ຊັກແພນັ້ນໃຫ້ສະອາດ ແລະຕາກໃຫ້ແຫ້ງດີກ່ອນຈະໃຊ້ອີກໃນຄັ້ງຕໍ່ໄປ.

ໃຫ້ລ້າງມືໃຫ້ສະອາດດ້ວຍສະບູກ່ອນ ແລະ ຫຼັງການອະນາໄມຕາທີ່ຕິດເຊື້ອພະຍາດ ເພື່ອປ້ອງກັນການແຜ່ກະຈາຍຂອງເຊື້ອໂລກ.

ວິທີການອະນາໄມເອົາສິ່ງເປື້ອນເປິ ຫຼື ຂົນຕາອອກຈາກຕາ

 ເດັກນ້ອຍໃຊ້ແພເຊັດຖູຕາຕົນເອງ
ບາງສິ່ງທີ່ເຂົ້າໄປຄ້າງຢູ່ກ້ອງໜັງຕານັ້ນສາມາດຂູດຂີດດວງຕາຂອງເຈົ້າໄດ້, ສະນັ້ນ ຈິ່ງບໍ່ໃຫ້ສີຕາ. ນໍ້າຕາສາມາດຊ່ວຍລ້າງມັນອອກມາໄດ້.

ບອກໃຫ້ຄົນເຈັບຫຼັບຕາ ແລະເລື່ອນດວງຕາໄປມາຈາກຂ້າງຊ້າຍຫາຂວາ ແລະຈາກຂວາຫາຊ້າຍ, ແລະຈາກເທິງລົງລຸ່ມ ແລະ ລຸ່ມຂຶ້ນເທິງ. ຈາກນັ້ນ, ໃນຂະນະທີ່ເຈົ້າຈັບໜັງຕາລາວເປີດຂຶ້ນນັ້ນ ກໍ່ບອກໃຫ້ລາວເລື່ອນຕາ ເບິ່ງຂຶ້ນເທິງ ແລະເບິ່ງລົງລຸ່ມອີກເທື່ອໜຶ່ງ. ການເຮັດເຊັ່ນນີ້ ຈະເຮັດໃຫ້ນໍ້າຕາອອກມາລ້າງສິ່ງເປື້ອນເປິອອກຈາກຕາ. ອີກວິທີ ເພື່ອໃຫ້ນໍ້າຕາອອກແມ່ນໃຫ້ສີຕາເບື້ື້້ອງທີ່ດີຢູ່ນັ້ນຄ່ອຍໆ (ຫ້າມບໍ່ໃຫ້ສີຕາເບື້ອງທີ່ເຈັບ). ວິທີນີ້ຈະເຮັດໃຫ້ມີນໍ້າຕາອອກ ມາຈາກຕາທັງສອງຂ້າງ.

ຫຼື ເຈົ້າເອງກໍ່ສາມາດພະຍາຍາມເອົາຂີ້ເຫຍື້ອ ຫຼືຂົນຕາທີ່ເຂົ້າຕານັ້ນອອກໄດ້ ໂດຍໃຊ້ແຕ່ນໍ້າສະອາດເທົ່ານັ້ນ, ບໍ່ໃຫ້ໃຊ້ຂອງແຫວຊະນິດອື່ນ.ໃນຂະນະທີ່ລ້າງຕາໂດຍການໃຊ້ຈອກຕັກນໍ້າມາລ້າງ (ຫຼື ໃຊ້ສະແລັງບັນຈຸນໍ້າສີດລ້າງຄ່ອຍໆ) ແມ່ນໃຫ້ມືນຕາຄ້າງໄວ້. ໃນຂະນະທີ່ເຈົ້າລ້າງຕາ ແມ່ນໃຫ້ຄົນເຈັບນອນຫງາຍ ຫຼື ແຫງນໜ້າໄປດ້ານຫຼັງ ເພື່ອໃຫ້ນໍ້າທີ່ລ້າງນັ້ນສາມາດໄຫຈາກແຈຕາດ້ານໃນ (ແຈຕາດ້ານທີ່ໃກ້ກັບດັງ) ອອກມາແຈຕາດ້ານນອກ (ແຈຕາດ້ານທີ່ໃກ້ກັບຫູ).

ຖ້າເຈົ້າເຫັນຂີ້ເຫຍື້ອ ຫຼືສິ່ງທີ່ເຂົ້າຕານັ້ນ, ກໍ່ສາມາດເອົາອອກໄດ້ໂດຍໃຊ້ສົ້ນຜ້າຊຸຸ່ມສະອາດ, ເຈັ້ຍທິດຊຸ ຫຼື ສໍາລີສະອາດ ຊັບອອກຄ່ອຍໆ.

