Hesperian Health Guides

ປະຈຳເດືອນ

ຢູ່ໃນພາກນີ້:

ສາວນ້ອຍຂຶ້ນໃໝ່ແມ່ນເລີ່ມເປັນປະຈຳເດືອນເມື່ອພວກເຂົາມີອາຍຸປະມານ 12 ປີ, ບາງຄົນກໍ່ເປັນໄວຫຼືບາງຄົນກໍ່ເປັນຊ້າ. ສຳລັບປີທຳອິດການເປັນປະຈຳເດືອນອາດຈະເປັນໄລຍະສັ້ນໆແລະອາດຈະມາບໍ່ສະໜ່ຳສະເໝີບາງເດືອນກໍ່ເປັນບາງເດືອນກໍ່ບໍ່ເປັນ ນີ້ຖືວ່າແມ່ນເປັນທຳມະດາ.

Lo NWTND wmc Page 2-1.png
ນີ້ສະແດງວ່າເຈົ້າໃຫຍ່ເປັນສາວແລ້ວ. ຂ້ອຍຈະສະແດງໃຫ້ເຈົ້າຮູ້ວິທີໃຊ້ຜ້າອະນາໄມແນວໃດເພື່ອຮັກສາຄວາມສະອາດເວລາເຮົາເປັນປະຈຳເດືອນ. ແລ້ວຈາກນັ້ນ ພວກເຮົາກໍ່ມາເຮັດອາຫານທີ່ເຈົ້າມັກກິນແລງນຳກັນເນາະ.

ສາວນ້ອຍຂຶ້ນໃໝ່ທີ່ບໍ່ເຄີຍໄດ້ຍິນຫຼືບໍ່ຮູ້ກ່ຽວກັບການເປັນປະຈຳເດືອນມາກ່ອນອາດຈະຄິດວ່າມີຄວາມຜິດປົກກະຕິບາງຢ່າງເກີດຂຶ້ນໃນຮ່າງກາຍພວກເຂົາໃນເວລາທີ່ເລີ່ມເປັນປະຈຳເດືອນ. ສະນັ້ນຫາກໄດ້ບອກພວກເຂົາໄດ້ຮູ້ແລະເຂົ້າໃຈໄວ້ກ່ອນລ່ວງໜ້າກ່ຽວກັບການເປັນປະຈຳເດືອນສາວນ້ອຍເຫຼົ່ານີ້ກໍ່ຈະມີຄວາມສະບາຍໃຈແລະໝັ້ນໃຈຫຼາຍຂຶ້ນກັບສິ່ງທີ່ຈະເກີດຂຶ້ນກັບຮ່າງກາຍຂອງພວກເຂົາເມື່ອເວລາການເປັນປະຈຳເດືອນມາເຖິງ.

ການເປັນປະຈຳເດືອນແມ່ນສັນຍານທີ່ຊີ້ບອກວ່າສາວນ້ອຍຂຶ້ນໃໝ່ສາມາດຖືພາໄດ້. ແຕ່ອັນທີ່ຈິງແລ້ວລາວສາມາດຖືພາໄດ້ໃນໄລຍະສອງສາມເດືອນກ່ອນໜ້າປະຈຳເດືອນຄັ້ງທຳອິດຂອງລາວຈະມາ, ເພາະວ່າຮັງໄຂ່ເລີ່ມປ່ອຍໄຂ່ອອກມາກ່ອນໜ້າການເປັນປະຈຳເດືອນນັ້ນແລ້ວ. (ເພື່ອຮຽນຮູ້ກ່ຽວກັບການຖືພາແລະວິທີການວາງແຜນຄອບຄົວ, ໃຫ້ເບິ່ງບົດການວາງແຜນຄອບຄົວ). ເຖິງແມ່ນວ່າຮ່າງກາຍຂອງສາວນ້ອຍຂຶ້ນໃໝ່ຈະມີຄວາມອາດສາມາດໃນການຖືພາ, ມັນກໍ່ບໍ່ໄດ້ໝາຍຄວາມວ່າການຖືພາຈະປອດໄພສຳລັບລາວແລະລາວມີຄວາມພ້ອມທີ່ຈະເປັນແມ່ຄົນແລ້ວ. ສອນໃຫ້ພວກເດັກຍິງທີ່ຈະເຂົ້າສູ່ໄວສາວຮູ້ຈັກວ່າການຖືເກີດຂຶ້ນແນວໃດແລະຮູ້ເຖິງວິທີການວາງແຜນຄອບຄົວແບບຕ່າງໆ. ໃຫ້ແນ່ໃຈວ່າມີການວາງແຜນຄອບຄົວໄວ້ສຳລັບສາວນ້ອຍເຫຼົ່ານັ້ນ.

