Hesperian Health Guides

ມະເຮັງທີ່ພົບເລື້ອຍ

ຢູ່ໃນພາກນີ້:

ມະເຮັງແຕ່ລະຊະນິດແມ່ນແຕກຕ່າງກັນ, ມີສາຫດແຕກຕ່າງກັນ, ອາການສະແດງແຕກຕ່າງກັນ ແລະ ທາງເລືອກໃນການປິ່ນປົວກໍແຕກຕ່າງກັນ. ມະເຮັງບາງຊະນິດການປ້ອງກັນ ແລະ ການປິ່ນປົວແມ່ນງ່າຍ ແລະ ມະເຮັງບາງຊະນິດແມ່ນເຮັດໃຫ້ເສຍຊີວິດໄດ້. ເຖິ່ງແມ້ວ່າໃນສະຖານທີ່ທີ່ມີຄວາມທຸກຍາກ ມະເຮັງຫຼາຍຊະນິດແມ່ນສາມາດປິ່ນປົວໄດ້ ແລະ ກໍຄວນໄດ້ຮັບການປິ່ນປົວ.

a man coughing.

ມະເຮັງປອດ

ອາການສະແດງ
  • ໄອ
  • ໄອອອກເລືອດ
  • ເຈັບໜ້າເອີກ ຕາມປົກກະຕິແມ່ນເຈັບເບື້ອງດຽວ
  • ຫາຍໃຈຍາກ


ເມື່ອຄົນທີ່ມີອາການເຫຼົ່ານີ້ແລ້ວ ຕາມປົກກະຕິແມ່ນເປັນມະເຮັງປອດຂັ້ນສຸດທ້າຍ.

ມະເຮັງປອດແມ່ນມະເຮັງທີ່ພົບເຫັນເລື້ອຍ ແລະ ມັນກໍຍັງເປັນມະເຮັງຊະນິດໜື່ງທີ່ສາມາດປ້ອງກັນໄດ້. ສ່ວນໃຫ່ຍສາເຫດແມ່ນການສູບຢາ, ເຖິງທ່ານຈະສູບຢາມາດົນປານໃດກໍຕາມ ເມື່ອທ່ານເຊົາສູບຢາ ໂອກາດທີ່ທ່ານຈະເປັນມະເຮັງປອດກໍຫຼຸດລົງ. ການສູບຢາຍັງເປັນສາເຫດຂອງມະເຮັງຊະນິດອື່ນໆອີກ. ຄົນທີ່ອາໃສຢູ່ກັບຄົນສູບຢາ ຫຼືເຮັດວຽກກັບຄົນທີ່ສູບຢາກໍຈະມີຜົນຮ້າຍເຊັ່ນກັນ ເຖິງວ່າລາວຈະບໍ່ສູບຢາກໍຕາມ.

smoke comes out of big truck

ການສູບດົມເອົາຄວັນຊະນິດອື່ນໆກໍເຮັດໃຫ້ເປັນມະເຮັງປອດໄດ້ເຊັ່ນກັນ. ຕົວຢ່າງ: ຄວັນລົດບັນທຸກ, ຄວນຈາກໂຮງງານ ແລະ ຄວັນຈາກການຈູດໄຟປຸງແຕ່ງອາຫານ. ຖ້າຫາກວ່າທ່ານສູບຢາ ແລະ ທ່ານກໍຍັງໄດ້ຮັບຄວັນຈາກບ່ອນເຮັດວຽກ ຫຼືເຮືອນຊານ ໂອກາດທີ່ທ່ານຈະເປັນມະເຮັງປອດກໍຫຼາຍຂື້ນ.

ຕາມປົກກະຕິແລ້ວ ມະເຮັງປອດແມ່ນເຮັດໃຫ້ເສຍຊີວິດໄດ້. ວິທີທີ່ດີທີ່ສຸດທີ່ຈະປ້ອງກັນມະເຮັງປອດໄດ້ແມ່ນເຊົາສູບຢາ. ເພື່ອຂໍຄວາມຊ່ວຍເຫຼືອ ໃຫ້ເບິ່ງບົດ ຢາເສບຕິດ, ເຫຼົ້າ ແລະ ຢາສູບ (ກຳລັງຂຽນຢູ່).

ມະເຮັງລຳໄສ້ໃຫ່ຍ ແລະ ລຳໄສ້ສຸດ

a person from behind with "colon", "rectum", and "anus" illustrated.
ລຳໃສ້
ລຳໄສ້ສຸດ
ທະວານ

ເປັນມະເຮັງ 2 ຊະນິດຂອງລະບົບລະລາຍພາກສ່ວນລຸ່ມ. ທ່ານມີໂອການເປັນມະເຮັງເຫຼົ່ານີ້ຫຼາຍຂື້ນຖ້າຫາກວ່າຄົນໃນຄອບຄົວທ່ານເປັນ. ມະເຮັງເຫຼົ່ານີ້ກໍຍັງພົບເລື້ອຍໃນຄົນທີ່ເປັນພະຍາດຂອງລຳໃສ້ຢູ່ແລ້ວເຊັ່ນ: ພະຍາດບາດແຜໃນລຳໄສ້ໃຫ່ຍ (ulcerative colitis). ບາງສະຖານທີ່ໃຫ້ບໍລິການສຸຂະພາບກວດຊອກຫາມະເຮັງຊະນິດນີ້ໂດຍເອົາອາຈົມມາກວດເບິ່ງເລືອດ.

ມະເຮັງເຫຼົ່ານີ້ພົບໜ້ອຍໃນຜູ້ຊາຍ ຫຼືຜູ້ຍິງທີ່ກິນຜັກ,ໝາກໄມ້ສົດ, ພືດທີ່ເປັນເມັດ ແລະ ອາຫານທີ່ມີເສັ້ນໃຍທຸກວັນ. (ເບິ່ງບົດ ອາຫານເພື່ອສຸຂະພາບ). ການດື່ມເຫຼົ້າໜ້ອຍລົງ ແລະ ບໍ່ສູບຢາກໍປ້ອງກັນມະເຮັງເຫຼົ່ານີ້ໄດ້ເຊັ່ນກັນ.