ເມື່ອຂີ້ເຫຍື້ອ ຫຼືສິ່ງເປື້ອນເປິເຂົ້າໄປຄ້າງຢູ່ກ້ອງໜັງຕາເບື້ອງເທິງ, ເຈົ້າຈະເຫັນມັນໄດ້ກໍ່ຕໍ່ເມື່ອເຈົ້າໃຊ້ມືສະອາດຈັບໜັງຕາເປີດປີ້ນຂຶ້ນໂດຍໃຊ້ກ້ານສໍາລີຮອງດັນດ້ານຫຼັງໜັງຕາເບື້ອງເທິງນັ້ນໄວ້. ໃນຂະນະທີ່ເຈົ້າປີ້ນໜັງຕາຄົນເຈັບຂຶ້ນເພື່ອເອົາຂີ້ເຫຍື້ອອອກຈາກຕານັ້ນ ແມ່ນໃຫ້ຄົນເຈັບເຫືອດຕາເບິ່ງລົງລຸ່ມ.

 ວິທີປີ້ນເປີດໜັງຕາເບື້ອງເທິງຂຶ້ນ
ໃຊ້ສົ້ນແພສະອາດ, ເຈັ້ຍທິດຊຸ ຫຼື ສໍາລີເຊັດເອົາຂົນຕາ ຫຼື ຂີ້ເຫຍື້ອອອກຈາກຕາ. ໃຫ້ເອົາຂີ້ເຫຍື້ອ ຫຼື ສິ່ງທີ່ເຂົ້າຕານັ້ນອອກ.

ຖ້າວ່າເຈົ້າບໍ່ສາມາດເອົາຂີ້ເຫຍື້ອ ຫຼືສິ່ງທີ່ເຂົ້າຕານັ້ນອອກໄດ້ຢ່າງງ່າຍດາຍ, ກໍ່ໃຫ້ເອົາຢາຕ້ານເຊື້ອຊະນິດອອຍເມັ້ນ (ointment) ທາຕາໃນບ່ອນທີ່ຮູ້ສຶກລະຄາຍເຄືອງນັ້ນໜ້ອຍໜຶ່ງ, ປົກປ້ອງຕາເບື້ອງດັ່ງກ່າວໄວ້ໃຫ້ດີ, ແລ້ວຈາກນັ້ນກໍ່ນໍາສົ່ງຄົນເຈັບໄປຫາໝໍເພື່ອປິ່ນປົວອາການຕໍ່ໄປ.

ສິ່ງອັນຕະລາຍໃນບ່ອນເຮັດວຽກ, ມົນລະພິດ ແລະ ແສງຕາເວັນ ເປັນອັນຕະລາຍຕໍ່ດວງຕາ

ສານເຄມີ, ມົນລະພິດໃນອາກາດ ແລະນໍ້າ, ແສງແດດກ້າ (ລໍາແສງອຸນຕຣ້າໄວໂອເລັດ (ultraviolet) ຫຼື ເອີ້ນສັ້ນໆວ່າ ແສງຢູວີ (UV)) ກໍ່ສາມາດເຮັດໃຫ້ຕາເກີດມີອາການລະຄາຍເຄືອງ ແລະ ມີບັນຫາໄດ້. ບໍ່ວ່າຈະຢູ່ເຮືອນ ຫຼື ຢູ່ບ່ອນເຮັດວຽກ, ດວງຕາກໍ່ສາມາດເກີດການບາດເຈັບໄດ້ຈາກຫຼາຍສາເຫດ, ຫຼື ຖືກເຄມີລວກ ຫຼືໄໝ້ກໍ່ໄດ້.