ເດັກສາວທຸກໆຄົນຕ້ອງການຜູ້ໃຫ່ຍທີ່ເຂົາເຈົ້າເຊື່ອໃຈໄດ້ຫຼືວ່າພະນັກງານສາທາລະນະສຸກເພື່ອເວົ້າລົມເລື່ອງພັດທະນາການຂອງຮ່າງກາຍເຂົາເຈົ້າ.


ການຮັກສາຄວາມສະອາດໃນໄລຍະເປັນປະຈຳເດືອນ

ເດັກສາວແລະແມ່ຍິງໝົດທຸກຄົນແມ່ນຈະຮູ້ສຶກສະບາຍເນື້ອສະບາຍຕົວຫຼາຍຂຶ້ນຊ່ວງເວລາເປັນປະຈຳເດືອນເມື່ອພວກເຂົາເຈົ້າສາມາດຮັກສາຄວາມສະອາດໄດ້. ສິ່ງນີ້ຈະຊ່ວຍໃຫ້ບັນດາເດັກສາວທັງຫຼາຍສາມາດໄປໂຮງຮຽນໄດ້ບໍ່ຂາດແລະຊ່ວຍໃຫ້ແມ່ຍິງທັງຫຼາຍສາມາດເຮັດກິດຈະກຳຕ່າງໆໄດ້ຕາມປົກກະຕິເຊັ່ນກັນ. ການອາບນ້ຳແລະປ່ຽນຜ້າອານາໄມເລື້ອຍໆຈະຊ່ວຍປ້ອງກັນການຕິດເຊື້ອ. ສະນັ້ນໃນໄລຍະເປັນປະຈຳເດືອນຄວນປະຕິບັດດັ່ງນີ້:

NWTND wmc Page 3-1.png
ຜ້າອະນາໄມ
ຜ້າອະນາໄມແບບສອດໃສ່ໃນຊ່ອງຄອດ
  • ໃຊ້ຜ້າແຫ້ງສະອາດ, ຜ້າອະນາໄມ, ຫຼືຜ້າອະນາໄມແບບສອດໃສ່ໃນຊ່ອງຄອດ (ແທມປອນ), ແລະແຕ່ລະມື້ແມ່ນໃຫ້ປ່ຽນມັນຫຼາຍໆຄັ້ງ
  • ອາບນຳ້ທຸກໆມື້ແລະລ້າງທຳຄວາມສະອາດອະໄວຍະວະເພດ
  • ຊັກລ້າງເຄື່ອງນຸ່ງດ້ວຍນໍ້າຮ້ອນແລະສະບູ, ແລະຖ້າເປັນໄປໄດ້ໃຫ້ຕາກແດດໃຫ້ແຫ້ງດີກ່ອນຈະນຳເອົາໄປໃຊ້ອີກ.
NWTND wmc Page 3-2.png
ເດັກສາວຫຼືແມ່ຍິງພິການບາງຄົນອາດຈະຕ້ອງການຄວາມຊ່ວຍເຫຼືອເປັນພິເສດເມື່ອເປັນປະຈຳເດືອນ.