ອາການສະແດງ
  • ຖ່າຍໜັກເປັນສີດຳ ຫຼືເປັນເລືອດ
  • ເຈັບທ້ອງ
  • ການຖ່າຍໜັກມີການປ່ຽນແປງຈາກປົກກະຕິ: ຖ່າຍຫຼາຍຄັ້ງ ຫຼືຖ່າຍໜ້ອຍຄັ້ງ ຫຼືຖ້ອງທ້ອງ ຫຼື ທ້ອງຜູກ


ພາວະເລືອດຈາງສາມາດແມ່ນອາການສະແດງໜື່ງ. ຮູ້ສືກອ່ອນເພຍ ແລະ ນຳ້ໜັກຫຼຸດແມ່ນອາການຂອງມະເຮັງຂັ້ນສຸດທ້າຍແລ້ວ.

ການປິ່ນປົວ

ຖ້າຫາກວ່າພົບມະເຮັງພວກນີ້ແຕ່ເບື້ອງຕົ້ນ ມັນກໍສາມາດປິ່ນປົວດ້ວຍການໃຊ້ເຄມີບຳບັດ ຫຼືຜ່າຕັດອອກ. ມັນຂື້ນຢູ່ທີ່ວ່າມະເຮັງເປັນຢູ່ບ່ອນໃດ ແລະ ໄດ້ຜ່າຕັດລຳໄສ້ອອກຫຼາຍປານໃດ ການຜ່າຕັດນັ້ນອາດມີການເຮັດທະວານທຽມແບບຊົ່ວຄາວ ຫຼືຖາວອນ. ໃນການເຮັດທະວານທຽມນັ້ນ ທ່ານໝໍຜ່າຕັດຈະເປີດລຳໃສ້ພາກສ່ວນທີ່ປົກກະຕິອອກທາງໜ້າທ້ອງ. ດັ່ງນັ້ນ ອາຈົມກໍຈະຜ່ານອອກມາບ່ອນທີ່ຜ່າຕັດນັ້ນ ແລ້ວກໍອອກມາໃສ່ຖົງເກັບອາຈົມທາງນອກເລີຍ. ດັ່ງທີ່ວິທີການປິ່ນປົວ ແລະ ການຜ່າຕັດສຳລັບມະເຮັງລຳໄສ້ ແລະ ລຳໃສ້ສຸດມີການປັບປຸງ ການຜ່າຕັດໃຊ້ທະວານທຽມກໍໜ້ອຍລົງ.

ມະເຮັງປາກມົດລູກ

ເມື່ອມະເຮັງເປັນຢູ່ພວກສ່ວນຫຼັກຂອງມົດລູກເອີ້ນວ່າ: ມະເຮັງມົດລູກ. ເມື່ອມະເຮັງເປັນຢູ່ທາງເຂົ້້າຂອງມົດລູກເອີ້ນວ່າ: ມະເຮັງປາກມົດລູກ. ມະເຮັງປາກມົດລູກແມ່ນມະເຮັງຊະນິດໜື່ງທີ່ພົບເລື້ອຍ, ເປັນມະເຮັງທີ່ມີການຂະຫຍາຍຕົວຊ້າທີ່ສາມາດປິ່ນປົວໄດ້ຖ້າຫາກວ່າພົບໃນໄລຍະເບື້ອງຕົ້ນ. ພ້ອມກັນກັບແຜນການການເບິ່ງແຍງສຸຂະພາບທີ່ດີ ມັນກໍສາມາດປ້ອງກັນມັນໄດ້.

ເຊື້ອ ເອັສ-ພີ-ວີ HPV ເປັນເຊື້ອ ໄວຣັສ ທີ່ພົບເລື້ອຍທີ່ຕິດຕໍ່ທາງເພດສຳພັນ (ເບິ່ງບົດ ບັນຫາຂອງອະໄວຍະວະສືບພັນ ແລະ ການຕິດເຊື້ອ) ແມ່ນສາເຫດຫຼັກຂອງມະເຮັງປາກມົດລູກ. ເຊື້ອ ເອັສ-ພີ-ວີ HPV ເປັນເຊື້ອທີ່ຜູ້ຊາຍ ແລະ ຜູ້ຍິງຕິດເປັນສ່ວນຫຼາຍ. ມີພຽງແຕ່ບາງຊະນິດຂອງເຊື້ອ ເອັສ-ພີ-ວີ HPV ທີ່ເຮັດໃຫ້ເປັນມະເຮັງ.

a woman's torso with reproductive organs shown and an arrow to "cervix".
ປາກມົດລູກ

ຢາວັກຊິນຕ້ານເຊື້ອ ເອັສ-ພີ-ວີ HPV ປ້ອງກັນເຊື້ອສ່ວນໃຫ່ຍທີ່ເປັນສາເຫດຂອງມະເຮັງ (ເຊື້ອນີ້ມີຫຼາຍຊະນິດ). ໂຄງການການສັກວັນຊີນໃຫ້ແກ່ເດັກຊາຍ ແລະ ເດັກຍິງທຸກຄົນຢູ່ໃນຊຸມຊົນຂອງທ່ານສາມາດຫຼຸດຜ້ອນຈຳນວນຜູ້ຍິງທີ່ຈະເປັນມະເຮັງປາກມົດລູກລົງໄດ້ຫຼາຍ ແຕ່ມັນກໍຈະບໍ່ສາມາດກຳຈັດມະເຮັງຊະນິດນີ້ໄດ້ໝົດ. ການກວດຊອກຫາມະເຮັງເພື່ອໃຫ້ໄດ້ຮັບການປິ່ນປົວໃນໄລຍະເບື້ອງຕົ້ນແມ່ນມີຄວາມສຳຄັນທີ່ສຸດ. ທັງການກວດຊອກຫາ ແລະ ການປິ່ນປົວມະເຮັງປາກມົດລູກແມ່ນປະຕິບັດໄດ້ງ່າຍ ແລະ ໄດ້ຮັບຜົນສຳເລັດສູງ.