  • ການແຕ່ງຢູ່ຄົວກິນ: ຄວັນໄຟຈາກການດັງໄຟ ແລະເຕົາທີ່ໃຊ້ແຕ່ງກິນນັ້ນ ເຮັດໃຫ້ລະຄາຍເຄືອງຕາ ແລະເຮັດໃຫ້ຕາແຫ້ງ. ຜູ້ທີ່ໄດ້ຮັບຜົນກະທົບຈາກຄວັນໄຟຫຼາຍກວ່າໝູ່ໝົດແມ່ນແມ່ຍິງແລະເດັກນ້ອຍ.
  • ມົນລະພິດທາງອາກາດ: ຝຸ່ນ ແລະສານເຄມີທີ່ປົນເປື້ອນໃນອາກາດ ມີຜົນກະທົບຕໍ່ຕາຂອງທຸກຄົນທີ່ເຮັດວຽກ ຫຼື ຫຼຼິ້ນຢູ່ກາງແຈ້ງ, ໂດຍສະເພາະ ແມ່ນເດັກນ້ອຍ.
  • ມົນລະພິດທາງນໍ້າ: ສານເຄມີຈາກໂຮງງານ ຫຼື ບໍ່ແຮ່, ຢາຂ້າສັດຕູພືດ, ແລະນໍ້າເປື້ອນທີ່ປ່ອຍລົງສູ່ແມ່ນໍ້າ ຫຼື ໜອງບຶງຕ່າງໆ ພາໃຫ້ຕາ ແລະຜິວໜັງຂອງຜູ້ຄົນທີ່ລົງອາບນໍ້າ ຫຼື ຊັກລ້າງເຄື່ອງນຸ່ງຂອງຖື ຕາມແຫ່ງນໍ້າດັ່ງກ່າວເກີດມີອາການລະຄາຍເຄືອງຂຶ້ນ.
  • ການປູກຝັງລ້ຽງສັດ (ກະສິກໍາ): ເຄື່ອງມື, ຂີ້ດິນ, ກ້ອນຫີນ, ກິ່ງໄມ້, ພືດມີພິດ, ປູຍເຄມີຕ່າງໆ ແມ່ນສາມາດເຮັດໃຫ້ເກີດຄວາມເສຍຫາຍກັບຕາໄດ້.
  • ການຢູ່ກາງແຈ້ງ: ແສງແດດ, ຝຸ່ນ, ແລະ ລົມ ກໍ່ສາມາດພາໃຫ້ຕາເກີດອາການລະຄາຍເຄືອງໄດ້.
  • ຂີ່ລົດຈັກໂດຍປາສະຈາກການປ້ອງກັນດວງຕາກໍ່ສາມາດພາໃຫ້ ຕາເກີດການບາດເຈັບໄດ້.
  • ສານເຄມີ: ກໍາມະກອນໂຮງງານ, ຊາວນາ ຊາວສວນ, ກໍາມະກອນບໍ່ແຮ່, ຄົນເຝົ້າດູແລຕຶກອາຄານ, ກໍາມະກອນອອກແຮງງານທົ່ວໄປ ແລະຜູ້ເຮັດວຽກໃນສາຂາອາຊີບອື່ນໆ ທີ່ນໍາໃຊ້ສານເຄມີ. ຖ້າສານເຄມີຖືກຕາ ມັນກໍ່ສາມາດລວກຕາໄດ້ຢ່າງໄວວາ.
  • ເຄື່ອງຈັກກົນ ຫຼື ເຄື່ອງອຸປະກອນຮັບໃຊ້ຕ່າງໆ: ຊຼິ້ນສ່ວນເສດໂລຫະ ຫຼື ໄມ້ຈາກເຄື່ອງຈັກ ຫຼືອຸປະກອນຮັບໃຊ້ຕ່າງໆສາມາດແຕກຫັກ ແລະພົ້ງກະເດັນອອກໄປຖືກຕາແລະພາໃຫ້ຕາບາດເຈັບໄດ້; ຄວາມຮ້ອນສູງ; ສະເກັດໄຟ ຫຼື ແປວໄຟ ກໍ່ສາມາດພາໃຫ້ຕາບາດເຈັບໄດ້ເຊັ່ນດຽວກັນ.
  • ກໍາມະກອນໂຮງງານ ແລະພະນັກງານຫ້ອງການ: ໃຊ້ສາຍຕາຈ້ອງສຸມໃສ່ໜ້າວຽກດຽວທີ່ເຮັດເປັນເວລາ ຫຼາຍຊົ່ວໂມງ ກໍ່ເຮັດໃຫ້ຕາລະຄາຍເຄືອງ ແລະເຈັບໄດ້.


ແວ່ນຕາປ້ອງກັນ ປົກປ້ອງດວງຕາຈາກການໄດ້ຮັບບາດເຈັບ
ແວ່ນຕາປ້ອງກັນທຸກຊະນິດຊ່ວຍປ້ອງກັນດວງຕາ. ໃນເວລານໍາໃຊ້ເຄື່ອງຈັກກົນ ຫຼື ເຄື່ອງມືຕ່າງໆ, ຂັບຂີ່ລົດຈັກ, ຫຼື ຖ້າເຈົ້າໃຊ້ຢາຂ້າສັດຕູພືດ ຫຼື ສານເຄມີອື່ນໆ ແມ່ນໃຫ້ໃສ່ແວ່ນຕາ ຫຼືໜ້າກາກປ້ອງກັນດວງຕາສະເໝີ.