ການເປັນປະຈຳເດືອນແລະກິດຈະກຳປະຈຳວັນຕ່າງໆ

ຍັງມີຄວາມເຊື່ອກ່ຽວກັບການເປັນປະຈໍາເດືອນແລະສິ່ງທີ່ແມ່ຍິງຄວນຫຼືບໍ່ຄວນເຮັດຄືແນວໃດໃນຊ່ວງໄລຍະເປັນປະຈຳເດືອນ. ຄວາມເຊື່ອກ່ຽວກັບການເປັນປະຈຳເດືອນຫຼາຍໆຢ່າງໄດ້ຖືກໃຊ້ເພື່ອບໍ່ໃຫ້ໃຫ້ເດັກສາວແລະແມ່ຍິງເຂົ້າມາມີບົດບາດສໍາຄັນໃນຊຸມຊົນຂອງເຂົາເຈົ້າໄດ້ຢ່າງເຕັມທີ່. ແມ່ຍິງບໍ່ຈໍາເປັນຕ້ອງປະຕິບັດຕົວແຕກຕ່າງໄປຈາກປົກກະຕິໃນໄລຍະເປັນປະຈຳເດືອນ. ສິ່ງຕໍ່ໄປນີ້ແມ່ນຖືກຕ້ອງສໍາລັບແມ່ຍິງທຸກຄົນ:

ອາຫານ: ແມ່ຍິງສາມາດຮັບປະທານອາຫານໄດ້ທຸກຊະນິດໃນໄລຍະເປັນປະຈຳເດືອນ. ຖ້າວ່າອາຫານນັ້ນດີມີປະໂຫຍດຕໍ່ສຸຂະພາບແລ້ວພວກມັນກໍ່ເປັນອາຫານທີ່ດີມີປະໂຫຍດແລະປອດໄພສຳລັບຍິງທີ່ຢູ່ໃນໄລຍະເປັນປະຈຳເດືອນສາມາດກິນໄດ້ເຊັ່ນກັນ. ຖ້າວ່າລາວປະຈຳເດືອນມາຫຼາຍ, ໃຫ້ກິນອາຫານທີ່ມີທາດເຫຼັກເຊິ່ງສາມາດຊ່ວຍປ້ອງກັພາວະເລືອດຈາງໄດ້ (ໃຫ້ເບິ່ງຂໍ້ມູນເພີ່ມເຕີມໃນໜ້າ 8 ອາຫານດີພາໃຫ້ສຸຂະພາບດີ).

ການອອກກຳລັງກາຍ: ການເຮັດກິດຈະກຳຕ່າງໆຕາມປົກກະຕິແລະການອອກກຳລັງກາຍແມ່ນດີສຳລັບແມ່ຍິງໃນໄລຍະເປັນປະຈຳເດືອນ. ຍິ່ງໄປກວ່ານັ້ນການອອກກໍາລັງຍັງອາດຊ່ວຍບັນເທົາອາການເຈັບຫຼືອາການປັ້ນທ້ອງປະຈຳເດືອນໄດ້.

ການອາບນຳ້: ການອາບນຳ້ໃນໄລຍະເປັນປະຈຳເດືອນແມ່ນດີຕໍ່ສຸຂະພາບເພາະວ່າການຮັກສາໃຫ້ອະໄວຍະວະເພດສະອາດຢູ່ສະເໝີນັ້ນສາມາດຊ່ວຍປ້ອງກັນການຕິດເຊື້ອໄດ້.

ເພດສຳພັນ: ໃນໄລຍະເປັນປະຈຳເດືອນແມ່ຍິງສາມາດມີເພດສຳພັນໄດ້ຕາມປົກກະຕິ. ແຕ່ວ່າ, ຖ້າຫາກຄູ່ນອນນັ້ນມີເຊື້ອເອດສໄອວີ (HIV), ອັດຕາສ່ຽງໃນການຕິດເຊື້ອກໍ່ອາດສູງຂຶ້ນ.


This page was updated: ໒໐ ກໍລະກົດ ໒໐໑໗