Hesperian Health Guides

ການເບິ່ງແຍງເດັກ: ຢາປິ່ນປົວ

ການເບິ່ງແຍງເດັກ: ຢາປິ່ນປົວ

ຢາສຳລັບຫຼຸດຜ່ອນອາການເຈັບປວດ ແລະ ໄຂ້

ຢາສຳລັບປິ່ນປົວອາການເຈັບເລັກໜ້ອຍ ແລະ ລົດໄຂ້ປະກອບດ້ວຍຢາ ປາຣາເຊຕາໂມນ (paracetamol) (ຢາຊະນິດນີ້ແມ່ນປອດໄພທີ່ສຸດ ແລະ ດີທີ່ສຸດສຳລັບເດັກນ້ອຍ), ແອັສໄພຣິນ (aspirin) ແລະ ໄອບູໂພຣເຟັນ (ibuprofen). ຢາ Aspirin ແລະ ibuprofen ແມ່ນສາມາດຫຼຸດການອັກເສບໄດ້ (ອາການບວມມີເລືອດ). ຕົວຢ່າງ: ຖ້າວ່າຄົນເຈັບຂໍ່ພິກ, ຈະບໍ່ໃຫ້ແຕ່ຢາແກ້ເຈັບ, ແຕ່ຈະສາມາດຫຼຸດຜ່ອນອາການໄຄ່ບວມພ້ອມ. ແບບນີ້ຈະໃຫ້ຫາຍດີໄວຂຶ້ນ. ແຕ່ສຳລັບຄົນທີ່ມີໄຂ້ ຫຼື ຕິດເຊື້ອໄວລັສ ຄວນຫຼີກເວັ້ນຢາ aspirin.

ຫ້າມໃຫ້ຢາເກີນຂະໜາດຫຼາຍກວ່າຂະໜາດທີ່ແນະນຳໄວ້. ຢາທັງສາມຊະນິດນີ້ສາມາດເກີດຜົນຂ້າງຄຽງທີ່ບໍ່ດີຕາມມາຖ້າວ່າກິນຫຼາຍໂພດ. ຕົວຢ່າງເຊັ່ນ: ກິນ aspirin ແລະ ibuprofen ເກີນຂະໜາດສາມາດເຮັດໃຫ້ເກີດບາດແຜກະເພາະອາຫານ. ກິນ paracetamol ເກີນຂະໜາດເຮັດໃຫ້ເບື່ອໄດ້. ສຳລັບໄຂ້ຮຸນແຮງ ຫຼື ເຈັບ, ທ່ານສາມາດຫຼີກເວັ້ນການໃຊ້ຢາຊະນິດໃດໜຶ່ງເກີນຂະໜາດໂດຍການໃຊ້ຢາຫຼາຍໂດຍການໃຊ້ຢາໂຕໃດໂຕໜື່ງແທນໄດ້ເຊັ່ນ: ທ່ານສາມາດໃຊ້ຢາ paracetamol ຫຼື ຢາ ibuprofen.

ຢາ Paracetamol, acetaminophen


ຢາປາຣາເຊຕາໂມນ (ອາເຊາຕາມິໂນເຟັນ) ແມ່ນຢາທີ່ດີ, ສາມາດຫາຊື້ໄດ້ສຳລັບລົດໄຂ້ ແລະ ແກ້ເຈັບໃນລະດັບເບົາບາງ.

ສິ່ງ​ສໍາຄັນNBgrnimportant.png

ຫ້າມບໍ່ໃຫ້ກິນເກີນປະລິມານທີ່ແນະນຳໄວ້. ຖ້າເກີນຂະໜາດແມ່ນເຮັດໃຫ້ເບື່ຶອຕໍ່ຕັບ ແລະ ສາມາດເສຍຊິວິດໄດ້. ເກັບຮັກສາຢານີ້ໄວ້ຫ່າງຈາກເດັກ, ໂດຍສະເພາະ ແມ່ນຊະນິດທີ່ເປັນນ້ຳເຊື່ອມ.

ຢາທີ່ເກັບໄວ້ໃນຄວາມເຢັນສ່ວນຫຼາຍແມ່ນມີສ່ວນປະສົມຂອງຢາປາຣາເຊຕາໂມນ, ດັ່ງນັ້ນບໍ່ຄວນໃຫ້ຢາປາຣາເຊຕາໂມນອີກ ຖ້າວ່າຈະໃຫ້ອີກ ອາດຈະເຮັດໃຫ້ເກີນຂະໜາດ.

ວິທີການນໍາໃຊ້NBgrnpill.png
ໃຫ້ຢາປະລິມານ 10-15 ມກ ຕໍ່ ກິໂລ, ໃຫ້ທຸກໆ 4-6 ຊົ່ວໂມງ. ຫ້າມໃຫ້ຫຼາຍກວ່າ 5 ເທື່ອ ພາຍໃນ 24 ຊົ່ວໂມງ. ຖ້າເຈົ້າບໍ່ສາມາດຊັ່ງນ້ຳໜັກຄົນເຈັບໄດ້ ກໍ່ໃຫ້ໃຊ້ໃນປະລິມານຕາມອາຍຸຂອງຄົນເຈັບ ດັ່ງລຸ່ມນີ້:
ອາຍຸຕ່ຳກວ່າ 1 ປີ: ໃຫ້ຢາປະລິມານ 62 ມກ (⅛ ຂອງເມັດ 500 ມກ), ທຸກໆ 4-6 ຊົ່ວໂມງ.
ອາຍຸ 1 ຫາ 2 ປີ: ໃຫ້ຢາໃນປະລິມານ 125 ມກ (ໃຫ້ ¼ ຂອງເມັດ 500 ມກ), ທຸກໆ 4-6 ຊົ່ວໂມງ.
ອາຍຸ 3 ຫາ 7 ປີ: ໃຫ້ຢາໃນປະລິມານ 250 ມກ (ໃຫ້ ½ ຂອງເມັດ 500 ມກ), ທຸກໆ 4-6 ຊົ່ວໂມງ.
ອາຍຸ 8 ຫາ 12 ປີ: ໃຫ້ຢາໃນປະລິມານ 375 ມກ (ໃຫ້ ¾ ຂອງເມັດ 500 ມກ), ທຸກໆ 4-6 ຊົ່ວໂມງ.

