Hesperian Health Guides
ປາກອັກເສບ (ແຄນດິດາ (Candida), ເຊື້ອລາ)
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ແອນ້ອຍເກີດໃໝ່ ແລະ ການລ້ຽງລູກດ້ວຍນົມແມ່ > ປາກອັກເສບ (ແຄນດິດາ (Candida), ເຊື້ອລາ)
ເຈັນທຽນ ໄວໂອເລັດ, ຈີວີ, ຄຼີນສໂທ ໄວໂອເລັດ, ເມຕີລໂຣຊານີລີນຽມ ຄຼໍໄຣດ໌ (Gentian violet, GV, crystal violet, methylrosanilinium chloride)
ເຈັນທຽນ ໄວໂອເລັດ (Gentian violet) ແມ່ນຢາທີ່ລາຄາບໍ່ແພງສຳລັບໃຊ້ໃນການປິ່ນປົວເຊື້ອເຫັດໃນປາກ, ຫົວນົມຂອງແມ່ລູກອ່ອນ, ຮອຍພັບຂອງຜິວໜັງ, ຫຼືເຊື້ອເຫັດຢູ່ຊ່ອງຄອດ. ມັນຍັງສາມາດຕ້ານເຊື້ຶອແບກທີເຣັຍຜິວໜັງບາງຢ່າງໄດ້ເຊັ່ນກັນ.
ເຈັນທຽນ ໄວໂອເລັດ ສາມາດເຮັດໃຫ້ຜິວລະຄາຍເຄືອງ ແລະເປັນສາເຫດເຮັດໃຫ້ເຈັບປວດເມື່ອໃຊ້ຂ້າເຊື້ອເຫັດຢູ່ປາກ ຫຼື ຊ່ອງຄອດ. ຈົ່ງຢຸດໃຊ້ທັນທີເມື່ຶອມີຜື່ນ ຫຼືອາການເຈັບປວດ.
ເຈັນທຽນ ໄວໂອເລັດ ແມ່ນຈະເຮັດໃຫ້ບ່ອນທີ່ທາກາຍເປັນສີມ່ວງ. ສີທີ່ຕິດຢູ່ຕາມຜີວໜັງຈະຫາຍໄປເອງໃນເວລາ ສອງສາມມື້, ແຕ່ຖ້າຕິດຕາມເຄື່ອງນຸ່ງແລ້ວມັນຈະຕິດແບບຖາວອນ.
ນີສເຕຕີນ
ນີສ໌ຕາຕີນແມ່ນໃຊ້ໄດ້ຜົນດີສໍາລັບເຊື້ອເຫັດຢູ່ປາກ, ຢູ່ຫົວນົມ, ຫຼືຢູ່ຕາມຜິວໜັງ ຫຼືຊ່ອງຄອດ. ແນວໃສ່ປາກແມ່ນເປັນຊະນິດນໍ້າ ແລະແນວໃສ່ສ່ອງຄອດແມ່ນເປັນຊະນິດຄຼີມ, ຝຸ່ນ ຫຼືເປັນເມັດແບບຍັດໃສ່ຊ່ອງຄອດ.
ຜິວໜັງບ່ອນທີ່ໃຊ້ຢານີສ໌ຕາຕີນຈະເກີດອາການລະຄາຍເຄືອງແຕ່ກໍບໍ່ຄ່ອຍພົບ. ໃຫ້ຢຸດໃຊ້ທັນທີເມື່ອມີຕຸ່ມຜືນ. ບາງຄັ້ງນີສ໌ຕາຕີນຍັງເປັນສາເຫດຂອງການຖອກທ້ອງ.
ຖ້າວ່າໃຊ້ຢານີສ໌ຕາຕີນແລ້ວອາການຍັງບໍ່ດີຂຶ້ນ ຫຼື ກັບມາເປັນແລ້ວເປັນອີກມັນສາມາດເປັນອາການຂອງເຊື້ອເອດສ໌ໄອວີ (HIV).
ສໍາລັບເດັກທີ່ເປັນຕິດເຊື້ອເຫັດໃນປາກ