ກໍາມະກອນປ້ອງກັນຕາ ແລະໃບໜ້າຂອງລາວ ໃນຂະນະນໍາໃຊ້ເຄື່ອງກົນຈັກໜັກ
NWTND eye Page 4-2.png
ສຳລັບຂໍ້ມູນເພີ່ມເຕີມໃນການປ້ອງກັນດວງຕາໃນບ່ອນເຮັດວຽກ, ແມ່ນເບິ່ງໃນເວັບໄຊ້ຂອງມູນນິທິ Hesperian ໃນບົດ Workers' Guide to Health and Safety (ຄູ່ມືຜູ້ໃຊ້ແຮງງານ: ຄວາມປອດໄພ ແລະສຸຂະພາບ).
 ແມ່ຍິງໃສ່ໝວກປ້ອງກັນຕາ ແລະໃບໜ້າ ໃນເວລາເຮັດວຽກ
ແມ່ຍິງກໍາລັງເຮັດວຽກກັບຄອມພິວເຕີ້

ໝວກ ແລະແວ່ນຕາກັນແດດປົກປ້ອງດວງຕາຈາກແສງຕາເວັນ
ບັນດາພໍ່ແມ່ປະຊາຊົນທີ່ເຮັດວຽກ ຫຼືກິດຈະກໍາອື່ນໆກາງແຈ້ງທ່າມກາງແສງແດດກ້າ ກໍ່ສາມາດປົກປ້ອງດວງຕາຂອງຕົນ ເອງໄດ້ ດ້ວຍການໃສ່ໝວກ ແລະຖ້າເປັນໄປໄດ້ກໍ່ໃສ່ແວ່ນຕາດໍາກັນແດດ. ແວ່ນຕາທີ່ເຮັດມາເພື່ອໃຫ້ ສາມາດ ກັນແສງ UV ໄດ້ນັ້ນແມ່ນດີທີ່ສຸດ. ການປົກປ້ອງດວງຕາຈາກແສງຕາເວັນອາດຢຸດຢັ້ງການຂະຫຍາຍຕົວຂອງໂລກຕາຕໍ້ກະຈົກ ບາງຊະນິດໄດ້. ເຖິງແມ່ນວ່າ ຫຼັງຈາກຢູ່ໃນສະພາບແວດລ້ອມທີ່ມີແສງແດດກ້າ ຜ່ານມາຫຼາຍປີ, ການໃສ່ໝວກ ແລະແວ່ນຕາກັນແດດອາດຊ່ວຍປ້ອງກັນບໍ່ໃຫ້ບັນຫາຕາທີ່ເປັນຢູ່ນັ້ນມີອາການຮຸນແຮງຂຶ້ນ.

ຫຼີກລ້ຽງການບັງຄັບສາຍຕາ (ໃຊ້ສາຍຕາຫຼາຍເກີນໄປ)
ການເຮັດວຽກໃນຫ້ອງ ຫຼືບ່ອນທີ່ມີແສງສະຫວ່າງບໍ່ພຽງພໍ, ການເບິ່ງໜ້າຈໍຄອມພິວເຕີ້ ຫຼື ໜ້າຈໍໂທລະສັບມືຖືຕະຫຼອດ ເວລາ, ຫຼືການຈ້ອງເບິ່ງບາງສິ່ງບາງຢ່າງທີ່ຢູ່ໃກ້ໆເປັນເວລາຫຼາຍຊົ່ວໂມງ ນັ້ນເປັນການບີບບັງຄັບສາຍຕາຫຼາຍເກີນໄປ. ການຫຼຼຸດຜ່ອນຄວາມເມື່ອຍລ້າ ຫຼື ເຈັບປວດຕາ ແມ່ນສາມາດເຮັດໄດ້ດ້ວຍການປັບປຸງໃຫ້ມີແສງສະຫວ່າງພຽງພໍ ແລະ ຫຼຽວໄປເບິ່ງສິ່ງອື່ນທີ່ຢູ່ອີກພາກຂອງຫ້ອງເລື້ອຍໆ. ກໍາມະກອນທີ່ອາຍຸສູງອາດຕ້ອງໄດ້ໃຊ້ ແວ່ນຕາອ່ານໜັງສື ເພື່ອການເບິ່ງເຫັນທີ່ຈະແຈ້ງໃນການເຮັດວຽກກັບວັດຖຸທີ່ຢູ່ໃນໄລຍະໃກ້.