ມະເຮັງປາກມົດລູກແມ່ນພົບເລື້ອຍໃນຄົນທີ່ຕິດເຊື້ອ ເອັສ-ໄອ-ວີ HIV ເນື່ອງຈາກວ່າພູມຕ້ານທານຮ່າງກາຍຂອງພວກເຂົາບໍ່ສາມາດຕໍ່ສູ້ກັບການຕິດເຊື້ອໄດ້ດີ. ມັນເປັນສິ່ງທີ່ສຳຄັນຫຼາຍສຳລັບຄົນທີ່ຕິດເຊື້ອ ເຣັສ-ພີ-ວີ HPV ໃຫ້ກວດຊອກຫາມະເຮັງປາກມົດລູກເປັນປະຈຳ. ຖ້າເປັນໄປໄດ້ແມ່ນໃຫ້ກວດປີລະຄັ້ງ.

ອາການສະແດງ

ໃນໄລຍະເບື້ອງຕົ້ນ ມະເຮັງປາກມົດລູກແມ່ນບໍ່ມີອາການສະແດງຫຍັງໃຫ້ຜິດສັງເກດ. ຕໍ່ມາມັນສາມາດມີເລືອດອອກຈາກຊ່ອງຄອດໃນເວລາມີເພດສຳພັນ ຫຼືອອກເມື່ອໃດກໍໄດ້ທີ່ບໍ່ແມ່ນຮອບປະຈຳເດືອນ. ຖ້າມະເຮັງນັ້ນບໍ່ໄດ້ຮັບການປິ່ນປົວ ມັນກໍຈະມີອາການເຈັບ, ເບື້ອງຕົ້ນແມ່ນເຈັບຫຼັງ ຫຼືທ້ອງນ້ອຍ ແລະ ຕໍ່ມາກໍເຈັບທາງລຸ່ມຂອງຂາດ້ານຫຼັງ.

ການກວດຊອກຫາມະເຮັງ

ມະເຮັງປາກມົດລູກສ່ວນໃຫ່ຍບໍ່ເຮັດໃຫ້ເສຍຊີວິດເມື່ອພົບໃນໄລຍະເບື້ອງຕົ້ນ. ໂຄງການການກວດຊອກຫາມະເຮັງສຳລັບແມ່ຍິງທຸກຄົນແມ່ນເປັນເລື່ອງທີ່ງ່າຍທີ່ຈະປະຕິບັດ ເຖິງຈະເປັນສະຖານທີ່ໃຫ້ການບໍລິການສຸຂະພາບທີ່ນ້ອຍກໍສາມາດເຮັດໄດ້. ທຸກໆການກວດໃນການກວດ 3 ຢ່າງເພື່ອຊອກຫາມະເຮັງປາກມົດລູກແມ່ນມີຜົນປະໂຫຍດໝົດ.

a doctor giving a woman a pelvic exam.
ວິທີການກວດຊອກຫາມະເຮັງປາກມົດລູກອາດຈະມີຄວາມຮູ້ສຶກບໍ່ສະດວກເລັກນ້ອຍ ແຕ່ມັນບໍ່ເຮັດໃຫ້ເຈັບ.
  • ວິທີກວດໂດຍການສັງເກດເບິ່ງ ຫຼືການໃຊ້ນຳ້ສົ້ມສາຍຊູ (ສັ່ງເກດເບິ່ງປາກມົດລູກຫຼັງຈາກເອົານຳ້ສົ້ມສາຍຊູ ຫຼື Lugol’s iodine ໃສ່). ວິທີນີ້ແມ່ນລາຄາບໍ່ແພງ ແລະ ກໍບໍ່ຕ້ອງການຫ້ອງວິເຄາະ ພ້ອມກັນນັ້ນຍັງຮຽນຮູ້ວິທີປະຕິບັດໄດ້ງ່າຍ. ບາງຄັ້ງການກວດວິທີການອື່ນໆກໍຈະໃຊ້ເພື່ອຢັ້ງຢືນຜົນກວດນີ້. ເພື່ອເບິ່ງວິທີການສັງເກດ ໃຫ້ເບິ່ງປື້ມກ່ຽວກັບຜະດຸງຄັນທີ່ມີຢູ່ໃນ ເຮັສເພີຣຽນ Hesperian.
  • ວິທີ Papanicolaou ຫຼື ການໃຊ້ອຸປະກອນຕ້ວຍປາກຊ່ອງຄອດ Pap smear. ການໃຊ້ອຸປະກອນຕ້ວຍປາກຊ່ອງຄອດກວດແມ່ນສາມາດເຊື່ອຖືໄດ້ຫຼາຍ ແຕ່ມັນອາດຈະບໍ່ສາມາດບົ່ງມະຕິໄດ້ທຸກກໍລະນີ. ດັ່ງນັ້ນ ມັນກໍຄວນຈະໄດ້ເຮັດຊຳ້ຄືນທຸກໆ 3 ປີ ຫຼື ກວດເປັນປະຈຳ.
  • ການກວດຊອກຫາເຊື້ອ ເອັສ-ພີ-ວີ HPV, ວິທີນີ້ແມ່ນກວດຊອກຫາເຊື້ອ ເອັສ-ພີ-ວີ HPV ທີ່ເປັນສາເຫດຂອງມະເຮັງປາກມົດລູກ. ມັນສາມາດກວດຫາແຕ່ເຊື້ອນີ້ຢ່າງດຽວ ຫຼືກວດຮ່ວມກັບການໃຊ້ອຸປະກອນຕ້ວຍປາກຊ່ອງຄອດ ຫຼືການໃຊ້ອຸປະກອນຕ້ວຍປາກຊ່ອງຄອດ ບອກວ່າສາມາດເປັນມະເຮັງໄດ້.
ການປິ່ນປົວ

ມະເຮັງປາກມົດລູກທີ່ພົບໃນໄລຍະເບື້ອງຕົ້ນແມ່ນປິ່ນປົວໃຫ້ຫາຍຂາດໄດ້. ການປິ່ນປົວບາງວິທີສາມາດເຮັດໄດ້ງ່າຍ ແລະ ລາຄາບໍ່ແພງ ພ້ອມກັນນັ້ນຍັງສາມາດເຮັດໄດ້ທັນທີຢູ່ສະຖານທີ່ໃຫ້ການບໍລິການສຸກຂະພາບໂດຍຜູ້ໃຫ້ບໍສິການ ດ້ານສຸຂະພາບທີ່ໄດ້ຮັບການຝຶກອົບຮົມມາຫຼັງຈາກທີ່ກວດພົບວ່າເປັນມະເຮັງແລ້ວ.