ຢາໄອບູໂພຣເຟັນ Ibuprofen


Ibupofen ແມ່ນຢາແກ້ເຈັບກ້າມຊີ້ນ, ເຈັບຂໍ່ກະດູກ ແລະ ເຈັບຫົວ ແລະ ໄຂ້ຕ່ຳໆ.

ຜົນ​ຂ້າງຄຽງGreen-effects.png

ເຮັດໃຫ້ເຈັບກະເພາະ, ແຕ່ວ່າຖ້າກິນພ້ອມກັບນົມ ຫຼື ອາຫານເຮັດໃຫ້ເກີດບັນຫາໜ້ອຍລົງ.

ສິ່ງ​ສໍາຄັນNBgrnimportant.png

ຫ້າມກິນຢາຊະນິດນີ້ ຖ້າວ່າທ່ານແພ້ຢາ aspirin. ຄົນເຈັບບາງຄົນຖ້າແພ້ຢາຊະນິດໃດໜື່ງກໍອາດຈະເຮັດໃຫ້ແພ້ຢາໂຕອື່ນນຳ. ບໍ່ໃຫ້ໃຊ້ຢານີ້ໃນຄົນທີ່ເຈັບກະເພາະ ຫຼືອືດແໜ້ນທ້ອງ. ຢານີ້ມີຄວາມເປັນກົດ ແລະ ອາດເຮັດໃຫ້ບັນຫາກະເພາະທີ່ມີນັ້ນຮຸນແຮງຂື້ນ. ດັ່ງເຫດຜົນເຊັ່ນດຽວກັນນັ້ນ, ຄົນທີ່ເປັນບາດແຜກະເພາະແມ່ນຫ້າມໃຊ້ຢານີ້. ຫ້າມໃຫ້ຢານີ້ແກ່ເດັກທີ່ມີອາຍຸຕ່ຳກວ່າ 6 ເດືອນ ແລະ ກໍຫ້າມໃຫ້ຢານີ້ກັບແມ່ຍິງຖືພາໃນໄລຍະ 3 ເດືອນສຸດທ້າຍ (ໄຕມາດທີ 3).

ວິທີການນໍາໃຊ້NBgrnpill.png
ໃຫ້ຢາໃນປະລິມານ 5-10 ມກ ຕໍ່ ກິໂລ. ຖ້າເຈົ້າບໍ່ສາມາດຊັ່ງນ້ຳໜັກຄົນເຈັບໄດ້ ກໍ່ໃຫ້ໃຊ້ໃນປະລິມານຕາມອາຍຸຂອງຄົນເຈັບ ດັ່ງລຸ່ມນີ້:
ອາຍຸ 6 ເດືອນ ຫາ 1 ປີ: ໃຫ້ຢາໃນປະລິມານ 50 ມກ, ທຸກໆ 6-8 ຊົ່ວໂມງ.
ອາຍຸ 1-2 ປີ: ໃຫ້ຢາໃນປະລິມານ 75 ມກ, ທຸກໆ 6-8 ຊົ່ວໂມງ.
ອາຍຸ 2-3 ປີ: ໃຫ້ຢາໃນປະລິມານ 100 ມກ, ທຸກໆ 6-8 ຊົ່ວໂມງ.
ອາຍຸ 4-5 ປີ: ໃຫ້ຢາໃນປະລິມານ 150 ມກ, ທຸກໆ 6-8ຊົ່ວໂມງ.
ອາຍຸ 6-8 ປີ: ໃຫ້ຢາໃນປະລິມານ 200 ມກ, ທຸກໆ 6-8ຊົ່ວໂມງ.
ອາຍຸ 9-10 ປີ: ໃຫ້ຢາໃນປະລິມານ 250 ມກ, ທຸກໆ 6-8 ຊົ່ວໂມງ.
ອາຍຸ 11 ປີ: ໃຫ້ຢາໃນປະລິມານ 300 ມກ, ທຸກໆ 6-8 ຊົ່ວໂມງ.
ອາຍຸຫຼາຍກວ່າ 12 ປີ: ໃຫ້ຢາໃນປະລິມານ 200-400 ມກ, ທຸກໆ 4-6 ຊົ່ວໂມງ.

ຫ້າມໃຫ້ຢາເກີນ 40 ມກ ຕໍ່ ກິໂລ ຕໍ່ ມື້, ຫ້າມໃຫ້ຫຼາຍກວ່າ 4 ຄັ້ງວັນ ແລະ ຫ້າມໃຫ້ເກີນ 10 ຕິດຕໍ່ກັນ.


This page was updated: ໐໕ ມັງກອນ ໒໐໒໔