NWTND eye Page 5-3.png
ທໍາອິດໃຫ້ເບິ່ງສິ່ງທີ່ຢູ່ໃກ້ເຈົ້ານັ້ນກ່ອນ.
Lo NWTND eyes Page 5-1.png
ຈາກນັ້ນກໍ່ເບິ່ງສິ່ງທີ່ຢູ່ຫ່າງອອກໄປປະມານ 3 ຫາ 4 ແມັດ ເປັນເວລາ 20 ວິນາທີ
ໃຫ້ເຮັດແບບນີ້ສອງສາມຄັ້ງໃນແຕ່ລະຊົ່ວໂມງ. ການເຄື່ອນໄຫວດວງຕາອ້ອມໄປມາກໍ່ຊ່ວຍໄດ້ເຊັ່ນກັນ: ຮັກສາຫົວໃຫ້ຢູ່ຊື່ໆ ແລະຈາກນັ້ນກໍ່ຫຼຽວຕາເບິ່ງຂຶ້ນໄປຕາມຝາຂ້າງໜຶ່ງຮອດເຟດານ, ຫຼຽວຕາເບິ່ງອ້ອມໆເຟດານ, ແລະເລື່ອນສາຍຕາລົງໄປຕາມຝາອີກດ້ານໜຶ່ງ.

ດູແລຮັກສາດວງຕາດ້ວຍອາຫານທີ່ມີປະໂຫຍດ

 ແມ່ຍິງແລ່ນໜີອາຫານເຄັມ, ອາຫານສໍາເລັດ ແລະເຄື່ອງດື່ມນໍ້າຫວານປະເພດໂຊດາ
ປະຫຍັດເງິນຂອງເຈົ້າໄວ້ຊື້ອາຫານດີມີປະໂຫຍດ ແລະໃຫ້ຫຼີກລ້ຽງອາຫານ ແລະເຄື່ອງດື່ມທີ່ມີເກືອ ແລະ ນໍ້າຕານຫຼາຍ. ໃນບົດ ອາຫານດີມີປະໂຫຍດພາໃຫ້ສຸຂະພາບແຂງແຮງ ມີຄໍາແນະນໍາວິທີການກິນອາຫານ ມີປະໂຫຍດເຖິງແມ່ນວ່າເຈົ້າຈະມີເງິນໜ້ອຍກໍ່ຕາມ.

ອາຫານຫຼາຍຊະນິດຊ່ວຍໃຫ້ຮ່າງກາຍຄົນເຮົາແຂງແຮງ ພ້ອມນີ້ພວກມັນກໍ່ຍັງຊ່ວຍໃຫ້ສາຍຕາດີນໍາອີກ. ອາຫານມີ ປະໂຫຍດສໍາລັບບໍາລຸງສາຍຕາໂດຍສະເພາະ ເຊິ່ງລວມມີ:

  • ຕ່າງໆ: ຜັກໃບຂຽວ, ໝາກເຜັດໃຫຍ່, ໝາກຖົ່ວລັນເຕົາ (peas), ໝາກຖົ່ວ, ມັນດ້າງ, ຫົວກາລົດ, ແລະ ໝາກອຶ
  • ໝາກໄມ້: ໝາກມ່ວງ, ໝາກຮຸ່ງ, ໝາກກ້ຽງ, ແລະໝາກອາໂວຄາໂດ
  • ປາ, ໝາກຖົ່ວປະເພດເປືອກແຂງຕ່າງໆ (ເຊັ່ນ: ໝາກກໍ່, ໝາກຖົ່ວດິນ ແລະອື່ນໆ), ແລະ ໂຮນເກຣນ ((whole grains) ຫຼື ເມັດທັນຍາພືດທີ່ບໍ່ຜ່ານການຂັດສີໃຫ້ຂາວ)


ການກິນອາຫານທີ່ມີສານບໍາລຸງຮ່າງກາຍໃນໄລຍະຖືພາຊ່ວຍບໍາລຸງດວງຕາຂອງເດັກໃນທ້ອງໃຫ້ມີພັດທະນາການທີ່ດີ. ການລ້ຽງລູກດ້ວຍນົມແມ່ ແລະ ໃຫ້ເດັກໄດ້ກິນໝາກໄມ້ ແລະພືດຜັກສີຂຽວ ແລະສີນໍ້າໝາກກ້ຽງ (ສີສົ້ມ) ສາມາດປ້ອງກັນການຂາດວິຕາມິນ ເອ (A) ໃນເດັກໄດ້.