  • ການປິ່ນປົວດ້ວຍຄວາມເຢັນເຮັດໃຫ້ປາກມົດລູກແຂງຕົວ ໂດຍໃຊ້ ຄາບອນ ໄດອ໋ອກໄຊ carbon dioxide ຫຼື ລົມນິເທຣີສອ໋ອກໄຊ nitrous oxide. ການເຮັດໃຫ້ແຂງນັ້ນທຳລາຍຈຸລັງທີ່ຜິດປົກກະຕິ ແລະ ປ້ອງກັນບໍ່ໃຫ້ມັນພັດທະນາໄປເປັນມະເຮັງ. ການປິ່ນປົວດ້ວຍຄວາມເຢັນແມ່ນບໍ່ເຮັດໃຫ້ເຈັບ ພ້ອມທັງມີຄວາມປອດໄພ. ການປິ່ນປົວນີ້ລາຄາບໍ່ແພງ ແລະ ຜູ້ໃຫ້ບໍລິການ

ດ້ານສຸຂະພາບກໍເຮັດໄດ້ງ່າຍ ພ້ອມກັນນັ້ນແພດຜະດຸງຄັນກໍຍັງຮຽນຮູ້ວິທີປະຕິບັດໄດ້. ໃຫ້ເບິ່ງປື້ມກ່ຽວກັບຜະດຸງຄັນທີ່ມີຢູ່ໃນ ເຮັສເພີຣຽນ Hesperian.

  • ວິທີ Loop eclectrosurgical excision procedure (LEEP) ແມ່ນໃຊ້ເຫຼັກທີ່ມີຮູບຮ່າງເປັນບ້ວງທີ່ສົ່ງກະແສໄຟຟ້າຜ່ານ ຕັດບໍລິເວນປາກມົດລູກທີ່ມີຈຸລັງຜິດປົກກະຕິ. ວິທີນີ້ແມ່ນຕ້ອງການໃຊ້ໃນກໍລະນີທີ່ມີຈຸລັງຜິດປົນກະຕິກວ້າງ ຫຼືວ່າມັນກວ້າງລາມເຂົ້າທາງໃນຂອງປາກມົດລູກ.
  • ວິທີ Cold knife conization ແມ່ນໃຊ້ມີດຜ່າຕັດຕັດເອົາບໍລິເວນປາກມົດລູກທີ່ໃຫ່ຍອອກ ຖ້າຫາກວ່າບໍລິເວນກ່ອນທີ່ຈະກາຍເປັນມະເຮັງນັ້ນໃຫ່ຍ. ວິທີນີ້ເຮັດໄດ້ໂດຍຜູ້ຊ່ຽວຊານສະເພາະ. ວິທີການນີ້ອາດເຮັດໃຫ້ຜູ້ຍິງມີໂອກາດທີ່ຈະລຸລູກ ຫຼືອາການສົນອື່ນໆເມື່ອເຂົາຖືພາໃນອະນາຄົດ.


ຖ້າມະເຮັງເປັນຂັ້ນສຸດທ້າຍແລ້ວ ມັນອາດມີຄວາມຈຳເປັນທີ່ຕ້ອງຜ່າຕັດເອົາມົດລູກອອກ. ວິທີນີ້ແມ່ນເຮັດໃຫ້ບໍ່ສາມາດມີລູກໄດ້ ແຕ່ມັນກໍມີໂອກາດທີ່ຈະເຮັດໃຫ້ມີຊີວິດລອດຈາກມະເຮັງໄດ້.

ມະເຮັງພົກຍ່ຽວ

ມີ 3 ສາເຫດຫຼັກທີ່ເຮັດໃຫ້ເປັນມະເຮັງພົກຍ່ຽວ

  • ສູບຢາ
  • ສຳພັດກັບສານເຄມີທີ່ເປັນພິດ ສ່ວນໃຫ່ຍແມ່ນມາຈາກອຸດສາຫະກຳ (ບັນດາໂຮງງານ ແລະ ເໝືອງຕ່າງໆ). ຕົວຢ່າງເຊັ່ນມະເຮັງພົກຍ່ຽວແມ່ນພົບເລື້ອຍໃນກຳມະກອນທີ່ເຮັດວຽກກ່ຽວກັບກົນຈັກ ຫຼືເຮັດກັບຫຼັກ, ສີ, ຢາງ, ໜັງ, ຜ້າ, ພົມ, ສີເມັນ ແລະ ຢາງພຣາດຕິກ. ມັນຍັງພົບເລື້ອຍກັບຄົນທີ່ເຣັດວຽກຢູ່ເໝືອງ, ກຳມະກອນທີ່ເຮັດວຽກກ່ຽວກັບໄຟຟ້າ, ຄົນທີ່ເຮັດວຽກກັບສານເຄມີ ແລະ ຄວັນ.
  • ພະຍາດແມ່ນກາຝາກ schistosomiasis (ເບິ່ງບົດການເຈັບເປັນອື່ນໆທີ່ຮຸນແຮງ, ກຳລັງຂຽນຢູ່). ໃນສະຖານທີ່ທີ່ພະຍາດນີ້ມີຫຼາຍ ມັນກໍເປັນສາເຫດໜື່ງທີ່ພົບເລື້ອຍ.

