Hesperian Health Guides

ມະເຮັງ ແລະ ຄວາມບໍ່ເທົ່າທຽມກັນ

ຢູ່ໃນພາກນີ້:

ມະເຮັງແມ່ນບັນຫາໜື່ງທີ່ຍາກຫຼາຍສຳລັບທຸກຄົນ ແຕ່ມັນຍິ່ງຍາກໄປກວ່ານັ້ນໃນຄົນທຸກຈົນ. ຄົນທີ່ທຸກຈົນ ຫຼືບໍ່ມີຖານະດີມີໂອກາດທີ່ຈະສຳພັດກັບສິ່ງທີ່ເປັນສາເຫດຂອງມະເຮັງຍ້ອນວ່າພວກເຂົາອາໃສຢູ່ສະຖານທີ່ທີ່ມີມົນລະພິດທີ່ບໍ່ດີ. ພວກເຂົາເຮັດວຽກທີ່ອັນຕະລາຍກວ່າ ແລະ ພວກເຂົາກໍມີຄວາມຕຶງຄຽດຫຼາຍກວ່າ. ການກິນອາຫານຫຼາກຫຼາຍປະເພດ (ໝາກໄມ້ ແລະ ຜັກສົດ, ທາດໂປຣຕີນ ແລະ ພືດທັນຍາຫານ) ສາມາດຊ່ວຍປ້ອງກັນມະເຮັງ ແຕ່ບາງຄົນກໍບໍ່ສາມາດຫາອາຫານດີໆກິນໄດ້. ພ້ອມກັນນັ້ນຄົນທຸກຈົນສ່ວນໃຫ່ຍບໍ່ສາມາດຈ່າຍ ຫຼືເຂົ້າເຖິງການກວດຊອກຫາມະເຮັງ, ຢາປິ່ນປົວ ແລະ ການບໍລິການດ້ານສຸຂະພາບຕ່າງໆ ທີ່ຈະສາມາດກວດຫາ ແລະ ປິ່ນປົວມະເຮັງຂອງພວກເຂົາໄດ້.

ເຫດຜົນທັງໝົດເຫຼົ່ານີ້ ພວກເຮົາເວົ້້າວ່າຄວາມທຸກຈົນ ແລະ ຄວາມບໍ່ເທົ່າທຽມກັນກໍເປັນສາເຫດຂອງມະເຮັງ.


This page was updated: ໑໔ ມີນາ ໒໐໑໘