ບຸກຄະລາກອນທາງການແພດ ແລະ ສຸຂະພາບດວງຕາຂອງຄົນໃນຊຸມຊົນ

ການຮັບມືກັບເຫດສຸກເສີນກ່ຽວກັບຕານັ້ນເປັນເລື່ອງປົກກະຕິສໍາລັບບຸກຄະລາກອນທາງການແພດ ແລະພະນັກງານ ສົ່ງເສີມສຸຂະພາບ, ແຕ່ວ່າບັນຫາຕາ ແລະ ບັນຫາສາຍຕານັ້ນກໍ່ອາດບໍ່ເກີດມີມາທຸກມື້. ຫາກບຸກຄະລາກອນທາງ ການແພດຮູ້ລະບຸອາການບັນຫາຕາໄດ້ແຕ່ຫົວທີ, ພວກເຂົາກໍ່ຈະສາມາດຊ່ວຍບັນດາຜູ້ຄົນໃຫ້ມີສາຍຕາທີ່ດີ ແລະສາມາດປ້ອງກັນພວກເຂົາເຈົ້າບໍ່ໃຫ້ສູນເສຍສາຍຕາ ຫຼື ການເບິ່ງເຫັນໄດ້.

  • ຜິດປົກກະຕິຂອງຕາ ເຊັ່ນ: ຕາແດງ, ຕາໃຄ່ບວມ, ຄັນ, ຫຼື ມີຈຸດສີຂີ້ເຖົ່າໃນດວງຕາທັງສອງຂ້າງ - ແລະພ້ອມນີ້ກໍ່ຮູ້ວ່າ ອາການທີ່ສະແດງອອກ ແຕ່ລະອັນນັ້ນໝາຍ ເຖິງຫຍັງ ແລະຮູ້ວິທີໃນການປິ່ນປົວມັນ.
  • ກວດຕາ ແລະການຮັກສາຕາໄດ້ງ່າຍຂຶ້ນ. ຍ້ອນໜ້າວຽກ ແລະພາລະໜ້າທີ່ບົດບາດໃນຄອບຄົວເຮັດໃຫ້ພວກເຂົາເຈົ້າມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບ ຈາກບັນຫາຕາ ຕ່າງໆຫຼາຍຂຶ້ນ.
  • ແລະຜະລິດຕະພັນ ເພື່ອການຄ້າອັນໃດ ທີ່ອາດເປັນອັນຕະລາຍຕໍ່ຕາ ແລະບໍ່ໃຫ້ສຼິ້ນເປືອງຄ່າໃຊ້ຈ່າຍໄປກັບການປິ່ນປົວຮັກສາທີ່ບໍ່ຖືກຕ້ອງ.
  • ຮຽນຕ່າງໆ ແລະຝຶກອົບຮົມວິທີການສັງເກດ ຫາບັນຫາຕາໂດຍສັງເກດເບິ່ງອາການຜິດປົກກະຕິທີ່ສະແດງອອກ, ໂດຍສະເພາະ ບັນຫາການເບິ່ງບໍ່ເຫັນດີ.
  • ປິ່ນປົວຕໍ່ ຖ້າເຫັນວ່າພວກເຂົາເຈົ້າເປັນຕາຕໍ້ກະຈົກ.
  • ອາຍຸເກີນກວ່າ 40 ປີຂຶ້ນໄປ ໃຫ້ໄດ້ໃຊ້ແວ່ນຕາອ່ານໜັງສື (ແວ່ນຕາສໍາລັບເບິ່ງ ໄລຍະໃກ້) ຖ້າພວກເຂົາຕ້ອງການໃຊ້.
  • ສະຖານທີ່ໆປອດໄພສໍາລັບຄົນຕາບອດ.


ບຸກຄະລາກອນທາງການແພດກໍ່ສາມາດແບ່ງປັນຂໍ້ມູນກ່ຽວກັບໂຄງການ ແລະ ໂຮງໝໍຕາທີ່ຈັດໃຫ້ມີການບໍລິການປິ່ນປົວ ບັນຫາຕາ ແລະອາການສຸກເສີນຕາຕ່າງໆ ໃນລາຄາຖືກ ຫຼື ບໍ່ໄດ້ເສຍຄ່າ. ຊ່ວຍສະມາຊິກໃນຊຸມຊົມ ໃຫ້ໄດ້ຮັບການກວດ ສາຍຕາ, ຕັດແວ່ນຕາ, ແລະ ຜ່າຕັດຕາຕໍ້ກະຈົກ ໃນເວລາທີ່ທາງອົງການຈັດຕັ້ງຂອງລັດ ແລະອົງການເພື່ອການກຸສົນ ຕ່າງໆໄດ້ລົງມາຈັດໃຫ້ການຊ່ວຍເຫືອ.