ອາການສະແດງ

  • ຍ່ຽວເປັນເລືອດ
  • ຍ່ຽວຢ໋ອດ (ຍ່ຽວເຮ່ຍ) ຫຼືຍ່ຽວຫຼາຍຄັ້ງ
  • ເຈັບດ້ານລຸ່ມຂອງແອວເບື້ອງໃດໜື່ງ ຢູ່ເທິງຂອງດ້ານກາງກະດູກອ່າງຊາມ ຫຼືບໍລິເວນລະຫວ່າງຮູທະວານຫາແກ່ນອັນທະ ຫຼື ຊ່ອງຄອດ
  • ອາດຍ່ຽວຍາກ ແຕ່ຄົນທີ່ເປັນມະເຮັງຜົກຍ່ຽວສ່ວນໃຫ່ຍແລ້ວບໍ່ມີອາການເຈັບເວລາຍ່ຽວ.


ອາການເຫຼົ່ານນີ້ແມ່ນອາການທີ່ພົບເລື້ອຍກ່ຽວກັບບັນຫາອື່ນໆຂອງພົກຍ່ຽວ. ເບິ່ງບົດຍ່ຽວຍາກ (ກຳລັງຂຽນຢູ່).

ການປິ່ນປົວ

ຕາມປົກກະຕິແລ້ວ ມະເຮັງພົກຍ່ຽວແມ່ນປິ່ນປົວດ້ວຍການຜ່າຕັດເພື່ອເອົາກ້ອນເບົ້້ານັ້ນອອກ ຫຼືເອົາບໍລິເວນຂອງພົກຍ່ຽວທີ່ເປັນມະເຮັງອອກ. ເຄມີບຳບັດອາດຊ່ວຍເຮັດໃຫ້ກ້ອນເບົ້ານັ້ນນ້ອຍລົງກ່ອນທີ່ຈະຜ່າຕັດ ຫຼືປ້ອງກັນບໍ່ໃຫ້ມະເຮັງນັ້ນກັບຄືນມາຫຼັງຈາກຜ່າຕັດ. ຖ້າຫາກວ່າກ້ອນເບົ້ານັ້ນໃຫ່ຍຫຼາຍ ອາດຈະຕ້ອງໄດ້ຜ່າຕັດເອົາພົກຍ່ຽວອອກໝົດ.

ມະເຮັງພົກຍ່ຽວສາມາດເປັນກັບຄືນໄດ້. ການກວດຕິດຕາມເປັນປະຈຳແມ່ນມີຄວາມຈຳເປັນຫຼັງຈາກການປິ່ນປົວເພື່ອໃຫ້ມີຄວາມໝັ້ນໃຈວ່າມະເຮັງນັ້ນບໍ່ກັບຄືນມາ.

ມະເຮັງຕັບ

ມະເຮັງຕັບແມ່ນມະເຮັງທີ່ຮ້າຍແຮງ ແລະ ປິ່ນປົວໄດ້ຍາກ. ມະເຮັງຊະນິດນີ້ພົບຫຼາຍໃນຜູ້ຊາຍ.

a man with his liver shown.
ຕັບ

ອາການສະແດງ

ຕາມປົກກະຕິມັນບໍ່ມີອາການສະແດງ. ເຖິງຢ່າງໃດກໍຕາມເກືອບທຸກຄົນທີ່ເປັນມະເຮັງຕັບແມ່ນມີພະຍາດອັກເສບຕັບ ຫຼືກະດັນຕັບ (ຕັບເປັນແຜເປັນຈາກເຫຼົ້າ ຫຼືພະຍາດ) ມາກ່ອນ. ດັ່ງນັ້ນ, ຄົນທີ່ເປັນມະເຮັງຕັບຈະມີອາການສະແດງຂອງພະຍາດຕັບ:

  • ເຫຼືອງ (ຜິວ ຫຼືຕາເຫຼືອງ)
  • ເຈັບທ້ອງບໍລິເວນສ້ວງເບື້ອງຂວາ
  • ທ້ອງເບັງ
  • ຮູ້ສຶກເມື່ອຍຕະຫຼອດ
ການປ້ອງກັນ

ມະເຮັງນີ້ແມ່ນປິ່ນປົວຍາກ ແຕ່ການສັກຢາວັກຊີນປ້ອງກັນພະຍາດຕັບອັກເສບຈາກ ໄວຣັສ ບີ (hepatitis B) ຊ່ວຍປ້ອງກັນໄດ້ຫຼາຍກໍລະນີ.

ເພື່ອຫຼີກລ້ຽງພະຍາດກະດັນຕັບທີ່ເກີດຈາກເຫຼົ້າແມ່ນໃຫ້ຫຼີກລ້ຽງບໍ່ໃຫ້ກິນເຫຼົ້າຫຼາຍກວ່າ 1 ຫຼື້ 2 ຈອກຕໍ່ມື້. ຖ້າທ່ານມີພະຍາດຕັບຢູ່ແລ້ວເຊັ່ນ: ພະຍາດອັກເສບຕັບ ທ່ານສາມາດເຮັດໃຫ້ທ່ານມີໂອກາດເປັນມະເຮັງຕັບໜ້ອຍລົງໂດຍການບໍ່ດື່ມເຫຼົ້າ.

ມະເຮັງເຕົ້ານົມ

ມະເຮັງເຕົ້ານົມເປັນມະເຮັງຊະນິດໜື່ງທີ່ພົບເລື້ອຍໃນຜູ້ຍິງ ແຕ່ຜູ້ຊາຍກໍສາມາດເປັນໄດ້ເຊັ່ນກັນ. ມະເຮັງເຕົ້ານົມ ຖ້າຫາກວ່າພົບໃນໄລຍະເບື້ອງຕົ້ນແມ່ນສາມາດປິ່ນປົວໄດ້ຢ່າງມີປະສິດທິຜົນດີ. ການປິ່ນປົວແມ່ນລວມມີການຜ່າຕັດ, ການສາຍແສງ, ເຄມີບຳບັດ, ການປິ່ນປົວດ້ວຍຮໍໂມນ ຫຼືການປິ່ນປົວປະສົມປະສານກັນຂອງວິທີເຫຼົ່ານີ້.

