Hesperian Health Guides

ພະຍາດເບົາຫວານປຽບເໝືອນໂອກາດຄັ້ງທີສອງ

ຢູ່ໃນພາກນີ້:

ພະຍາດເບົາຫວານເປັນພະຍາດທີ່ຮຸນແຮງແຕ່ວ່າມັນສາມາດປິ່ນປົວໄດ້. ການປິ່ນປົວພະຍາດເບົາຫວານເຮັດໃຫ້ຄົນທີ່ເປັນມີໂອກາດທີ່ຈະເຮັດມີການປ່ຽນແປງການດຳລົງຊີວິດດີຂື້ນ. ດັ່ງນັ້ນ, ພວກເຂົາກໍຈະມີສຸຂະພາບທີ່ດີ, ຫ້າວຫັນ ແລະ ສາມາດດຳລົງຊີວິດໄດ້ປົກກະຕິ.

ຖ້າທ່ານບໍ່ມີຄວາມຮູ້ກ່ຽວກັບການເບິ່ງແຍ່ງຕົວທ່ານເອງ ຈະເຮັດໃຫ້ການດຳລົງຊີວິດມີຄວາມຫຍຸ້ງຍາກ. ແຕ່ຖ້າຫາກວ່າໄດ້ຮັບການຊ່ວຍເຫຼືອ ແລະ ມີຄວາມຮູ້ກ່ຽວກັບພະຍາດເບົາຫວານ ພວກເຂົາກໍສາມາດມີສຸຂະພາບດີຂື້ນກວ່າທີ່ຜ່ານມາໄດ້ເນື່ງຈາກວ່າສຸຂະພາບຂອງພວກເຂົາແມ່ນຂື້ນກັບສິ່ງເຫຼົ່ານີ້, ອີກຢ່າງແມ່ນພວກເຂົາອາດຈະມີບັນຫາອື່ນໆກ່ຽວກັບການດຳລົງຊີວິດ ຫຼືບັນຫາຊຸມຊົນ. ພວກເຂົາອາດຕໍ່ສູ້ເພື່ອໃຫ້ໄດ້ອາຫານທີ່ດີຕໍ່ສຸຂະພາບ, ຄ່າແຮງງານທີ່ຍຸດຕິທຳ, ຢຸດສານເຄມີທີ່ເປັນມົນລະພິດເພື່ອເຮັດໃຫ້ມີຄວາມປອດໄພໃນການຍ່າງ ຫຼືສິ່ງອື່ນໆທີ່ເຮັດໃຫ້ພວກເຂົາມີຄວາມຫ້າວຫັນຂື້ນ (ເຄື່ອນເໝັງຫຼາຍຂື້ນ), ກິນອາຫານທີ່ດີຂື້ນພ້ອມກັບຫຼຸດຜ່ອນພາວະຄວາມຕຶງຄຽດໃນຊີວິດ.

ທ່ານສາມາດໃຊ້ຊີວິດກັບພະຍາດເບົາຫວານໄດ້

NWTND Diab Page 26-1.png

ຄົນທີ່ເປັນພະຍາດເບົາຫວານຕ້ອງໄດ້ມີການປ່ຽນແປງວິທີການກິນ ແລະ ການດຳລົງຊີວິດ. ລຸ່ມນີ້ແມ່ນບາງຂໍ້ແນະນຳທີ່ຈະຊ່ວຍໃຫ້ທ່ານມີການປ່ຽນແປງ:

  • ເລີ່ມຈາກການປ່ຽນແປງສິ່ງນ້ອຍໆ. ຕົວຢ່າງ: ແທນທີ່ຈະເຊົາດື່ມເຄື່ອງດື່ມທີ່ມີລົດຊາດຫວານເລີຍແມ່ນໃຫ້ພະຍາຍາມຫຼຸດຜ່ອນລົງເທື່ອລະໜ້ອຍ. ໃຫ້ຫຼຸດປະລິມານນຳ້ຕານທີ່ທ່ານກິນລົງເທື່ອລະໜ້ອຍ ຫຼືເພີ່ມການອອກກຳລັງກາຍແມ່ນຈະເຮັດໄດ້ງ່າຍກວ່າ ແລ້ວທ່ານກໍຈະປະຕິບັດມັນໄດ້.
  • ຕັດສິນໃຈວ່າທ່ານຕ້ອງການປ່ຽນແປງຫຍັງ. ໃຫ້ຕັ້ງເປົ້າໝາຍເຊັ່ນ: ຍ່າງເພີ່ມຂື້ນ, ສູບຢາສູບໃຫ້ໜ້ອຍລົງ ຫຼືບໍ່ສູບເລີຍ ຫຼືສາມາດຫຼີ້ນກັບລູກກັບຫຼານຂອງທ່ານ.
  • ໃຫ້ຊອກຫາຄວາມຊ່ວຍເຫຼືອ. ຄອບຄົວ, ໝູ່ເພື່ອນ ຫຼືຄົນອື່ນທີ່ເປັນພະຍາດເບົາຫວານສາມາດຊ່ວຍໃຫ້ທ່ານມີການປ່ຽນແປງໄດ້. ການທີ່ມີກຸ່ມ ຫຼືຫ້ອງຮຽນສຳລັບຄົນທີ່ເປັນພະຍາດເບົາຫວານສາມາດເຮັດໃຫ້ຄົນທີ່ເປັນພະຍາດມີການຊ່ວຍເຫຼືອ, ສະໜັບສະໜູນເຊິ່ງກັນ ແລະ ກັນໄດ້.
  • ຊອກຫາຄວາມຊ່ວຍເຫຼືອສຳລັບຄວາມຮູ້ສືກທີ່ບໍ່ດີ. ມັນເປັນເລື່ອງປົກກະຕິສຳລັບຄົນທີ່ເປັນພະຍາດເບົາຫວານທີ່ຈະມີຄວາມຮູ້ສຶກຢ້ານຕໍ່ອານາຄົດ, ມີຄວາມຮູ້ສຶກເສົ້າກ່ຽວກັບສຸຂະພາບ ຫຼືມີຄວາມໃຈຮ້າຍທີ່ຕ້ອງມີການປ່ຽນແປງພຶດຕິກຳ. ບັນດາຄວາມຮູ້ສຶກໂສກເສົ້າ, ຊືມເສົ້າ ຫຼື ໝົດຫວັງສາມາດເຮັດໃຫ້ຄົນທີ່ເປັນພະຍາດເບົາຫວານບໍ່ຢາກມີການປ່ຽນແປງພຶດຕິກຳທີ່ລາວຕ້ອງປ່ຽນແປງ. ມັນເປັນເລື່ອງທີ່ດີຫຼາຍທີ່ຈະເວົ້າເຖິງຄວາມຮູ້ສຶກເຫຼົ່ານີ້ພ້ອມກັບຮຽນຮູ້ວິທີທາງທີ່ຈະເຮັດໃຫ້ມີຄວາມຮູ້ສຶກດີຂື້ນ. ສະລັບຂໍ້ມູນເພີ່ມເຕີມກ່ຽວກັບ ພາວະຊຶມເສົ້າ, ໃຫ້ເບິ່ງບົດ ສຸຂະພາບຈິດ (ກຳລັງຂຽນຢູ່).
  • ຊອກຫາເຫດຜົນຂອງທ່ານສຳລັບຄວາມຕ້ອງການທີ່ຈະເຮັດໃຫ້ມີສຸຂະພາບທີ່ດີຂື້ນ. ແມ່ນຫຍັງທີ່ທ່ານຕ້ອງການຈະປະຕິບັດ ແລະ ທ່ານຈະຕ້ອງການມີຄວາມຮູ້ສຶກທີ່ດີຂື້ນແນວໃດ? ຕົວຢ່າງ: ໃຫ້ຄິດເຖິງຄອບຄົວຂອງທ່ານພ້ອມກັບວ່າເປັນຫຍັງທ່ານຈື່ງຕ້ອງການມີຊີວິດຢູ່ ແລະ ມີສຸຂະພາບທີ່ດີເພື່ອຊ່ວຍພວກເຂົາໃນອານາຄົດ. ເປົ້າໝາຍທີ່ດີຊ່ວຍໃຫ້ທ່ານມີການປ່ຽນແປງ ແລະ ປະຕິບັດສືບຕໍ່ກັນ.


This page was updated: ໑໑ ພຶດສະພາ ໒໐໑໘