ບັນຫາຕາທົ່ວໄປໃນແຕ່ລະຊ່ວງອາຍຸ:
ບັນຫາຕາຕິດເຊື້ອຕ່າງໆໃນເດັກນ້ອຍເກີດໃໝ່ (ເດັກແດງ) ແມ່ນຈໍາເປັນຕ້ອງໄດ້ຮັບການປິ່ນປົວ. ເຊິ່ງບັນຫາບາງຢ່າງ ໃນບັນດາບັນຫາການຕິດເຊື້ອດັ່ງກ່າວ ແມ່ນປ້ອງກັນໄດ້ດ້ວຍການອານາໄມຕາໃຫ້ເດັກ ແລະນໍາໃຊ້ ຢາທາຕາ ຊະນິດຂີ້ເຜຼິ້ງ (ຫຼື ອອຍເມັ້ນ (ointment)) ສໍາລັບເດັກເກີດໃໝ່.

ບັນຫາການເບິ່ງເຫັນ (ຫຼື ບັນຫາກ່ຽວກັບສາຍຕາ) ໃນເດັກອາຍຸ 6 ເດືອນຂຶ້ນໄປນັ້ນ ອາດຈະສັງເກດເຫັນໄດ້ຍາກ. ເລີ່ມຈາກອາຍຸ 6 ເດືອນ, ໃຫ້ຕິດຕາມສັງເກດເບິ່ງວ່າ ຕາເດັກນ້ອຍນັ້ນມີປະຕິກິລິຍາຕໍ່ແສງ ຫຼື ເຄື່ອງຫຼຼິ້ນທີ່ເຈົ້າ ເອົາມາໃຫ້ເດັກເບິ່ງບໍ. ການສັງເກດແມ່ນໂດຍການເຄື່ອນຍ້າຍແສງ ຫຼື ເຄື່ອງຫຼຼິ້ນນັ້ນໄປມາ ແລະຕິດຕາມເບິ່ງດວງຕາ ເດັກນ້ອຍນັ້ນວ່າ ມີການເຄື່ອນໄຫວຕິດຕາມນໍາແສງ ຫຼື ເຄື່ອງຫຼຼິ້ນທີ່ເຈົ້າເອົາມາສະແດງໃຫ້ເດັກເບິ່ງນັ້ນບໍ. ສໍາລັບເດັກທີ່ເປັນ ຕາເລ່ວ (wandering eye ຫຼື crossed eye) ບັນຫານີ້ແມ່ນສາມາດແກ້ໄຂໄດ້, ແລະການໃຊ້ ແວ່ນສາຍຕາກໍ່ອາດສາມາດຊ່ວຍໃຫ້ເບິ່ງເຫັນໄດ້ດີຂຶ້ນ ສໍາລັບເດັກນ້ອຍທີ່ມີບັນຫາສາຍຕາເບິ່ງບໍ່ຄ່ອຍເຫັນດີປານໃດ. ສໍາລັບເດັກນ້ອຍທີ່ມີບັນຫາຕາເບິ່ງເຫັນໜ້ອຍໜຶ່ງ ຫຼື ເບິ່ງບໍ່ເຫັນເລີຍນັ້ນ ໃນປຶ້ມ ຄູ່ມືການຊ່ວຍເຫືອເດັກນ້ອຍຕາບອດ (Helping Children Who Are Blind) ຂອງທາງອົງການ Hesperian ກໍ່ມີຄໍາແນະນໍາວິທີການຫຼາຍຢ່າງເພື່ອຊ່ວຍ ເຫືອເດັກນ້ອຍຕາບອດໃຫ້ສາມາດພັດທະນາທັກສະຕ່າງໆຂອງລາວ.