ທຸກຄົນສາມາດຮຽນຮູ້ວິທີການກວດກາເຕົ້ານົມເພື່ອຊອກຫາກ້ອນ ຫຼືອາການສະແດງທີ່ຜິດປົກກະຕິ. ຕາມປົກກະຕິກ້ອນທີ່ເປັນມະເຮັງແມ່ນແຂງ, ບໍ່ເຈັບ, ຮູບຮ່າງໜ້າພຽງບໍ່ລຽບ ແລະ ບໍ່ເຄື່ອນເໜັງ. ໃຫ້ກວດເຕົ້ານົມແຕ່ລະຂ້າງ. ການກວດເພີ່ມເຕີມດ້ວຍ ເອັສ-ເຣ (ເອີ້ນວ່າ: ມັມໂມກຣາຟີ Mammography) ຫຼື ອັລທຣາຊາວ ສາມາດບອກໄດ້ວ່າກ້ອນນັ້ນໜ້າຈະເປັນມະເຮັງ ແຕ່ທ່ານອາດຕ້ອງການເອົາຊິ້ນສ່ວນໄປວິໃຈ (Biopsy) ເພື່ອຢັ້ງຢືນ.

a woman performing a self breast exam.
ການກວດກາເຕົ້ານົມໃຫ້ລະອຽດແມ່ນໃຊ້ເວລາຫຼາຍນາທີ. ຜູ້ຍິງ ຫຼື ຜູ້ໃຫ້ບໍລິການດ້ານ ສຸຂະພາບຈະກວດນວດເຕົ້ານົມແຕ່ລະຂ້າງແຮງໆ ແລະ ລະອຽດແຕ່ລະຈຸດກ່ອນທີ່ຈະຢ້າຍໄປອີກຈຸດ. ລູບຄຳຫາສິ່ງທີ່ຜິດປົກກະຕິເຊັ່ນ: ກ້ອນ, ຄວາມໜາ ຫຼື ສີທີ່ມີການປ່ຽນແປງ. ປະຕິບັດແບບນີ້ທົ່ວເຕົ້ານົມ ແລະ ກ້ອງແຂນ.


ບໍ່ມີການປະຕິບັດຫຍັງຫຼາຍເພື່ອປ້ອງກັນມະເຮັງເຕົ້ານົມ, ເຖິງຢ່າງໃດກໍຕາມການກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບ, ບໍ່ສູບຢາ, ບໍ່ດື່ມເຫຼົ້າ ແລະ ອອກກຳລັງກາຍຢ່າງສະໝຳ່ສະເໝີກໍຊ່ວຍໄດ້. ການລ້ຽງລູກດ້ວຍນົມແມ່ກໍຍັງປ້ອງກັນໄດ້ບາງສ່ວນ.

ມະເຮັງກະເພາະອາຫານ

woman touching the shoulder of man with stomach pain.

ອາການສະແດງ

  • ເຈັບທ້ອງ
  • ນຳ້ໜັກຫຼຸດ
  • ກືນຍາກ
  • ຄຳພົບກ້ອນຢູ່ທ້ອງ
  • ຖ່າຍໜັກມີອາຈົມເປັນສີດຳ (ສາມາດຄ້າຍຄືຢາງປູທາງ)


ສາເຫດຂອງມະເຮັງກະເພາະອາຫານທີ່ພົບເລື້ອຍແມ່ນການຕິເຊື້ອ ເອັສ.ພີໂລໄຣ H.pylori ເຊີ່ງມັນເປັນເຊື້ອ ແບັກທີເຣັຍ ສ່ວນໃຫ່ຍທີ່ເຮັດໃຫ້ເກີດບາດແຜກະເພາະ-ລຳໄສ້. ເມື່ອເຊື້ອເອັສ.ພີໂລໄຣ H.pylori ເຮັດໃຫ້ມີຄວາມສ່ຽງທີ່ຈະເກີດມະເຮັງກະເພາະອາຫານຫຼາຍຂື້ນ ສິ່ງອື່ນໆກໍເພີ່ມໂອກາດໃຫ້ເປັນມະເຮັງຫຼາຍຂື້ນເຊັ່ນ: ການສູບຢາ, ການກິນຊີ້ນທີ່ຜ່ານຂັ້ນຕອນການຜະລິດຈາກໂຮງງານຫຼາຍ, ຊີ້ນທີ່ເປັນສີແດງ, ອາຫານປະເພດທອດ ແລະ ອາຫານທີ່ໝັກ ຫຼື ແຊ່ເກືອ.

ມະເຮັງກະເພາະອາຫານສ່ວນໃຫ່ຍແມ່ນຍາກທີ່ຈະປິ່ນປົວໃຫ້ຫາຍໄດ້. ການປ້ອງກັນມະເຮັງຊະນິດນີ້ແມ່ນເປັນເລື່ອງທີ່ດີຫຼາຍ. ການກິນໝາກໄມ້, ຜັກດິບ ແລະ ອາຫານຈຳພວກເມັດພືດທຸກວັນກໍປ້ອງກັນມະເຮັງກະເພາະອາຫາກໄດ້ບາງສ່ວນ.

ມະເຮັງຕ່ອມລູກໝາກ

ຜູ້ຊາຍແມ່ນມີຕ່ອມລູກໝາກ ເຊິ່ງຕັ້ງຢູ່ທາງດ້ານລຸ່ມຂອງພົກຍ່ຽວ, ຕ່ອມນີ້ຈະໃຫ່ຍຂື້ນຕາມອາຍຸຂອງຄົນ. ມະເຮັງຕ່ອມລູກໝາກຂະຫຼາຍຕົວຊ້າໆ ແລະ ມັນສາມາດໃຊ້ເວລາຫຼາຍປີທີ່ຈະຂະຫຍາຍຕົວໃຫ່ຍຂື້ນພຽງພໍທີ່ຈະເຮັດໃຫ້ມີບັນຫາຕ່າງໆ. ຄືກັນກັບມະເຮັງອື່ນໆ ການປິ່ນປົວມະເຮັງຕ່ອມລູກໝາກແມ່ນໄດ້ຜົນດີທີ່ສຸດເມື່ອພົບມະເຮັງໃນໄລຍະເບື້ອງຕົ້ນ. ເຖິງວ່າມະເຮັງຕ່ອມລູກໝາກໄດ້ແຜ່ລາມແລ້ວກໍຍັງສາມາດປິ່ນປົວໄດ້. ມະເຮັງຕ່ອມລູກໝາກແມ່ນພົບຫຼາຍໃນຄົນທີ່ມີອາຍຸຫຼາຍກວ່າ 65 ປີ ແລະ ຜູ້ຊາຍສູງອາຍຸທີ່ເປັນມະເຮັງຕ່ອມລູກໝາກມີຊີວິດຢູ່ໄດ້ຈົນກະທັງພວກເຂົາເສຍຊີວິດ ແລະ ສ່ວນຫຼາຍແມ່ນເສຍຊີວິດຈາກສາເຫດອື່ນ.