ເດັກນ້ອຍອາຍຸໄວເຂົ້າໂຮງຮຽນ ຜູ້ບໍ່ສາມາດເບິ່ງເຫັນແຈ້ງດີນັ້ນ ບໍ່ສາມາດບອກເຈົ້າໄດ້ວ່າພວກເຂົາເຈົ້າຈໍາເປັນ ຕ້ອງໃຊ້ ແວ່ນຕາຫຼືບໍ່ ເພາະວ່າພວກເຂົາເຈົ້າບໍ່ຮູ້ຈັກຊໍ້າວ່າການເບິ່ງເຫັນທີ່ແຈ້ງດີນັ້ນເປັນແນວໃດ. ເດັກນ້ອຍທີ່ມີ ອາການ ເຈັບຫົວ, ມັກເຮັດຕານ້ອຍ (ຫິບ) ລົງໃນເວລາເບິ່ງ ເພື່ອໃຫ້ເບິ່ງເຫັນດີ ຫຼື ມີຄວາມຫຍຸ້ງຍາກລໍາບາກໃນການຮຽນ ຫຼື ຫຼຼິ້ນເກມຫຼຼິ້ນຕ່າງໆ ໃນໂຮງຮຽນ ພວກເຂົາເຈົ້າອາດຈະມີບັນຫາໃນການເບິ່ງເຫັນ ແລະຕ້ອງໄດ້ໃຊ້ແວ່ນສາຍຕາ. ມັນກໍ່ເປັນຄວາມຄິດທີ່ດີໃນການຮຽນຮູ້ວິທີການໃນການຄຸ້ມຄອງເບື້ອງຕົ້ນ ຖ້າຫາກມີກໍລະນີບາດເຈັບຕາເກີດຂຶ້ນ ຈາກການຫຼຼິ້ນກິລາ ຫຼື ການຕີກັນໃນໂຮງຮຽນ.

ເດັກນ້ອຍທຸກເພດໄວ ການບາດເຈັບຕາແມ່ນສາມາດເກີດຂຶ້ນກັບເດັກນ້ອຍທຸກຄົນໄດ້; ສະນັ້ນ, ໃຫ້ຈັດເກັບຮັກສາ ທາດເຄມີ ແລະຂອງມີຄົມ ແລະວັດຖຸປາຍແຫມຕ່າງ ໄວ້ໃນບ່ອນທີ່ມີກອນ ຫຼືກະແຈອັດໄວ້ໃຫ້ປອດໄພ ແລະ ຫ່າງໄກຈາກມືເດັກ.

ຜູ້ໃຫຍ່ ສາຍຕາອາດມີການປ່ຽນແປງໄດ້ໃນທຸກຊ່ວງອາຍຸ ແລະບາງເທື່ອການໃຊ້ແວ່ນຕາກໍ່ສາມາດຊ່ວຍໃຫ້ການເບິ່ງເຫັນດີຂຶ້ນໄດ້. ຖ້າຄົນເຈັບເປັນໂລກເບົາຫວານ ຫຼື ໂລກຄວາມດັນສູງ, ການຄຸ້ມຄອງປິ່ນປົວໂລກດັ່ງກ່າວນັ້ນ ຈະຊ່ວຍປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍກັບດວງຕາຄົນເຈັບຕໍ່ໄປອີກ. ໃນໜ້າວຽກທີ່ແຕກຕ່າງກັນ ກໍ່ມີຄວາມສ່ຽງ ທີ່ຈະພາໃຫ້ມີອາການບາດເຈັບທາງຕາ ຫຼືເຮັດໃຫ້ເກີດໂລກທາງຕາໄດ້.

ຜູ້ໃຫຍ່ອາຍຸສູງແມ່ນມີແນວໂນ້ມທີ່ຈະເປັນໂລກຕາຕໍ້ກະຈົກ ແລະ ຈໍາເປັນຕ້ອງໄດ້ໃຊ້ແວ່ນຕາອ່ານໜັງສື ຫຼື ແວ່ນສາຍຕາຍາວ.

 ຄູກໍາລັງລົມກັບແມ່ນັກຮຽນ ແລະລູກຊາຍຂອງລາວ
ຕັ້ງແຕ່ລາວຍ້າຍມານັ່ງທາງດ້ານໜ້າໃກ້ກະດານ ນີ້ທ້າວເຈິນແມ່ນຮຽນນໍາໝູ່ໄດ້ຕາມປົກກະຕິດີແລ້ວ. ທາງພວກເຮົາກໍ່ ບໍ່ຮູ້ວ່າບັນຫາທີ່ທ້າວເຈິນປະສົບຢູ່ນັ້ນແມ່ນຍ້ອນສາຍຕາບໍ່ຄ່ອຍດີແລະລາວຈໍາເປັນຕ້ອງໃຊ້ແວ່ນສາຍຕາ. ອາທິດໜ້າ ລາວກໍ່ຈະໄດ້ແວ່ນສາຍຕາໃໝ່ອັນທໍາອິດແລ້ວ.



This page was updated: ໒໐ ມີນາ ໒໐໒໔