ອາການສະແດງ

ມະເຮັງຕ່ອມລູກໝາກອາດຈະບໍ່ສະແດງອາການໃນໄລຍະເບື້ອງຕົ້ນ. ຫຼາຍຄົນບໍ່ຮູ້ວ່າຕົນເອງເປັນມະເຮັງຕ່ອມລູກໝາກຈົນກະທັ້ງກວດພົບໃນເວລາກວດສຸຂະພາບ.

ອາການສະແດງທີ່ພົບເລື້ອຍແມ່ນບັນຫາກ່ຽວກັບການຍ່ຽວ ແຕ່ອາການນີ້ກໍສາມາດພົບເລື້ອຍໃນກໍລະນີທີ່ຕ່ອມລູກໝາກໃຫ່ຍທີ່ບໍ່ແມ່ນມະເຮັງ ເຊິ່ງພົບເລື້ອຍໃນຜູ້ສູງອາຍຸ.

ເຫດຜົນທີ່ໃຫ້ໄປພົບແພດ:

  • ຍ່ຽວຍາກ ຫຼື ກັ້ນ/ອົດຍ່ຽວຍາກ
  • ຍ່ຽວຫຼາຍຄັ້ງ ໂດຍສະເພາະແມ່ນຍາມກາງຄືນ
  • ເຈັບ ຫຼືແສບອອກຮ້ອນເວລາຍ່ຽວ
  • ມີເລືອດອອກທາງນຳ້ຍ່ຽວ ຫຼືເລືອດອອກນຳນຳ້ອະສຸຈິ
  • ເຈັບທາງໃນແອວທາງລຸ່ມດ້ານໃນ, ທ້ອງ, ສະໂພກ ຫຼືທ້ອງນ້ອຍ ເລື້ອຍໆ


ການກວດເລືອດທີ່ເອີ້ນວ່າ ພີ-ເອສ-ເອ PSA ສາມາດໃຊ້ຊ່ວຍຄົ້ນຫາມະເຮັງຕ່ອມລູກໝາກ. ຄ່າຂອງ ພີ-ເອສ-ເອ PSA ສູງອາດບົ່ງບອກວ່າເປັນມະເຮັງ ແຕ່ມັນກໍສາມາດເປັນຍ້ອນວ່າທ່ານມີຕ່ອມລູກໝາກໃຫ່ຍ ຫຼື ຕ່ອມລູກໝາກຕິດເຊື້ອ (ເບິ່ງບົດຍ່ຽວຍາກ, ກຳລັງຂຽນຢູ່)).

ການປິ່ນປົວ

ວິທີການປິ່ນປົວມະເຮັງຕ່ອມລູກໝາກ (ຜ່າຕັດ, ສາຍແສງ, ເຄມີບຳບັດ, ການປິ່ນປົວດ້ວຍຮໍໂມນ ຫຼື ການປິ່ນປົວຮ່ວມກັນລະຫວ່າງວິທີການເຫຼົ່ານີ້) ຈະຂື້ນກັບຊະນິດຂອງຈຸລັງມະເຮັງ, ມີການແຜ່ລາມ, ອາຍຸ ແລະ ສຸຂະພາບໂດຍທົ່ວໄປຂອງທ່ານ ພ້ອມກັບຄວາມພໍໃຈຂອງທ່ານ. ມະເຮັງຕ່ອມລູກໝາກບາງຊະນິດຂະຫາຍຕົວຊ້າ ວິທີການປິ່ນປົວກໍຄືການຕິດຕາມເປັນປະຈຳ.

ມະເຮັງຜິວໜັງ

ມະເຮັງຜິວໜັງແມ່ນພົບເລື້ອຍໃນຄົນຜິວບາງ ແລະ ພົບໜ້ອຍໃນຄົນຜິວດຳ ແຕ່ມັນກໍສາມາດພົບໄດ້ກັບທຸກຄົນ. ມັນພົບຫຼາຍໃນຜູ້ໃຫ່ຍທີ່ຖືກແດດໃໝ້ຫຼາຍຕອນເປັນເດັກນ້ອຍ.

ມະເຮັງຜິວໜັງມີ 2 ຊະນິດໃຫ່ຍ. ມະເຮັງຜິວໜັງຊະນິດ ບໍ່ແມ່ນເມລາໂນມາ non-melanoma ເຊິ່ງເປັນຊະນິດທີ່ພົບຫຼາຍ ມັນປິ່ນປົວງ່າຍເນື່ອງຈາກວ່າມັນຂະຫຍາຍຕົວຊ້າ ແລະ ຜູ້ໃຫ້ບໍລິການ ດ້ານສຸຂະະພາບສາມາດຕັດອອກໄດ້. ອີກຊະນິດໜື່ງເອີ້ນວ່າ: ມະເຮັງຜິວໜັງຊະນິດ ເມລາໂນມາ melanoma ເປັນມະເຮັງຜິວໜັງທີ່ອັນຕະລາຍທີ່ສຸດ.

Un hombre con llagas en la mejilla y la nariz.

ມະເຮັງຜິວໜັງຊະນິດ ບໍ່ແມ່ນເມລາໂນມາ non-melanoma ສ່ວນຫຼາຍເບິ່ງແລ້ວມັນຄ້າຍຄືກ້ອນສີແດງ ຫຼືສີບົວທີ່ຂະຫຍາຍຕົວຊ້າໆ, ມີອາການເຈັບ ຫຼືຕົກສະເກັດເທິງໃບໜ້າ ຫຼືຢູ່ບ່ອນອື່ນໆຂອງຜິວໜັງ. ຕາມປົກກະຕິ ສິ່ງເຫຼົ່ານີ້ແມ່ນຄວນຕັດອອກຖ້າຫາກວ່າມັນຍັງມີການຂະຫຍາຍຕົວຢູ່ ເນື່ອງຈາກວ່າມັນສາມາດຂະຫຍາຍເຂົ້າໄປທາງໃນຮ່າງກາຍ.

ມະເຮັງຜິວໜັງຊະນິດ ບໍ່ແມ່ນເມລາໂນມາ non-melanoma ສ່ວນຫຼາຍເບິ່ງແລ້ວມັນຄ້າຍຄືກ້ອນສີແດງ ຫຼືສີບົວທີ່ຂະຫຍາຍຕົວຊ້າໆ, ມີອາການເຈັບ ຫຼືຕົກສະເກັດເທິງໃບໜ້າ ຫຼືຢູ່ບ່ອນອື່ນໆຂອງຜິວໜັງ. ຕາມປົກກະຕິ ສິ່ງເຫຼົ່ານີ້ແມ່ນຄວນຕັດອອກຖ້າຫາກວ່າມັນຍັງມີການຂະຫຍາຍຕົວຢູ່ ເນື່ອງຈາກວ່າມັນສາມາດຂະຫຍາຍເຂົ້າໄປທາງໃນຮ່າງກາຍ.

ອາການສະແດງຂອງມະເຮັງຜິວໜັງຊະນິດ ເມລາໂນມາ melanoma

ມະເຮັງຜິວໜັງຊະນິດ ເມລາໂນມາ melanoma ແມ່ນມີຮູບຮ່າງແຕກຕ່າງຈາກໄຝເຊິ່ງແຕກຕ່າງທາງດ້ານ 1 ຫຼືຫຼາຍລັກສະນະເຫຼົ່ານີ້:

NWTND Can Page 18-2.png ຮູບຮ່າງບໍ່ລຽບ, ຮູບຮ່າງຜິດປົກກະຕິທີ່ບໍ່ເປັນວົງ ຫຼື ບໍ່ຄືໜ່ວຍໄຂ່
NWTND Can Page 18-3.png ໜ້າພຽງ ຫຼືຂອບບໍ່ລຽບ
NWTND Can Page 18-4.png ມີຫຼາຍສີຢູ່ໃນໄຝອັນດຽວກັນ
NWTND Can Page 18-5.png ຂະໜາດ, ສີ ຫຼື ຮູບຮ່າງມີການປ່ຽນແປງ
Un hombre coloca un sombrero en la cabeza de un niño pequeño.
ຂະໜາດ, ສີ ຫຼື ຮູບຮ່າງມີການປ່ຽນແປງ

ປ້ອງກັນເດັກໂດຍສະເພາະແມ່ນເດັກທີ່ມີສີຜິວຂາວໃຫ້ໃສ່ໝວກ, ນຸ່ງເຄື່ອງປົກຄຸມແຂນ ແລະ ຂາ ພ້ອມກັບທານຳ້ຢາກັນແດດ.

ຖ້າຫາກວ່າທ່ານເຮັດວຽກຢູ່ທາງນອກບ້ານ ໃຫ້ປົກຄຸມຜິວໜັງຂອງທ່ານ ແລະ ໃສ່ໝວກ.

ມະເຮັງ ຄາໂປຊີ Kaposi’s sarcoma

ມະເຮັງຜິວໜັງຊະນິດໜື່ງທີ່ເກີດນຳຄົນທີ່ຕິດເຊື້ອ ເອັສ-ໄອ-ວີ HIV ແມ່ນມະເຮັງ ຄາໂປຊີ Kaposi’s sarcoma ເຊິ່ງມັນເປັນແຜ່ນສີແດງ, ນຳ້ຕານ ຫຼືສີມ້ວງຢູ່ທາງໃນປາກ ຫຼືພາກສ່ວນອື່ນຂອງຮ່າງກາຍ.

ອາການສະແດງ

ເປັນແຜ່ນທີ່ບໍ່ເຈັບ, ມີລັກສະນະບວມຊຳ້ອ້ອມຮອບ ຫຼືຢູ່ທາງໃນປາກ ຫຼືຢູ່ພາກສ່ວນອື່ນຂອງຮ່າງກາຍ. ແຜ່ນນັ້ນບໍ່ຄ່ອຍຈະມີການຕິດເຊື້ອ ຫຼືມີອາການເຈັບເວັ້ນເສຍແຕ່ມັນເປັນບາດເປີດ.

ການປິ່ນປົວ

ໃຫ້ໄປພົບຜູ້ໃຫ້ບໍລິການ ດ້ານສຸຂະະພາບ ຫຼືທ່ານໝໍຜູ້ທີ່ມີປະສົບການກ່ຽວກັບ ເອັສ-ໄອ-ວີ HIV. ຢາປິ່ນປົວ ເອັສ-ໄອ-ວີ HIV ປ້ອງກັນການເກີດມະເຮັງຊະນິດນີ້ໃນຄົນທີ່ຕິດເຊື້ອ ເອັສ-ໄອ-ວີ HIV ແລະ ການເລີ່ມໃຫ້ຢາປິ່ນປົວເອັສ-ໄອ-ວີ HIVສາມາດເຮັດໃຫ້ພະຍາດບໍ່ໃຫ້ຮ້າຍແຮງຂື້ນ. ບາງຄັ້ງມະເຮັງຊະນິດນີ້ກໍປິ່ນປົວດ້ວຍເຄມີບຳບັດ ຫຼືຢາອື່ນໆ.


This page was updated: ໑໑ ມີຖຸນາ ໒໐໑໙